ຈີນກາຍເປັນປະເທດຜະລິດດອກໄມ້ຫຼາຍອັນດັບໜຶ່ງຂອງໂລກ

ຈີນກາຍເປັນປະເທດຜະລິດດອກໄມ້ຫຼາຍອັນດັບໜຶ່ງຂອງໂລກ
ຂ່າວສານຊີອາໄອລາຍງານ ໃນວັນທີ 12 ກຸມພາ ຜ່ານມາ, ເນື່ອງຈາກຄວາມຕ້ອງການບໍລິໂພກເພີ່ມຂຶ້ນທຸກຊຶ່ງໄດ້ເຮັດໃຫ້ການຜະລິດດອກໄມ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຈີນໄດ້ກາຍເປັນປະເທດຜະລິດດອກໄມ້ຫຼາຍອັນດັບໜຶ່ງຂອງໂລກກໍຄືເປັນປະເທດການຄ້າດອກໄມ້ແລະປະເທດບໍລິໂພກດອກໄມ້ທີ່ສຳຄັນຂອງໂລກ. ອີງຕາມໂຕເລກສະຖິຕິຂອງສະມາຄົມດອກໄມ້ຈີນສະແດງໃຫ້ເຫັນວ່າ: ເນື້ອທີ່ປູກດອກໄມ້ຂອງຈີນມີປະມານ1,5ລ້ານເຮັກຕາ, ຜູ້ປະກອບອາຊີບໃນຂະແໜງການດອກໄມ້ມີຫຼາຍກວ່າ 5 ລ້ານຄົນ.
ໃນຊຸມປີຜ່ານມາ, ການຜະລິດດອກໄມ້ສົດຂອງຈີນໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ, ເຂດຜະລິດດອກໄມ້ສົດຕົ້ນຕໍລວມມີ ແຂວງຢູນນານ, ແຂວງຈ່ຽງຊູ່, ແຂວງເຈີ້ຈ່ຽງ, ແຂວງກວາງຕຸ້ງແລະ ແຂວງອື່ນໆ, ໂດຍສະເພາະການຜະລິດດອກໄມ້ສົດຢູ່ແຂວງຢູນນານໄດ້ຮັກສາຈັງຫວະການເຕີບໂຕຢ່າງວ່ອງໄວມາໂດຍຕະຫຼອດ. ປີ2022 ຍອດມູນຄ່າການຈຳໜ່າຍດອກໄມ້ໃນຕະຫຼາດຂາຍຍ່ອຍທົ່ວປະເທດຈີນບັນລຸເຖິງ198ຕື້680ລ້ານຢວນ, ຍອດມູນຄ່າການຂາຍຍ່ອຍຜ່ານຮ້ານຂາຍດອກໄມ້ຕົວຈິງບັນລຸເຖິງ90ຕື້ຢວນ, ຍອດມູນຄ່າການຂາຍຍ່ອຍຜ່ານທາງການຄ້າເອເລັກໂຕຣນິກເພີ່ມຂຶ້ນເປັນ 108ຕື້ 680ລ້ານຢວນ ຊຶ່ງກວມ 54,6% ຂອງຍອດມູນຄ່າການຈຳໜ່າຍ.

ຄໍາເຫັນ

ຂ່າວຕ່າງປະເທດ

ການບາດເຈັບທີ່ຫົວອາດເຮັດໃຫ້ເກີດການປ່ຽນແປງຂອງສະໝອງໃນໄລຍະຍາວ

ການບາດເຈັບທີ່ຫົວອາດເຮັດໃຫ້ເກີດການປ່ຽນແປງຂອງສະໝອງໃນໄລຍະຍາວ

ຂ່າວຕ່າງປະເທດລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ມະຫາວິທະຍາໄລ Adelaide ໃນອົສຕຣາລີ ໄດ້ເປີດເຜີຍຜົນການສຶກສາເບື້ອງຕົ້ນທີ່ຊີ້ໃຫ້ເຫັນວ່າ, ການບາດເຈັບທີ່ສະໝອງ (TBI) ຊຶ່ງລວມທັງສະໝອງໄດ້ຮັບການກະທົບກະເທືອນ, ອາດຈະເຮັດໃຫ້ເກີດການປ່ຽນແປງຂອງສະໝອງທີ່ສາມາດກວດພົບໄດ້ເຖິງແມ່ນວ່າຜ່ານໄປຫຼາຍທົດສະວັດ, ແມ່ນແຕ່ໃນຜູ້ໃຫຍ່ທີ່ມີສຸຂະພາບແຂງແຮງ.
20 ມື້ທຳອິດຂອງເດືອນກຸມພາ ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 23.5%

20 ມື້ທຳອິດຂອງເດືອນກຸມພາ ການສົ່ງອອກຂອງ ສ ເກົາຫຼີ ເພີ່ມຂຶ້ນ 23.5%

ຂ່າວຕ່າງປະເທດລາຍງານວ່າ: ຫ້ອງການພາສີ ສ ເກົາຫຼີ ໄດ້ເປີດເຜີຍຫວ່າງມໍ່ໆມານີ້ວ່າ, ການສົ່ງອອກຂອງ ສ ເກົາຫຼີ ໃນລະຫວ່າງວັນທີ 1 ຫາ 20 ກຸມພາ ເພີ່ມຂຶ້ນ 23.5% ເມື່ອທຽບກັບປີກ່ອນ ເປັນ 43.5 ຕື້ໂດລາ ຈາກ 35.2 ຕື້ໂດລາ ໃນໄລຍະດຽວກັນຂອງປີກາຍ, ໂດຍໄດ້ຮັບແຮງຂັບເຄື່ອນຈາກຄວາມຕ້ອງການເຊມິຄອນດັກເຕີທີ່ເຂັ້ມແຂງ ເຖິງວ່າຈະມີຄວາມບໍ່ແນ່ນອນຈາກພາສີຂອງສະຫະລັດ ອາເມຣິກາ.
ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ອິນ​ເດຍ ​ແລະ ບຣາຊິນ ​ເຊັນ​ສັນຍາ​ການ​ຂຸດ​ຄົ້ນ​ບໍ່​ແຮ່ ​

ຂ່າວຕ່າງປະເທດລາຍງານ ໃນວັນທີ 23 ກຸມພາ ຜ່ານມາວ່າ: ອິນເດຍ ແລະ ບຣາຊິນ ໄດ້ປະກາດການລົງນາມໃນຂໍ້ຕົກລົງການຮ່ວມມືໃນຂະແໜງການຂຸດຄົ້ນບໍ່ແຮ່ ແລະ ແຮ່ທາດ ເພື່ອເສີມສ້າງສາຍພົວພັນການຄ້າ ແລະ ຕອບສະໜອງຄວາມຕ້ອງການເຫຼັກພາຍໃນປະເທດທີ່ເພີ່ມຂຶ້ນ.
ອາ​ຊຽນ ອອກ​ຖະ​ແຫຼງ​ການໃນໂອ​ກາດ​ 50 ປີ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ອາ​ຊຽນ ອອກ​ຖະ​ແຫຼງ​ການໃນໂອ​ກາດ​ 50 ປີ​ວັນ​ເຊັນ​ສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ວິທະຍຸກະຈາຍສຽງຫວຽດນາມລາຍງານ ໃນວັນທີ 24 ກຸມພາ ຜ່ານມາວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືອາຊີຕາເວັນອອກສ່ຽງໃຕ້ (TAC) (24/02/1976-24/02/2026), ບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ອອກຖະແຫຼງການເນັ້ນໜັກເຖິງຄວາມສຳຄັນ ແລະ ລັກສະນະເໝາະສົມຂອງສົນທິສັນຍາຄືດັ່ງເປັນຫຼັກແຫ່ງການປະພຶດພື້ນຖານໃຫ້ແກ່ສາຍພົວພັນລະຫວ່າງບັນດາປະເທດໃນພາກພື້ນ ແລະ ແມ່ນພື້ນຖານຂອງສັນຕິພາບ, ສະຖຽນລະພາບໃນພາກພື້ນ.
ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ ມີ​ນັກ​ທ່ອງ​ທ່ຽວ​ອອກ​ເດີນ​ທາງ 596 ລ້ານ​ເທື່ອ​ຄົນ

ໃນ​ໄລ​ຍະ​ພັກ​ບຸນ​ກຸດ​ຈີນ​ ມີ​ນັກ​ທ່ອງ​ທ່ຽວ​ອອກ​ເດີນ​ທາງ 596 ລ້ານ​ເທື່ອ​ຄົນ

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 24 ກຸມ​ພາ​ ຜ່ານມາ, ກະ​ຊວງວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ຈີນ ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ພັກບຸນ​ກຸດ​ຈີນ 2026 ເປັນ​ເວ​ລາ 9 ວັນ,
ຫວຽດນາມ ສຸມ​ໃສ່ວຽກ​ງານ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ

ຫວຽດນາມ ສຸມ​ໃສ່ວຽກ​ງານ​ເລືອ​ກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 24 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາກຳມາທິການຂອງສະພາແຫ່ງຊາດ.
ການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວໃນບຸນກຸດຈີນ ຕ້ອນຮັບກະແສໃໝ່ແບບ “ສວນກະແສ”

ການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວໃນບຸນກຸດຈີນ ຕ້ອນຮັບກະແສໃໝ່ແບບ “ສວນກະແສ”

“ລົດຕິດຢູ່ທົ່ວທຸກແຫ່ງ” ໃນໄລຍະບຸນກຸດຈີນປີນີ້, ຄໍາເວົ້ານີ້ກາຍເປັນຄວາມໃນໃຈຂອງຄົນທັງຫຼາຍ. ແນວໃດກໍຕາມ, ຢູ່ເບື້ອງຫຼັງສະພາບຄວາມແອອັດຂອງຂະບວນຄົນ ແລະ ລົດຢູ່ທ້ອງຖິ່ນຕ່າງໆຂອງຈີນແມ່ນການເຕີບໂຕຢ່າງຄຶກຄື້ນຂອງການບໍລິໂພກດ້ານວັດທະນະທໍາ ແລະ ການທ່ອງທ່ຽວຢ່າງທົ່ວເຖິງຂອງຈີນ. ນອກຈາກຕົວເມືອງໃຫຍ່ທີ່ມີຊື່ສຽງດ້ານວັດທະນະທໍາ ແລະ ການທ່ອງທ່ຽວແລ້ວ, ປີນີ້ຕົວເມືອງນ້ອຍທີ່ບໍ່ເປັນທີ່ຮູ້ຈັກໃນເມື່ອກ່ອນຂອງຈີນ ເຊັ່ນ: ນະຄອນສົງໂຈ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີຈີນ, ນະຄອນພູເອີ ແຂວງຢຸນນານ, ນະຄອນຈ່າງໂຈ່ວ ແຂວງຟູຈ້ຽນ, ນະຄອນຄາຍເຟີງ ແຂວງເຫີນານ ແລະ ນະຄອນເຕ້ຈິວ ແຂວງກວາງຕຸ້ງ ເປັນຕົ້ນ ໄດ້ກາຍເປັນ “ມ້າມືດ” ໃນດ້ານວັດທະນະທໍາ ແລະ ການທ່ອງທ່ຽວ, ເຮັດໃຫ້ມີປະກົດການທີ່ນັກທ່ອງທ່ຽວຈາກຕົວເມືອງໃຫຍ່ຊັ້ນ 1 ໄປຫຼິ້ນບຸນກຸດຈີນຢູ່ຕົວເມືອງນ້ອຍແບບ “ສວນກະແສ” ຈົນກາຍເປັນກະແສໃໝ່.
ຮອດປີ 2030 ນຳສະຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ ຫວຽດນາມ ​ເປັນ​ອົງ​ການ​ແຖວ​ໜ້າ​ໃນອາຊຽນ

ຮອດປີ 2030 ນຳສະຖາ​ບັນ​ບັນ​ດິດ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ ຫວຽດນາມ ​ເປັນ​ອົງ​ການ​ແຖວ​ໜ້າ​ໃນອາຊຽນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 23 ກຸມພາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ມອບຫຼຽນກາແຮງງານຊັ້ນໜຶ່ງໃຫ້ແກ່ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ. ໃນພິທີ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຍົກຄວາມຮຽກຮ້ອງຕ້ອງການຮອດປີ 2030 ນຳສະຖາບັນບັນດິດວິທະຍາສາດເຕັກໂນໂລຊີຫວຽດນາມ ກາຍເປັນອົງການຄົ້ນຄວ້າວິທະຍາສາດ ເຕັກໂນໂລຊີແຖວໜ້າໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).
ທ່ານ ​ຫວາງ​ຢີ້​ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງທີ 61

ທ່ານ ​ຫວາງ​ຢີ້​ ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງທີ 61

ຂ່າວສານຊີອາໄອລາຍງານວ່າ: ໃນວັນ​ທີ 23 ກຸມ​ພາ ຜ່ານມາ, ທ່ານ​ ຫວາງ​ຢີ້ ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງກອງ​ປ​ະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງທີ 61 ແລະ ປະ​ກອບ​ຄຳ​ເຫັນຜ່ານ​ທາງວິ​ດີ​ໂອ​ ທີ່ນະ​ຄອນຫຼວງ​ປັກ​ກິ່ງ.
ປິດງານກິລາໂອແລັມປິກລະດູໜາວຄັ້ງທີ 25

ປິດງານກິລາໂອແລັມປິກລະດູໜາວຄັ້ງທີ 25

ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 22 ກຸມພາ ຜ່ານມາ, ງານກິລາໂອແລັມປິກລະດູໜາວຄັ້ງທີ 25 ໄດ້ປິດລົງຢູ່ສະໜາມແຂ່ງຂັນເວໂຣນາຂອງອີຕາລີທີ່ມີປະຫວັດມາເປັນເວລາ 2 ພັນປີ ຊຶ່ງເປັນຄັ້ງທຳອິດທີ່ຈັດພິທີຢູ່ຮ່ອງຮອຍບູຣານທີ່ຖືກຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກໃນປະຫວັດສາດຂອງງານກິລາໂອແລັມປິກ.
ເພີ່ມເຕີມ