ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ

ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ

ສະຫາຍ ໂຕເລິມ ຢ້ຽມຢາມ ສປປ ລາວ ສັນຍາລັກແຫ່ງການພົວພັນຍຸດທະສາດພິເສດ ລາວ - ຫວຽດນາມ
ວັນທີ 5 ກຸມພາ 2026, ທີ່ນະຄອນຫຼວງວຽງຈັນ, ການຢ້ຽມຢາມ ສປປ ລາວ ໃນລະດັບລັດຖະບານ ຂອງສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ພ້ອມດ້ວຍຄະນະການຂັ້ນສູງຂອງຫວຽດນາມ ໄດ້ເລີ່ມຕົ້ນຢ່າງເປັນທາງການ ໃນບັນຍາກາດແຫ່ງມິດຕະພາບ, ຄວາມເຊື່ອໝັ້ນ ແລະ ຄວາມສາມັກຄີພິເສດອັນອົບອຸ່ນ. ສໍາລັບພັກ, ລັດ ແລະ ປະຊາຊົນລາວ, ນີ້ແມ່ນເຫດການທາງການເມືອງ – ການຕ່າງປະເທດ ທີ່ມີຄວາມໝາຍສໍາຄັນພິເສດ, ເປັນຂີດໝາຍແຫ່ງບາດກ້າວພັດທະນາໃໝ່ ໃນການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ.

 

ການຢ້ຽມຢາມຄັ້ງນີ້, ມີຄວາມໝາຍເປັນສັນຍາລັກອັນເລິກເຊິ່ງ, ເພາະນີ້ເປັນການເດີນທາງຢ້ຽມຢາມຕ່າງປະເທດຄັ້ງທໍາອິດ ຂອງສະຫາຍ ໂຕ ເລິມ ພາຍຫຼັງໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເລຂາທິການໃຫຍ່ອີກວາລະໜຶ່ງ ແລະ ລາວ ແມ່ນປະເທດທໍາອິດ ທີ່ຖືກເລືອກໃຫ້ເດີນທາງມາຢ້ຽມຢາມໃນລະດັບລັດຖະບານ. ຕາມປະເພນີທີ່ເປັນມູນເຊື້ອດ້ານການທູດຂອງບັນດາພັກກໍາອໍານາດ, ການເລືອກຈຸດໝາຍປາຍທາງທໍາອິດ ສະທ້ອນໃຫ້ເຫັນຢ່າງຊັດເຈນ ເຖິງລໍາດັບຄວາມສໍາຄັນທາງຍຸດທະສາດໃນການຕ່າງປະເທດ. ການທີ່ຫວຽດນາມ ເລີ່ມຕົ້ນວາລະການຕ່າງປະເທດໃໝ່ ດ້ວຍການຢ້ຽມຢາມ ສປປ ລາວ ແມ່ນເຫດການ ການເມືອງທີ່ເຂັ້ມແຂງ, ຢັ້ງຢືນໃຫ້ເຫັນວ່າ: ລາວ ສືບຕໍ່ເຖິງຈຸດພິເສດ ແລະ ມີຄວາມໝາຍທາງຍຸດທະສາດ ໃນຈິນຕະນາການ ການຕ່າງປະເທດຂອງຫວຽດນາມ.

ການຢ້ຽມຢາມຄັ້ງນີ້, ດໍາເນີນໄປໃນສະພາບການທີ່ສອງປະເທດ ລາວ ແລະ ຫວຽດນາມ ຫາກໍໄດ້ຈັດກອງປະຊຸມໃຫຍ່ຂອງພັກ ສໍາເລັດຜົນ ແລະ ກໍານົດບັນດາທິດທາງໃຫຍ່ ສໍາລັບການພັດທະນາປະເທດໃນໄລຍະໃໝ່. ນີ້ແມ່ນຈຸດເວລາທີ່ມີຄວາມໝາຍພິເສດ ເພື່ອໃຫ້ສອງພັກກໍາອໍານາດ ເພີ່ມທະວີການແລກປ່ຽນຍຸດທະສາດ, ແບ່ງປັນປະສົບການນໍາພາ, ບໍລິຫານການພັດທະນາ ແລະ ການກໍ່ສ້າງພັກ ໃນເງື່ອນໄຂໃໝ່, ພ້ອມທັງເປັນເອກະພາບບັນດາກໍານົດແນວທາງໄລຍະຍາວ ເພື່ອເຮັດໃຫ້ການພົວພັນສອງຝ່າຍ ມີຄວາມເລິກເຊິ່ງກວ່າເກົ່າ.

ໃນບັນດາການພົບປະປຶກສາຫາລື ແລະ ການພົວພັນຂັ້ນສູງທີ່ກໍາລັງດໍາເນີນຢູ່, ສອງຝ່າຍ ໄດ້ມສຸມໃສ່ປຶກສາຫາລືຢ່າງກວ້າງຂວາງ ແລະ ເລິກເຊິ່ງ ກ່ຽວກັບສະຖານະການໂລກ ແລະ ພາກພື້ນ, ພ້ອມທັງບັນດາບັນຫາຍຸດທະສາດການພົວພັນ ລາວ – ຫວຽດນາມ. ສອງຝ່າຍ ໄດ້ເນັ້ນໜັກຈຸດສໍາຄັນຂອງການສືບຕໍ່ຮັກສາຄວາມໄວ້ເນື້ອເຊື່ອໃຈທາງການເມືອງໃນລະດັບສູງສຸດ, ຖືນີ້ແມ່ນພື້ນຖານຫຼັກສໍາຄັນທີ່ສຸດ ເພື່ອຊຸກຍູ້ການຮ່ວມມືໃນທຸກຂົງເຂດ. ຄວາມເປັນຈິງສະແດງໃຫ້ເຫັນວ່າ: ລະດັບຄວາມໄວ້ເນື້ອເຊື່ອໃຈທາງການເມືອງ ລະຫວ່າງລາວ ແລະ ຫວຽດນາມ ແມ່ນຖືກຈັດຢູ່ໃນກຸ່ມທີ່ເລິກເຊິ່ງ ແລະ ໝັ້ນຄົງທີ່ສຸດໃນໂລກ, ສ້າງເງື່ອນໄຂອໍານວຍຄວາມສະດວກ ເພື່ອໃຫ້ສອງປະເທດ ຜັນຂະຫຍາຍບັນດາໂຄງການຮ່ວມມືໄລຍະຍາວ ແລະ ມີລັກສະນະຍຸດທະສາດ.

ເນື້ອໃນທີ່ພົ້ນເດັ່ນໃນການຢ້ຽມຢາມຄັ້ງນີ້ ແມ່ນສອງຝ່າຍ ໄດ້ເນັ້ນໜັກບົດບາດຂອງການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການຄ້າ ເປັນເສົາຄໍ້າທີ່ນັບມື້ສໍາຄັນຂອງການພົວພັນສອງຝ່າຍ. ປັດຈຸບັນ, ຫວຽດນາມ ແມ່ນໜຶ່ງໃນ 3 ນັກລົງທຶນຕ່າງປະເທດລາຍໃຫຍ່ທີ່ສຸດຢູ່ ສປປ ລາວ, ມີກວ່າ 240 ໂຄງການທີ່ຍັງມີຜົນບັງຄັບໃຊ້ ແລະ ມູນຄ່າທຶນຈົດທະບຽນລວມປະມານ 5,5 ຕື້ໂດລາ. ບັນດາໂຄງການຂອງວິສາຫະກິດຫວຽດນາມ ມຸ່ງເນັ້ນໃນບັນດາຂົງເຂດ: ພະລັງງານ, ແຮ່ທາດ, ກະສິກໍາ – ປ່າໄມ້, ໂທລະຄົມມະນາຄົມ, ການເງິນ – ການທະນາຄານ ແລະ ການບໍລິການ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ – ສັງຄົມຂອງລາວ ໂດຍສະເພາະ ໃນບັນດາທ້ອງຖິ່ນເຂດຫ່າງໄກສອກຫຼີກ, ເຂດທຸກຍາກ. ມູນຄ່າການຄ້າສອງຝ່າຍ ໄດ້ຮັກສາຢູ່ໃນລະດັບປະມານ 1,6–1,7 ຕື້ໂດລາຕໍ່ປີ ແລະ ໄດ້ເພີ່ມຂຶ້ນຢ່າງແຮງໃນປີ 2025 ເມື່ອໂຕເລກນີ້ບັນລຸເກືອບ 3 ຕື້ໂດລາ. ນີ້ສ່ອງແສງໃຫ້ເຫັນການເຊື່ອມໂຍງທີ່ນັບມື້ໜັກແໜ້ນຂຶ້ນຢ່າງຕໍ່ເນື່ອງ ລະຫວ່າງ ສອງເສດຖະກິດ.

ຄຽງຄູ່ກັບການຮ່ວມມືດ້ານເສດຖະກິດ, ການຮ່ວມມືດ້ານການສຶກສາ – ຝຶກອົບຮົມ ແລະ ການພັດທະນາແຫຼ່ງຊັບພະຍາກອນມະນຸດ ສືບຕໍ່ໄດ້ຮັບການຢືນຢັນວ່າ: ເປັນໜຶ່ງໃນບັນດາເສົາຄໍ້າທີ່ຍືນຍົງທີ່ສຸດຂອງການພົວພັນ ລາວ – ຫວຽດນາມ. ປັດຈຸບັນ, ຫວຽດນາມ ແມ່ນປະເທດທີ່ຮັບນັກສຶກສາລາວໄປສຶກສາຮໍ່າຮຽນຫຼາຍທີ່ສຸດ, ມີນັກສຶກສາລາວປະມານ 14.000–16.000 ຄົນ ກໍາລັງສຶກສາຢູ່ໃນບັນດາມະຫາວິທະຍາໄລ, ສະຖາບັນ ແລະ ສູນຝຶກອົບຮົມຂອງຫວຽດນາມ. ບຸກຄະລາກອນການນໍາ, ຜູ້ບໍລິຫານ ແລະ ຜູ້ຊ່ຽວຊານຈໍານວນຫຼາຍຂອງລາວ ໄດ້ຈົບຈາກບັນດາສະຖານສຶກສາຂອງຫວຽດນາມ, ກາຍເປັນກໍາລັງແກ່ນສານໃນລະບົບການເມືອງ ແລະ ເສດຖະກິດ – ສັງຄົມຂອງລາວ. ສິ່ງນີ້ສະທ້ອນໃຫ້ເຫັນວິໄສທັດຍຸດທະສາດໄລຍະຍາວຂອງຫວຽດນາມ ໃນການລົງທຶນເຂົ້າໃສ່ຊັບພະຍາກອນມະນຸດຂອງລາວ, ພ້ອມທັງສະແດງໃຫ້ເຫັນຢ່າງເລິກເຊິ່ງດ້ານມະນຸດສະທໍາພິເສດ ຂອງການພົວພັນ ລະຫວ່າງ ສອງປະເທດ.

ການຢ້ຽມຢາມຂອງສະຫາຍ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແມ່ນມີຄວາມໝາຍສໍາຄັນໃນການເສີມສ້າງການປະສານງານ ລະຫວ່າງ ສອງປະເທດ ໃນບັນດາເວທີພາກພື້ນ ແລະ ສາກົນ ໂດຍສະເພາະໃນກອບຂອງອາຊຽນ ແລະ ບັນດາກົນໄກການຮ່ວມມືອະນຸພາກພື້ນ. ລາວ ແລະ ຫວຽດນາມ ລ້ວນແຕ່ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາບັນຫາຍຸດທະສາດກ່ຽວກັບສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຍືນຍົງຂອງພາກພື້ນ. ພ້ອມກັນນັ້ນ, ກໍປະສານສົມທົບຢ່າງໃກ້ຊິດ ເພື່ອປົກປ້ອງຜົນປະໂຫຍດອັນຊອບທໍາຂອງແຕ່ລະຝ່າຍ ໃນສະພາບການແຂ່ງຂັນຍຸດທະສາດ ລະຫວ່າງ ບັນດາປະເທດໃຫຍ່ ທີ່ມີທ່າອ່ຽງເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ການຢ້ຽມຢາມຄັ້ງນີ້ ບໍ່ພຽງແຕ່ມີຄວາມໝາຍດ້ານການເມືອງ – ການຕ່າງປະເທດເທົ່ານັ້ນ, ແຕ່ຍັງມີຄຸນຄ່າຄວາມຈິງໃຈອັນເລິກເຊິ່ງ. ການທີ່ຜູ້ນໍາສູງສຸດຂອງພັກກອມມູນິດຫວຽດນາມ ເລືອກລາວເປັນຈຸດໝາຍປາຍທາງທໍາອິດ ໃນວາລະໃໝ່ ໄດ້ຮັບຮູ້ເຖິງຄໍາຢືນຢັນຢ່າງຈິງໃຈ ກ່ຽວກັບການພົວພັນອ້າຍນ້ອງອັນສັດຊື່ບໍລິສຸດ ລະຫວ່າງ ສອງຊາດລາວ - ຫວຽດນາມ. ນີ້ແມ່ນນໍ້າໃຈທີ່ຫາຍາກໃນການພົວພັນສາກົນ. ໄດ້ຮັບການຝຶກຝົນຫຼໍ່ຫຼອມຈາກປະຫວັດສາດການຕໍ່ສູ້ປະຕິວັດຮ່ວມກັນ, ຜ່ານການທົດສອບທີ່ຍາກລໍາບາກ ແລະ ໄດ້ຮັບເສີມສ້າງ ໃນພາລະກິດການສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນ.

ໃນການຢ້ຽມຢາມ, ສາມາດຢືນຢັນໄດ້ວ່າ: ນີ້ບໍ່ພຽງແຕ່ເປັນເຫດການທາງພິທີການເທົ່ານັ້ນ, ແຕ່ຫາກຍັງແມ່ນການຮ່ວມກັນຂອງວິໄສທັດຍຸດທະສາດ, ຜົນປະໂຫຍດການພັດທະນາໄລຍະຍາວ ແລະ ນໍ້າໃຈພິເສດ ລະຫວ່າງສອງປະຊາຊົນ. ການຢ້ຽມຢາມຂອງ ສະຫາຍ ໂຕເລິມ ໄດ້ສ້າງແຮງຈູງໃຈໃໝ່ໃຫ້ແກ່ການພົວພັນ ລາວ – ຫວຽດນາມ, ເຮັດໃຫ້ການພົວພັນຍຸດທະສາດພິເສດ ມີຄວາມເລິກເຊິ່ງຍິ່ງຂຶ້ນ, ພ້ອມທັງເປີດທັດສະນະການຮ່ວມມືກວ້າງຂວາງກວ່າ ໃນໄລຍະພັດທະນາໃໝ່ຂອງແຕ່ລະປະເທດ.

ຈາກນະຄອນຫຼວງວຽງຈັນ, ພວກເຮົາສາມາດຮັບຮູ້ໄດ້ຢ່າງຊັດເຈນວ່າ: ການຢ້ຽມຢາມນີ້ ບໍ່ພຽງແຕ່ສະທ້ອນເຖິງການສືບທອດມູນເຊື້ອມິດຕະພາບອັນຍິ່ງໃຫຍ່ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນຄວາມຕັດສິນໃຈທາງການເມືອງອັນແຂງແກ່ນຂອງຜູ້ນໍາສອງປະເທດ ໃນການນໍາພາການພົວພັນ ລາວ – ຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່, ໃຫ້ສົມກັບຄວາມຍິ່ງໃຫຍ່ທາງປະຫວັດສາດ ແລະ ຄວາມຕ້ອງການຂອງຍຸກສະໄໝ.

ໂດຍ: ສີວັນ

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ