ຈີນ-ອາຊຽນ ຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ

ຈີນ-ອາຊຽນ ຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ

ຈີນ-ອາຊຽນ ຮ່ວມກັນສະເຫຼີມສະຫຼອງບຸນກຸດຈີນຢ່າງເບີກບານມ່ວນຊື່ນ
ການສະຫຼອງບຸນປີໃໝ່ (ກຸດຈີນ) ຄວາມໝາຍບໍ່ພຽງແຕ່ເປັນການໝູນວຽນ ປ່ຽນຖ່າຍສະເພາະການເວລາເທົ່ານັ້ນ ແຕ່ຄວາມໝາຍອັນເລິກເຊິ່ງຂອງການສະຫຼອງບຸນປີໃໝ່ຂອງປີນີ້ ຊຶ່ງກົງກັບປີມະເມຍ (ປີມ້າ) ຕາມປະຕິທິນຈັນທະຄະຕິຈີນ. ໝາຍເຖິງການກ້າວໄກ, ກ້າວກະໂດດ ໄປສູ່ຄວາມຫວັງໃໝ່ໃນອະນາຄົດ. ການສະຫຼອງກຸດຈີນປີນີ້,ພໍດີກົງກັບວັນສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຈີນ-ອາຊຽນ ຄົບຮອບ 5 ປີ.
ຈນ-ອາຊຽນ ຮວມກນສະເຫມສະຫອງບນກດຈນຢາງເບກບານມວນຊນ - image 1
 

ໃນວັນທີ 5 ກຸມພາ 2026 ນີ້, ຫ້ອງການຖະແຫຼງຂ່າວຂອງອົງການການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ພະແນກວັດທະນະທຳ ແລະ ທ່ອງທ່ຽວຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ຮ່ວມກັນປະຕິບັດງານໂດຍສູນສື່ສານສາກົນກວາງຊີ ຂອງສຳນັກຂ່າວໜັງສືພິມລາຍວັນກວາງຊີ, ສະຖານີວິທະຍຸ ແລະ ໂທລະພາບກວາງຊີ, ກຸ່ມບໍລິສັດພັດທະນາການທ່ອງທ່ຽວກວາງຊີ ແລະ ໄດ້ຮັບການສະໜັບສະໜູນຈາກຄະນະທູຕານູທູດຈີນປະຈຳອາຊຽນ, ຄະນະທູຕານູທູດມາເລເຊຍປະຈຳອາຊຽນ ແລະ ກອງເລຂາອາຊຽນ. ໄດ້ຈັດງານຄານີວານມະໂຫລານວັດທະນະທໍາກຸດຈີນ 2026 ຢູ່ທີ່ສຳນັກງານໃຫຍ່ອາຊຽນ ນະຄອນຫຼວງຈາກາຕາ ອິນໂດເນເຊຍ ຢ່າງສຳເລັດຜົນ.

ເຂົ້າຮ່ວມງານມີບັນດາທູຕານູທູດ 11 ປະເທດອາຊຽນ ແລະ ຄູ່ຮ່ວມເຈລະຈາພາຍນອກເຊັ່ນ: ຣັດເຊຍ, ອັງກິດ ອົສຕາລີ, ສ ເກົາຫຼີ, ເບຣຊິນ ແລະ ເຈົ້າໜ້າທີ່ອາວຸໂສຂອງກອງເລຂາອາຊຽນ, ສື່ມວນຊົນຫຼັກຂອງບັນດາປະເທດອາຊຽນ, ນັກສຶກສາ ແລະ ຄູ-ອາຈານ ມະຫາວິທະຍາໄລ ອິນໂດເນເຊຍ, ຕາງໜ້າວິສາຫະກິດຈີນປະຈຳອິນໂດເນເຊຍ ຫຼາຍກວ່າ 250 ຄົນ ເຂົ້າຮ່ວມ.

ຈນ-ອາຊຽນ ຮວມກນສະເຫມສະຫອງບນກດຈນຢາງເບກບານມວນຊນ - image 2
 

ການສະເຫຼີມສະຫຼອງບຸນກຸດຈີນຈັດຂຶ້ນຢູ່ສຳນັກງານໃຫຍ່ອາຊຽນເປັນຄັ້ງທຳອິດ. ແຂກທີ່ເຂົ້າຮ່ວມໄດ້ຮ່ວມກັນພັນລະນາວິໄສທັດອັນສົດໃສຄຽງຄູ່ກັບການພັດທະນາໂລກາພິວັດຢ່າງເລິກເຊິ່ງ, ບຸນກຸດຈີນທີ່ມີມາແຕ່ບູຮານນະການ ບໍ່ພຽງແຕ່ເປັນບຸນແຫ່ງການເຕົ້າໂຮມຄວາມສາມັກຄີຂອງຊາວຈີນເທົ່ານັ້ນ, ຫາກຍັງກາຍເປັນສາຍພົວພັນໃໝ່ ສຳລັບການແລກປ່ຽນ ແລະ ສົນທະນາກັນລະຫວ່າງອາລະຍະທຳຕ່າງໆ. ບຸນກຸດຈີນບົ່ງບອກເຖິງຄວາມໝາຍການຄົງຕົວໃນໂລກ ເຊັ່ນວ່າ: ການຢູ່ຮ່ວມກັນຢ່າງກົມກຽວກັນ ແບບເພິ່ງພາອາໄສກັນ ຊຶ່ງກົງກັບຄ່ານິຍົມທີ່ບັນດາປະເທດອາຊຽນຄົ້ນຫາຄື ຄວາມສາມັກຄີ ແລະ ການຮ່ວມມື. ແນວຄິດການພັດທະນາແບບຍືນຍົງການສົ່ງສິ່ງເກົ່າ ແລະ ການຕ້ອນຮັບສິ່ງໃໝ່ ແມ່ນກົງກັບວິໄສທັດທີ່ສົດໃສ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນຢູ່ພາກພື້ນອາຊຽນ.

ຈນ-ອາຊຽນ ຮວມກນສະເຫມສະຫອງບນກດຈນຢາງເບກບານມວນຊນ - image 3
 

ທ່ານ ດຣ. ກາວ ກິມຮຸນ ເລຂາທິການໃຫຍ່ອາຊຽນ ໄດ້ກ່າວຄຳເຫັນຜ່ານວິດີໂອວ່າ: ເມື່ອກາລະເວລາຜ່ານໄປ, ບຸນກຸດຈີນໄດ້ກາຍເປັນງານບຸນສະເຫຼີມສະຫຼອງໃນທົ່ວໂລກ. ການທີ່ບຸນກຸດຈີນໄດ້ຖືກຈັດເຂົ້າໃນບັນຊີລາຍຊື່ຕົວແທນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດ ໂດຍອົງການອຸຍແນັສໂກ ສະຫະປະຊາຊາດ ໃນປີ 2024 ໄດ້ສະແດງໃຫ້ເຫັນເຖິງເນື້ອໃນອັນອຸດົມສົມບູນຂອງບຸນກຸດຈີນທີ່ເປັນມໍລະດົກອັນລ້ຳຄ່າຂອງມວນມະນຸດ. ຫຼາຍປະເທດສະມາຊິກອາຊຽນກໍໄດ້ສະເຫຼີມສະຫຼອງບຸນກຸດຈີນ ຫຼື ບຸນປີໃໝ່ ປະຕິທິນຈັນທະຄະຕິຈີນ ຊຶ່ງເປັນການເຕືອນໃຈໃຫ້ເຫັນເຖິງສາຍພົວພັນຄວາມຮັກແພງຊຶ່ງກັນ ແລະ ກັນ ທີ່ຢູ່ເໜືອຂອບເຂດຊາຍແດນປະເທດດ້ວຍກັນ. ອາຊຽນກໍຈະສືບຕໍ່ມຸ່ງໝັ້ນໃສ່ການສ້າງປະຊາຄົມທີ່ມີຄວາມພາກພູມໃຈໃນເອກະລັກຂອງຕົນ, ຕັ້ງໜ້າປະຕິບັດພາລະໜ້າທີ່ໃນການປົກປັກຮັກສາ, ສືບສານ ແລະ ປະດິດສ້າງວັດທະນະທຳ, ສິລະປະ ແລະ ມູນເຊື້ອທີ່ດີງາມ, ພ້ອມທັງຊຸກຍູ້ການພັດທະນາອຸດສາຫະກຳວັດທະນະທຳທີ່ມີການປະດິດສ້າງ. ເນື່ອງໃນໂອກາດຕ້ອນຮັບປີມະເມຍ ຫຼື ປີມ້ານີ້, ຫວັງວ່າບັນດາທ່ານຈົ່ງຮ່ວມກັນຕ້ອນຮັບຄວາມສະຫງ່າງາມ, ຄວາມມີຊີວິດຊີວາ, ກຳລັງຂັບເຄື່ອນທີ່ໂຕມ້ານຳເອົາມາ ແລະ ຮ່ວມກັນຕ້ອນຮັບ ແລະ ກ້າວໄປສູ່ປີໃໝ່ ດ້ວຍຄວາມຫວັງ, ຄວາມອົດທົນ ແລະ ຄວາມສາມັກຄີ.

ທ່ານ ວາງ ສິງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ອາຊຽນ ກ່າວວ່າ: ບຸນກຸດຈີນ ເປັນສັນຍາລັກແຫ່ງການເຕົ້າໂຮມຄວາມສາມັກຄີ, ຄວາມມ່ວນຊື່ນ ແລະ ຄວາມປອງດອງກັນ, ການສະເຫຼີມສະຫຼອງບຸນກຸດຈີນຮ່ວມກັນ, ແມ່ນຕົວແບບອັນມີຊີວິດຊີວາທີ່ໃຫ້ເຫັນເຖິງຄວາມຮັກແພງລະຫວ່າງປະຊາຊົນ, ການເຊື່ອມໂຍງທາງດ້ານອາລິຍະທຳ ແລະ ການຢູ່ຮ່ວມກັນຢ່າງກົມກຽວກັນ ລະຫວ່າງຈີນ-ອາຊຽນ. ປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ ນັບມື້ນັບມີຄວາມແໜ້ນແຟ້ນຂຶ້ນ ແລະ ໄດ້ສ່ອງແສງໃຫ້ເຫັນເຖິງພະລັງແຮງແຫ່ງຊີວິດອັນແຂງແຮງ ຊຶ່ງໄດ້ສ້າງເປັນແບບຢ່າງໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ທ່ານໄດ້ກ່າວເນັ້ນວ່າ: ກວາງຊີ ເປັນບ່ອນເຊື່ອມຕໍ່ ແລະ ເຊື່ອມໂຍງທີ່ສຳຄັນ ໃນການແລກປ່ຽນ ແລະ ການຮ່ວມມືມິດຕະພາບດ້ວຍກັນ ລະຫວ່າງຈີນ-ອາຊຽນ ຊຶ່ງໄດ້ເສີມຂະຫຍາຍບົດບາດການເປັນປະຕູ + ເຄື່ອງຈັກຂັບເຄື່ອນ ໃນການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງຈີນ-ອາຊຽນ. ໃນປີໃໝ່ນີ້ ຂໍອວຍພອນຢ່າງຈິງໃຈວ່າ ການຮ່ວມມືຈີນ-ອາຊຽນຈົ່ງມີຫຼາຍຂຶ້ນ ແລະ ມິດຕະພາບລະຫວ່າງປະຊາຊນຈີນ-ລາວ ຈົ່ງມີຄວາມສະໜິດແໜ້ນຂຶ້ນຢ່າງບໍ່ຢຸດຢັ້ງດັ່ງຝູງມ້າທີ່ແລ່ນໄວ ແລະ ບໍ່ມີສິ່ງໃດທີ່ຈະກີດຂວາງໄດ້.

ທ່ານ ຫຼີພັນ ຫົວໜ້າຫ້ອງການຖະແຫຼງຂ່າວ, ອົງການການປົກຄອງ, ເຂດປົກຄອງຕົນເອງເຜົ່າຈ້ວງ ກວາງຊີ ສປ ຈີນ ກ່າວຄຳເຫັນວ່າ: ກວາງຊີພູມໃຈໃນການເປັນເຈົ້າພາບຈັດງານທີ່ສຳນັກງານໃຫຍ່ອາຊຽນ. ໃນຖານະທີ່ເປັນເຈົ້າພາບຈັດງານວາງສະແດງຈີນ-ອາຊຽນ ປະຈຳກວາງຊີ ເປັນເວທີທີ່ສຳຄັນສຳລັບການຮ່ວມມືດ້ານເສດຖະກິດ ແລະ ການຄ້າ ແລະ ການແລກປ່ຽນວັດທະນະທຳດ້ວຍ ລະຫວ່າງຈີນ-ອາຊຽນ. ກວາງຊີກຳລັງຮ່ວມມືກັບບັນດາປະເທດອາຊຽນ ເພື່ອສ້າງເສັ້ນທາງການພັດທະນາ AI, ຄົ້ນຄວ້າ ແລະ ພັດທະນາຢູ່ປັກກິ່ງ, ຊຽງໄຮ້, ແລະ ກວາງໂຈ່ວ + ເຊື່ອມໂຍງຢູ່ກວາງຊີ + ນຳໃຊ້ຢູ່ອາຊຽນ" ແລະ ສ້າງລະບົບຕ່ອງໂສ້ການຄ້າໃໝ່ຢ່າງຫ້າວຫັນ, ຜະລິດຢູ່ອາຊຽນ + ແຈກຢາຍໃນກວາງຊີ + ຈຳໜ່າຍໃນທົ່ວປະເທດຈີນ. ໃນປີ 2026, ກວາງຊີຈະຮ່ວມມືກັບທຸກວົງການຂອງອາຊຽນ ເພື່ອຮ່ວມຈິດຮ່ວມໃຈ ແລະຮ່ວມແຮງຮ່ວມໃຈກັນກ້າວໄປຂ້າງໜ້າ, ເຮັດໃຫ້ຄວາມຮັກແພງຖານບ້ານໃກ້ເຮືອນຄຽງ ລະຫວ່າງຈີນ ແລະ ອາຊຽນ ມີຄວາມໜັກແໜ້ນຂຶ້ນໃນປະຫວັດສາດອັນຍາວນານ.

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ