ບົດຄວາມ: ສື່ມວນຊົນປະຕິວັດລາວ ກຳເນີດເກີດຂຶ້ນ ຕິດພັນກັບການປະຕິວັດ (ເນື່ອງໃນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ, 13/8/1950-13/8/2025)

ບົດຄວາມ: ສື່ມວນຊົນປະຕິວັດລາວ ກຳເນີດເກີດຂຶ້ນ ຕິດພັນກັບການປະຕິວັດ (ເນື່ອງໃນວັນສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 75 ປີ, 13/8/1950-13/8/2025)

ມູນເຊື້ອແຫ່ງການກຳເນີດເກີດຂຶ້ນຂອງພັກປະຊາຊົນປະຕິວັດລາວ ແລະ ກະແສຟອງແຫ່ງການຕໍ່ສູ້ກູ້ຊາດ ຍາດເອົາເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ ຈົນໄດ້ໄຊຊະນະຢ່າງສົມບູນ ຕິດພັນຢ່າງສະໜິດແໜ້ນ ກັບໝາກຜົນແຫ່ງການດໍາເນີນວຽກງານການເມືອງ-ແນວຄິດ ດ້ວຍການນໍາໃຊ້ຫຼາຍວິທີການ, ຫຼາຍພາຫະນະເພື່ອໂຄສະນາເຜີຍແຜ່ ກົນອຸບາຍຂອງສັດຕູ ແລະ ປຸກລະດົມຂົນຂວາຍ ກຳລັງແຮງຂອງປະຊາຊົນບັນດາເຜົ່າ. ໃນໄລຍະທໍາອິດຂອງການປະຕິວັດສາມຊາດອິນດູຈີນ, ການດຳເນີນວຽກງານການເມືອງ-ແນວຄິດ ນອກຈາກໂຄສະນາປາຖະກະຖາ ດ້ວຍປາກເປົ່າແລ້ວ, ຍັງນໍາໃຊ້ໃບປິວ-ໃບຂ່າວ ກໍຄືສື່ສິ່ງພິມ ຊຶ່ງແມ່ນພາຫະນະສື່ມວນຊົນ ຕາມທິດຊີ້ນໍາອັນຖືກຕ້ອງຂອງ “ພັກກອມມູນິດອິນດູຈີນ: ຕົ້ນກຳເນີດຂອງພັກປະຊາຊົນປະຕິວັດລາວ”[1].

 

ສະຫາຍ ຫງວຽນ ອາຍ ກວັກ ຫຼື ປະທານ ໂຮ່ຈິມິນ “ຜູ້ທີ່ມີຄວາມສະດຸ້ງໄວໃນການຮູ້ເຖິງກຳລັງແຮງ ແລະ ບົດບາດອັນຍິ່ງໃຫຍ່ຂອງສື່ມວນຊົນ ໃນການຕໍ່ສູ້ເພື່ອການປະຕິວັດ. ເພິ່ນ ໄດ້ຝຶກການຂຽນຂ່າວ, ກາຍເປັນນັກຂ່າວ, ແລ້ວກໍເຂົ້າຮ່ວມການສ້າງໜັງສືພິມ “Le Paria” (ຄົນທຸກຈົນ) ຢູ່ຝຣັ່ງ, ເປັນຜູ້ຮັບຜິດຊອບໂດຍກົງ ທັງເປັນຫົວໜ້າກອງບັນນາທິການ. ເມື່ອມາປະເທດຈີນ ເພື່ອກະກຽມການກຳເນີດເກີດຂຶ້ນຂອງພັກກອມມູນິດ ຫວຽດນາມ, ສະຫາຍ ຫງວຽນ ອາຍ ກວັກ ຮ່ວມກັບສະຫາຍຈໍານວນໜຶ່ງ ສ້າງຕັ້ງ ໜັງສືພິມປະຕິວັດ ສະບັບທໍາອິດຂອງຫວຽດນາມ ມີຊື່ວ່າ “ຊາວໜຸ່ມ), ແມ່ນອົງການທີ່ເປັນກະບອກສຽງຂອງສະມາຄົມຊາວໜຸ່ມປະຕິວັດຫວຽດນາມ ໂດຍເພິ່ນເປັນຫົວໜ້າກອງບັນນາທິການ, ທັງເປັນຜູ້ຂຽນຂ່າວ. ສະບັບທໍາອິດໄດ້ພິມຈໍາໜ່າຍ ໃນວັນທີ 21 ມິຖຸນາ 1925, ແມ່ນຂີດໝາຍປະຫວັດສາດຂອງວັນສື່ມວນຊົນປະຕິວັດຫວຽດນາມ”[2].

ພື້ນຖານຂອງສື່ມວນຊົນປະຕິວັດຫວຽດນາມ ໄດ້ເຊື່ອມຊຶມເຂົ້າໃນພື້ນຖານການປະຕິວັດສາມຊາດອິນດູຈີນ, ແມ່ນໜຶ່ງໃນທິດທາງຂອງການປະຕິວັດລາວ ແລະ ເງື່ອນໄຂກຳເນີດເກີດຂຶ້ນຂອງສື່ມວນຊົນປະຕິວັດລາວ ຊຶ່ງຕົວຈິງແລ້ວໃນ “ທ້າຍປີ 1924, ໃນຖານະເປັນກຳມະການຄະນະພາກຕາເວັນອອກຂອງຄະນະບໍລິຫານງານສາກົນກອມມູນິດ, ສະຫາຍ ຫງວຽນ ອາຍ ກວັກ ໄດ້ມາເຄື່ອນໄຫວຢູ່ກວາງໂຈວ (ປະເທດຈີນ), ເຂົ້າຮ່ວມການກໍ່ສ້າງຂະບວນການປະຕິວັດຂອງບັນດາປະເທດອາຊີອາຄະເນ ແລະ ຊຸກຍູ້ການສ້າງຕັ້ງພັກກອມມູນິດ ຢູ່ອິນດູຈີນ. ປີ 1925, ສະຫາຍສ້າງຕັ້ງສະມາຄົມຊາວໜຸ່ມຫວຽດນາມປະຕິວັດຮ່ວມອຸດົມການ. ຫຼັງຈາກນັ້ນ 3 ປີ ອົງການຈັດຕັ້ງຊາວໜຸ່ມດັ່ງກ່າວ ພ້ອມດ້ວຍບັນດາອົງການຈັດຕັ້ງມະຫາຊົນອື່ນໆເຊັ່ນ: ກຳມະບານ, ໜ່ວຍສົງເຄາະແດງ, ສະມາຄົມປະຊາມິດ ກໍໄດ້ຮັບການຈັດຕັ້ງຂຶ້ນຢູ່ວຽງຈັນ, ທ່າແຂກ, ບໍ່ໂພນຕິ້ວ, ບໍ່ແໜ່ງ, ສະຫວັນນະເຂດ ແລະ ປາກເຊ. ກາງປີ 1928, ຫງວຽນ ອາຍ ກວັກ ໄດ້ມາພາກອີສານຂອງປະເທດສະຫຍາມ ເພື່ອກໍ່ສ້າງ ແລະ ຊີ້ນໍາຂະບວນການ. ຫຼັງຈາກໄດ້ເປີດຊຸດອົບຮົມຢູ່ອຸດອນ, ສະຫາຍ ໄດ້ມອບໜ້າທີ່ໃຫ້ບັນດາສະຫາຍທີ່ເຄື່ອນໄຫວຢູ່ທ່າແຂກ, ຊຽງຫວາງ ແລະ ສະຫວັນະເຂດ. ຕໍ່ຈາກນັ້ນ, ສະຫາຍ ໄດ້ຮຽກໂຮມບັນດາສະຫາຍທີ່ເຄື່ອນໄຫວຢູ່ວຽງຈັນ ໄປປະຊຸມກັນຢູ່ວັດແຫ່ງໜຶ່ງໃນເມືອງໜອງຄາຍ ເພື່ອຊອກຮູ້ສະພາບການຢູ່ລາວ ເປັນຕົ້ນຢູ່ວຽງຈັນ. ໃນລະຫວ່າງທ້າຍປີ 1928, ສະຫາຍ ຫງວຽນ ອາຍ ກວັກ ໄດ້ປອມຕົວເປັນຊ່າງໄມ້ອອກຈາກດິນສະຫຍາມ ເຂົ້າມາລາວ ໂດຍຜ່ານເມືອງປາກເຊ ຍ່າງຂຶ້ນມາສະຫວັນນະເຂດ ເຖິງຊຽງຫວາງ ເພື່ອສັງເກດເບິ່ງສະພາບການ ແລະ ຊີວິດການເປັນຢູ່ຂອງປະຊາຊົນດ້ວຍຕົນເອງ, ແລ້ວກັບຄືນໄປປະເທດສະຫຍາມ. ແນວປູກປະຕິວັດ ຊຶ່ງ ຫງວຽນ ອາຍ ກວັກ ແລະ ນັກກອມມູນິດຄົນອື່ນໆ ໄດ້ຫວ່ານເຂົ້າໃນຂະບວນການກໍາມະກອນ ແລະ ຂະບວນການຮັກຊາດໃນເວລານັ້ນ ໄດ້ແຕກໜໍ່ຂະຫຍາຍຕົວຢ່າງໄວວາ ແລະ ໄດ້ກາຍເປັນກະແສຟອງປະຕິວັດ ຂອງມວນຊົນຢ່າງຟົດຟື້ນ.

ກອງປະຊຸມຢູ່ ຈິວລົງ (ຮົງກົງ-ປະເທດຈີນ) ແຕ່ວັນທີ 3-7 ກຸມພາ 1930 ມີຕົວແທນຈາກອິນດູຈີນ 5 ສະຫາຍ ແລະ ຜູ້ແທນສາກົນກອມມູນິດ ເຂົ້າຮ່ວມພາຍໃຕ້ການເປັນປະທານຂອງ ສະຫາຍ ຫງວຽນ ອາຍ ກວັກ; ກອງປະຊຸມ ໄດ້ເປັນເອກະສັນໂຮມເອົາ ພັກກອມມູນິດອານາມ, ພັກກອມມູນິດອິນດູຈີນ ແລະ ສັນນິບາດກອມມູນິດອິນດູຈີນ ເປັນພັກໜຶ່ງພັກດຽວ ໃສ່ຊື່ວ່າ; “ພັກກອມມູນິດຫວຽດນາມ”, ເດືອນຕຸລາ 1930 ກອງປະຊຸມສູນກາງພັກ ປ່ຽນຊື່ມາເປັນ “ພັກກອມມູນິດອິນດູຈີນ”. ຢູ່ລາວ ມາເຖິງກາງປີ 1931, ຮາກຖານພັກ ແລະ ຂະບວນການຕ່າງໆຂອງມະຫາຊົນ ທີ່ຫາກໍ່ເລີ່ມຕົ້ນຂະຫຍາຍຕົວ ກໍ່ຖືກປາບປາມຢ່າງໜັກ. ໃນຊຸມປີ 1933-1934, ອິດທິພົນຂອງພັກໄດ້ຂະຫຍາຍຕົວແຮງ ການເຄື່ອນໄຫວປະຕິວັດຂອງມວນຊົນ ໄດ້ລະເບີດຂຶ້ນຢ່າງກວ້າງຂວາງ; ການຕໍ່ສູ້ໄດ້ມີການຫວ່ານໃບປິວເປັນພາສາລາວ ແລະ ພາສາຫວຽດນາມ ໃນວັນສຳຄັນຕ່າງໆ ໄດ້ແຜ່ລາມອອກຢ່າງກວ້າງຂວາງຢູ່ວຽງຈັນ, ທ່າແຂກ, ສະຫວັນນະເຂດ. ປາກເຊ...”[3]. ນັ້ນຄືການເຜີຍແຜ່ໃບປິວ-ໃບຂ່າວ ຊຶ່ງແມ່ນສື່ສິ່ງພິມທີ່ເປັນພາຫະນະສື່ມວນຊົນທໍາອິດໃນໄລຍະນັ້ນ ແລະ ແມ່ນພື້ນຖານທີ່ເປັນມູນເຊື້ອຂອງການກໍາເນີດເກີດຂຶ້ນຂອງສື່ມວນຊົນປະຕິວັດລາວ.

ສື່ມວນຊົນປະຕິວັດລາວ ໄດ້ກໍ່ຮ່າງສ້າງຕົວຂຶ້ນຢ່າງຊັດເຈນ ພາຍຫຼັງ “ວັນທີ 6-7 ກັນຍາ 1934 ຜູ້ແທນຂອງບັນດາໜ່ວຍພັກ ຈໍານວນ 15 ສະຫາຍ ໄດ້ເຕົ້າໂຮມກັນເປີດກອງປະຊຸມໃຫຍ່ ຢູ່ດອນຊິງຊູ້ ເມືອງວຽງຈັນ. ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງ ຄະນະບໍລິຫານງານພັກກອມມູນິດອິນດູຈີນ ປະຈໍາແຄວ້ນລາວ ຊຸດທໍາອິດ ເອີ້ນຫຍໍ້ວ່າ: “ຄະນະພັກແຄວ້ນລາວ”. ຕໍ່ຈາກນັ້ນ, ຄະນະນໍາຂອງພັກຢູ່ນອກປະເທດ ໄດ້ມີຄໍາສັ່ງແນະນໍາເນັ້ນວ່າ: “ໜ້າທີ່ຂອງບັນດາສະຫາຍຢູ່ລາວ ຕ້ອງເປີດກວ້າງຖັນແຖວສະມາຊິກພັກ, ເປີດກວ້າງການຈັດຕັ້ງຊາວໜຸ່ມກອມມູນິດ ແລະ ອົງການມະຫາຊົນອື່ນໆ; ຕ້ອງມອບໜ້າທີ່ການນໍາພາໃນການໂຄສະນາໃຫ້ແກ່ບັນດາສະຫາຍລາວ”. ຄະນະພັກແຄວ້ນ ໄດ້ພິມຈໍາໜ່າຍໜັງສືພິມ “ເງື່ອງຈຸງ” ເປັນພາສາຫວຽດນາມ, ໜັງສືພິມ “ເພື່ອນຈົນ” ເປັນພາສາລາວ ແລະ ວາລະສານ “ໂບນເຊວິກ” ຂອງຄະນະນໍາຂອງພັກຢູ່ນອກປະເທດ ທັງເປັນພາສາລາວ ແລະ ພາສາຫວຽດນາມ. ການຈັດຕັ້ງກຳມະບານ ກໍໄດ້ພິມຈໍາໜ່າຍໜັງສືພິມ “ເພື່ອນກຳມະກອນ”, ຄະນະຊາວໜຸ່ມພິມຈໍາໜ່າຍໜັງສືພິມ “ເພື່ອນໜຸ່ມ”. ພ້ອມກັນນີ້, ອົງການຈັດຕັ້ງມະຫາຊົນອື່ນໆ ລ້ວນແຕ່ໄດ້ຮັບການປັບປຸງ ແລະ ຂະຫຍາຍສະມາຊິກເປັນຈໍານວນຫຼາຍ. ຂະບວນການຕໍ່ສູ້ມະຫາຊົນສືບຕໍ່ເຄື່ອນໄຫວແຮງ”([4]). ການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຜ່ານພາຫະນະສື່ມວນຊົນ ໄດ້ຊ່ວຍປັບປຸງ, ຂະຫຍາຍການຈັດຕັ້ງພັກ ແລະ ບັນດາອົງການຈັດຕັ້ງມະຫາຊົນ; ຊຸກຍູ້ວຽກງານປຸກລະດົມຂົນຂວາຍມະຫາຊົນ ຜູ້ທີ່ມີນໍ້າໃຈຮັກຊາດ ແລະ ກ້າວໜ້າ, ສາມັກຄີກັນຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ຟາຊິດ ຜູ້ຮຸກຮານລາວໃນເວລານັ້ນ ຊຶ່ງສາມາດປະກອບສ່ວນສຳຄັນໃນການເຕົ້າໂຮມກຳລັງແຮງ ຊຸກຍູ້ຂະບວນການລຸກຮືຂຶ້ນຢຶດອຳນາດ ແລະ ປະກາດເອກະລາດ ໃນວັນທີ 12 ຕຸລາ 1945.

ປີ 1946, ໃນເວລາທີ່ກອງກໍາລັງຮັກຊາດ ແລະ ປະຊາຊົນລາວ ຊຶ່ງນໍາພາໂດຍ ຄະນະພັກແຄວ້ນລາວ ເພື່ອຕ້ານກັບການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ຄັ້ງທີ 2 ນັ້ນ, ໃນແຕ່ລະເຂດແຂວງຂອງລາວ ນັບແຕ່ເໜືອຮອດໃຕ້ ໄດ້ເກີດມີໃບຂ່າວຂອງແຕ່ລະທ້ອງຖິ່ນເກີດຂຶ້ນ. ໃບຂ່າວ ໄດ້ເປັນສື່ສິ່ງພິມທີ່ສຳຄັນຢ່າງຫຼວງຫຼາຍ ເຂົ້າໃນການປຸກລະດົມຂົນຂວາຍປະຊາຊົນ ເຂົ້າຮ່ວມຂະບວນການປະຕິວັດ ຢ່າງກວ້າງຂວາງ ເຮັດໃຫ້ກຳລັງປະຕິວັດ ເຕີບໃຫຍ່ເຂັ້ມແຂງຢ່າງວ່ອງໄວ ພາຍໃຕ້ການນໍາພາຂອງຄະນະພັກແຄວ້ນລາວ. ເພື່ອປະຕິບັດຕາມແຜນນະໂຍບາຍ ເປີດກວ້າງຂະຫຍາຍແນວໂຮມ, ຂະຫຍາຍສົງຄາມປະຊາຊົນຢ່າງແຂງແຮງ, ໜີບຮັດກຳລັງສັດຕູ... ພັກເຮົາ ໄດ້ຮຽກໂຮມກອງປະຊຸມໃຫຍ່ ຜູ້ແທນປະຊາຊົນທົ່ວປະເທດ ໃນວັນທີ 13-15 ສິງຫາ 1950. ກອງປະຊຸມໃຫຍ່ຄັ້ງນັ້ນ, ໄດ້ຕົກລົງສ້າງຕັ້ງ “ແນວລາວອິດສະລະ” ແລະ “ລັດຖະບານລາວຕໍ່ຕ້ານ” ໂດຍມີ ສະເດັດເຈົ້າສຸພານຸວົງ ເປັນປະທານແນວລາວອິດສະລະ ແລະ ເປັນລັດຖະມະຫາເສນາ (ນາຍົກລັດຖະມົນຕີ) ລັດຖະບານລາວຕໍ່ຕ້ານ, ພ້ອມທັງໄດ້ວາງໂຄງການການເມືອງ 12 ຂໍ້ອອກ. ກອງປະຊຸມ ຍັງໄດ້ຕົກລົງສ້າງຕັ້ງ ໜັງສືພິມ ປະຕິວັດ ອັນໜຶ່ງອັນດຽວຂອງຕົນຂຶ້ນ ໃສ່ຊື່ວ່າ: ໜັງສືພິມ “ລາວອິດສະລະ” ຢ່າງເປັນທາງການ. ໜັງສືພິມນີ້, ຮູບນອກເປັນສຽງຂອງແນວລາວອິດສະລະ ແລະ ລັດຖະບານລາວຕໍ່ຕ້ານໃນເວລານັ້ນ, ແຕ່ເນື້ອແທ້ແມ່ນໜັງສືພິມຂອງພັກ ແລະ ເປັນໜັງສືພິມປະຕິວັດລາວ ສະບັບທໍາອິດທີ່ເກີດຂຶ້ນໃນເງື່ອນໄຂທີ່ມີຄວາມຫຍຸ້ງຍາກທີ່ສຸດ[5].

ໜັງສືພິມ ລາວອິດສະລະ ໄດ້ຮ່ວມການປະຕິວັດ ຜ່ານຜ່າຄວາມຫຍຸ້ງຍາກ ໄດ້ປ່ຽນຊື່ມາເປັນ ໜັງສືພິມ “ລາວຮັກຊາດ” ໃນວັນທີ 6 ມັງກອນ 1956 ກໍໄດ້ສືບຕໍ່ຕ້ານຈັກກະພັດໂຕໃໝ່ຜູ້ຮຸກຮານ ແລະ ລູກແລ້ງຕີນມື ຊຶ່ງ “ຜູ້ອຳນວຍການໃຫຍ່ ໜັງສືພິມ ລາວຮັກຊາດ ເວລານັ້ນແມ່ນ ທ່ານ ຄໍາຜາຍ ບຸບຜາ, ຫົວໜ້າຄະນະບັນນາທິການ ແມ່ນ ທ່ານ ສີຊະນະ ສີສານ, ຄະນະ ບກ ມີ ທ່ານ ສົມສີ ເດຊາຄໍາພູ, ທ່ານ ຈັນທອນ ທ່ຽງເທບວົງສາ, ທ່ານ ສຸວັນທອນ ບຸບຜານຸວົງ... ໃນປີ 1959 ຖືກຈັບເຂົ້າຄຸກໂພນເຄັງກັບບັນດາຜູ້ນໍາແນວລາວຮັກຊາດ. ໜັງສືພິມ ໄດ້ຍ້າຍໄປຈັດພິມຢູ່ຫວຽດນາມ, ປີ 1962 ມາພິມຢູ່ວຽງໄຊ ແຂວງຫົວພັນ. ວັນທີ 11 ສິງຫາ 1975 ຄືນມາຕັ້ງສຳນັກງານຢູ່ວຽງຈັນ, ປ່ຽນຊື່ມາເປັນ ໜັງສືພິມ “ສຽງປະຊາຊົນ”. ໃນວັນທີ 22 ມີນາ 1983 ໄດ້ປ່ຽນຊື່ມາເປັນ “ໜັງສືພິມປະຊາຊົນ” ຈົນຮອດປັດຈຸບັນ”[6].

ນັ້ນແມ່ນມູນເຊື້ອແຫ່ງການກຳເນີດເກີດຂຶ້ນຂອງສື່ມວນຊົນປະຕິວັດລາວ ທີ່ຕິດພັນກັບການປະຕິວັດ. ຫຼັງຈາກໜັງສືພິມ ລາວອິດສະລະ (ໜັງສືພິມປະຊາຊົນ ໃນປັດຈຸບັນ) ໄດ້ສ້າງຕັ້ງຂຶ້ນ ຕໍ່ມາສື່ມວນຊົນລາວ ສໍານັກຕ່າງໆ ກໍໄດ້ເກີດຂຶ້ນເຊັ່ນ: ວິທະຍຸກະຈາຍສຽງແຫ່ງຊາດ ໃນວັນທີ 13 ສິງຫາ 1960, ໜັງສືພິມກອງທັບ ໃນວັນທີ 20 ມັງກອນ 1965, ສໍານັກຂ່າວສານປະເທດລາວ ໃນວັນທີ 6 ມັງກອນ 1968, ໂທລະພາບແຫ່ງຊາດ ວັນທີ 1 ທັນວາ 1983”[7]...

ໂດຍ: ສ.ບຸດປະຊາ


[1]ຄະນະໂຄສະນາອົບຮົມສູນກາງພັກ, 60 ປີ ພັກປະຊາຊົນປະຕິວັດລາວ (22/03/1955 – 22/03/2015),ໂຮງພິມແຫ່ງລັດ, ປີ 2015, ໜ້າ 4.

[2]ໜັງສືພິມເຢິນເຢິນ: https://nhandan.vn/bao-chi-cach-mang-viet-nam-phat-huy-truyen-thong-ve-vang-tu-tin-vung-buoc-trong-ky-nguyen-moi-post888133.html

[3]ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ປະຫວັດສາດພັກປະຊາຊົນປະຕິວັດລາວ (ໂດຍສັງເຂບ), ໂຮງພິມແຫ່ງລັດ, ປີ 2010,ຄັດຈາກໜ້າ 10-17.

[4]ສະຖາບັນວິທະຍາສາດສັງຄົມແຫ່ງຊາດ, ປະຫວັດສາດພັກປະຊາຊົນປະຕິວັດລາວ (ໂດຍສັງເຂບ), ໂຮງພິມແຫ່ງລັດ, ປີ 2010, ຄັດຈາກໜ້າທີ18-20.

[5]ໜັງສືພິມປະຊາຊົນ, ວາລະສານສະບັບພິເສດ “ໜັງສືພິມປະຊາຊົນ ຄົບຮອບ 60 ປີ (13/8/1950-13/8/2010)”, ຄັດຈາກໜ້າທີ 8-9.

[6]ໜັງສືພິມປະຊາຊົນ, ວາລະສານສະບັບພິເສດ “ໜັງສືພິມປະຊາຊົນ ຄົບຮອບ 60 ປີ (13/8/1950-13/8/2010)”, ຄັດຈາກໜ້າທີ 10-14.

[7]ສະມາຄົມນັກຂ່າວ ແຫ່ງ ສປປ ລາວ; ຕົ້ນກຳເນີດ, ປະຫວັດສື່ມວນຊົນ ແລະ ການພິມຈໍາໜ່າຍ (65 ປີ ວັນສື່ມວນຊົນ ແລະ ການພິມຈໍາໜ່າຍ); ໜ້າ 19,

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ພິທີແນະນຳລົດໄຟຟ້າຫຼູ ສູ່ໂລກແຫ່ງພະລັງງານສະອາດ

ພິທີແນະນຳລົດໄຟຟ້າຫຼູ ສູ່ໂລກແຫ່ງພະລັງງານສະອາດ

ໃນວັນທີ 27 ຕຸລາ ນີ້ ທີ່ສູນ Deepal ບ້ານໂພນທັນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ຈັດພິທີແນະນຳລົດໄຟຟ້າຫຼູ Deepal ສູ່ໂລກແຫ່ງພະລັງງານສະອາດ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫຼວງນໍ້າທາ, ທ່ານ ນາງ ລີຊີເສີນ ທີ່ປຶກສາສະຖານທູດຈີນປະຈຳ ສປປ ລາວ, ທ່ານ ກວນ ສິນ ຮອງປະທານເຂດອາ ຊີຕາເວັນອອກສ່ຽງໃຕ້, ພ້ອມຜູ້ຕາງໜ້າບໍລິສັດ Chan An Automobile, ບັນດາແຂກຖືກເຊີນເຂົ້າ ຮ່ວມ.
ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ

ກຸ່ມບໍລິສັດ ສຽນເສີງ ສະໜັບສະໜູນ ທີມນັກກິລາເຕະບານ ນວ 500 ລ້ານກີບ

ກຸ່ມບໍລິສັດ ສຽນເສີງ ຈຳກັດ ສະໜັບສະໜູນທີມນັກກິລາເຕະບານ ທີມຍິງ-ຊາຍ ແລະ ຟຸດຊໍ ເຈົ້າພາບນະຄອນຫຼວງວຽງຈັນ (ນວ) 500 ລ້ານກີບ ກຽມເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນ ເກມ 2025 ຈະຈັດຂຶ້ນ ລະຫວ່າງວັນທີ 15-25 ພະຈິກ 2025 ນີ້.
ສກລ ສະຫວັນນະເຂດ ມີເງິນສະສົມກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ 20 ກວ່າຕື້ກີບ

ສກລ ສະຫວັນນະເຂດ ມີເງິນສະສົມກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນ 20 ກວ່າຕື້ກີບ

ສະຫາຍ ຄຳເກິ່ງ ສຸດທິເດດ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງສະຫວັນນະເຂດ ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ກ່ຽວກັບບົດລາຍງານການເມືອງຂອງຄະນະບໍລິຫານງານສະຫະພັນ ກໍາມະບານແຂວງສະໄໝທີ VIII ຕໍ່ກອງປະຊຸມໃຫຍ່ຜູ້ແທນສະຫະພັນກຳມະບານແຂວງສະຫວັນນະເຂດຄັ້ງທີ IX ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX ໂດຍສະຫາຍໄດ້ໃຫ້ຮູ້ວ່າ:
ເພີ່ມທະວີການພົວພັນຮ່ວມມືຂອງຄະນະກໍາມະການແຮງງານແຫ່ງຊາດ ແລະ ຂັ້ນແຂວງ

ເພີ່ມທະວີການພົວພັນຮ່ວມມືຂອງຄະນະກໍາມະການແຮງງານແຫ່ງຊາດ ແລະ ຂັ້ນແຂວງ

​ ຄວາມປອດໄພ ແລະ ສຸຂະພາບແຮງງານຖືເປັນສິ່ງສຳຄັນຕໍ່ຊາວຜູ້ອອກແຮງງານລາວ ຊຶ່ງພວກເຂົາເຫຼົ່ານັ້ນໄດ້ນໍາເອົາຜົນປະໂຫຍດອັນມະຫາສານມາໃຫ້ປະເທດຊາດ ຕາມຄຳຂວັນຂອງສາກົນທີ່ວ່າ: ພວກເຮົາບໍ່ສາມາດຖິ້ມຜູ້ໃດໄວ້ຂ້າງຫຼັງ ພວກເຮົາສົ່ງເສີມວຽກເຮັດງານທຳທີ່ມີຄຸນຄ່າ ແລະ ເປັນທຳຕໍ່ໝົດທຸກຄົນ.
ເຜີຍແຜ່ລະບຽບການຄຸ້ມຄອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ ທົ່່ວເມືອງໄຊບູລີ

ເຜີຍແຜ່ລະບຽບການຄຸ້ມຄອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ ທົ່່ວເມືອງໄຊບູລີ

ຂະແໜງຊົນລະປະທານ ພະແນກກະສິກຳ ແລະ ສິແວດລ້ອມແຂວງສະຫວັນນະເຂດ ຈັດກອງປະຊຸມເຜີຍແຜ່ລະບຽບການຄຸ້ມຄອງກຸ່ມຜູ້ນໍາໃຊ້ນໍ້າຊົນລະປະທານ ທົ່່ວເມືອງຂຶ້ນ ໃນວັນທີ 24 ຕຸລາຜ່ານມາ ທີ່ຫ້ອງວ່າການປົກຄອງເມືອງ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສຸພາລັກ ອາດບັນດິດ ຄະນະພັກ-ຄະນະພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ.
ການນໍາແຂວງ ລົງຊຸກຍູ້ວຽກງານການປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ

ການນໍາແຂວງ ລົງຊຸກຍູ້ວຽກງານການປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ

ເມື່ອບໍ່ດົນມານີ້ ທີ່່ສະໂມສອນເມືອງຫຼວງນໍ້າທາ, ທ່ານ ພິມແກ້ວ ທໍາມະສິນ ກໍາມະການພັກແຂວງ ຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານປູກພືດລະດູແລ້ງຢູ່ເມືອງຫຼວງນ້ຳທາ ໂດຍມີ ທ່ານ ບຸນຄົງ ພິມມະສອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ສະມາຊິກສະພາປະຊາຊົນແຂວງ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ

ສກລ ແຂວງສາລະວັນ ຖືວຽກງານປຸກລະດົມຂົນຂວາຍໂຄສະນາສຶກສາອົບຮົມການເມືອງ - ແນວຄິດ ເປັນວຽກງານຍຸດທະສາດ

ໃນໄລຍະຜ່ານມາ ຄະນະບໍລິຫານງານສະຫະພັນກໍາມະບານແຂວງສາລະວັນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ເປັນວຽກງານຍຸດທະສາດ. ສະຫາຍ ຈິດຕະກອນ ສາຍສະໝຸດປະທານສະຫະພັນກໍາມະບານແຂວງສາລະວັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນກໍາມະບານທົ່ວປະເທດ ຄັ້ງທີ IX ໃນຫົວຂໍ້: “ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ໃນວຽກງານປຸກລະດົມຂົນຂວາຍ, ໂຄສະນາສຶກສາອົບຮົມ ໃຫ້ແກ່ສະມາຊິກກໍາມະບານ, ກໍາມະກອນ ແລະ ຊາວຜູ້ອອກແຮງງານ” ໃນວັນທີ 27 ຕຸລາ ນີ້ ວ່າ: ສະຫະພັນກໍາມະບານແຂວງສາລະວັນ ມີການຈັດຕັ້ງກໍາມະບານທັງໜົດ 336 ພາກສ່ວນການຈັດຕັ້ງກໍາມະບານ ຊຶ່ງປະກອບມີ 13 ສະຫະພັນກໍາມະບານ, ໃນນັ້ນມີ 8 ສະຫະພັນກຳມະບານເມືອງ, 5 ສະຫະພັນກຳມະບານພະແນກການ, ມີ 40 ກຳມະບານຮາກຖານອ້ອມຂ້າງແຂວງ, ປັດຈຸບັນມີສະມາຊິກກຳມະບານທັງໝົດ 8,580 ຄົນ ຍິງ 4,376 ຄົນ, ສະມາຊິກກຳມະບານເປັນພະນັກງານ-ລັດຖະກອນ 7,547 ຄົນ, ເປັນນັກສຶກສາ ແລະ ກໍາມະກອນຈໍານວນ 1,033 ຄົນ, ມີຄະນະບໍລິຫານງານໃນທົ່ວແຂວງ ມີ 221 ຄົນ ຍິງ 55ຄົນ, ໃນນີ້ ຄະນະບໍລິຫານງານສະຫະພັນກຳມະບານແຂວງ 33 ຄົນ ຍິງ 12 ຄົນ, ມີພະນັກງານກໍາມະບານອາຊີບທັງໜົດ 65 ຄົນ ຍິງ 33 ຄົນ, ໃນນີ້ ປະຈໍາການຢູ່ສະຫະພັນກໍາມະບານແຂວງ 17 ຄົນ ຍິງ 8 ຄົນ, ປະກອບມີ 4 ຂະແໜງການ ຂຶ້ນກັບ ຄື: ຂະແໜງບໍລິຫານ, ຈັດຕັ້ງ-ກວດກາ ແລະ ຂະບວນການ, ໂຄສະນາອົບຮົມ-ຂ່າວສານ ແລະ ປົກປ້ອງແຮງງານ.
ບໍລິການລົດເມໂດຍບໍ່ເສຍຄ່າໃນງານບຸນພະທາດຫຼວງ

ບໍລິການລົດເມໂດຍບໍ່ເສຍຄ່າໃນງານບຸນພະທາດຫຼວງ

ຂ່າວດີມີບໍລິການລົດເມໂດຍບໍ່ເສຍຄ່າ ໃນງານບຸນພະທາດຫຼວງວຽງຈັນປະຈຳປີ 2025 ໃນລະຫວ່າງວັນທີ 1-5 ພະຈິກ 2025 ເລີ່ມແຕ່ເວລາ 17:00 ໂມງ ຫາ 22:30 ໂມງ * ຊຶ່ງຈຸດບໍລິການເຊື່ອມຕໍ່ລົດເມ BRT ວິວມໍ-ທາດຫຼວງ: 1. ສາຍທາງ: 21 ດົງໂດກ-ວິວມໍ 2. ສາຍທາງ: 23 ທ່າງ່ອນ-ວິວມໍ 3. ສາຍທາງ: 29 ດົງໂດກ-ວິວມໍ
ເຮືອແຟມມິລີ່-LDB ຊະນະເລີດໃນງານຊ່ວງເຮືອປະຈຳປີ 2025 ຂອງແຂວງວຽງຈັນ

ເຮືອແຟມມິລີ່-LDB ຊະນະເລີດໃນງານຊ່ວງເຮືອປະຈຳປີ 2025 ຂອງແຂວງວຽງຈັນ

ງານບຸນຊ່ວງເຮືອປະຈໍາປີ 2025 ຂອງແຂວງວຽງຈັນ ໄດ້ຈັດຂຶ້ນທີ່ທ່ານ້ຳບ້ານເກິນກາງ (ຫາດຊາຍທຽມ) ເມືອງທຸລະຄົມ ມີກໍານົດຄົບງັນ 7 ວັນ. ໃນນັ້ນ, ວັນທີ 25 ຕຸລາ 2025 ເປັນການແຂ່ງຂັນເຮືອກິລາ ປະເພດ 12 ສີພາຍ,​ ມີເຮືອເຂົ້າຮ່ວມຈໍານວນ 20 ລໍາ, ສໍາລັບວັນທີ 26 ຕຸລາ 2025 ເປັນມື້ເປີດງານບຸນ ແລະ ແຂ່ງຂັນຊ່ວງເຮືອຍາວປະເພນີ ປະເພດ 55 ສີພາຍ ມີເຮືອເຂົ້າຮ່ວມແຂ່ງຂັນຈໍານວນ 13 ລໍາ.
ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ

ຄໍາມ່ວນ ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກ

ໃນວັນທີ 26 ຕຸລານີ້, ແຂວງຄໍາມ່ວນ ຮ່ວມກັບ ເມືອງບົວລະພາ ແລະ ສະມາຄົມຂີ່ລົດຖີບພາຍໃນແຂວງໄດ້ຈັດກິດຈະກໍາຂີ່ລົດຖີບເພື່ອສຸຂະພາບ ແລະ ສະຫຼອງຫີນໜາມໜໍ່ເຂົ້າເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ (ໃນວັນທີ 13 ກໍລະກົດ 2025) ແລະ ເປັນມໍລະດົກໂລກທາງທໍາມະຊາດ ຮ່ວມຊາຍແດນແຫ່ງທໍາອິດ ລະຫວ່າງ ອຸທິຍານແຫ່ງຊາດຫີນໜາມໜໍ່ ແລະ ອຸທິຍານແຫ່ງຊາດ ຟອງ ຫຍ່າ ແກບາງ ສສ ຫວຽດນາມ ຊຶ່ງກິດຈະກໍາດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ໂຮງຮຽນມັດທະຍົມຕອນຕົ້ນຕາຫຼອງ ເມືອງບົວລະພາ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ, ມີການນໍາຂັ້ນແຂວງ, ຂັ້ນເມືອງ, ສະມາຄົມຂີ່ລົດຖີບຂອງແຂວງ, ມີນັກຂີ່ລົດຖີບຈາກພາກສ່ວນບໍລິສັດ, ລັດວິສາຫະກິດ, ຕ່າງແຂວງ ແລະ ຕ່າງປະເທດເຂົ້າຮ່ວມ.
ເພີ່ມເຕີມ