ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ

ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ

ຈີນ ຈະຊຸກຍູ້ການຮ່ວມມື​ດ້ານການຄ້າ​ ຈີນ-ອາຊຽນ ຈາກ 3 ດ້ານ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໂດຍຫ້ອງການຖະແຫຼງຂ່າວຂອງລັດຖະ​ບານຈີນໃນວັນທີ 1 ກັນຍາ ຜ່ານມາ, ເຈົ້າໜ້າທີ່ຮັບຜິດຊອບທີ່​ກ່ຽວ​ຂ້ອງ​​ຈາກກະຊວງການຄ້າຈີນໃຫ້​ຮູ້ວ່າ: ຈະສຸມໃສ່ຊຸກຍູ້ການຮ່ວມມືດ້ານການຄ້າ​ລະ​ຫວ່າງຈີນ-ອາຊຽນ ໃຫ້​ຂຶ້ນ​ສູ່ລະດັບ​ໃໝ່​ຈາກ 3 ດ້ານ ຄື:

1. ຈີນ ຈະຕັ້ງໜ້າຊຸກຍູ້ໃຫ້ອະນຸສັນຍາຍົກລະດັບເຂດການຄ້າເສລີຈີນ-ອາຊຽນ ສະບັບ 3.0 ທີ່ໄດ້ລົງນາມແລ້ວ ມີຜົນສັກສິດ ແລະ ຈັດຕັ້ງປະຕິບັດໂດຍໄວ; ຊຸກຍູ້ການຮ່ວມມືໃນຂົງເຂດສຳຄັນ ເຊັ່ນ: ເສດຖະກິດດີຈີຕອນ, ການພັດທະນາສີຂຽວ ແລະ ອື່ນໆ ໃຫ້ສຳເລັດຜົນ.

2. ອອກແຮງພັດທະນາໃນດ້ານການຄ້າບໍລິການ, ການຄ້າດີຈີຕອນ ແລະ ການຄ້າສີຂຽວ, ຊຸກຍູ້ການຄ້າສອງຝ່າຍໃຫ້ກ້າວໄປສູ່ລະດັບກາງ ແລະ ສູງ ຂອງລະບົບຕ່ອງໂສ້ຄຸນຄ່າ.

3. ຈີນ ຈະຕັ້ງໜ້າຂະຫຍາຍການເປີດປະຕູຕໍ່ພາຍນອກຢ່າງເປັນເຈົ້າຕົນເອງ ເພື່ອສ້າງເງື່ອນໄຂທີ່ດີໃຫ້ປະເທດທີ່ກ່ຽວຂ້ອງໃນອາຊຽນເປີດກວ້າງການສົ່ງອອກສິນຄ້າຕໍ່ຈີນ.

ຕາມການລາຍງານລະບຸວ່າ: ໃນປີ 2025, ຍອດມູນຄ່າການຄ້າລະຫວ່າງຈີນ-ອາຊຽນ ບັນລຸຫຼາຍກວ່າ 1,000 ຕື້ໂດລາ, ຈີນ ແລະ ອາຊຽນ ໄດ້ກາຍເປັນຕົວແບບທີ່ປະສົບຜົນສຳເລັດໃຫຍ່ທີ່ສຸດ ແລະ ມີພະລັງຫຼາຍທີ່ສຸດໃນການຮ່ວມມືລະດັບພາກພື້ນອາຊີ-ປາຊີຟິກ.

ຄໍາເຫັນ

ຂ່າວຕ່າງປະເທດ

ຟີລິບປິນ ຈັບກຸມຜູ້ຕ້ອງສົງໄສ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີ

ຟີລິບປິນ ຈັບກຸມຜູ້ຕ້ອງສົງໄສ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ກັນຍາ ຜ່ານມາວ່າ: ກຸ່ມຕ້ານອາຊະຍາກຳທາງໄຊເບີ (ACG) ຂອງຕຳຫຼວດແຫ່ງຊາດຟີລິບປິນໄດ້ເປີດເຜີຍການຈັບກຸມຜູ້ຕ້ອງສົງໄສ ຈຳນວນ 766 ຄົນ ໃນຄະດີອາຊະຍາກຳທາງໄຊເບີໃນຫຼາຍຮູບແບບ ລະຫວ່າງເດືອນມັງກອນ ຫາ ເດືອນກໍລະກົດ 2026. ໂດຍການສໍ້ໂກງທາງອອນລາຍແມ່ນການກະທຳຜິດທີ່ພົບຫຼາຍທີ່ສຸດ. ໃນຂະນະດຽວກັນ, ມີຜູ້ເຄາະຮ້າຍ 149 ຄົນໄດ້ຮັບການຊ່ວຍເຫຼືອ ແລະ 81 ຄະດີຖືກຕັດສິນລົງໂທດໂດຍສານ.
ນະຄອນຫຼວງຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI

ນະຄອນຫຼວງຮ່າໂນ້ຍ ຮັກສາກຳລັງດຶງດູດແຫຼ່ງທຶນ FDI

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 1 ກັນຍາ ຜ່ານມາວ່າ: ອີງຕາ​ມ​ໂຕ​ເລກ​ຂອງ​ພະ​ແນກ​ການ​ເງິນ ນະຄອນຫຼວງຮ່າ​ໂນ້ຍ, ນັບ​ແຕ່​ຕົ້​ນ​ປີ​ຮອດ​ວັນ​ທີ 24 ສິງ​ຫາ ຜ່ານມາ, ຍອດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ທີ່ດຶງ​ດູດ​​ໄດ້ໃນ​ບໍ​ລິ​ເວນ​ນະ​ຄອນ​ຫຼວງຮ່າໂນ້ຍບັນ​ລຸ​ປະ​ມານ 3.7 ຕື້ກວ່າໂດລາ, ເທົ່າ​ກັບ 83%, ເປົ້າ​ໝາຍໝົດ​ປີ​ແມ່ນ 4.5 ຕື້ໂດລາ.
ສ ເກົາຫຼີ ເກັບລາຍຮັບຈາກພາສີໄດ້ 8.4 ພັນຕື້ວອນ ໃນເດືອນກໍລະກົດ

ສ ເກົາຫຼີ ເກັບລາຍຮັບຈາກພາສີໄດ້ 8.4 ພັນຕື້ວອນ ໃນເດືອນກໍລະກົດ

ຂ່າວຕ່າງປະເທດລາຍງານວ່າ: ກະຊວງການເງິນ ແລະ ເສດຖະກິດຂອງ ສ ເກົາຫຼີ ໄດ້ເປີດເຜີຍໃນວັນທີ 31 ສິງຫາ ຜ່ານມາວ່າ, ລາຍຮັບຈາກພາສີຂອງລັດຖະບານໄດ້ເພີ່ມຂຶ້ນ 8.4 ພັນຕື້ວອນ (ປະມານ 6 ຕື້ໂດລາ) ໃນເດືອນກໍລະກົດ ເມື່ອທຽບກັບປີກ່ອນ, ບັນລຸ 51 ພັນຕື້ວອນ ຊຶ່ງເປັນຜົນມາຈາກພາສີລາຍໄດ້ ແລະ ພາສີທຸລະກໍາຫຼັກຊັບທີ່ເພີ່ມຂຶ້ນ.
ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ຍີ່ປຸ່ນ ວາງແຜນຈະຊື້ເຂົ້າສຸກເສີນຄືນ 210,000 ໂຕນ

ສຳນັກຂ່າວສານຊິນຮວາລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງຂອງຍີ່ປຸ່ນວາງແຜນທີ່ຈະຊື້ເຂົ້າສຸກເສີນ 210,000 ໂຕນທີ່ປ່ອຍອອກຈາກຄັງສໍາຮອງໃນປີ 2025 ເພື່ອປ້ອງກັນການຫຼຸດລົງຂອງລາຄາຍ້ອນການສະໜອງເກີນ ຊຶ່ງຖືເປັນຄັ້ງທຳອິດທີ່ລັດຖະບານຍີ່ປຸ່ນໄດ້ຊື້ເຂົ້າຄືນທີ່ປ່ອຍອອກຈາກຄັງສຳຮອງ.

ທາງລົດໄຟຂອງຈີນ ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງໃນໄລຍະລະດູຮ້ອນ

ທາງລົດໄຟຂອງຈີນ ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງໃນໄລຍະລະດູຮ້ອນ

ສຳນັກຂ່າວສານຊິນຮວາລາຍງານວ່າ: ຕາມການໃຫ້ຂໍ້ມູນຂອງຜູ້ໃຫ້ບໍລິການທາງລົດໄຟຂອງຈີນໃນວັນທີ 1 ກັນຍາ ຜ່ານມາໃຫ້ຮູ້ວ່າ, ໃນໄລຍະ 62 ວັນຂອງລະດູການເດີນທາງໃນໄລຍະລະດູຮ້ອນໃນປີນີ້, ທາງລົດໄຟຂອງຈີນໄດ້ຮັບຮອງການເດີນທາງຂອງຜູ້ໂດຍສານປະມານ 954 ລ້ານຄັ້ງ, ຂະນະທີ່ການຂົນສົ່ງສິນຄ້າຍັງຄົງດຳເນີນໄປຢ່າງໝັ້ນຄົງ ແລະ ປອດໄພ.
ຟີລິບປິນ ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ

ຟີລິບປິນ ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າ

ສຳນັກຂ່າວສານຊິນຮວາລາຍງານໃນທ້າຍເດືອນສິງຫາຜ່ານມາວ່າ: ກະຊວງກະສິກຳຟີລິບປິນໄດ້ສ້າງຕັ້ງຫ້ອງການພັດທະນາອຸດສາຫະກຳເຂົ້າຊົ່ວຄາວ ເພື່ອເສີມຂະຫຍາຍການປະສານງານ ແລະ ຂັບເຄື່ອນໂຄງການພັດທະນາເຂົ້າທົ່ວປະເທດ. ຫ້ອງການດັ່ງກ່າວຈະເບິ່ງແຍງໂຄງການຕ່າງໆພາຍໃຕ້ໂຄງການເຂົ້າແຫ່ງຊາດ ແລະ ກອງທຶນ ເພີ່ມຂີດຄວາມສາມາດການແຂ່ງຂັນຂອງອຸດສາຫະກຳເຂົ້າ, ທ່າມກາງສິ່ງທ້າທາຍຕ່າງໆຈາກຕົ້ນທຶນການຜະລິດທີ່ເພີ່ມຂຶ້ນ, ພື້ນຖານໂຄງລ່າງຫຼັງການເກັບກ່ຽວທີ່ບໍ່ພຽງພໍ ແລະ ຄວາມຕ້ອງການທີ່ຈະສົ່ງເສີມກະສິກຳທີ່ສາມາດທົນທານຕໍ່ການປ່ຽນແປງຂອງສະພາບອາກາດໄດ້ດີຂຶ້ນ.
ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26

ທ່ານ​ ສີ​ຈິ້ນ​ຜິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນ​ວັນ​ທີ 1 ກັນ​ຍາ ຜ່ານມາ, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ຄັ້ງ​ທີ 26 ຢູ່​ນະ​ຄອນຫຼວງ​ບິ​ສ​ເຄັກ​ ປະ​ເທດ​ກຽກ​ກິດ​ສະ​ຖານ ພ້ອ​ມ​ທັງ​ກ່າວ​ຄຳ​ປາ​ໄສ​​ໃນ​ຫົວ​ຂໍ້ “ຊຸກ​ຍູ້​ໃຫ້​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ້​ບັນ​ລຸ​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າ”.
ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ກວາງນິງ ກາຍເປັນນະຄອນທີ 8 ຂອງ ຫວຽດນາມ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 1 ກັນ​ຍາ ຜ່ານມາ, ມະ​ຕິ​ເລກ​ທີ 36/2026/QH ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ນະ​ຄອນ​ກວາງ​ນິງ ມີຜົນ​ສັກ​ສິດ​ຢ່າງ​ເປັນ​ທາງ​ການ. ສະ​ນັ້ນ, ນັບ​ແຕ່ວັນທີ 1 ກັນຍາ ເປັນຕົ້ນໄປ, ທົ່ວ​ປະ​ເທດຫວຽດ​ນາມ ມີ 8 ນະ​ຄອນ, ລ​ວມ​ມີ: ຮ່າ​ໂນ້ຍ, ໂຮ່​ຈິ​ມິນ, ຫາຍ​ຟ່​ອງ, ດ່ານັ້ງ, ເກິນ​ເທີ, ເຫວ້, ດົ່ງ​ນາຍ ແລະ ກວາງ​ນິງ.
ຍ້ອ​ນ​ຫຍັງ​ບົດ​ຮຽນ​ດ້ານ​ການ​ຕ້ານ​ການ​ກາຍ​ເປັນທະ​ເລ​ຊາຍ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​​ທົ່ວ​ໂລກ

ຍ້ອ​ນ​ຫຍັງ​ບົດ​ຮຽນ​ດ້ານ​ການ​ຕ້ານ​ການ​ກາຍ​ເປັນທະ​ເລ​ຊາຍ​ຂອງ​ຈີນ ​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​​ທົ່ວ​ໂລກ

ຫວ່າງມໍ່ໆມານີ້, ທ່ານ ​ໂຮ​ນັນ​ດ ຊາ​ໂກ​ສ​ກີ ເພື່ອນມິດຊາວອາເມຣິກາໄດ້ກັບຄືນມາທ່ຽວຊົມເຂດດິນຊາຍເມົາອູສູ້, ການນັດ​ກັນທີ່ຜ່ານເວລາຫຼາຍກວ່າສອງ​ທົດ​ສະ​ວັດ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງຫຼວງຫຼາຍ​ໃນ​ໂລກ​ອອນ​ລາຍ ແລະ ໄດ້ນຳເອົາ​ຄວາມມະຫັດສະຈັນທາງນິເວດວິ​ທະ​ຍາ "​ໂຄງ​ການ​ປ່າ​​ປ້ອງ​ກັນ 3 ເໜືອ" ​ຂອງ​ຈີນກັບມາສູ່ສາຍຕາ​ຂອງ​ສາ​ທາ​ລະ​ນະອີກຄັ້ງ. ເປັນ​ເວ​ລາດົນ​ນານ​ມາ​ແລ້ວ, ​ທີ່ວຽກງານ​​ຕ້ານ​ການ​ກາຍ​ເປັນ​ທະ​ເລ​ຊາຍທີ່ຈີນດຳເນີນຢ່າງຕໍ່ເນື່ອງ, ການ​ປ່ຽນ​ແປງ​ຂອງພູດອຍ ແລະ ແມ່ນ້ຳ​ໄດ້​ພິ​ສູດ​ໃຫ້​ເຫັນ​ແລ້ວ​ວ່າ: ຫຼັງຈາກການຟື້ນຟູລະບົບນິເວດທີ່ດຳເນີນມາເປັນເວລາຫຼາຍ​ທົດ​ສະ​ວັດ, ຜົນງານການ​ປົວ​ແປງ​ທະ​ເລ​ຊາຍຂອງຈີນໄດ້ຮັບການກວດ​ສອບທາງວິທະຍາສາດ, ເຫັນໄດ້ຊັດເຈນຈາກການປ່ຽນແປງອັນໃຫຍ່ຫຼວງຂອງພູດອຍ ແລະ ແມ່ນ້ຳພ້ອມ​ທັງໄດ້ຮັບການຍອມຮັບຈາກທົ່ວໂລກ ແລະ ກາຍເປັນຮູບແບບທີ່ຫຼາຍປະເທດ​ໃນ​ໂລກພະຍາຍາມຖອດຖອນເອົາໄປປະຍຸກໃຊ້ໃນການຄຸ້ມຄອງລະບົບນິເວດ.
ເພີ່ມເຕີມ