ພິພິທະພັນມີບົດບາດໃນການອະນຸລັກຮັກສາມູນມໍລະດົກທາງດ້ານວັດທະນະທຳ

ອາຊຽນເອກະພາບຫໍພິພິທະພັນມີບົດບາດໃນການອະນຸລັກຮັກສາມູນມໍລະດົກທາງດ້ານວັດທະນະທຳ

ອາຊຽນເອກະພາບຫໍພິພິທະພັນມີບົດບາດໃນການອະນຸລັກຮັກສາມູນມໍລະດົກທາງດ້ານວັດທະນະທຳ
ພາຍຫຼັງດຳເນີນມາເປັນ ເວລາ 3 ວັນ (4-6 ພະຈິກ 2024) ກອງປະຊຸມສຳມະນາແຜ່ນແພພື້ນເມືອງອາຊຽນຄັ້ງທີ 9 ທີ່ສປປ ລາວເປັນເຈົ້າພາບ

 

 ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 6 ພະຈິກນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານນາງນາລີສີສຸລິດພັນລະຍາຂອງທ່ານປະທານປະເທດແຫ່ງສປປລາວປະທານທີ່ປຶກສາກິດຕິມະສັກສະມາຄົມຫັດຖະກຳລາວ,ມີສົມເດັດພະລາຊິນີແຫ່ງລັດປະຮັງ,ມາເລເຊຍ - ອາຊີຊ່າອີດສະການດ້າ,ຜູ້ກໍ່ຕັ້ງ,ຜູ້ອຸປະຖໍາແລະປະທານມູນນິທິຕໍ່າຫູກແຫ່ງຣາຊະວົງປະຮັງ,ທ່ານນາງຈີບີ ປາກູ່ ອາລໍາປະທານສະມາຄົມສິລະປະແຜ່ນແພພື້ນເມືອງແຫ່ງອາຊີຕາເວັນອອກສ່ຽງໃຕ້,ມີທູຕານຸທູດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງນາລີສີສຸລິດ ກ່າວວ່າ:ກອງປະຊຸມສໍາມະນາແຜ່ນແພພື້ນເມືອງອາຊຽນຄັ້ງທີ 9 ໄດ້ເຕົ້າໂຮມບັນດາຜູ້ຊ່ຽວຊານ, ນັກຄົ້ນຄວ້າ, ນັກຮຽນຮູ້, ຜູ້ທີ່ມີຄວາມສໍານິຊຳນານດ້ານແຜ່ນແພພື້ນເມືອງແລະມໍລະດົກວັດທະນະທຳຈາກພາກພື້ນແລະສາກົນມາພົບປະແລກປ່ຽນຄຳຄິດຄຳເຫັນຮ່ວມກັນ.ກອງປະຊຸມຄັ້ງນີ້ຍັງໄດ້ປຶກສາຫາລື,ແລກປ່ຽນຄວາມຮູ້ຂອງບັນດານັກຄົ້ນຄວ້າແລະຜູ້ເຂົ້າຮ່ວມຊຶ່ງແຜ່ນແພພື້ນເມືອງມີບົດບາດສຳຄັນສຳລັບບັນດາປະເທດສະມາຊິກອາຊຽນ,ເປັນສັນຍາລັກທາງດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງແຕ່ລະປະເທດ,ເປັນການສ້າງລາຍຮັບໃຫ້ແກ່ຜູ້ຜະລິດ,ເປັນການແລກປ່ຽນແລະເຊື່ອມໂຍງທາງດ້ານສິລະປະ,ວັດທະນະທຳແລະປະຫວັດສາດລະຫວ່າງບັນດາປະເທດອາຊຽນແລະພາກພື້ນ.

ທ່ານກ່າວຕື່ມວ່າ:ກອງປະຊຸມໄດ້ມີຄວາມເປັນເອກະພາບນຳກັນວ່າບັນດາຫໍພິພິທະພັນມີບົດບາດສຳຄັນຫຼາຍໃນການອະນຸລັກຮັກສາມູນມໍລະດົກທາງດ້ານວັດທະນະທຳເພາະວ່າຫໍພິພິທະພັນເປັນບ່ອນເກັບຮັກສາແລະເຜີຍແຜ່ເອກະສານ, ປຶ້ມຕ່າງໆກ່ຽວກັບແຜ່ນແພທີ່ສົມບູນແລະຄົບຖ້ວນເຮັດໃຫ້ການສືບທອດສາຍໃຍທີ່ຍືນຍາວ, ຍືນຍົງ, ຮຸ່ງເຮືອງເຫຼືອງເຫຼື້ອມຕະຫຼອດກາລະນານ ອອກຈາກສີມື ແລະ ຫົວຄິດປະດິດສ້າງ,ພ້ອມກັນນັ້ນ, ກໍເປັນເວທີສົນທະນາປຶກສາຫາລື, ແລກປ່ຽນບົດຮຽນ ແລະ ຄວາມຮູ້ຂອງຜູ້ທີ່ມີຄວາມຮັກວັດທະນະທຳ, ເພີ່ມທະວີຄວາມສາມັກຄີ ໃນຄອບຄົວວັດທະນະທຳອາຊຽນ,ແຜ່ນແພພື້ນເມືອງຂອງບັນດາປະເທດສະມາຊິກອາຊຽນເເລະສປຈີນແມ່ນມີປະຫວັດສາດອັນເກົ່າແກ່,ລວດລາຍທີ່ວິຈິດງົດງາມທີ່ເປັນເອກະລັກຂອງແຜ່ນແພແມ່ນຖືກປະດິດຄິດແຕ່ງດ້ວຍຄວາມຄິດສ້າງສັນ, ທັກສະທີ່ຄ່ອງແຄ້ວແລະພູມປັນຍາຂອງທ້ອງຖິ່ນ ຊຶ່ງໄດ້ສ່ອງແສງໃຫ້ເຫັນວິຖີຊີວິດ,ວັດທະນະທຳແລະປະຫວັດສາດຂອງແຕ່ລະປະເທດໃນປັດຈຸບັນ.

ທ່ານກ່າວຕື່ມວ່າ:ເນື່ອງຈາກການຫັນປ່ຽນວິຖີຊີວິດແບບດັ່ງເດີມໄປສູ່ວິຖີຊີວິດທີ່ທັນສະໄໝ, ພວກເຮົາພວມປະເຊີນກັບສິ່ງທ້າທາຍໃນການປົກປັກຮັກສາວັດທະນະທໍາການຜະລິດແລະການນຸ່ງຖືທີ່ນຳໃຊ້ແຜ່ນແພພື້ນເມືອງ, ດັ່ງນັ້ນມີຄວາມຈຳເປັນແລະມີຄວາມເລັ່ງທວງໃຫ້ແຕ່ລະປະເທດຄວນຖືເປັນບຸລິມະສິດແລະມີນະໂຍບາຍທີ່ເໝາະສົມໃນການອະນຸລັກຮັກສາແລະສົ່ງເສີມແຜ່ນເເພພື້ນເມືອງໃຫ້ສືບຕໍ່ຄົງຢູ່ກັບສັງຄົມພວກເຮົາ.ຫວັງຢ່າງຍິ່ງວ່າພວກເຮົາຈະສາມາດສ້າງສັງຄົມຫຼືສະມາຄົມທີ່ອະນຸລັກຮັກສາແລະສົ່ງເສີມແຜ່ນແພພື້ນເມືອງໃນອາຊຽນແລະບັນດາປະເທດອ້ອມຂ້າງເຊັ່ນ: ສປຈີນ, ສເກົາຫຼີ, ຍີ່ປຸ່ນ,ອິນເດຍແລະປະເທດອື່ນໆ.

ໃນໂອກາດດັ່ງກ່າວ ສປປ ລາວ ໄດ້ມອບທຸງໃຫ້ແກ່ປະເທດສິງກະໂປເພື່ອເປັນເຈົ້າພາບກອງປະຊຸມສຳມະນາແຜ່ນແພພື້ນເມືອງອາຊຽນຄັ້ງທີ10.

(ຂ່າວ-ພາບ:ສຳນານ)

ຄໍາເຫັນ

ຂ່າວການຮ່ວມມື

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ເຂົ້າອວຍພອນ ການນໍາແຂວງເຊກອງ.

ໃນວັນທີ 9 ເມສາຜ່ານມາ, ທ່ານ ກີໂມນິຣ໋ວດ ກົງສູນໃຫຍ່ແຫ່ງຣາຊະອານາຈັກກຳປູເຈຍ ປະຈຳນະຄອນປາກເຊ ແຂວງຈຳປາສັກ ໄດ້ມາອວຍພອນການນໍາແຂວງເຊກອງ ໃນໂອກາດສົ່ງທ້າຍປີເກົ່າ ພສ 2567 ແລະ ຕ້ອນຮັບປີໃໝລາວ ພສ 2568 ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງເຊກອງ
ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ, ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ນຳ​ໂດຍສະ​ຫາຍ ​ຢາງຫວ້ານ​ໝີງ (Yang Wanming) ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ຈີນກັບຕ່າງ​ປະ​ເທດ, ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 9-13 ເມ​ສາ 2025.
ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ຮອງຫົວໜ້າຄຕພ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 10 ເມສານີ້ທີ່ ຄຕພ,ສະຫາຍ ວາລະໄຊ ເລັ່ງສະຫວັດ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ
ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ມອບຈໍ LED ແລະ ຄອມພິວເຕີ ໃຫ້ໜັງສືພິມປະຊາຊົນ

ໃນຕອນບ່າຍວັນທີ 10 ເມສາ ນີ້ ທີ່ສະໂມສອນຂອງໜັງສືພິມປະຊາຊົນ ໄດ້ມີພິທີມອບ-ຮັບ ຈໍ LEDຂະໜາດ120 ນິ້ວ 1ຊຸດ, ຄອມພິວເຕີຕັ້ງໂຕະ2 ໜ່ວຍ ແລະໂນດບຸກ1ໜ່ວຍລວມມູນຄ່າ137,775,000ກີບໃຫ້ໜັງສືພິມປະຊາຊົນ
ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ອວຍພອນການນຳແຂວງຈຳປາສັກ ໃນໂອກາດ ຂື້ນປີໃໝ່ລາວ

ທ່ານ ນາງ ຕະ ເຟືອງ ຢຸ້ງ ກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳພາກໃຕ້ຂອງລາວ ພ້ອມດ້ວຍຄະນະ ເຂົ້າອວຍພອນ ການນຳແຂວງ. ຕາງໜ້າການນໍາແຂວງ ຕ້ອນຮັບໂດຍທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ
ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ  ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ອວຍພອນການນຳພັກ-ລັດໃນໂອກາດປີໃໝ່ລາວ

ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ລາວ ພສ 2568, ຄະນະຜູ້ແທນກອງບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມນຳໂດຍສະຫາຍ ພົນໂທ ຫ່າ ໂທ ບິ່ງ ຜູ້ບັນຊາການທະຫານເຂດ 4 ກອງທັບປະຊາຊົນຫວຽດນາມ ພ້ອມຄະນະໄດ້ເດີນທາງມາຢ້ຽມຢາມ ແລະ ອວຍພອນປີໃໝ່
ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດຫວຽດນາມ ເຂົ້າອວຍພອນປີໃໝ່ລາວ

ໃນວັນທີ 8 ເມສາ ຜ່ານມາ ທີ່ ກະຊວງການຕ່າງປະເທດ, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ
ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ສສ ມຽນມາ

ໃນວັນທີ 8 ເມສາຜ່ານມາຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,
ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ADB ຄາດຄະເນການເຕີບໂຕທາງເສດຖະກິດຂອງສປປລາວຢູ່ໃນລະດັບປານກາງ

ບົດລາຍງານຫຼ້າສຸດຂອງທະນາຄານພັດທະນາອາຊີ (ADB) ລະບຸວ່າ: ການເຕີບໂຕທາງດ້ານການບໍລິການ ລວມທັງໂລຈີສຕິກ ແລະ ການທ່ອງທ່ຽວ ຄວບຄູ່ໄປກັບຄວາມຕ້ອງການສົ່ງອອກທີ່ເພີ່ມຂຶ້ນ ສຳລັບພະລັງງານໄຟຟ້າ, ແຮ່ທາດ ແລະ ຜະລິດຕະພັນກະສິກຳ ຈະເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂອງ ສປປ ລາວ
ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ຫຼາຍແຂວງຂອງ ສສ ຫວຽດນາມ ອວຍພອນປີໃໝ່ລາວ ການນຳແຂວງຈຳປາສັກ

ໃນວັນທີ 9 ເມສາຜ່ານມາ ທີ່ຫ້ອງວ່າການແຂວງຈໍາປາສັກ, ທ່ານ ສາຍທອງ ໄຊຍະວົງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງຈຳປາສັກ, ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນບັນດາແຂວງຂອງ ສສ ຫວຽດນາມ, ໃນໂອກາດເດີນທາງມາຢ້ຽມຢາມ ພົບປະອວຍພອນ ປີໃໝ່ລາວ ພສ 2568.
ເພີ່ມເຕີມ