ເຈົ້າແຂວງຄໍາມ່ວນຕ້ອນຮັບປະທານສະມາຄົມຮ່ວມມືຝຣັ່ງ-ລາວ

ເຈົ້າແຂວງຄໍາມ່ວນຕ້ອນຮັບປະທານສະມາຄົມຮ່ວມມືຝຣັ່ງ-ລາວ
ໃນຕອນເຊົ້າຂອງວັນທີ 31 ຕຸລານີ້ ທີ່ສໍານັກງານປົກຄອງແຂວງຄໍາມ່ວນ,ທ່ານ ແກ້ວອຸດົມ ລອດທໍາມະວົງ ຜູ້ອໍານວຍການໂຮງໝໍແຂວງຄໍາມ່ວນໄດ້ນໍາພາທ່ານ ນາງ ມາກຕິນ ລັງນົວ (MmeMartine LANNOY) ປະທານສະມາຄົມຮ່ວມມືຝຣັ່ງ-ລາວພ້ອມຄະນະເຂົ້າຢ້ຽມຂໍ່ານັບທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ. 
ໂອກາດນີ້, ທ່ານ ນາງ ມາກຕິນ ລັງນົວກໍໄດ້ແຈ້ງຈຸດປະສົງການມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຄໍາມ່ວນວ່າ: ສະມາຄົມຮວ່ມມື ຝຣັ່ງ-ລາວ ຊຶ່ງໄດ້ດໍາເນີນມາເປັນເວລາ 23 ປີ, ເລີ່ມແຕ່ປີ 1996-2019. ສະມາຄົມຮ່ວມມື ຝຣັ່ງ-ລາວ ໄດ້ຮັບອະນຸຍາດຈາກລັດຖະບານ ແລະ ກະຊວງສາທາລະນະສຸກໃຫ້ເຂົ້າມາຮ່ວມມືພັດທະນາທາງດ້ານເຕັກນິກວິຊາການ  ແລະ ພື້ນຖານໂຄງລ່າງຂອງໂຮງໝໍແຂວງຄຳມ່ວນໃນປີ 1996 ເປັນຕົ້ນມາພາຍໃຕ້ການເປັນປະທານຂອງທ່ານ ບວກເຊີຣີ ຈົນຮອດປີ 2010, ຫຼັງຈາກນັ້ນແມ່ນ ທ່ານ ຕຣັງ ແມັງ ເປັນປະທານ ແຕ່ປີ 2010-2019 ແລະໃນປັດຈຸບັນສະມາຄົມໄດ້ເລືອກເອົາທ່ານ ນາງ ມາກຕິນ ລັງນົວ ເປັນປະທານຕໍ່.
ປີ 1997 ແມ່ນໄດ້ສົ່ງທີມງານທຳອິດມາ,ພາຍຫຼັງໄດ້ມີການຈັດຕັ້ງ ແລະ ວາງແຜນການດຳເນີນງານກັບຝ່າຍລາວ. ໂດຍການປະຈຳການຂອງທ່ານ ນາງ ລຸຍໂປນ ຮອງປະທານສະມາຄົມຮ່ວມມືຝຣັ່ງ-ລາວ ໄດ້ເຮັດໃຫ້ມີການພັດທະນາເຕີບໃຫຍ່ຂຶ້ນ  ແລະ ຕິດຕາມມາດ້ວຍກິດຈະກຳຕ່າງໆທີ່ນຳມາສູ່ໂຮງໝໍແຂວງຄຳມ່ວນ ຊຶ່ງ ACFL ໄດ້ເປັນສື່ກາງພິເສດລະຫວ່າງອຳນາດການປົກຄອງຂອງ ສປປ ລາວ ແລະ ສາທາລະນະລັດຝຣັ່ງ. ACFL ໄດ້ຈັດຕັ້ງແລະນຳສົ່ງຄະນະແພດຜູ້ຊ່ຽວຊານການແພດສາຂາຕ່າງໆມາຊ່ວຍປັບປຸງແລະຝຶກອົບຮົມກັບທີ່ໃຫ້ແກ່ພະນັກງານໂຮງໝໍແຂວງຄຳມ່ວນຈຳນວນ 40 ຄະນະໂດຍສະເລ່ຍແມ່ນ 6 ເດືອນຕໍ່ປີເພື່ອຍົກລະດັບຄວາມຮູ້-ຄວາມສາມາດຂອງແພດລາວໂດຍສະເພາະແມ່ນໃນຂົງເຂດຜ່າຕັດ ຊຶ່ງມີບັນດາຊ່ຽວຊານຜ່າຕັດຜົ້ງທ້ອງ,ໄຂ່ຫຼັງ, ກະດູກ, ຜ່າຕັດຄາງກະໄຕ ແລະໃບໜ້າ, ຜ່າຕັດຕ່ອມຂັບຍ່ອຍໃນ, ຜ່າຕັດປະສູດລູກ-ພະຍາດຍິງ ແລະ ຜ່າຕັດດັດແປງຕ່າງໆ. ພ້ອມກັນນັ້ນກໍໄດ້ສົ່ງຜູ້ຊ່ຽວຊານມາຊ່ວຍທາງດ້ານວິເຄາະ, ສ້ອມແປງອຸປະກອນການແພດ, ໄດ້ສົ່ງເຄື່ອງມືແລະອຸປະກອນການແພດຈຳນວນຫຼາຍຕູ້ຄອນເທັນເນີມາຊ່ວຍໂຮງໝໍແຂວງຄຳມ່ວນ ພ້ອມສົ່ງຜູ້ປະສານງານຂອງສະມາຄົມມາປະຈຳການຢູ່ໂຮງໝໍແຂວງຄຳມວ່ນ ຈົນໄດ້ຮັບຫຼຽນໄຊມິດຕະພາບຈາກລັດຖະບານລາວ.
   ມາຮອດທ້າຍປີ 1999 ເຂດໂຣນອານ-ເປີ ສາທາລະນະລັດຝຣັ່ງໄດ້ເຂົ້າມາໃຫ້ການສະໜັບສະໜູນທາງດ້ານການເງິນແລະຮ່ວມມືພັດທະນາກັບແຂວງຄຳມ່ວນໃນດ້ານຕ່າງໆເຊັ່ນ: ວຽກງານສາທາລະນະສຸກ, ວຽກງານພັດທະນາຊົນນະບົດ, ການຝຶກອົບຮົມວິຊາຊີບ, ວຽກງານການຮຽນພາສາຝຣັ່ງ, ວຽກງານການທ່ອງທ່ຽວ ແລະ ໃຫ້ທຶນແກ່ພະນັກງານ-ລັດຖະກອນລາວຈຳນວນໜຶ່ງໄປຝຶກອົບຮົມທາງດ້ານບໍລິຫານ ແລະ ວິຊາການຈຳນວນໜຶ່ງຢູ່ປະເທດຝຣັ່ງ. ການຮ່ວມມືດັ່ງກ່າວໄດ້ແບ່ງອອກເປັນ 3 ໄລຍະຄື: ໄລຍະທີ 1(1999-2001), ໄລຍະທີ 2(2002-2005), ໄລຍະທີ 3(2006-2010) ອີງຕາມບົດບັນທຶກຄວາມເຂົ້າໃຈການພົວພັນຮ່ວມມື ລະຫວ່າງ ແຂວງຄຳມ່ວນ ແລະ ເຂດໂຣນ-ອານເປີ ສາທາລະນະລັດຝຣັ່ງຄັ້ງວັນທີ 23/11/1999 ທີ່ປະເທດຝຣັ່ງ, ວັນທີ 5/11/2001 ທີ່ແຂວງຄຳມ່ວນ, ວັນທີ 30/9/2005 ທີ່ປະເທດຝຣັ່ງ. ໃນນັ້ນບັນດາກິດຈະກຳການຊ່ວຍເຫຼືອທາງດ້ານສາທາລະນະສຸກແມ່ນໄດ້ມອບໃຫ້ສະມາຄົມຮ່ວມມື ຝຣັ່ງ-ລາວ (ACFL) ເປັນຜູ້ຈັດຕັ້ງປະຕິບັດຈົນຮອດປີ 2010. ພາຍຫຼັງໝົດສັນຍາລະຫວ່າງແຂວງຄຳມ່ວນ ແລະ ເຂດໂຣນ-ອານເປີ ແລ້ວທາງສະມາຄົມຮ່ວມມື ຝຣັ່ງ-ລາວ ກໍຍັງໄດ້ສືບຕໍ່ຊ່ວຍເຫຼືອທາງດ້ານເຕັກນິກ ແລະ ອຸປະກອນທາງດ້ານການແພດໃຫ້ແກ່ແຂວງຄຳມ່ວນ,ໂດຍສະເພາະແມ່ນໂຮງໝໍແຂວງຄຳມ່ວນ ຕະຫຼອດມາ, ຄັ້ງຫຼ້າສຸດທີ່ທາງສະມາຄົມໄດ້ສົ່ງຜູ້ຊ່ຽວຊານມາຕິດຕັ້ງລະບົບທໍ່ອົກຊີແຊນ, ລະບົບທໍ່ອາກາດຄວາມດັນບວກ ແລະ ຄວາມດັນລົບ ພ້ອມດ້ວຍອຸປະກອນການແພດຕ່າງໆຈຳນວນ 1 ຕູ້ຄອນເທນເນີ່ໃຫຍ່ມາໃນຕົ້ນປີ 2019.
ຕະຫຼອດໄລຍະການຮ່ວມມືທີ່ຜ່ານມາທາງສະມາຄົມຮ່ວມມື ຝຣັ່ງ-ລາວ ໄດ້ໃຫ້ການຊ່ວຍເຫຼືອໂຮງໝໍແຂວງຄຳມ່ວນໃນດ້ານຕ່າງໆຄິດເປັນມູນຄ່າ 230.000 ໂດລາ. ດ້ານລາຍຈ່າຍສຳລັບຊ່ຽວຊານຝຣັ່ງມາຝຶກອົບຮົມໃຫ້ແກ່ພະນັກງານແພດ ແລະ ວິເຄາະໂຮງໝໍແຂວງມູນຄ່າທັງໝົດ  83.885 ເອີໂຣ ແລະ ລາຍຈ່າຍຝຶກອົບຮົມແພດລາວຢູ່ພາຍໃນ ແລະ ຕ່າງປະເທດພາຍໃຕ້ການສະໜັບສະໜູນດ້ານການເງິນຈາກສະມາຄົມຮ່ວມມືຝຣັ່ງ-ລາວ ລວມມູນຄ່າທັງໝົດ 97.000 ເອີໂຣ.
ໃນການມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຄໍາມ່ວນໃນຄັ້ງນີ້ປະທານສະມາຄົມຮ່ວມມືຝຣັ່ງ-ລາວ ກໍໄດ້ນໍາເອົາອຸປະກອນການແພດທີ່ຈໍາເປັນຈໍານວນໜຶ່ງເພື່ອມອບໃຫ້ໂຮງໝໍແຂວງຄໍາມ່ວນເຊັ່ນ : ເຄື່ອງເອໂກຈໍານວນ 6 ເຄື່ອງ, ຈັກໃສ່ຢາສະຫຼົບ, ຕູ້ອົບທາຣົກ (ເດັກເກີດໃໝ່), ລະບົບທໍ່ອາກາດຄວາມດັນບວກ-ຄວາມດັນລົບທີ່ໃຊ້ໃນຫ້ອງຜ່າຕັດ ແລະ ຫ້ອງໄອຊີຢູ, ຕຽງນອນໄຟຟ້າສໍາລັບຄົນເຈັບ ແລະ ເຄື່ອງມືການແພດຊະນິດອື່ນໆລວມມູນຄ່າທັງໝົດ 5 ແສນກວ່າເອີໂຣ. ພ້ອມນັ້ນຍັງຈະໄດ້ສືບຕໍ່ປະສານສົມທົບກັບລັດຖະບານລາວ ແລະ ອໍານາດການປົກຄອງແຂວງຄໍາມ່ວນໃນການເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດສາທາລະນະສຸກ ແລະ ລົງໄປຕິດຕາມເບິ່ງສະພາບພື້ນຖານໂຄງລ່າງຂອງໂຮງໝໍເມືອງຈໍານວນໜຶ່ງພາຍໃນແຂວງທີ່ເຫັນວ່າຄວາມຕ້ອງການດ້ານອຸປະກອນການແພດເຊັ່ນ: ເມືອງຄູນຄໍາ ,ເມືອງຍົມມະລາດ ແລະ ເມືອງນາກາຍພ້ອມທັງມີການຝຶກອົບຮົມໃຫ້ແກ່ພະນັກງານແພດໝໍໃນແຕ່ລະເມືອງໃຫ້ຮູ້ຈັກວິທີການນໍາໃຊ້ເຄື່ອງມືແພດດັ່ງກ່າວ. ສໍາລັບເຄື່ອງຊ່ວຍເຫຼືອຕ່າງໆແມ່ນໄດ້ມາຈາກການປະກອບສ່ວນຂອງພາກສ່ວນຕ່າງໆພາຍໃນປະເທດຝຣັ່ງໂດຍຜ່ານສະມາຄົມຮ່ວມມືຝຣັ່ງ-ລາວ; ໃນໂອກາດນີ້ທ່ານເຈົ້າແຂວງຄໍາມ່ວນກໍໄດ້ກ່າວຕ້ອນຮັບ ແລະ ສະແດງຄວາມຂອບໃຈມາຍັງທ່ານ ນາງ ມາກຕິນລັງນົວພ້ອມຄະນະທີ່ໄດ້ມາເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຄໍາມ່ວນພ້ອມກັນນັ້ນທ່ານເຈົ້າແຂວງຍັງໄດ້ສະເໜີມາຍັງສະມາຄົມຊ່ວຍຝຶກອົບຮົມພະນັກງານແພດໝໍຢູ່ໂຮງໝໍແຂວງ ແລະ ບັນດາໂຮງໝໍເມືອງພາຍໃນແຂວງໃຫ້ມີຄວາມຊໍານິຊໍານານເພື່ອຮອງຮັບກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)

ຄໍາເຫັນ

ຂ່າວການຮ່ວມມື

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເອກະສານ​ສະບັບ​ນີ້ ເປັນ​ໝາກຜົນ​ໄລຍະ​ໜຶ່ງຂອງໂຄງການ​ທົ່ວ​ໄປ “ການ​ຄົ້ນຄວ້າ​ປະດິດ​ສ້າງ​ໃໝ່​ຂອງ​ກົນ​ໄກ​ການ​ປະສານ​ງານ ແລະ ພັດທະນາ​ຄວາມ​ປອດ​ໄພ​ຂອງ​ລະບົບ​ນິເວດ​ໃນ​ເຂດ​ແຄວ້ນ​ລະຫວ່າງ ແຂວງ​ຢູນ​ນານ ສປ ຈີນ ກັບ ‘ຫວຽດນາມ, ລາວ, ມຽນ​ມາ’ ” ຂອງ​ສະ​ຖາ​ບັນ​ວິທະຍາສາດ​ປັດ​ສະ​ຍາ​ສັງຄົມ​ແຂວງ​ຢູນ​ນານ.
ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ເພີ່ມເຕີມ