ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ

ຈັບມືກັນກ້າວໄປຂ້າງໜ້າ ຮ່ວມກັນເປີດອະນາຄົດໃໝ່ທີ່ຮຸ່ງເຮືອງ
ນັບຕັ້ງແຕ່ສະເໜີຂໍ້ລິເລີ່ມການພັດທະນາທົ່ວໂລກເປັນຕົ້ນມາ, ໄດ້ສະໜອງແຜນການຂອງຈີນ ໃຫ້ແກ່ກຸ່ມປະເທດກຳລັງພັດທະນາໂລກໃຕ້ ໃນການເຊື່ອມຄວາມແຕກໂຕນທາງດ້ານການພັດທະນາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງປີ 2030 ຂອງອົງການສະຫະປະຊາຊາດ. ປັດຈຸບັນ, ມີຫຼາຍກວ່າ 80 ປະເທດ ໄດ້ເຂົ້າຮ່ວມ "ກຸ່ມເພື່ອນມິດຂອງຂໍ້ລິເລີ່ມການພັດທະນາທົ່ວໂລກ"; ຫຼາຍກວ່າ 80 ປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ເຂົ້າຮ່ວມ ເຄືອຂ່າຍສູນສົ່ງເສີມການພັດທະນາທົ່ວໂລກ. ຝ່າຍຈີນ ໄດ້ລົງນາມໃນເອກະສານການຮ່ວມມືເພື່ອຈັດຕັ້ງປະຕິບັດຂໍ້ລິເລີ່ມ ຫຼາຍກວ່າ 80 ສະບັບ ກັບບັນດາປະເທດກຳລັງພັດທະນາ, ອົງການຈັດຕັ້ງສາກົນ ແລະ ສະຖາບັນການເງິນ, ໄດ້ສ້າງຕັ້ງກົນໄກຕ່າງໆ ຫຼາຍກວ່າ 30 ກົນໄກ ໂດຍປິ່ນອ້ອມ 8 ຂົງເຂດຈຸດສຸມ. ພ້ອມດຽວກັນນັ້ນ, ພາຍໃຕ້ການຊຸກຍູ້ຂອງຝ່າຍຈີນ ຂໍ້ລິເລີ່ມການພັດທະນາທົ່ວໂລກ ໄດ້ລະດົມທຶນຫຼາຍກວ່າ 23 ຕື້ໂດລາ ເພື່ອສະໜັບສະໜູນການພັດທະນາ ແລະ ຟື້ນຟູ ຂອງກຸ່ມປະເທດກຳລັງພັດທະນາໂລກໃຕ້, ໄດ້ດໍາເນີນໂຄງການຮ່ວມມືຫຼາຍກວ່າ 1.800 ໂຄງການ. ຈີນ ຈະເປັນສະມາຊິກຂອງກຸ່ມປະເທດກໍາລັງພັດທະນາໂລກໃຕ້ຕະຫຼອດໄປ, ກໍແມ່ນຄູ່ຮ່ວມມືໄລຍະຍາວທີ່ເຊື່ອຖືໄດ້ຂອງບັນດາປະເທດກຳລັງພັດທະນາ.

 

ຈບມກນກາວໄປຂາງໜາ ຮວມກນເປດອະນາຄດໃໝທຮງເຮອງ - image 1
 

ຈີນ ແລະ ລາວ ແມ່ນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ. ຕະຫຼອດໄລຍະເວລາອັນຍາວນານທີ່ຜ່ານມາ, ຜູ້ນຳສູງສຸດຂອງສອງພັກສອງລັດ ໄດ້ໃຫ້ຄວາມສຳຄັນສູງ ແລະ ຊີ້ນຳ-ນຳພາການພົວພັນ ຈີນ-ລາວ ດ້ວຍຕົນເອງສະເໝີມາ, ສອງຝ່າຍໄດ້ກ້າວຍ່າງຢູ່ແຖວໜ້າຂອງການສ້າງຄູ່ຮ່ວມຊາຕາກຳຂອງມວນມະນຸດມາໂດຍຕະຫຼອດ, ຍາດໄດ້ຜົນສໍາເລັດທີ່ພົ້ນເດັ່ນໃນການຮ່ວມມືໃນແຕ່ລະຂົງເຂດ. ປັດຈຸບັນ, ວຽກງານການພັດທະນາຊົນນະບົດ ແລະ ການລົບລ້າງຄວາມທຸກຍາກຍັງແມ່ນໜຶ່ງໃນໜ້າທີ່ຍຸດທະສາດທີ່ສຳຄັນຂອງພັກ ແລະ ລັດຖະບານລາວ, ຝ່າຍຈີນ ຍິນດີທີ່ຈະເພີ່ມທະວີການແລກປ່ຽນຮ່ວມມືກັບຝ່າຍລາວຕື່ມອີກ, ຊ່ວຍເຫຼືອໃຫ້ພາລະກິດການລຶບລ້າງ ແລະ ຫຼຸດຜ່ອນຄວາມທຸກຍາກຂອງຝ່າຍລາວຍາດໄດ້ການພັດທະນາໃໝ່. ໃນອະນາຄົດ, ສອງປະເທດ ສາມາດສືບຕໍ່ນຳໃຊ້ "ຊ່ອງທາງຄຳ" ຂອງທາງລົດໄຟ ຈີນ-ລາວ ໃຫ້ເກີດປະໂຫຍດ, ຊຸກຍູ້ການຮ່ວມມືອຸດສາຫະກຳຂ້າມຊາດໃຫ້ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ເສັ້ນທາງທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກວ້າງຂວາງກວ່າເກົ່າ, ເພື່ອໃຫ້ຜົນປະໂຫຍດຈາກການພັດທະນາສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນໃນທ້ອງຖິ່ນ. ພ້ອມດຽວກັນນັ້ນ, ຍັງສືບຕໍ່ເພີ່ມທະວີການສົນທະນານະໂຍບາຍການຫຼຸດຜ່ອນຄວາມທຸກຍາກ ແລະ ການແບ່ງປັນບົດຮຽນໃນແຕ່ລະຂັ້ນ, ສ້າງກົນໄກການແລກປ່ຽນແບບປົກກະຕິ, ສ້າງກໍລະນີສຶກສາທີ່ປະສົບຜົນສຳເລັດໃຫ້ຫຼາຍຂຶ້ນ. ນອກນີ້, ຍັງຈະສືບຕໍ່ລົງເລິກການຮ່ວມມືໃນຂົງເຂດກະສິກຳ, ການທ່ອງທ່ຽວ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ການຝຶກອົບຮົມທັກສະວິຊາຊີບ, ຊ່ວຍຍົກລະດັບຄວາມສາມາດໃນການຫຼຸດຜ່ອນຄວາມທຸກຍາກຂອງລາວ, ຈັບມືກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວໃຫ້ປະກົດຜົນເປັນຈິງ, ມີອະນາຄົດທີ່ສະຫວ່າງສະໄຫວ ແລະ ກວ້າງຂວາງ ຍິ່ງໆຂຶ້ນ.

ຄໍາເຫັນ

ຂ່າວການຮ່ວມມື

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສຳມະນາວິທະຍາສາດ ລາວ-ຫວຽດນາມ “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ”

ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລາວ-ຫວຽດນາມ ພາຍໃຕ້ຫົວຂໍ້: “ເສດຖະກິດເອກະລາດ ເປັນເຈົ້າຕົນເອງ: ຂໍ້ລິເລີ່ມ ຂອງ ສປປ ລາວ ແລະ ບົດຮຽນປະສົບການ ຂອງ ສສ ຫວຽດນາມ”. ໃນວັນທີ 5 ສິງຫານີ້, ທີ່ໂຮງ ແຮມເມືອງແທັງ ນະຄອນຫຼວງວຽງຈັນ.
ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ສສກ ຮ່ວມກັບ ລັດຖະບານອົສຕຣາລີ ເປີດເຄື່ອງມືປະເມີນຕົນເອງສຳລັບຄູປະຖົມ

ໃນວັນທີ 4 ສິງຫາ 2026 ທີ່ໂຮງແຮມ ຮໍລິເດອິນ, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົສຕຣາລີ ຜ່ານແຜນງານບີຄວາ (BEQUAL) ໄດ້ຈັດກອງປະຊຸມນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຊັ້ນປະຖົມສຶກສາ ໂດຍການເປັນປະທານຮ່ວມຂອງ ທ່ານ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ແລະ ທ່ານ ນາງ ເຄດ ກູດຟຣູດ (Kate Goodfroot), ເລຂານຸການໂທ ສະຖານທູດອົສຕຣາລີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກກົມກ່ຽວຂ້ອງຂັ້ນສູນກາງ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) 8 ແຂວງ, ວິທະຍາໄລຄູ 8 ແຫ່ງ ແລະ ບັນດາຄູ່ຮ່ວມພັດທະນາ ເຂົ້າຮ່ວມຢ່າງພ້ອມພຽງ.
ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະພາທິດສະດີລາວ-ຫວຽດນາມ ພົບປະແລກປ່ຽນບົດຮຽນ ແລະ ທົບທວນການຮ່ວມມື

ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ປະທານສະພາທິດສະດີສູນກາງພັກ ພ້ອມດ້ວຍຄະນະ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ດວນມິງຮວນ ກໍາມະການກົມການເມືອງສູນກາງພັກ ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 4 ສິງຫານີ້ ທີ່ສະພາທິດສະດີສູນກາງພັກ.
ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ລາວ-ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ມື ພັດທະນາບຸກຄະລາກອນສື່ມວນຊົນລາວ

ວັນທີ 4 ສິງຫາຜ່ານ​ມາ ທີ່ສະຖາບັນສື່ມວນຊົນ ແລະ ໂຄສະນາ ສັງກັດສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ສສ ຫວຽດນາມ, ໄດ້ຈັດພິທີລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື ລະຫວ່າງ ກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ສປປ ລາວ ແລະ ສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ ສໍາລັບໄລຍະປີ 2026–2030 ເຊິ່ງຕາງໜ້າລົງນາມບົດບັນທຶກຝ່າຍລາວ ແມ່ນທ່ານ ສົົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຝ່າຍຫວຽດນາມ ແມ່ນ ທ່ານ ຮອງສາດສະດາຈານ ປະລິນຍາເອກ ຟ້າມມິງເຊິນ ຜູ້ອໍານວຍການສະຖາບັນສື່ມວນຊົນ ແລະ ໂຄສະນາ ສສ ຫວຽດນາມ, ມີ​ພະ​ນັກ​ງານ​ທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ 3 ປະເທດ ທັດ​ສະ​ນະ​ສຶກ​ສາ ການປະຕິບັດວຽກຂອງອົງການ IFAD

ນັກສຶກສາ ຈາກ ສ ເກົາຫຼີ, ຍີ່ປຸ່ນ ແລະ ລາວ ໄດ້​ໄປ​ທັດ​ສະ​ນະ​ສາ​ສາ ການປະຕິບັດວຽກຂອງອົງການ IFAD ຢູ່ແຂວງຫຼວງພະບາງ ໃນກິດຈະກຳ ຂໍ້ລິເລີ່ມ ສໍາລັບໄວໜຸ່ມລາວ ພາຍໃຕ້ຫົວຂໍ້: ສິ່ງທ້າທາຍໃນການນໍາໃຊ້ ICT ໃນຂະແໜງການກະສິກຳ.
ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ທະຫານຊາຍເເດນ ລາວ-ຫວຽດນາມ ກວດກາຫຼັກໝາຍຊາຍແດນຮ່ວມກັນ

ໃນວັນທີ 30 ກໍລະກົດ 2026 ຜ່ານມານີ້, ກອງຮ້ອຍທະຫານຊາຍເເດນ 541 ທີ່ຂຶ້ນກັບກອງບັນຊາການທະຫານແຂວງອັດຕະປື ກອງທັບປະຊາຊົນລາວ ແລະ ຄ້າຍທະຫານຊາຍແດນ 671 ທີ່ຂຶ້ນກັບກອງບັນຊາການທະຫານແຂວງກວາງຫງາຍ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມກັນ 2 ຈຸດ ຄື: ຫຼັກໝາຍທີ 761-763, ຢູ່ທີ່ດ່ານເຣີລ໋ອງ ຄ້າຍທະຫານຊາຍແດນ 671 ກອງບັນຊາການທະຫານແຂວງກວາງຫງ໋າຍ.
ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ລະນຶກວັນເກີດ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ

ໃນວັນທີ 3 ສິງຫາ ນີ້ ທີ່ສະພາແຫ່ງຊາດ, ສະຫາຍ ຈະເລີນ ເຢຍປາວເຮີ ປະທານສະມາຄົມມິດຕະພາບ ລາວ-ກູບາ ໄດ້ມີຄຳເຫັນໃນໂອກາດລະນຶກວັນເກີດຂອງສະຫາຍ ຟິແດນ ກັສໂຕຣ (Fidel Castro) ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນ ຂອງການປະຕິວັດກູບາ ຄົບຮອບ 100 ປີ (13/8/1926-13/8/2026) ຊຶ່ງສະຫາຍ ຈະເລີນ ເຢຍປາວເຮີ ກ່າວວ່າ: ຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ໄດ້ຮ່ວມກັບບັນດາສະຫາຍ ແລະ ເພື່ອນມິດຈາກທົ່ວໂລກ ມີຄຳເຫັນຕໍ່ສະຫາຍ ຟິແດນ ກັສໂຕຣ ຜູ້ນຳທາງປະຫວັດສາດທີ່ດີເດັ່ນ ແລະ ກ້າແກ່ນຂອງການປະຕິວັດກູບາ.
ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ຕຳຫຼວດລາວເຂົ້າຮ່ວມແຂ່ງຂັນກ໊ອບຕຳຫຼວດອາຊຽນ ເປີດກວ້າງຄັ້ງທີ II ທີ່ ສສ ຫວຽດນາມ

ໃນລະຫວ່າງວັນທີ 1-2 ສິງຫາຜ່ານມາ, ຄະນະນັກກິລາເຈົ້າໜ້າທີ່ຕຳຫຼວດແຫ່ງ ສປປ ລາວ ນຳພາໂດຍສະຫາຍ ພັອ ອານຸສິນ ສັກປະເສີດ (ຫົວໜ້າຄະນະ) ໄດ້ເດີນທາງເຂົ້າຮ່ວມການແຂ່ງຂັນກິລາກ໊ອບ ຕຳຫຼວດອາຊຽນເປີດກວ້າງປະຈຳປີ 2026 (ASEAN Police Open Golf Tournament 2026) ທີ່ສະໜາມ Nova World Phan Thiet Golf Club ແຂວງລາມດົງ ສາທາລະນະລັດ ສັງຄົມນິຍົມຫວຽດ ນາມ.
ສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີ

ສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີ

ພິທີປະດັບຫຼຽນຈາກພັກ-ລັດຖະບານແຫ່ງສສຫວຽດນາມໃຫ້ກົມກອງແລະບຸກຄົນແຂວງໄຊຍະບູລີຈັດ​ຂຶ້ນ​ໃນ​ວັນ​ທີ 1 ສິງ​ຫາ​ຜ່ານ​ມາທີ່ ແຂວງ​ໄຊ​ຍະ​ບູ​ລີໂດຍ​ມີສະຫາຍເພັງນິລັນຄໍາພັນເພັງກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງໄຊຍະບູລີ, ສະຫາຍຮວາງຢາງຮອງເລຂາພັກແຂວງຜູ້ປະຈໍາການປະທານສະພາປະຊາຊົນແຂວງລາວກ່າຍສສຫວຽດນາມ, ມີພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ໄຊຍະບູລີ-ລາວກ່າຍ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ໄຊຍະບູລີ-ລາວກ່າຍ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສອງ​ຝ່າຍ

ກອງປະຊຸມພົບປະລະຫວ່າງຄະນະຜູ້ແທນແຂວງໄຊຍະບູລີ ສປປ ລາວ ແລະ ຄະນະຜູ້ແທນແຂວງ ລາວກ່າຍ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 1 ສິງຫາຜ່ານ​ມາ ທີ່ແຂວງໄຊຍະບູລີ, ຝ່າຍ​ແຂວງ​ໄຊ​ຍະ​ບູ​ລີນຳ​ໂດຍທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີພ້ອມ​ຄະ​ນະ, ຝ່າຍຫວຽດນາມ ນໍາໂດຍ ທ່ານ ຮວາງ ຢາງ ຮອງເລຂາພັກແຂວງ ຜູ້ປະຈໍາການ ປະທານສະພາປະຊາຊົນແຂວງລາວກ່າຍ ສສ ຫວຽດນາມ ພ້ອມດ້ວຍຄະນະ.
ເພີ່ມເຕີມ