ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ

ບົມບີ 80 ລ້ານໜ່ວຍທີ່ຍັງຕົກຄ້າງຄາດຄະເນຕ້ອງໃຊ້ເວລາເປັນຮ້ອຍປີ ເພື່ອກວດກູ້ໃຫ້ໝົດສິ້ນ
​ ໃນກອງປະຊຸມລະດັບສາກົນ ຄັ້ງທີ 3 ວ່າດ້ວຍສົນທິສັນຍາການເກືອດຫ້າມລະເບີດລູກຫວ່ານ (Cluster Munitions) ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ, ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ (ລບຕ) ໄດ້ວາງສະແດງ ເພື່ອສ່ອງແສງໃຫ້ເຫັນເຖິງຄວາມຮຸນແຮງ ແລະ ມໍຣະດົກໄພອັນຕະລາຍ ທີ່ຕົກຄ້າງມາຈາກສະໄໝສົງຄາມ.
ບມບ 80 ລານໜວຍທຍງຕກຄາງຄາດຄະເນຕອງໃຊເວລາເປນຮອຍປ ເພອກວດກໃຫໝດສນ - image 1
 

 

 

ທ່ານ ບຸນເພັງ ສີສະຫວັດ ຫົວໜ້າຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ ໄດ້ເປີດເຜີຍຂໍ້ມູນຕໍ່ສື່ມວນຊົນໃນວັນທີ 17 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ວ່າ: ສປປ ລາວ ເປັນປະເທດທີ່ຖືກທໍາລາຍຢ່າງໜັກໜ່ວງ ໂດຍມີຜົນກະທົບໜັກຈາກການຖິ້ມລະເບີດທາງອາກາດຫຼາຍກວ່າ 580,000 ຖ້ຽວ ລວມນໍ້າໜັກລະເບີດຫຼາຍກວ່າ 2 ລ້ານໂຕນ. ໃນນັ້ນມີລະເບີດບົມບີທັງໝົດ 17 ຊະນິດ,ໃນຈຳນວນດັ່ງກ່າວມີລະເບີດລູກຫວ່ານຊະນິດ BBL-26 ຖືເປັນອັນຕະລາຍທີ່ສຸດ ເພາະໃນ 1 ຮາງ ບັນຈຸລູກລະເບີດຍ່ອຍເຖິງ 670 ໜ່ວຍ ແລະ ມີລັດສະໝີທໍາລາຍລ້າງກວ້າງຮອດ 100x100 ແມັດ.

ບມບ 80 ລານໜວຍທຍງຕກຄາງຄາດຄະເນຕອງໃຊເວລາເປນຮອຍປ ເພອກວດກໃຫໝດສນ - image 2
 

ຈາກການປະເມີນທາງດ້ານວິຊາການ, ມີລະເບີດບົມບີປະມານ 280 ລ້ານໜ່ວຍຖືກຖິ້ມລົງມາ, ແຕ່ມີອັດຕາບໍ່ແຕກສູງເຖິງ 30% (ປະມານ 80 ລ້ານໜ່ວຍ) ທີ່ຍັງຝັງໂຕຢູ່ຕາມພື້ນດິນ, ທົ່ງໄຮ່-ທົ່ງນາແລະ ເຂດທີ່ຢູ່ອາໄສຂອງປະຊາຊົນ. ເຖິງວ່າຕະຫຼອດໄລຍະ 30 ປີຜ່ານມາ (ນັບແຕ່ປີ 1996 ເປັນຕົ້ນມາ), ເຈົ້າໜ້າທີ່ສາມາດກວດກູ້ ແລະ ທໍາລາຍລະເບີດໄດ້ 1.3 ລ້ານກວ່າໜ່ວຍ. ໃນເນື້ອທີ່ 100,000 ກວ່າເຮັກຕາ ແຕ່ກໍຖືເປັນພຽງສ່ວນນ້ອຍເທົ່ານັ້ນ.ຍ້ອນໂຄງສ້າງຂອງລະເບີດບົມບີມີຄວາມແໜ້ນໜາ ແລະ ທົນທານຕໍ່ສະພາບແວດລ້ອມ ຈຶ່ງເຮັດໃຫ້ມັນຍັງຄົງມີປະສິດທິພາບທໍາລາຍລ້າງ ແລະ ເປັນໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນຢ່າງຕໍ່ເນື່ອງ. ເຈົ້າໜ້າທີ່ປະເມີນວ່າດ້ວຍອັດຕາການກວດກູ້ໃນປັດຈຸບັນ ອາດຕ້ອງໃຊ້ເວລາອີກ "ຮ້ອຍໆປີ" ເພື່ອທໍາລາຍລະເບີດທີ່ຕົກຄ້າງໃຫ້ໝົດສິ້ນ.

ທ່ານ ບຸນເພັງ ສີສະຫວັດ ກ່າວຕື່ມອີກວ່າ:ເພື່ອຫຼຸດຜ່ອນອຸບັດເຫດ, ທາງຄະນະກໍາມະການຄຸ້ມຄອງແຫ່ງຊາດ ໄດ້ເລັ່ງລົງໂຄສະນາເຜີຍແຜ່ຄວາມຮູ້ໃຫ້ກັບປະຊາຊົນ ແລະ ເດັກນ້ອຍໃນທົ່ວປະເທດ, ພ້ອມທັງແຈ້ງເຕືອນໃຫ້ລະມັດລະວັງ ກິດຈະກໍາທີ່ມີຄວາມສ່ຽງ ເຊັ່ນ: ການດັງໄຟ, ການຂຸດດິນທໍາການຜະລິດແລະ ການບໍ່ໄປແຕະຕ້ອງ ຫຼື ເຄື່ອນຍ້າຍລະເບີດ ເມື່ອພົບເຫັນໂດຍເດັດຂາດ.

ບມບ 80 ລານໜວຍທຍງຕກຄາງຄາດຄະເນຕອງໃຊເວລາເປນຮອຍປ ເພອກວດກໃຫໝດສນ - image 3
 

ທ່ານ ນາງ ລູນ່າ ຄວານເດີ ບຣູສແກະ ພະນັກງານວິຊາການປະຈຳໂຄງການຂອງອົງການຊ່ວຍເຫຼືອຈາກປະຊາຊົນນອກແວ (Norwegian People's Aid - NPA) ປະຈໍາລາວ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ກ່ຽວກັບຄວາມຮູ້ສຶກຂອງຕົນເອງ ແລະ ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ໃນປະເທດລາວ ໂດຍໄດ້ສະແດງຄວາມຮັກ, ຄວາມເຫັນໃຈ ແລະ ເສົ້າສະຫຼົດໃຈຕໍ່ສະພາບຄວາມເປັນຈິງ ທີ່ປະຊາຊົນລາວຍັງຕ້ອງປະເຊີນກັບຄວາມອັນຕະລາຍຈາກລະເບີດຕົກຄ້າງໃນຊີວິດປະຈໍາວັນ. ຈາກການລົງພື້ນທີ່ໄດ້ພົບກັບຜູ້ປະຕິບັດໜ້າທີ່ ລວມທັງຜູ້ໄດ້ຮັບຜົນກະທົບໃນແຂວງຕ່າງໆ ເຊັ່ນ: ແຂວງຈໍາປາສັກ, ອັດຕະປື, ເຊກອງ ແລະ ແຂວງຊຽງຂວາງ. ໂອກາດນີ້,ທ່ານ ນາງ ລູນ່າ ຄວານເດີ ບຣູສແກະ ຮຽກຮ້ອງໃຫ້ທົ່ວໂລກ ສືບຕໍ່ສະໜັບສະໜູນທຶນຮອນໄລຍະຍາວ ເພື່ອໃຫ້ການດໍາເນີນວຽກງານເກັບກວດກູ້ລະເບີດມີຄວາມຕໍ່ເນື່ອງ ແລະ ຍືນຍົງ ພ້ອມທັງຮຽນຮູ້ ແລະ ເຂົ້າເຖິງຄວາມຕ້ອງການທີ່ແທ້ຈິງຂອງຊຸມຊົນໃນທ້ອງຖິ່ນໃຫ້ດີຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ