![]() |
ໃນນີ້, ແມ່ນໄດ້ຕິດຕາມບໍລິສັດຂຸດຄົ້ນຫີນ ຢູ່ບ້ານທອກນາຍໍ ເມືອງທ່າແຂກ ເພື່ອຕິດຕາມເບິ່ງເຂດການສຳປະທານ ແລະ ການຂຸດຄົ້ນຕົວຈິງ ວ່າມີຜົນກະທົບຕໍ່ສິ່ງແວດລ້ອມ ຫຼື ມີຜົນກະທົບຕໍ່ການດຳລົງຊີວິດຂອງພໍ່-ແມ່ປະຊາຊົນໃນເຂດໃກ້ຄຽງຄືແນວໃດ, ຕິດຕາມ ເຂດອ່າງນໍ້າປະປາ ຢູ່ເມືອງມະຫາໄຊ ທີ່ເກົ່າແກ່ຊຸດໂຊມ ເນື່ອງຈາກມີການກໍ່ສ້າງມາຫຼາຍສິບປີ ຊຶ່ງທາງອຳນາດການປົກຄອງເມືອງກໍໄດ້ມີແຜນ ສະເໜີເພື່ອປັບປຸງສ້ອມແປງ ພ້ອມທັງແຜນຂະຫຍາຍນໍ້າປະປາໄປຫາບ່ອນທີ່ຍັງທັນບໍ່ໄດ້ຊົມໃຊ້ ໃນເຂດເທສະບານເມືອງ. ຈາກນັ້ນ, ກໍໄດ້ຕິດຕາມເບິ່ງໂຮງງານຜະລິດປຸ໋ຍ ຢູ່ເຂດເສດຖະກິດພິເສດ ທ່າແຂກ ຂອງບໍລິສັດ ດີເອັມ ເອັດອີແຊັດ ຈຳກັດຜູ້ດຽວ ປັດຈຸບັນແມ່ນກຳລັງດຳເນີນການກໍ່ສ້າງໂຮງງານ ຊຶ່ງຈະມີການຜະລິດປຸ໋ຍແບບປະສົມປະສານປຸ໋ຍຊີວະພາບ ປູກພືດຜັກກິນໃບ ແລະ ປຸ໋ຍເຄມີແບບປະສົມ ໂດຍນໍາໃຊ້ວັດຖຸດິບຫຼັກຈາກແຮ່ ໂພເທສຊ່ຽມ ຈາກໂຮງງານເກືອກາລີ ທີ່ມີການຜະລິດຢູ່ແຂວງຄຳມ່ວນ ແລະ ຕິດຕາມເບິ່ງການຍົກຍ້າຍເສົາໄຟຟ້າ ໃນເຂດເທສະບານແຂວງ ເພື່ອກະກຽມຂະຫຍາຍເສັ້ນທາງໃຫ້ມີຄວາມກວ້າງຂວາງ ແລະ ສະດວກໃນການສັນຈອນຂອງພາຫະນະຢູ່ໃນເຂດຕົວເມືອງ.
![]() |
(ຂ່າວ-ພາບ: ກອງຄໍາ)


ຄໍາເຫັນ