ຂ່າວລະບຸວ່າ: ໃນເວທີປາໄສ, ບັນດາເຈົ້າໜ້າທີ່ລັດຖະບານ, ການນຳວິສາຫະກິດ, ນັກລົງທຶນ ແລະ ບັນດາຄູ່ຮ່ວມມືພັດທະນາໄດ້ວາງອອກທິດທາງແຜນການໃນອະນາຄົດໃຫ້ແກ່ພື້ນຖານເສດຖະກິດພາກພື້ນທີ່ຍຸຕິທຳ ແລະ ມີຄວາມສາມາດຟື້ນຟູເປັນຢ່າງດີ. ຈຸດເດັ່ນຂອງເວທີປາໄສແມ່ນພິທີເປີດຕົວກອບການສ້າງກຳລັງຄວາມສາມາດ ແລະ ພັດທະນາຜູ້ມີຄວາມເກັ່ງກ້າສາມາດໃຫ້ແກ່ວິສາຫະກິດກວມລວມຢູ່ອາຊຽນ. ບັນດາການປຶກສາຫາລືທີ່ເວທີປາໄສ ໄດ້ສຸມໃສ່ຫຼາຍຍຸດທະສາດທີ່ແຕກຕ່າງກັນ ເພື່ອເປີດກວ້າງຂອບຂະໜາດບັນດາຂໍ້ລິເລີ່ມດຳເນີນທຸລະກິດຢ່າງຮອບດ້ານ, ນັບແຕ່ການປັບປຸງຄວາມສາມາດເຂົ້າເຖິງດ້ານການເງິນ ຕະຫຼອດຮອດການມອບສິດໃຫ້ແກ່ວິສາຫະກິດໂດຍແມ່ຍິງນຳພາ.
ເສດຖະກິດຈີນ ໄດ້ຮັກສາສະພາບຄວາມໝັ້ນທ່ຽງ ທ່າອ່ຽງກ້າວໄປໜ້າ ແລະ ຄວາມໝັ້ນໜຽວ
ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 8 ທັນວາ ຜ່ານມາ, ໂຕເລກສະຖິຕິທີ່ເຜີຍແຜ່ໂດຍລັດຖະບານຈີນສະແດງເຫັນວ່າ, ໃນ 11 ເດືອນຂອງປີ 2025, ຍອດມູນຄ່ານຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງໄດ້ຂອງຈີນມີເຖິງ 41,210 ຕື້ຢວນ, ເພີ່ມຂຶ້ນ 3.6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ໃນນັ້ນ, ຍອດມູນຄ່າ ນຳເຂົ້າ-ສົ່ງອອກສິນຄ້າປະເພດຈັບຕ້ອງຂອງເດືອນພະຈິກໄດ້ເພີ່ມຂຶ້ນ 4.1% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024 ຊຶ່ງໄດ້ຮັກສາການເຕີບໂຕເປັນເວລາ 10 ເດືອນລຽນຕິດ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນັກວິເຄາະຊີ້ໃຫ້ເຫັນວ່າ, ໂຄງປະກອບການຄ້າກັບຕ່າງປະເທດຂອງຈີນໄດ້ປັບປຸງດີຂຶ້ນເລື້ອຍໆ, ປ່ອຍພະລັງຂັບເຄື່ອນໃໝ່ຢ່າງຕໍ່ເນື່ອງ, ສະແດງໃຫ້ເຫັນເຖິງຄວາມໝັ້ນໜຽວທີ່ເຂັ້ມແຂງ.
ຄໍາເຫັນ