![]() |
ໂອກາດນີ້, ທ່ານ ນາງ ເມແກນ ຈອນສ໌ ໄດ້ກ່າວຈຸດປະສົງໃນການເຄື່ອນໄຫວວຽກງານໃນຄັ້ງນີ້, ພ້ອມທັງຍົກໃຫ້ຮູ້ເຖິງການພົວພັນຮ່ວມມືລະຫວ່າງລັດຖະບານປະເທດອົດສະຕຣາລີ ແລະສປປ ລາວ, ເວົ້າສະເພາະກໍແມ່ນແຂວງສະຫວັນນະເຂດ ທີ່ທາງລັດຖະບານພວກເຮົາ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນການຈັດຕັ້ງປະຕິບັດໂຄງການຕ່າງໆໃນຂົງເຂດວຽກງານການສຶກສາ, ສາທາລະນະສຸກ ແລະກະສິກຳ ຊຶ່ງເຫັນໄດ້ວ່າ: ການຈັດຕັ້ງປະຕິບັດໂຄງການຜ່ານມາແມ່ນມີຜົນສຳເລັດເປັນຢ່າງດີ, ພ້ອມນີ້ ທ່ານເອກອັກຄະລັດຖະທູດອົດສະຕຣາລີ ກໍຢືນຢັນຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແກ່ແຂວງສະຫວັນນະເຂດ ຊຶ່ງຈະເນັ້ນໃສ່ໃນຂະແໜງບູລິມະສິດທີ່ແຂວງຕ້ອງການ, ທັງນີ້ກໍເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະເປັນການເສີມຂະຫຍາຍການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ມີການຂະຫຍາຍຕົວຍິ່ງໆຂຶ້ນໄປ.
ໃນໂອກາດນີ້, ທ່ານເຈົ້າແຂວງສະຫວັນນະເຂດ ໄດ້ກ່າວສະແດງຄວາມຕ້ອນຮັບທ່ານເອກອັກຄະລັດຖະທູດອົດສະຕຣາລີ ພ້ອມຄະນະ ທີ່ໄດ້ເດີນທາງຢ້ຽມຢາມ ແລະເຮັດວຽກທີ່ແຂວງສະຫວັນນະເຂດເປັນຄັ້ງທີ 2, ຊຶ່ງໃນໄລຍະຜ່ານມາ, ລັດຖະບານສອງປະເທດ ລາວ-ອົດສະຕຣາລີ ໄດ້ມີການພົວພັນຮ່ວມມືກັນເປັນເວລາດົນນານ ແລະເປັນໂຄງການຊ່ວຍເຫຼືອທີ່ມີປະສິດທິຜົນສູງ ທີ່ປະກອບສ່ວນສຳຄັນໃນການພັດທະນາວຽກງານການສຶກສາ ແລະວຽກງານສາທາລະນະສຸກຂອງແຂວງ; ໃນນາມຄະນະນຳຂອງແຂວງ ຕີລາສູງຕໍ່ໝາກຜົນຂອງການສະໜັບສະໜູນຊ່ວຍເຫຼືອຂອງລັດຖະບານປະເທດອົດສະຕຣາລີຕໍ່ແຂວງສະຫວັນນະເຂດ. ພ້ອມນີ້, ທັງສອງທ່ານ ຍັງໄດ້ມີການສົນທະນາແລກປ່ຽນບາງບັນຫາສຳຄັນຮ່ວມກັນຕື່ມອີກ.
(ແຫຼ່ຫ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ