​ຈີນ ແລະ ອາ​ຊຽນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ທີ່​ໂດດ​ເດັ່ນ​ກວ່າ​ເກົ່າ​ໃຫ້​ແກ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ

​ຈີນ ແລະ ອາ​ຊຽນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ທີ່​ໂດດ​ເດັ່ນ​ກວ່າ​ເກົ່າ​ໃຫ້​ແກ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ

​ຈີນ ແລະ ອາ​ຊຽນ​ຂຽນ​ປະ​ຫວັດ​ສາດ​ໜ້າ​ໃໝ່​ທີ່​ໂດດ​ເດັ່ນ​ກວ່າ​ເກົ່າ​ໃຫ້​ແກ່​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອາ​ຊີ-ປາ​ຊີ​ຟິກ ຫຼື APEC ທີ່​ຊຽງ​ໄຮ້ ແລະ ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຄ້າ ​APEC ​ທີ່​ຊູ່​ໂຈ່ວ ໄດ້​ຈັດ​ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ຊຶ່ງໄດ້​ເຕົ້າ​ໂຮມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ດ້ານ​ການ​ຮ່ວມ​ມື​ຂອງ​ພາກ​ພື້ນ ແລະ ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄິດ​ລັດ​ທິຫຼາຍ​ຝ່າຍພ້ອມ​ທັງ​ໄດ້​ເພີ່ມ​ພະ​ລັງ​ຂັບ​ເຄື່ອນ​ຂອງ​ຈີນ​ເຂົ້າ​ໃນ​ການ​ທັບ​ມ້າງ​ກຳ​ແພງ​ການ​ຄ້າ ແລະ ປັບ​ປຸງ​ລະ​ບຽບ​ເສດ​ຖະ​ກິດ​ການ​ຄ້າ​ແບບ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃຫ້​ສົມ​ບູນ​ຂຶ້ນ. ໃນ​ນັ້ນ, ກາ​ນ​ຮ່ວມ​ມື​ຈີນ-ອາ​ຊຽນ​ ແມ່ນ​ພາກ​ສ່ວນ​ທີ່​ໝັ້ນ​ແກ່ນ​ທີ່​ສຸດ ແລະ ມີ​ຊີ​ວິດ​ຊີ​ວາ​ທີ່​ສຸດ​ໃນ​ແຜນ​ການດັ່ງ​ກ່າວ ຊຶ່ງໄດ້​ເພີ່ມ​ຄວາມ​ແນ່ນອນ​ເຂົ້າ​ໃນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກກໍ​ຄື​ທົ່ວ​ໂລກ.
​ຈນ ແລະ ອາ​ຊຽນ​ຂຽນ​ປະ​ຫວດ​ສາດ​ໜາ​ໃໝ​ທ​ໂດດ​ເດນ​ກວາ​ເກາ​ໃຫ​ແກ​ຄວາມ​ຈະ​ເລນ​ຮງ​ເຮອງ​ຂອງ​ພາກ​ພນ​ອາ​ຊ-ປາ​ຊ​ຟກ - image 1
 

 

ຈີນ ແລະ ອາຊຽນ ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນ ແລະ ກັນມາເປັນເວລາຫຼາຍປີຕິດຕໍ່ກັນ, ໄດ້ກາຍເປັນຄູ່ຮ່ວມຜົນປະໂຫຍດທີ່ແໜ້ນແຟ້ນ. ເນື່ອງໃນໂອກາດສັນຍາການພົວພັນຄູ່ຮ່ວມເສດຖະກິດແບບຮອບດ້ານໃນພາກພື້ນ ຫຼື RCEP ມີຜົນບັງຄັບໃຊ້ຄົບຮອບ 4 ປີ, ການຄ້າຂາເຂົ້າ-ຂາອອກລະຫວ່າງຈີນກັບປະເທດສະມາຊິກ RCEP ໃນ 4 ເດືອນທຳອິດຂອງປີນີ້ໄດ້ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ປະເທດສະມາຊິກອາຊຽນແມ່ນໂດດເດັ່ນທີ່ສຸດ, ຕົ້ນທຶນດ້ານການຄ້າໃນພາກພື້ນໄດ້ຫຼຸດລົງຢ່າງຕໍ່ເນື່ອງ, ຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງມີຄວາມໜຽວແໜ້ນເພີ່ມຂຶ້ນຢ່າງຈະແຈ້ງ. ຈາກການຫຼຸດພາສາຮອດການອຳນວຍຄວາມສະດວກໃນການແຈ້ງຜ່ານດ່ານ, ຈາກລະບຽບວ່າດ້ວຍແຫຼ່ງກຳເນີດຂອງສິນຄ້າຮອດການດຳເນີນທຸລະກິດທາງເອເລັກໂຕຣນິກ ແລະ ການຮ່ວມມືດ້ານຊັບສິນທາງປັນຍາ, RCEP ເຮັດໃຫ້ການຮ່ວມມືລະຫວ່າງຈີນ-ອາຊຽນ ກ້າວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ກາຍເປັນປັດໄຈໝັ້ນທ່ຽງທີ່ສາມາດຕ້ານທານຄວາມບໍ່ແນ່ນອນຈາກພາຍນອກ.

​ຈນ ແລະ ອາ​ຊຽນ​ຂຽນ​ປະ​ຫວດ​ສາດ​ໜາ​ໃໝ​ທ​ໂດດ​ເດນ​ກວາ​ເກາ​ໃຫ​ແກ​ຄວາມ​ຈະ​ເລນ​ຮງ​ເຮອງ​ຂອງ​ພາກ​ພນ​ອາ​ຊ-ປາ​ຊ​ຟກ - image 2
 

ການເປີດປະຕູສູ່ພາຍນອກດ້ານລະບຽບການໄດ້ເພີ່ມພະລັງຂັບເຄື່ອນທີ່ໝັ້ນທ່ຽງເຂົ້າໃນການຮ່ວມມືລະຫວ່າງສອງຝ່າຍ. ການເຊັນອະນຸສັນຍາຍົກລະດັບການຄ້າເສລີຈີນ-ອາຊຽນ 3.0 ໄດ້ເປີດກວ້າງການຮ່ວມມືໃນຂົງເຂດໃໝ່ຕ່າງໆເຊັ່ນ: ເສດຖະກິດດີຈີຕອນ, ການພັດທະນາສີຂຽວ, ການເຊື່ອມໂຍງເຊື່ອມຈອດດ້ານຕ່ອງໂສ້ການສະໜອງ ແລະ ອື່ນໆ ຊຶ່ງໄດ້ຊຸກຍູ້ການເຊື່ອມຕໍ່ຢ່າງເລິກເຊິ່ງໃນດ້ານລະບຽບການ, ມາດຕະຖານ ແລະ ອື່ນໆ ທັງໄດ້ກ້າວຂ້າມຂອບເຂດດັ້ງເດີມຂອງການຄ້າສິນຄ້າປະເພດຈັບຕ້ອງໄດ້ ຊຶ່ງສອດຄ່ອງກັບແນວຄິດຂອງຈີນທີ່ວ່າ “ເອົາການເປີດປະຕູສູ່ພາຍນອກດ້ານລະບຽບການເຂົ້າແທນທີ່ສົງຄາມພາສີ” ໃນລະດັບສູງ. ສອງຝ່າຍໄດ້ຮ່ວມກັນສ້າງແລວທາງຊິ້ນສ່ວນເອເລັກໂຕຣນິກ ແລະ ຮ່ວມມືກັນໃນຕ່ອງໂສ້ອຸດສາຫະກຳພະລັງງານໃໝ່ ເພື່ອຍົກລະດັບອຸດສາຫະກຳຂອງພາກພື້ນໃຫ້ສູງຂຶ້ນດ້ວຍການຜະລິດແບບອັດສະລິຍະຂອງຈີນ, ຫຼຸດຕົ້ນທຶນໂດຍລວມໃຫ້ຕ່ຳລົງ ແລະ ຍົກກຳລັງແຂ່ງຂັນທົ່ວໂລກໃຫ້ສູງຂຶ້ນ.

​ຈນ ແລະ ອາ​ຊຽນ​ຂຽນ​ປະ​ຫວດ​ສາດ​ໜາ​ໃໝ​ທ​ໂດດ​ເດນ​ກວາ​ເກາ​ໃຫ​ແກ​ຄວາມ​ຈະ​ເລນ​ຮງ​ເຮອງ​ຂອງ​ພາກ​ພນ​ອາ​ຊ-ປາ​ຊ​ຟກ - image 3
 

ການເຊື່ອມຕໍ່ດ້ານພື້ນຖານໂຄງລ່າງໄດ້ປູພື້ນຖານທີ່ໝັ້ນແກ່ນໃຫ້ແກ່ການຮ່ວມມືກັນ. ປະລິມານການຂົນສົ່ງສິນຄ້າຜ່ານເສັ້ນທາງລົດໄຟລາວ - ຈີນ ໄດ້ເພີ່ມຂຶ້ນຫຼາຍກວ່າ 10% ຕໍ່ປີ, ການສ້າງຊ່ອງທາງໃໝ່ທາງບົກ ແລະ ທາງທະເລຢູ່ພາກຕາເວັນຕົກຂອງຈີນ, ການຂົນສົ່ງທາງອາກາດ ແລະ ການຂົນສົ່ງທາງນ້ຳໄດ້ເຮັດໃຫ້ບັນດາຜະລິດຕະພັນສົດເຊັ່ນ: ດອກໄມ້ສົດ, ໝາກໄມ້ສົດເປັນຕົ້ນສາມາດໄດ້ຮັບການຂົນສົ່ງ ແລະ ແຈ້ງຜ່ານດ່ານຢ່າງວ່ອງໄວ. ນອກນີ້, ຫຼາຍປະເທດໄດ້ຍົກເວັ້ນວີຊາຕໍ່ຈີນ ຊຶ່ງໄດ້ຊຸກຍູ້ການແລກປ່ຽນດ້ານບຸກຄະລາກອນ, ການຮ່ວມມືດ້ານການຝຶກອົບຮົມສີມື ແລະ ການຍົກລະດັບການຄ້າການບໍລິການລະຫວ່າງສອງຝ່າຍ, ເຮັດໃຫ້ເກີດການເຊື່ອມໂຍງລະຫວ່າງປະຊາຊົນສອງຝ່າຍເພີ່ມຂຶ້ນ ຂະນະທີ່ການພົວພັນດ້ານເສດຖະກິດການຄ້າລະຫວ່າງສອງຝ່າຍມີຄວາມສະດວກສະບາຍຍິ່ງຂຶ້ນ.

​ຈນ ແລະ ອາ​ຊຽນ​ຂຽນ​ປະ​ຫວດ​ສາດ​ໜາ​ໃໝ​ທ​ໂດດ​ເດນ​ກວາ​ເກາ​ໃຫ​ແກ​ຄວາມ​ຈະ​ເລນ​ຮງ​ເຮອງ​ຂອງ​ພາກ​ພນ​ອາ​ຊ-ປາ​ຊ​ຟກ - image 4
 

ເມື່ອຜະເຊີນໜ້າກັບຄວາມບໍ່ແນ່ນອນຈາກພາຍນອກ, ຕະຫຼາດຂະໜາດໃຫຍ່ພິເສດຂອງຈີນ ແລະ ກຸ່ມອຸດສາຫະກຳຄົບວົງຈອນຂອງປະເທດສະມາຊິກອາຊຽນໄດ້ຊ່ວຍຊູຍູ້ໜູນກັນ. ຄວາມຕ້ອງການພາຍໃນຂອງຈີນທີ່ມີປະຊາກອນ 1.4 ຕື້ຄົນໄດ້ເປັນຕະຫຼາດທີ່ໝັ້ນທ່ຽງໃຫ້ແກ່ຜະລິດຕະພັນກະສິກຳ, ວັດຖຸດິບ ແລະ ຜະລິດຕະພັນອຸດສາຫະກຳຂອງປະເທດສະມາຊິກອາຊຽນ; ອາຊຽນແມ່ນພາກພື້ນແກນກາງສຳລັບຕ່ອງໂສ້ອຸດສາຫະກຳ ແລະ ການຮ່ວມມືດ້ານກຳລັງການຜະລິດຂອງຈີນ.

ທ່າມກາງສະພາບການທີ່ເກີດການປ່ຽນແປງເລື້ອຍໆຂອງການຄ້າທົ່ວໂລກ, ຈີນກຳລັງທັບມ້າງກຳແພງຕ່າງໆດ້ວຍການຮ່ວມມືຫຼາຍຝ່າຍ, ໃນນັ້ນ ການຮ່ວມມືຈີນ-ອາຊຽນແມ່ນເສົາຄ້ຳແກນກາງໃນຂະບວນການດັ່ງກ່າວ. ໃນອະນາຄົດ, ສອງຝ່າຍຈະສືບຕໍ່ລົງເລິກການຮ່ວມມືພາຍໃຕ້ຂອບ RCEP ແລະ ເຂດການຄ້າເສລີຈີນ-ອາຊຽນ 3.0 ເພື່ອເຮັດໃຫ້ທ່າແຮງດ້ານທີ່ຕັ້ງ, ຜົນປະໂຫຍດດ້ານລະບຽບການແລະ ຄວາມສາມາດບົ່ມຊ້ອນດ້ານຕະຫຼາດກາຍເປັນພະລັງຂັບເຄື່ອນການພັດທະນາທີ່ຍືນຍົງເພື່ອໃຫ້ຈີນ ແລະ ອາຊຽນສາມາດຂຽນປະຫວັດສາດໜ້າໃໝ່ທີ່ໂດດເດັ່ນກວ່າເກົ່າໃຫ້ແກ່ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນອາຊີ-ປາຊີຟິກກໍຄືການເປີດປະຕູສູ່ພາຍນອກ ແລະ ການຮ່ວມມືໃນຂອບເຂດທົ່ວໂລກ.

ຄໍາເຫັນ

ຂ່າວຕ່າງປະເທດ

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ພະ​ຈິກ​ນີ້, ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 9 ​​ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຮົງ​ຊຽວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ.
ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ​ ຜ່ານມາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນ 4 ພະຈິກ ຜ່ານມາວ່າ, ສິງກະໂປກຳລັງກະກຽມແກ້ໄຂກົດໝາຍວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເພີ່ມຄ່າປັບໃໝສູງສຸດເຖິງ 20 ລ້ານໂດລາສິງກະໂປ ສຳລັບບໍລິສັດ ຫຼື ບຸກຄົນທີ່ກ່ຽວຂ້ອງກັບວິກິດການໝອກຄວັນ. ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບຂອງການສືບສວນ ແລະ ລົງໂທດຜູ້ລັກລອບເຜົາພື້ນທີ່ຢ່າງເດັດຂາດ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ທ່ານ ນາມານ ກາຣຸນຣັດຕະນະ ລັດຖະມົນຕີກະຊວງກະສິກຳ ແລະ ການລ້ຽງສັດ ຂອງສີລັງກາ ໄດ້ເປີດເຜີຍແຜນການຂະຫຍາຍຂອບເຂດເງິນອຸດໜູນການປູກພືດສຳລັບຊາວກະສິກອນທີ່ປູກພືດສະບຽງອາຫານ 12 ຊະນິດໃນທົ່ງນາ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງສີລັງກາທີ່ຊາວກະສິກອນທີ່ປູກພືດຊະນິດອື່ນນອກຈາກເຂົ້າຈະໄດ້ຮັບເງິນອຸດໜູນຄືກັນກັບຊາວກະສິກອນປູກເຂົ້າໃນປັດຈຸບັນ.
ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​​ໄດ້​ເປີດຂຶ້ນຢູ່​ຕາ​ແສງ​ອູ່​ເຈີ້ນ ​ແຂວງ​ເຈີ້​ຈ່ຽງ​ ຈີນ, ພາຍ​ໃຕ້​ຫົວ​ຂໍ້ “​ເປີດ​ແຫຼ່ງ​ລະ​ຫັດ ​ການ​ຮ່ວມ​ມື​ແບບ​ເປີດ ສ້າງ​ສາ​ຮ່ວມ​ກັນ​ຊົມ​ໃຊ້​ຮ່​ວມ​ກັນ - ​ເຮັດ​ວຽກ​ຮ່ວ​ມ​ກັນເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”, ​
ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ແພລດຟອມແຜນທີ່ດີ​ຈີຕອນວັດທະນະທຳ ຫວຽດນາມ (CMAP) ໄດ້ເປີດຕົວຢ່າງເປັນ​ທາງ​ການໃນວັນທີ 1 ພະຈິກ ຜ່ານມາ, ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ວັນມຽວ - ກວັກຕືຢຽມ ນະຄອນຫຼວງຮ່າໂນ້ຍ. ໂດຍມີຈຸດປະສົງ​ເພື່ອ​ເຊື່ອມຕໍ່ຂໍ້ມູນດ້ານ​ວັດ​ທະ​ນະ​ທຳ​ໃນສະພາບແວດລ້ອມດີ​ຈີຕອນ, ຮັບໃຊ້ປະ​ຊາ​ຊົນ, ​ນັກທ່ອງທ່ຽວ, ​ອົງ​ກາ​ນ​ຄຸ້ມ​ຄອງ ແລະ ວິ​ສາ​ຫະ​ກິດ; ປະກອບສ່ວນ​ຍົກ​ສູງ​ຄວາມ​ສາ​ມາດເຂົ້າເຖິງ, ໂຄ​ສະ​ນາ ແລະ ການຂຸດຄົ້ນ​ບັນ​ດາ​ແຫຼ່ງກຳລັງ​ດ້ານວັດທະນະທຳຂອງ ຫວຽດນາມ ​ຢ່າງ​ມີປະ​ສິດ​ທິ​ຜົນ.
ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ຖ້າພວກ​ເຮົາປຽບ​ທຽບ​ພັກ​ການ​ເມືອງ​ເປັນ​ຕົ້ນ​ໄມ້​ໃຫຍ່ສູງ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ກໍ​ຄື​ການ​ປະ​ເຊີ​ນ​ໜ້າ​ໂດຍ​ກົງ​ຕໍ່​ບັນ​ຫາ​ພາຍ​ໃນ​ພັກ ຄື: ເປັນ​ເຈົ້າ​ການກຳ​ຈັດ​ປວກ ແລະ ຕັດຮອນກິ່ງ​ງ່າ​ທີ່​ຕາຍ​ແລ້ວ ເພື່ອ​ຮັບ​ປະ​ກັນ​ຄວາມ​ແຂງ​ແຮງ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົ້ນ​ໄມ້. ນີ້ຄືທິດ​ສະ​ດີສຳ​ຄັນ​ກ່ຽວ​ກັບການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​​ທີ່ສະ​ເໜີ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ ​ຮ່ວມກັບ​ການ​ຕິດ​ຕາມກວດ​ກາ​ໂດຍ​ປະ​ຊາ​ຊົນທີ່​ສະ​ເໜີ​ໂດຍ​ທ່ານ​ ເໝົາ​ເຈີຕຸ່ງ ຜູ້​ນຳ​ຮຸ່ນ​ທຳ​ອິດ​ຂອງ ສ​ປ​ ຈີນ ​ໄດ້​ປະ​ກອບ​ເປັນ​ສອງ​ຄຳ​ຕອບ​ເພື່ອພົ້ນ​ອອກ​ຈາກວັດ​ຖະ​ຈັກ​ປະ​ຫວັດ​ສາດ​ແຫ່ງ​ການ​ຈາກ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໄປ​ສູ່​ຄວາມ​ຊຸດ​ໂຊມ ໂດຍ​ໄດ້​ຕອບ​ຄຳ​ຖາມ​ພື້ນ​ຖານ​ທີ່​ວ່າ ​ພັກ​ໃຫຍ່ຈະ​ກຳ​ຈັດພ​ະ​ຍາດ​ຊຳ​ເຮື້ອພາຍ​ໃນ​ພັກ​ຄື​ແນວ​ໃດ​ໃນ​ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ ເພື່ອ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົນ​ຢູ່​ສະ​ເໝີ.
ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ຄົນ​ເຮົາ​ຢາກ​ມີ​ສຸ​ຂະ​ພາບແຂງ​ແຮງ, ສິ່ງ​ຄຳ​ຄັນ​ແມ່ນ​ຢູ່​ກັບ​ການ​ຮັກ​ສາ​ປະ​ຈຳ​ວັນ ແລະ ຢຶດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ, ແຕ່ບໍ່​ແມ່ນ​ການ​ປິ່ນ​ປົວຫຼັງ​ເຈັບ​ປ່ວຍ. ສຳ​ລັບ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ກຳ​ອຳ​ນາດມາ​ເປັນ​ເວ​ລາ​ຍາວ​ນານ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານແມ່ນ “​ການ​ອອກ​ກຳ​ລັງ​ກາຍ​ຂອງ​ພັກ​ການ​ເມືອງ” ທີ່​ເປັນ​ປົກ​ກະ​ຕິ, ມັນບໍ່​ແມ່ນ​ການ​ປັບ​ປຸງ​ເປັນ​ໄລ​ຍະ​, ແຕ່​ເປັນ​ການ​ຝຶກ​ຝົນ​ຫຼໍ່ຫຼອມ​​ໂດຍຕົນ​ເອງ ແລະ ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ໃນ​ໄລ​ຍະ​ຍາວ​ສຳ​ລັບ​ພັກ​ທີ່​ມີ​ອາ​​ຍຸ​ຮ້ອຍກວ່າ​ປີ​ເພື່ອ​ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ.
ເພີ່ມເຕີມ