ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ

ຈີນ ແລະ ອາຊຽນປະຕິບັດຕາມຄຳໝັ້ນສັນຍາ​ຂອງ​ຕົນ​ພາຍ​ໃນສັນຍາປາຣີດ້ວຍພຶດຕິກຳຕົວຈິງ
ປີນີ້ເປັນປີຄົບ​ຮອບ 10 ປີ​ຂອງການເຊັນສັນຍາປາຣີ​ວ່າ​ດ້ວຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ (2015-2025), ສ່ວນການຄຸ້ມຄອງດິນຟ້າອາກາດກຳລັງຢືນຢູ່ໃນທາງສີ່ແຍກແຫ່ງປະຫວັດສາດ. ດ້ານໜຶ່ງແມ່ນຍ້ອນສະພາບຂ້ຽວຂາດທີ່ການເພີ່ມຂຶ້ນຂອງອຸນຫະພູມທົ່ວໂລກໄດ້ແຕະຕ້ອງເສັ້ນ​ຕ້ອງ​ຫ້າມ​ແດງ​ລະ​ດັບ1,5 ອົງສາ ຫຼາຍຄັ້ງ ແລະ ເກີດ​ສະ​ພາບອາກາດຮຸນແຮງເລື້ອຍໆ; ອີກດ້ານໜຶ່ງແມ່ນ​ຍ້ອນສະພາບຄວາມຫຍຸ້ງຍາກດ້ານການບໍລິຫານທີ່ລັດທິຝ່າຍດຽວເງີຍໜ້າຂຶ້ນ ແລະ ບາງປະເທດບໍ່ສາມາດປະຕິບັດຕາມຄຳໝັ້ນສັນຍາ​ຂອ​ງ​ຕົນຢ່າງທັນການ. ແຕ່ຈີນ ແລະ ບັນດາປະເທດ​ສະ​ມາ​ຊິກອາຊຽນໄດ້ໃຫ້ຄຳຕອບຂອງບັນ​ຫາດັ່ງກ່າວດ້ວຍພຶດຕິກຳຕົວຈິງແບບສີຂຽວ ຄື: ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດທີ່ກ່ຽວ​ຂ້ອງກັບຊາຕາກຳຂອງມວນມະນຸດ, ມີແຕ່ຢຶດໝັ້ນລັດທິຫຼາຍຝ່າຍ ແລະ ລົງເລິກການຮ່ວມມືຕົວຈິງ ຈຶ່ງຈະສາມາດເຮັດໃຫ້ຄຳໝັ້ນສັນຍາໃນສັນຍາປາຣີກາຍເປັນການເຄື່ອນໄຫວຕົວຈິງເພື່ອ​ປົກ​ປ້ອງໂລກ.

 

ຈນ ແລະ ອາຊຽນປະຕບດຕາມຄຳໝນສນຍາ​ຂອງ​ຕນ​ພາຍ​ໃນສນຍາປາຣດວຍພດຕກຳຕວຈງ - image 1
 

ພະລັງຊີວິດຂອງສັນຍາປາຣີແມ່ນຢູ່ທີ່ການປະຕິບັດຕົວຈິງ. ໃນຮອບ 10 ຜ່ານມາ, ຂໍ້ບົກຜ່ອງໃຫຍ່ກວ່າໝູ່ຂອງການຫຼຸດການປ່ອຍກາກບອນໃນທົ່ວໂລກ ແມ່ນຍ້ອນການຂາດຄວາມສາມາດປະຕິບັດຕົວຈິງຢ່າງຕໍ່ເນື່ອງ. ສ່ວນການຮ່ວມມືລະຫວ່າງຈີນກັບອາຊຽນໄດ້ຖືໂຄງການຕ່າງໆເປັນຂົວຕໍ່ ເພື່ອເຮັດໃຫ້ຄວາມຮັບຜິດຊອບດ້ານດິນຟ້າອາກາດຫັນປ່ຽນເປັນໝາກຜົນທີ່ສາມາດສຳຜັດໄດ້. ໂຄງການມອນຊູນ ເປັນໂຄງການຜະລິດໄຟຟ້າດ້ວຍພະລັງງານລົມທີ່ໃຫຍ່ກວ່າໝູ່ໃນອາຊີຕາເວັນອອກສ່ຽງໃຕ້. ກັງຫັນລົມ 133ໜ່ວຍຕັ້ງຢູ່ເທິງສັນພູສູງ 1,000 ຫາ 2,200 ແມັດ, ແຕ່ລະປີຜະລິດໄຟຟ້າສີຂຽວໄດ້1 ຕື້ 720 ລ້ານກິໂລວັດໂມງ, ຫຼຸດການປ່ອຍກາກບອນ 1,560,000 ໂຕນ ຊຶ່ງເປັນການສ້າງເຕັກນິກດ້ານການຜະລິດໄຟຟ້າດ້ວຍພະລັງງານລົມໃຫ້ແກ່ລາວ ແລະ ເປັນການຕອບສະໜອງກັບການຂາດເຂີນພະລັງງານໄຟຟ້າຂອງອາຊີຕາເວັນອອກສ່ຽງໃຕ້ໃນລະດູແລ້ງ. ຄຸນຄ່າຂອງໂຄງການນີ້ບໍ່ໄດ້ຈຳກັດຢູ່ໃນການກໍ່ສ້າງເທົ່ານັ້ນ: ພະນັກງານທ້ອງຖິ່ນ 1,000 ກວ່າຄົນໄດ້ກາຍເປັນຊ່າງມືອາຊີບຜ່ານການຝຶກອົບຮົມຕ່າງໆ, ຢູ່ຕາມເສັ້ນທາງການກໍ່ສ້າງໂຄງການດັ່ງກ່າວໄດ້ຮັບການປັບປຸງຢ່າງຮອບຄອບເພື່ອຫຼີກລ່ຽງບໍ່ໃຫ້ສົ່ງຜົນກະທົບຕໍ່ສັດ ແລະ ພືດທີ່ຫາຍາກ 20 ກວ່າຊະນິດ.ໃນທີ່ສຸດກໍໄດ້ຮັບຜົນປະໂຫຍດໃນ 3 ດ້ານຄື: ການອະນຸລັກສິ່ງແວດລ້ອມນິເວດ, ການຫຼຸດການປ່ອຍກາກບອນ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

ຈນ ແລະ ອາຊຽນປະຕບດຕາມຄຳໝນສນຍາ​ຂອງ​ຕນ​ພາຍ​ໃນສນຍາປາຣດວຍພດຕກຳຕວຈງ - image 2
 

ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ບັນດາຝ່າຍຕ້ອງຢຶດໝັ້ນລັດທິຫຼາຍຝ່າຍຢ່າງແທ້ຈິງ. ການຮ່ວມມືແບບສີຂຽວລະຫວ່າງຈີນກັບອາຊຽນໃນຮອບ 10 ປີຜ່ານມາ ໄດ້ກາຍເປັນແບບຢ່າງຂອງການປະສານງານລະຫວ່າງບັນດາປະເທດເຂດໂລກໃຕ້.ສອງຝ່າຍບໍ່ພຽງແຕ່ໄດ້ສ້າງສາຍສົ່ງໄຟຟ້າຂ້າມຊາດ16 ສາຍໃຫ້ສຳເລັດ, ສົ່ງພະລັງໄຟຟ້າຂ້າມຊາດຫຼາຍກວ່າ 75 ຕື້ກິໂລວັດໂມງແລະພະລັງງານໄຟຟ້າສີຂຽວຫຼາຍກວ່າ 90% ເທົ່ານັ້ນ, ຍິ່ງໄດ້ກຳນົດ 6 ຂົງເຂດການຮ່ວມມືໃຫຍ່ ເຊັ່ນ: ການຄ້າສີຂຽວ, ພະລັງງານໝູນວຽນ ແລະ ອື່ນໆໃນ “ອະນຸສັນຍາການຍົກລະດັບເຂດການຄ້າເສລີຈີນ-ອາຊຽນ 3.0” ແລະສ້າງກົນໄກຮອງຮັບມາດຕະຖານພະລັງງານໃໝ່ອີກດ້ວຍຊຶ່ວເຮັດໃຫ້ຕ່ອງໂສ້ອຸດສາຫະກຳສີຂຽວໄດ້ຮັບການພັດທະນາແບບຊ່ວຍຊູຍູ້ໜູນກັນຢ່າງມີປະສິດທິພາບສູງ.

ຫຼັກການ “ຄວາມຮັບຜິດຊອບຮ່ວມກັນແຕ່ມີຄວາມແຕກຕ່າງກັນແລະອີງຕາມຄວາມສາມາດຂອງໃຜລາວ” ແມ່ນຫຼັກການແກນກາງຂອງ “ສັນຍາປາຣີ" ໃນຖານະເປັນພື້ນຖານຂອງການຄຸ້ມຄອງດິນຟ້າອາກາດທົ່ວໂລກ. ຫຼັກການດັ່ງກ່າວຮຽກຮ້ອງໃຫ້ປະເທດທີ່ພັດທະນາແລ້ວແລະ ປະເທດກຳລັງພັດທະນາພິຈາລະນາເຖິງຄວາມແຕກຕ່າງກັນດ້ານການລະບາຍອາຍພິດເຮືອນແກ້ວໃນປະຫວັດສາດ ແລະຄວາມຮຽກຮ້ອງຕ້ອງການໃນໄລຍະການພັດທະນາຢ່າງເຕັມທີ່ ໃນຂະນະທີ່ຮັບຜິດຊອບຫຼຸດການລະບາຍອາຍພິດດັ່ງກ່າວ. ການຮ່ວມມືລະຫວ່າງຈີນ-ອາຊຽນໄດ້ຢຶດໝັ້ນອຸດົມການແຕ່ຫົວທີທີ່ມີຄວາມຍຸຕິທຳດ້ານດິນຟ້າອາກາດຢ່າງສະເໝີຕົ້ນສະເໝີປາຍ, ເຮັດໃຫ້ການຫັນປ່ຽນເປັນແບບສີຂຽວກາຍເປັນໂອກາດການພັດທະນາຮ່ວມກັນ, ຫາກບໍ່ແມ່ນການແບກຫາບແຕ່ຝ່າຍດຽວ. ປະເທດລາວປາຖະໜາຢາກກາຍເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສ່ຽງໃຕ້”, ຈີນບໍ່ພຽງແຕ່ໄດ້ຊ່ວຍເຫຼືອລາວສຸມໃສ່ຊຸກຍູ້ການກໍ່ສ້າງໂຄງການຜະລິດໄຟຟ້າດ້ວຍພະລັງງານລົມ ແລະເຂື່ອນໄຟຟ້ານ້ຳຕົກເທົ່ານັ້ນ, ຍິ່ງໄດ້ຊ່ວຍເຫຼືອປະຊາຊົນທ້ອງຖິ່ນຕ່າງໆຂອງລາວໃນດ້ານເຕັກໂນໂລຊີພະລັງງານສະອາດ ໂດຍຜ່ານການຝຶກອົບຮົມດ້ານເຕັກໂນໂລຊີທີ່ເປັນລະບົບ; ອາຊຽນໄດ້ສະເໜີເປົ້າໝາຍໃຫ້ພະລັງງານໝູນວຽນກວມເອົາຍອດປະລິມານພະລັງງານເຖິງ 45% ເມື່ອຮອດປີ 2030, ຈີນໄດ້ຫຼຸດຕົ້ນທຶນການຜະລິດອຸປະກອນຜະລິດໄຟຟ້າດ້ວຍພະລັງງານລົມແລະພະລັງງານແສງຕາເວັນໃຫ້ຕ່ຳລົງຢ່າງຫຼວງຫຼາຍໂດຍອີງໃສ່ເຕັກໂນໂລຊີທີ່ສຸກງອມເຮັດໃຫ້ປະເທດກຳລັງພັດທະນາສາມາດນຳໃຊ້ພະລັງງານສີຂຽວໄດ້ໃນລາຄາຖືກຢ່າງແທ້ຈິງ. ນັບມາຮອດເດືອນຕຸລາປີ 2025, ຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃຕ້-ໃຕ້ໃນຂົງເຂດການປ່ຽນແປງຂອງດິນຟ້າອາກາດ 55 ສະບັບກັບ 43 ປະເທດກຳລັງພັດທະນາ, ໄດ້ຊ່ວຍເຫຼືອປະເທດກຳລັງພັດທະນາຍົກລະດັບຄວາມສາມາດໃນການຄຸ້ມຄອງດິນຟ້າອາກາດ ໂດຍຜ່ານການສ້າງເຂດສາທິດກາກບອນຕ່ຳ, ປະຕິບັດໂຄງການຫຼຸດຜ່ອນຫຼືປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ, ຈັດກອງປະຊຸມສຳມະນາແລກປ່ຽນແລະອື່ນໆ ຊຶ່ງໄດ້ຮັບການຍ້ອງຍໍຊົມເຊີຍຈາກປະຊາຄົມໂລກຢ່າງກວ້າງຂວາງ ໃນຂະນະທີ່ຊ່ວຍປັບປຸງຊີວິດການເປັນຢູ່ຂອງປະຊາຊົນປະເທດເຫຼົ່ານີ້ໃຫ້ສູງຂຶ້ນ.

ຈນ ແລະ ອາຊຽນປະຕບດຕາມຄຳໝນສນຍາ​ຂອງ​ຕນ​ພາຍ​ໃນສນຍາປາຣດວຍພດຕກຳຕວຈງ - image 3
 

10 ປີຮອບຕໍ່ໄປແມ່ນໄລຍະສຳຄັນຍິ່ງໃນການຄຸ້ມຄອງດິນຟ້າອາກາດ ໂດຍອີງຕາມ “ສັນຍາປາຣີ”. ໃນຂະບວນການຍາວນານທີ່ກ່ຽວຂ້ອງກັບຊາຕາກຳຂອງມວນມະນຸດ, ຈີນແລະ ອາຊຽນຈະສືບຕໍ່ລົງເລິກການຮ່ວມມືສີຂຽວດ້ວຍຈິດໃຈເປັນຄູ່ຮ່ວມມື, ມ້າງເພກຳແພງຕ່າງໆດ້ວຍການຊົມໃຊ້ເຕັກໂນໂລຊີຮ່ວມກັນແລະ ເຕົ້າໂຮມຄວາມເຫັນທີ່ເປັນເອກະພາບກັນດ້ວຍການກະທຳຕົວຈິງ. ຈີນຍິນດີຕ້ອນຮັບປະເທດຕ່າງໆເຂົ້າຮ່ວມການອອກເດີນທາງສີຂຽວບັ້ນນີ້ໃຫ້ຫຼາຍກວ່າເກົ່າ, ຢຶດໝັ້ນອຸດົມການແຕ່ຫົວທີຂອງ “ສັນຍາປາຣີ” ເພື່ອເຮັດໃຫ້ລັດສະໝີຂອງລັດທິຫຼາຍຝ່າຍຊີ້ທິດເຍືອງທາງໃຫ້ແກ່ການຄຸ້ມຄອງດິນຟ້າອາກາດແລະຮ່ວມກັນເຝົ້າຮັກສາໜ່ວຍໂລກສີຟ້າຂອງພວກເຮົາ.

ໂດຍ: ຊີອາໄອ

ຄໍາເຫັນ

ຂ່າວຕ່າງປະເທດ

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ພະ​ຈິກ​ນີ້, ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 9 ​​ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຮົງ​ຊຽວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ.
ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ​ ຜ່ານມາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນ 4 ພະຈິກ ຜ່ານມາວ່າ, ສິງກະໂປກຳລັງກະກຽມແກ້ໄຂກົດໝາຍວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເພີ່ມຄ່າປັບໃໝສູງສຸດເຖິງ 20 ລ້ານໂດລາສິງກະໂປ ສຳລັບບໍລິສັດ ຫຼື ບຸກຄົນທີ່ກ່ຽວຂ້ອງກັບວິກິດການໝອກຄວັນ. ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບຂອງການສືບສວນ ແລະ ລົງໂທດຜູ້ລັກລອບເຜົາພື້ນທີ່ຢ່າງເດັດຂາດ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ທ່ານ ນາມານ ກາຣຸນຣັດຕະນະ ລັດຖະມົນຕີກະຊວງກະສິກຳ ແລະ ການລ້ຽງສັດ ຂອງສີລັງກາ ໄດ້ເປີດເຜີຍແຜນການຂະຫຍາຍຂອບເຂດເງິນອຸດໜູນການປູກພືດສຳລັບຊາວກະສິກອນທີ່ປູກພືດສະບຽງອາຫານ 12 ຊະນິດໃນທົ່ງນາ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງສີລັງກາທີ່ຊາວກະສິກອນທີ່ປູກພືດຊະນິດອື່ນນອກຈາກເຂົ້າຈະໄດ້ຮັບເງິນອຸດໜູນຄືກັນກັບຊາວກະສິກອນປູກເຂົ້າໃນປັດຈຸບັນ.
ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ ຜ່ານມາ, ກອງ​ປະ​ຊຸມ​ສຸດຍອດ​ອິນ​ເຕີ​ເນັດ​ໂລກ​ປີ 2026 ​​ໄດ້​ເປີດຂຶ້ນຢູ່​ຕາ​ແສງ​ອູ່​ເຈີ້ນ ​ແຂວງ​ເຈີ້​ຈ່ຽງ​ ຈີນ, ພາຍ​ໃຕ້​ຫົວ​ຂໍ້ “​ເປີດ​ແຫຼ່ງ​ລະ​ຫັດ ​ການ​ຮ່ວມ​ມື​ແບບ​ເປີດ ສ້າງ​ສາ​ຮ່ວມ​ກັນ​ຊົມ​ໃຊ້​ຮ່​ວມ​ກັນ - ​ເຮັດ​ວຽກ​ຮ່ວ​ມ​ກັນເພື່ອ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕ​າ​ກຳ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ”, ​
ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ຫວຽດນາມ ເປີດຕົວແຜນທີ່ດີຈີຕອນວັດທະນະທຳຢ່າງເປັນທາງການ

ວິທະຍຸກະຈາຍສຽງຫວຽດນາມລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ແພລດຟອມແຜນທີ່ດີ​ຈີຕອນວັດທະນະທຳ ຫວຽດນາມ (CMAP) ໄດ້ເປີດຕົວຢ່າງເປັນ​ທາງ​ການໃນວັນທີ 1 ພະຈິກ ຜ່ານມາ, ​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ແຫ່ງ​ຊາດ​ພິ​ເສດ ວັນມຽວ - ກວັກຕືຢຽມ ນະຄອນຫຼວງຮ່າໂນ້ຍ. ໂດຍມີຈຸດປະສົງ​ເພື່ອ​ເຊື່ອມຕໍ່ຂໍ້ມູນດ້ານ​ວັດ​ທະ​ນະ​ທຳ​ໃນສະພາບແວດລ້ອມດີ​ຈີຕອນ, ຮັບໃຊ້ປະ​ຊາ​ຊົນ, ​ນັກທ່ອງທ່ຽວ, ​ອົງ​ກາ​ນ​ຄຸ້ມ​ຄອງ ແລະ ວິ​ສາ​ຫະ​ກິດ; ປະກອບສ່ວນ​ຍົກ​ສູງ​ຄວາມ​ສາ​ມາດເຂົ້າເຖິງ, ໂຄ​ສະ​ນາ ແລະ ການຂຸດຄົ້ນ​ບັນ​ດາ​ແຫຼ່ງກຳລັງ​ດ້ານວັດທະນະທຳຂອງ ຫວຽດນາມ ​ຢ່າງ​ມີປະ​ສິດ​ທິ​ຜົນ.
ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ການປະ​ຕິ​ວັດ​ໂດຍຕົນ​ເອງ ແມ່ນ​ຄຳ​ຕອບ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ເພື່ອ​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ໃນ​ການ​ກຳ​ອຳ​ນາດ

ຖ້າພວກ​ເຮົາປຽບ​ທຽບ​ພັກ​ການ​ເມືອງ​ເປັນ​ຕົ້ນ​ໄມ້​ໃຫຍ່ສູງ, ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ກໍ​ຄື​ການ​ປະ​ເຊີ​ນ​ໜ້າ​ໂດຍ​ກົງ​ຕໍ່​ບັນ​ຫາ​ພາຍ​ໃນ​ພັກ ຄື: ເປັນ​ເຈົ້າ​ການກຳ​ຈັດ​ປວກ ແລະ ຕັດຮອນກິ່ງ​ງ່າ​ທີ່​ຕາຍ​ແລ້ວ ເພື່ອ​ຮັບ​ປະ​ກັນ​ຄວາມ​ແຂງ​ແຮງ ແລະ ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົ້ນ​ໄມ້. ນີ້ຄືທິດ​ສະ​ດີສຳ​ຄັນ​ກ່ຽວ​ກັບການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​​ທີ່ສະ​ເໜີ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ຜູ້​ນຳ​ສູງ​ສຸດ​ຂອງ​ຈີນ ​ຮ່ວມກັບ​ການ​ຕິດ​ຕາມກວດ​ກາ​ໂດຍ​ປະ​ຊາ​ຊົນທີ່​ສະ​ເໜີ​ໂດຍ​ທ່ານ​ ເໝົາ​ເຈີຕຸ່ງ ຜູ້​ນຳ​ຮຸ່ນ​ທຳ​ອິດ​ຂອງ ສ​ປ​ ຈີນ ​ໄດ້​ປະ​ກອບ​ເປັນ​ສອງ​ຄຳ​ຕອບ​ເພື່ອພົ້ນ​ອອກ​ຈາກວັດ​ຖະ​ຈັກ​ປະ​ຫວັດ​ສາດ​ແຫ່ງ​ການ​ຈາກ​ຄວາມ​ຈະ​ເລີນຮຸ່ງ​ເຮືອງ​ໄປ​ສູ່​ຄວາມ​ຊຸດ​ໂຊມ ໂດຍ​ໄດ້​ຕອບ​ຄຳ​ຖາມ​ພື້ນ​ຖານ​ທີ່​ວ່າ ​ພັກ​ໃຫຍ່ຈະ​ກຳ​ຈັດພ​ະ​ຍາດ​ຊຳ​ເຮື້ອພາຍ​ໃນ​ພັກ​ຄື​ແນວ​ໃດ​ໃນ​ການ​ກຳ​ອຳ​ນາດ​ໄລ​ຍະ​ຍາວ ເພື່ອ​ຮັກ​ສາ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ຂອງ​ຕົນ​ຢູ່​ສະ​ເໝີ.
ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານເປັນຍຸດ​ທະ​ສາດ​ໄລ​ຍະ​ຍາວ​ສຳ​ລັບ​ການກໍ່​ສ້າງ​ໂດຍ​​ຕົນ​ເອງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ

ຄົນ​ເຮົາ​ຢາກ​ມີ​ສຸ​ຂະ​ພາບແຂງ​ແຮງ, ສິ່ງ​ຄຳ​ຄັນ​ແມ່ນ​ຢູ່​ກັບ​ການ​ຮັກ​ສາ​ປະ​ຈຳ​ວັນ ແລະ ຢຶດ​ໝັ້ນ​ການ​ອອກ​ກຳ​ລັງ​ກາຍ​ຢ່າງ​ຕໍ່​ເນື່ອງ, ແຕ່ບໍ່​ແມ່ນ​ການ​ປິ່ນ​ປົວຫຼັງ​ເຈັບ​ປ່ວຍ. ສຳ​ລັບ​ພັກ​ກອມ​ມູ​ນິດ​ຈີນ​ທີ່​​ກຳ​ອຳ​ນາດມາ​ເປັນ​ເວ​ລາ​ຍາວ​ນານ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານແມ່ນ “​ການ​ອອກ​ກຳ​ລັງ​ກາຍ​ຂອງ​ພັກ​ການ​ເມືອງ” ທີ່​ເປັນ​ປົກ​ກະ​ຕິ, ມັນບໍ່​ແມ່ນ​ການ​ປັບ​ປຸງ​ເປັນ​ໄລ​ຍະ​, ແຕ່​ເປັນ​ການ​ຝຶກ​ຝົນ​ຫຼໍ່ຫຼອມ​​ໂດຍຕົນ​ເອງ ແລະ ການ​ປະ​ຕິ​ວັດ​ໂດຍ​ຕົນ​ເອງ​ໃນ​ໄລ​ຍະ​ຍາວ​ສຳ​ລັບ​ພັກ​ທີ່​ມີ​ອາ​​ຍຸ​ຮ້ອຍກວ່າ​ປີ​ເພື່ອ​ຮັກ​ສາ​ຄວາມ​ເຂັ້ມ​ແຂງ​ຂອງ​ຕົນ.
ເພີ່ມເຕີມ