ໃນນີ້, ມອບອາກອນກຳໄລຂອງປີ 2024 ມູນຄ່າ 28,426,809 ໂດລາສະຫາລັດ ແລະ ມອບອາກອນກໍາໄລລ່ວງໜ້າງວດ 1 ປີ 2025 ມູນຄ່າ 6,753,720 ໂດລາສະຫະລັດ ເພື່ອເປັນການປະກອບສ່ວນອັນສໍາຄັນໃຫ້ ແກ່ລັດຖະບານລາວ ກໍຄືແຂວງຄໍາມ່ວນ, ທັງເປັນການປະຕິບັດຕາມສັນຍາຂອງບໍລິສັດທີ່ມີ ຕໍ່ລັດຖະບານ. ກ່າວມອບໂດຍ ທ່ານ ມາກ ອອງ ຕວນຣຸບ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານ້ຳເທີນ 2 ຈໍາກັດ ແລະ ກ່າວຮັບໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ : ມະນີວັນ
ຄໍາເຫັນ