ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2

ຈໍາປາສັກ ທາບທາມບຸກຄະລາກອນເຂົ້າໃນຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2
ແຂວງຈໍາປາສັກດໍາເນີນກອງປະຊຸມທາບທາມບຸກຄະລາກອນເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຮອບທີ 2 ແລະ ທາບທາມຮ່າງລາຍງານການເມືອງ, ແຜນ​ພັດທະນາ​ເສດຖະກິດ​ -​ ສັງຄົມ,​ ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງ ໄດ້​ຈັດຂຶ້ນໃນວັນທີ 21-22 ສິງຫານີ້​ ​ຢູ່ສະໂມສອນ​ແຂວງ​ ໂດຍການເປັນປະທານຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ​ ເລຂາຄະນະ​ບໍລິຫານ​ງານ​ພັກແຂວງ​ ເຈົ້າແຂວງຈຳປາສັກ.
ຈາປາສກ ທາບທາມບກຄະລາກອນເຂາໃນຄະນະບລຫານງານພກແຂວງ ສະໄໝທ IX ຮອບທ 2 - image 1
 

ໃນກອງປະຊຸມ, ສະຫາຍ ພູໂຂງ ພິລາເພັດ ຫົວໜ້າກົມພັກ ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມາດຕະຖານ, ເງື່ອນໄຂຜູ້ທີຈະສະໝັກເຂົ້າໃນໂຄງປະກອບຄະນະບໍລິຫານງານພັກແຂວງ ສະໄໝທີ IX ຊຶ່ງມີ 5 ດ້ານ ຄື: ມາດຕະຖານດ້ານຄຸນທາດການເມືອງ, ດ້ານຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດໍາລົງຊີວິດ, ດ້ານຄວາມຮູ້ - ຄວາມສາມາດ, ດ້ານແບບແຜນການນໍາພາ - ວິທີເຮັດວຽກ ແລະ ດ້ານສຸຂະພາບ. ນອກນີ້, ຍັງມີມາດຕະຖານສະເພາະ ຄື: ຕ້ອງມີທັດສະນະຫຼັກໝັ້ນການເມືອງໜັກແໜ້ນ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ທີ່ເກີດຂຶ້ນຢູ່ພາຍໃນ ແລະ ຕ່າງປະເທດ; ມີຄວາມບໍລິສຸດສັດຊື່ຕໍ່ພັກ, ຕໍ່ການຈັດຕັ້ງ, ຕໍ່ປະຊາຊົນ ແລະ ໝູ່ຄະນະ, ມີແບບແຜນດໍາລົງຊີວິດປອດໃສ, ບໍ່ສວຍໃຊ້ຖານະຕຳ ແໜງ, ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ, ຄອບຄົວ, ຍາດພີ່ນ້ອງ, ພັກພວກ, ທ້ອງຖິ່ນ ແລະ ຊົນເຜົ່າຂອງຕົນ, ມີຄວາມຮູ້ດ້ານທິດສະດີການເມືອງ, ວຽກງານກໍ່ສ້າງພັກ ແລະ ວຽກງານພະນັກງານ, ຮູ້ເຕົ້າໂຮມຄວາມສາມັກຄີ, ຮູ້ປຸກລະດົມຂົນຂວາຍມະຫາຊົນ, ຮູ້ຈັດຕັ້ງນໍາພາພະນັກງານ, ສະມາຊິກພັກ ປະຕິບັດໜ້າທີ່ການເມືອງຢູ່ຂະແໜງ ການ ແລະ ທ້ອງຖິ່ນຕົນແຕ່ລະໄລຍະ; ສາມາດອໍານວຍຄວບຄຸມວຽກງານ, ມີປະສົບການໃນໜ້າທີ່ວຽກງານຂົງເຂດທີ່ຕົນຮັບຜິດຊອບ, ມີຄວາມສາມາດແກ້ໄຂກໍລະນີຕ່າງໆຢ່າງຄ່ອງແຄ້ວຖືກຕ້ອງ ແລະ ທັນເວລາ. ນອກນີ້, ຍັງໄດ້ຜ່ານເງື່ອນໄຂຜູ້ທີ່ຈະເປັນກຳມະການຄະນະບໍລິຫານງານພັກແຂວງ ເທື່ອທຳອິດ, ມາດຕະຖານຂອງກຳມະການປະຈຳພັກແຂວງ, ກຳມະການຄະນະບໍລິຫານງານພັກແຂວງ, ມາດຕະຖານຂອງເລຂາ, ຮອງເລຂາຄະນະບໍລິຫານງານພັກແຂວງ, ມາດຕະຖານ - ເງື່ອນໄຂສະເພາະຂອງປະທານ - ຮອງແະມານຄະນະກວດກາພັກແຂວງ ຕື່ມອີກ.

ຈາປາສກ ທາບທາມບກຄະລາກອນເຂາໃນຄະນະບລຫານງານພກແຂວງ ສະໄໝທ IX ຮອບທ 2 - image 2
 

ສະຫາຍ ອາລຸນໄຊ ສູນນະລາດ ໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມກໍາແໜ້ນມາດຕະຖານລວມ ແລະ ມາດຕະຖານສະເພາະຂອງຜູ້ທີ່ຈະຄັດເລືອກເຂົ້າໃສ່ໂຄງປະກອບບຸກຄະລາກອນຄະນະບໍລິຫານງານພັກແຂວງ ພ້ອມທັງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ໃນຖານະເປັນສະມາຊິກພັກ ຕ້ອງແຍກແຍະ ເລື່ອງສ່ວນລວມ ແລະ ເລື່ອງສ່ວນຕົວ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານ ແລະ ເງື່ອນໄຂໂດດເດັ່ນກວ່າໝູ່ ເຂົ້າໃນໂຄງປະກອບບຸກຄະລາກອນຄະນະບລິຫານງານພັກແຂວງ ສະໄໝທີ IX.. ຈາກນັ້ນ, ຄະນະຮັບຜິດຊອບບຸກຄະລາກອນ ຈາກຄະນະຈັດຄັ້ງສູນກາງພັກ ກໍໄດ້ຜ່ານລະບຽບການທາບທາມ ແລະ ດໍາເນີນການປ່ອນບັດທາບທາມຮອບທີ 2. (ຂ່າວ-ພາບ: ທູນທອງໃຈ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ກະຊວງການຕ່າງປະເທດ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ກະຊວງການຕ່າງປະເທດ ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ

ໃນວັນທີ 25 ມີນາ ນີ້, ກະຊວງການຕ່າງປະເທດ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ; ມະຕິຂອງລັດຖະບານ ວ່າດ້ວຍ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024 ພ້ອມຫວນຄືນມູນເຊື້ອ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ; ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດ ເພື່ອປະເທດຊາດ ຄົບຮອບ 80 ປີ ແລະ ມູນເຊື້ອການກຳເນີດ ແລະ ຂະຫຍາຍຕົວຂອງສະຫະພັນກຳມະບານລາວ ຄົບຮອບ 70 ປີ
ກອງກອງຮ້ອຍທະຫານຊາຍແດນ 159 ອົບຮົມ ຫັດແອບການທະຫານປະຈຳປີ 2026

ກອງກອງຮ້ອຍທະຫານຊາຍແດນ 159 ອົບຮົມ ຫັດແອບການທະຫານປະຈຳປີ 2026

ກອງຮ້ອຍທະຫານຊາຍແດນ 159 ເມືອງບໍ່ແຕນ ແຂວງໄຊຍະບູລີ ໄດ້ຈັດຊຸດອົບຮົມຫັດແອນການທະຫານ, ການເມືອງ, ພາລາທິການ-ເຕັກນິກ ແລະ ວິຊາສະເພາະຄຸ້ມຄອງປ້ອງກັນຊາຍແດນປະຈຳປີ 2026 ຂຶ້ນຢູ່ທີ່ກອງຮ້ອຍດັ່ງກ່າວ ໃນວັນທີ 25 ມີນານີ້, ໂດຍການເປັນປະທານ ຂອງສະຫາຍ ຮອ ພຸດທະສັກ ທ່ຽງສານໄຊ ຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 159, ມີຄະນະພັກ, ຄະນະບັນຊາ, ນາຍ ແລະ ພົນທະຫານພາຍໃນກົມກອງ ເຂົ້າຮ່ວມ.
ການນຳ ສຊປລ ມອບເຄື່ອງໃຫ້ກອງພັນໃຫຍ່ ຈໍ 11 ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ການນຳ ສຊປລ ມອບເຄື່ອງໃຫ້ກອງພັນໃຫຍ່ ຈໍ 11 ແລະ ຄອບຄົວທີ່ໄດ້ຮັບຜົນກະທົບຈາກພາຍຸໝາກເຫັບ

ວັນທີ 25 ມີນາ ນີ້ ທີ່ສະໂມສອນໃຫຍ່ ກອງພັນໃຫຍ່ ຈໍ 11, ທ່ານ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ພ້ອມຄະນະ ໄດ້ລົງພື້ນທີ່ມອບເຄື່ອງຊ່ວຍເຫຼືອໃຫ້ກອງພັນໃຫຍ່ ຈໍ 11 ໃຫ້ກຽດຕ້ອນຮັບໂດຍ ທ່ານ ພັນເອກ ຄຳສາຍ ມຸນດວງສິງ ເລຂາຄະນະພັກ ຫົວໜ້າການເມືອງກອງພັນໃຫຍ່ ຈໍ 11 ພ້ອມຄະນະຕ້ອນຮັບ.
ມອບ-ຮັບ ເງິນລາງວັນໃຫ້ຜູ້ໂຊກດີ ຖືກລາງວັນທີ 1

ມອບ-ຮັບ ເງິນລາງວັນໃຫ້ຜູ້ໂຊກດີ ຖືກລາງວັນທີ 1

ມອບ-ຮັບລາງວັນໃຫ້ແກ່ຜູ້ໂຊກດີ ທີ່ຖືກລາງວັນທີ 1 ກັບ ບໍລິສັດລາວໂລໂຕ ຈຳກັດ (ຫວຍແຮັບປີ້ໂລໂຕ 5/45) ຊຶ່ງໄດ້ຈຳໜ່າຍເລີ່ມແຕ່ວັນທີ 12 ກຸມພາ 2022 ແລະ ຮອດປັດຈຸບັນແມ່ນ ອອກລາງວັນງວດທີ 32, ອອກຄັ້ງວັນທີ 18 ມີນາ 2026 ຜ່ານມານີ້ ຊຶ່ງຜູ້ໂຊກດີຖືກລາງວັນມູນຄ່າ 1,360,483,575 ກີບ. ຜູ້ໂຊກດີທີ່ຖືກລາງວັນດັ່ງກ່າວແມ່ນ ທ່ານ ນາງ ທິດາວັນ ລາດສະຄຳ ອາຍຸ 33 ປີ ບ້ານສະຫວ່າງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ມອບລາງວັນໂດຍ ທ່ານ ພຸດທະສັກ ພົມມະຈັກ ຮອງຜູ້ອຳນວຍການ ບໍລິສັດລັດວິສາຫະກິດຫວຍພັດທະນາ, ພ້ອມດ້ວຍສັກຂີພິຍານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ ຊຶ່ງພິທີໄດ້ຈັດຂຶ້ນໃນວັນທີ 25 ມີນານີ້ ທີ່ບໍລິສັດລັດວິສາຫະກິດຫວຍພັດທະນາ.
ກະຊວງຍຸຕິທຳ ປາຖະກະຖາ ສຳຄັນຂອງຊາດ

ກະຊວງຍຸຕິທຳ ປາຖະກະຖາ ສຳຄັນຂອງຊາດ

ກະຊວງຍຸຕິທຳ ໄດ້ຈັດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 71 ປີ ແລະ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອດ 80 ປີ ຂຶ້ນໃນວັນທີ 25 ມີນານີ້ ທີ່ກະຊວງດັ່ງກ່າວ, ໂດຍການປາຖະກະຖາຂອງ ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນການພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງຍຸຕິທຳ, ມີບັນດາຄະນະພັກ, ສະມາຊິກພັກ ແລະ ພະນັກງານວິຊາການພາຍໃນກະຊວງເຂົ້າຮ່ວມ.
ກອງປະຊຸມຄັ້ງທີ I ຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ

ກອງປະຊຸມຄັ້ງທີ I ຄະນະກໍາມະການຄຸ້ມຄອງນໍ້າແຫ່ງຊາດ

ກອງປະຊຸມຄັ້ງທີ I ຂອງຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 25 ມີນາ ນີ້ ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC) ພາຍໃຕ້ການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ປະທານຄະນະກຳມະການຄຸ້ມຄອງນ້ຳແຫ່ງຊາດ ມີບັນດາທ່ານລັດຖະມົນຕີ ແລະ ຮອງລັດຖະມົນຕີ, ສະມາຊິກຂອງຄະນະກຳມະການຄຸ້ມຄອງນໍ້າແຫ່ງຊາດ, ບັນດາທ່ານຜູ້ຕາງໜ້າຂັ້ນແຂວງທີ່ຢູ່ໃນຫ້ອງປະຊຸມ ແລະ ຜ່ານລະບົບທາງໄກ ເຂົ້າຮ່ວມ.
ປະທານຄະນະກໍາມະການປົກຄອງແຂວງເຊກອງ ເນັ້ນ 4 ບັນຫາໃຫ້ສືບຕໍ່ປະຕິບັດໃນໄຕມາດ II

ປະທານຄະນະກໍາມະການປົກຄອງແຂວງເຊກອງ ເນັ້ນ 4 ບັນຫາໃຫ້ສືບຕໍ່ປະຕິບັດໃນໄຕມາດ II

ທ່ານ ຂັນຕີ ສີລະວົງສາ ປະທານຄະນະກຳມະການປົກຄອງແຂວງເຊກອງ ໄດ້ເນັ້ນໜັກ ແລະ ຊີ້ນໍາ ຕໍ່ບັນດາທ່ານໃນຄະນະກຳມະການປົກຄອງແຂວງ, ປະທານຄະນະກຳມະການປົກຄອງເມືອງ, ຫົວໜ້າພະແນກການ, ອົງການທຽບເທົ່າໃນທົ່ວແຂວງ ໃຫ້ເອົາໃຈໃສ່ 4 ບັນຫາທີ່ສຳຄັນ ທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດວຽກງານໃນໄຕມາດ II 2026 ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້ຄື:
ກອງປະຊຸມ 3 ຝ່າຍຂັ້ນແຂວງ ເພື່ອປ້ອງກັນການໃຊ້ແຮງງານເດັກ ຢູ່ຫຼວງພະບາງ

ກອງປະຊຸມ 3 ຝ່າຍຂັ້ນແຂວງ ເພື່ອປ້ອງກັນການໃຊ້ແຮງງານເດັກ ຢູ່ຫຼວງພະບາງ

ວັນທີ 25 ມີນານີ້ ທີ່ໂຮງແຮມສຸພັດຕາ, ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມປຶກສາຫາລື ວຽກງານຮ່ວມມືຂອງຄະນະກໍາມະການ 3 ຝ່າຍຂັ້ນແຂວງ ພາຍໃຕ້ໂຄງການປົກປ້ອງເດັກ ເພື່ອປ້ອງກັນການໃຊ້ແຮງງານເດັກ, ໂດຍເປັນປະທານຂອງ ທ່ານ ມີໄຊ ໄຊເກີຢາຈົງຕົວ ຫົວໜ້າພະແນກແຮງງານ ແລະ ສະຫວັດດິການແຂວງ, ມີພາກສ່ວນກ່ຽວຂ້ອງຈາກສູນກາງ, ຂັ້ນແຂວງ ແລະ ຂັ້ນເມືອງ, ພ້ອມດ້ວຍຄະນະຮັບຜິດຊອບໂຄງການ ເຂົ້າຮ່ວມ.
ຫຼວງນ້ຳທາ ລົງເກັບກຳຂໍ້ມູນພະທາດປຸມປຸກ ກຽມສະເໜີເປັນມໍລະດົກແຫ່ງຊາດ ລະດັບ ທ້ອງຖິ່ນ

ຫຼວງນ້ຳທາ ລົງເກັບກຳຂໍ້ມູນພະທາດປຸມປຸກ ກຽມສະເໜີເປັນມໍລະດົກແຫ່ງຊາດ ລະດັບ ທ້ອງຖິ່ນ

ວັນທີ 24 ມີນາຜ່ານມານີ້, ທີມງານຈາກກົມມໍລະດົກ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ສົມທົບກັບ ພະແນກ ວັດທະນະທໍາ ແລະ ການທ່ອງທ່ຽວ ແຂວງຫຼວງນ້ຳທາ, ຫ້ອງການ ວັດທະນະທໍາ ແລະ ການທ່ອງທ່ຽວ ເມືອງຫຼວງນ້ຳທາ ລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ກວດກາພື້ນທີ່ຕົວຈິງ ຢູ່ທີ່ພະທາດປຸມປຸກ ເມືອງຫຼວງນ້ຳທາ ເພື່ອກະກຽມຄວາມພ້ອມໃນການ ສະເໜີຮັບຮອງເອົາພະທາດດັ່ງກ່າວ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ.
ຊາວໜຸ່ມແຂວງຫຼວງພະບາງ ຮັບຟັງການເຜີຍແຜ່ເອກະສານສຳຄັນ

ຊາວໜຸ່ມແຂວງຫຼວງພະບາງ ຮັບຟັງການເຜີຍແຜ່ເອກະສານສຳຄັນ

ກອງປະຊຸມເຜີຍບັນດາເອກະສານປິ່ນອ້ອມ ກ່ຽວກັບວຽກງານຊາວໜຸ່ມ ຢູ່ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນເມື່ອບໍ່ດົນຜ່ານມານີ້ ຢູ່ສະໂມສອນກອງບັນຊາການທະຫານແຂວງ. ໂດຍເປັນປະທານຂອງ ທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ມີທ່ານ ໄພວັນ ຈັນທະສຸກ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ມີໜ່ວຍຊາວໜຸ່ມພະແນກການ, ກົມກອງ, ກອງບັນຊາການ ແລະ ສະມາຊິກຊາວໜຸ່ມພາຍໃນແຂວງ ເຂົ້າຮ່ວມ.
ເພີ່ມເຕີມ