ASMC ລະບຸວ່າ: ແອວນີໂຢມີທ່າອ່ຽງທີ່ຈະເຮັດໃຫ້ພື້ນທີ່ສ່ວນໃຫຍ່ໃນພາກໃຕ້ຂອງອາຊຽນມີປະລິມານນໍ້າຝົນຕໍ່າກວ່າປົກກະຕິໃນລະຫວ່າງເດືອນສິງຫາ-ຕຸລາ. ໂດຍຂະນະນີ້ປະກົດການແອວນີໂຢໄດ້ເກີດຂຶ້ນແລ້ວ ແລະ ຄາດວ່າຈະຮຸນແຮງຂຶ້ນໃນເດືອນຂ້າງໜ້າ. ນອກຈາກນັ້ນ, ລົມມໍລະສຸມຕາເວັນຕົກສ່ຽງໃຕ້ຄາດວ່າຈະຍັງຄົງຢູ່ຕະຫຼອດເດືອນສິງຫາ-ຕຸລາ, ໃນຂະນະທີ່ລົມພັດມາສ່ວນໃຫຍ່ຈະພັດມາຈາກພາກຕາເວັນອອກສ່ຽງໃຕ້ ຫຼື ຕາເວັນຕົກສ່ຽງໃຕ້.
ນອກຈາກນັ້ນ, ພາກໃຕ້ຂອງອາຊຽນມີທ່າອ່ຽງທີ່ຈະປະສົບກັບສະພາບອາກາດແຫ້ງແລ້ງຢ່າງຕໍ່ເນື່ອງ ຍ້ອນວ່າລົມມໍລະສຸມຍັງຄົງຢູ່ທາງທິດເໜືອຂອງເສັ້ນສູນສູດ ແລະ ຄາດວ່າພາກເໜືອຂອງອາຊຽນຈະປະສົບກັບສະພາບອາກາດທີ່ຊຸ່ມ ແລະ ມີຝົນຕົກຫຼາຍຂຶ້ນ.
ASMC ຄາດຄະເນວ່າ: ພື້ນທີ່ສ່ວນໃຫຍ່ຂອງອາຊຽນຈະປະສົບກັບອຸນຫະພູມສູງກວ່າປົກກະຕິໃນລະຫວ່າງເດືອນສິງຫາ-ຕຸລາ ຊຶ່ງອາດຈະເຮັດໃຫ້ສະຖານະການໄພແຫ້ງແລ້ງຮ້າຍແຮງຂຶ້ນ ແລະ ເຕືອນວ່າໄພແຫ້ງແລ້ງທີ່ຍືດເຍື້ອ ບວກກັບລົມພັດແຮງຈາກພາກຕາເວັນອອກສ່ຽງໃຕ້ ແລະ ທິດຕາເວັນຕົກສ່ຽງໃຕ້ ອາດຈະນໍາໄປສູ່ການເພີ່ມຂຶ້ນຂອງຈຸດຮ້ອນ ແລະ ເພີ່ມຄວາມສ່ຽງຂອງໝອກຄວັນຂ້າມຊາຍແດນ. ສ່ວນອະນຸພາກພື້ນແມ່ນໍ້າຂອງ, ສະຖານະການໂດຍລວມຄາດວ່າຈະຍັງຄົງບໍ່ຮຸນແຮງ, ເຖິງແມ່ນວ່າພື້ນທີ່ທີ່ມີຝົນຕົກຫຼຸດລົງອາດຈະມີຄວາມສ່ຽງທີ່ຈະມີຈຸດຄວາມຮ້ອນ ເພີ່ມຂຶ້ນ.
ຄໍາເຫັນ