ຈີນ-ລາວ ສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ອຸດສາຫະກຳ

ຈີນ-ລາວ ສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ອຸດສາຫະກຳ

ຈີນ-ລາວ ສົ່ງເສີມການຮ່ວມມືດ້ານການສຶກສາ ແລະ ອຸດສາຫະກຳ
ບໍລິສັດການກໍ່ສ້າງເມືອງລົດໄຟຈີນກຣຸບຈຳກັດ ສາຂາອາຊີຕາເວັນອອກສ່ຽງໃຕ້ໄດ້ເດີນທາງໄປວິທະຍາໄລເຕັກນິກ-ວິຊາຊີບການລົດໄຟ ສປປ ລາວ ເພື່ອຮ່ວມງານມະຫາກຳການຮັບສະໝັກງານພາຍໃນສະຖານບັນການສຶກສາເພື່ອສືບຕໍ່ສົ່ງເສີມ ການຮ່ວມມືດ້ານການສຶກສາແລະອຸດສາຫະກຳລະຫວ່າງຈີນ-ລາວ ແລະ ຊ່ວຍເສີມສ້າງພັດທະນາທີມງານບຸກຄະລາກອນທ້ອງຖິ່ນຂອງບໍລິສັດ,
ຈນ-ລາວ ສງເສມການຮວມມດານການສກສາ ແລະ ອດສາຫະກຳ - image 1
 

ເມື່ອບໍ່ດົນມານີ້, ບໍລິສັດດັ່ງກ່າວໄດ້ເຂົ້າຮ່ວມງານຮັບສະໝັກງານໂດຍພິເສດພາຍໃນງານຄັ້ງນີ້ເປັນການຮ່ວມມືລະຫວ່າງສະຖານສຶກສາກັບບໍລິສັດເພື່ອພັດທະນາບຸກຄະລາກອນ ແລະ ສົ່ງຕໍ່ບຸກຄະລາກອນວິຊາຊີບດ້ານເຕັກນິກທ້ອງຖິ່ນຕາມເປົ້າໝາຍ, ງານຄັ້ງນີ້ໄດ້ຈັດຂຶ້ນທີ່ເດີ່ນກິລາໃນຮົ່ມຂອງວິທະຍາໄລ ຊຶ່ງບັນຍາກາດພາຍໃນງານມີຄວາມຄຶກຄື້ນ ແລະ ມີຜູ້ເຂົ້າຮ່ວມຈຳນວນຫຼາຍ, ໃນນັ້ນ,ນັກສຶກສາລາວທີ່ກຳລັງຈະຈົບການສຶກສາຈາກສາຂາທີ່ກ່ຽວຂ້ອງກັບລົດໄຟຈຳນວນຫຼາຍໄດ້ນຳໃບປະຫວັດຫຍໍ້ມາທີ່ບູດຂອງບໍລິສັດຢ່າງເປັນລະບຽບ ເພື່ອສອບຖາມຂໍ້ມູນຕຳແໜ່ງງານ, ຄ່າຕອບແທນ,ສະຫວັດດີການ ແລະ ແນວທາງການພັດທະນາສາຍອາຊີບ ແລະ ໃນໄລຍະການບັນຍາຍແນະນຳບໍລິສັດການກໍ່ສ້າງເມືອງລົດໄຟຈີນກຣຸບຈຳກັດສາຂາອາຊີຕາເວັນອອກສ່ຽງໃຕ້ໄດ້ແນະນຳພາບລວມຂອງບໍລິສັດໃຫ້ແກ່ນັກສຶກສາທີ່ເຂົ້າຮ່ວມໄດ້ຮັບຮູ້ຢ່າງລະອຽດ. ໂດຍເຊື່ອມໂຍງກັບໂຄງການກໍ່ສ້າງໃນປະເທດລາວ. ໃນນັ້ນ, ໄດ້ເນັ້ນອະທິບາຍພາບລວມໂຄງການ, ຄວາມຕ້ອງການຕຳແໜ່ງງານ, ລະບົບການພັດທະນາບຸກຄະລາກອນ, ການຈັດຫາອາຫານ ແລະ ທີ່ພັກ, ພ້ອມແນວທາງຄວາມກ້າວໜ້າໃນສາຍອາຊີບເພື່ອໃຫ້ນັກສຶກສາໄດ້ເຂົ້າໃຈແພລັດຟອມການພັດທະນາຂອງບໍລິສັດຢ່າງຄົບຖ້ວນ.

ຈນ-ລາວ ສງເສມການຮວມມດານການສກສາ ແລະ ອດສາຫະກຳ - image 2
 

ໃນນັ້ນ, ຂັ້ນຕອນການພົບປະສົນທະນາ ແລະ ສຳພາດ, ທີມງານທີ່ຮັບສະໝັກງານໄດ້ກວດເບິ່ງໃບປະຫວັດຂອງນັກສຶກສາຢ່າງລະອຽດ, ສົນທະນາແບບເຈາະເລິກກັບນັກສຶກສາຜູ້ສະໝັກງານແບບຕໍ່ໜ້າ, ເພື່ອກວດສອບພື້ນຖານວິຊາຊີບແລະຄວາມສາມາດດ້ານການປະຕິບັດງານຈິງ. ພ້ອມທັງຕອບຄຳຖາມຢ່າງຕັ້ງໃຈກ່ຽວກັບທັກສະຂອງຕຳແໜ່ງງານ, ສະຖານທີ່ເຮັດວຽກ ແລະ ການຝຶກອົບຮົມກ່ອນເຂົ້າວຽກ. ສຳລັບນັກສຶກສາທີ່ມີຄຸນສົມບັດກົງຕາມເງື່ອນໄຂໄດ້ດຳເນີນການສຳພາດເບື້ອງຕົ້ນຢູ່ໜ້າງານທັນທີ. ນັກສຶກສາລາວໄດ້ເຂົ້າມາສອບຖາມ ແລະ ສົນທະນາຢ່າງກະຕືລືລົ້ນ, ສະແດງໃຫ້ເຫັນເຖິງຈິດໃຈທີ່ດີແລະຄວາມກະຕືລືລົ້ນໃນການຫາງານຂອງຊາວໜຸ່ມສາຂາວິຊາການລົດໄຟ.

ງານຮັບສະໝັກງານພິເສດໃນຄັ້ງນີ້ ໄດ້ສ້າງຂົວເຊື່ອມຕໍ່ດ້ານບຸກຄະລາກອນລະຫວ່າງສະຖານການສຶກສາກັບບໍລິສັດ, ໂດຍບໍ່ພຽງແຕ່ມອບໂອກາດການຈ້າງງານທີ່ມີຄຸນນະພາບໃຫ້ແກ່ນັກສຶກສາວິທະຍາໄລເຕັກນິກ-ວິຊາຊີບ ການລົດໄຟແຕ່ຍັງຊ່ວຍໃຫ້ບໍລິສັດການກໍສ້າງເມືອງລົດໄຟຈີນ ກຣຸບຈຳກັດສາຂາອາຊີຕາເວັນອອກສ່ຽງໃຕ້ ສາມາດສຳຮອງບຸກຄະລາກອນດ້ານເຕັກນິກແລະທັກສະວິຊາຊີບທ້ອງຖິ່ນ. ໃນຂັ້ນຕອນຕໍ່ໄປ, ບໍລິສັດການກໍ່ສ້າງເມືອງລົດໄຟຈີນ ກຣຸບຈຳກັດ ສາຂາອາຊີຕາເວັນອອກສ່ຽງໃຕ້ ຈະສືບຕໍ່ສົ່ງເສີມຂະຫຍາຍການຮ່ວມມືລະຫວ່າງສະຖານສຶກສາ ແລະ ບໍລິສັດ ກັບ ວິທະຍາໄລເຕັກນິກ - ວິຊາຊີບການລົດໄຟຢ່າງຕໍ່ເນື່ອງ, ໂດຍອາໄສໂອກາດຈາກການກໍ່ສ້າງຕຶກໂຄງການລົດໄຟຈີນ - ລາວ, ສືບຕໍ່ຮັບສະໝັກ ແລະ ພັດທະນາຊາວໜຸ່ມທ້ອງຖິ່ນທີ່ມີຄວາມສາມາດ, ເພື່ອໃຊ້ສັກກະຍະພາບຂອງບຸກຄະລາກອນໃນການສະໜັບສະໜູນການກໍ່ສ້າງໂຄງການຕ່າງປະເທດ ແລະ ຊ່ວຍສົ່ງເສີມການຮ່ວມມືດ້ານເສດຖະກິດ ແລະ ການຄ້າລະຫວ່າງ ຈີນ-ລາວ ຮ່ວມການພັດທະນາຊີວິດການເປັນຢູ່ຂອງປະຊາຊົນ.

(ໂດຍ: ທ່ານ ເວີ່ຍຫາຍບິນ)

ຄໍາເຫັນ

ຂ່າວການຮ່ວມມື

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

ຄະນະສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານສ​ປຈີນຢ້ຽມ​ຢາມສ​ປ​ປລາວ

​​ໂດຍຕອບສະໜອງຕາມຄຳເຊີນຂອງສະ​ມາ​ຄົມ​ມິດ​ຕະ​ພາບລາວ-ຈີນຂັ້ນ​ສູນ​ກາງ,ຄະ​ນະ​ຜູ້​ແທນສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນນຳ​ໂດຍສະ​ຫາຍນາງຢາງ ເຊິງ(Yang Sheng)ທີ່​ປຶກ​ສາ​ລະ​ດັບ2ຂອງສະ​ມາ​ຄົມ​ມິດ​ຕະ​ພາບ​ປະ​ຊາ​ຊົນ​ແຂວງ​ຢຸນ​ນານກັບ​ຕ່າງ​ປະ​ເທດ, ສ​ປຈີນໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ15-17ຕຸ​ລາ 2026.
ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ສປປລາວໄດ້ສໍາເລັດຂັ້ນຕອນພື້ນຖານເຂົ້າເປັນສະມາຊິກຂອງ CICA

ເພື່ອປະກອບສ່ວນສ້າງສັນຕິພາບ, ສະຖຽນລະພາບແລະການພັດທະນາແບບຍືນຍົງໃນທະວີບອາຊີ ໃນວັນທີ 14 ຕຸລາຜ່ານມານີ້ ທີ່ ນະຄອນຫຼວງບາກູສາທາລະນະລັດອາແຊກໄບຊານ, ໃນໄລຍະກອງປະຊຸມສຸດຍອດກົນໄກການພົວພັນແລະການສ້າງຄວາມໄວ້ເນື້ອເຊື່ອໃຈໃນອາຊີ (CICA) ຄັ້ງທີ 7 (14-15 ຕຸລາ 2026), ທ່ານທອງສະຫວັນພົມວິຫານຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມພິທີລົງນາມເພື່ອຮັບຮອງເອົາເອກະສານພື້ນຖານເພື່ອເຂົ້າເປັນສະມາຊິກຂອງສປປລາວໃນອົງການ CICA ຄື: ຖະແຫຼງການວ່າດ້ວຍຫຼັກການນຳພາຄວາມສຳພັນລະຫວ່າງປະເທດສະມາຊິກ (ກັນຍາ 1999) ແລະກົດບັດອານມາຕີ (ມິຖຸນາ 2002) ວ່າດ້ວຍຫຼັກການແຫ່ງຄວາມສະໝີພາບ, ບໍ່ແຊກແຊງກິດຈະການພາຍໃນ, ສັນຕິພາບແລະການຮ່ວມມື, ເພື່ອໃຫ້ກອງປະຊຸມສຸດຍອດຂອງອົງການ CICA ສາມາດປະກາດຮັບຮອງເອົາສປປລາວເປັນປະເທດສະມາຊິກຢ່າງສົມບູນໃນວັນທີ 15 ຕຸລາ 2026 (ພາຍຫຼັງໄດ້ເຂົ້າຮ່ວມເປັນປະເທດສັງເກດການແຕ່ປີ 2017 ເປັນຕົ້ນມາ).
ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ສຳມະນາວິທະຍາສາດແນວທາງໃໝ່ຕໍ່ການຫັນປ່ຽນທາງດ້ານເສດຖະກິດ-ສັງຄົມ

ໃນວັນທີ 15 ຕຸລານີ້ທີ່ຫ້ອງປະຊຸມສະຖາບັນຂົງຈື້ມະຫາວິທະຍາໄລແຫ່ງຊາດ, ໄດ້ມີພິທີເປີດກອງປະຊຸມສຳມະນາວິທະຍາສາດ ແລະ ພາກປະຕິບັດລະດັບສາກົນ ພາຍໃຕ້ຫົວຂໍ້: “ທິດສະດີ ໂນໂອໂນມີ: ແນວທາງໃໝ່ຕໍ່ການຫັນປ່ຽນເສດຖະກິດ-ສັງຄົມ” ຢ່າງເປັນທາງການ.
ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ສະຖານທູດລາວ ປະຈຳ ສ ເກົາຫຼີ ຮ່ວມກັບ HUFS ທົບທວນ 10 ປີການ ສອນພາສາລາວ ພ້ອມຊຸກຍູ້ການຮ່ວມມືດ້ານການສຶກສາ

ໃນວັນທີ 14 ຕຸລາຜ່ານມານີ້, ທີ່ສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ທ່ານ ນາງ ໄກມະນີ ອໍລະບູນ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສເກົາຫຼີ, ໄດ້ພົບປະກັບ ທ່ານ ນາງ ກຶນເຮ ຊິນ(Dr. Keunhye Shin), ຫົວໜ້າຄະນະຝ່າຍກິດຈະການນັກສຶກສາ (Dean of Student Affairs) ຂອງມະຫາວິທະຍາໄລຮັນກຸກພາສາຕ່າງປະເທດ (Hankuk University of Foreign Studies: HUFS),ເນື່ອງໃນໂອກາດຄົບຮອບ 10 ປີ ການສອນພາສາລາວ. ການພົບປະຄັ້ງນີ້ມີຈຸດປະສົງເພື່ອແລກປ່ຽນຄຳເຫັນ, ທົບທວນຜົນສຳເລັດຂອງການຮຽນ-ການສອນພາສາລາວໃນ ສເກົາຫຼີ ຕະຫຼອດ 10 ປີຜ່ານມາ, ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ.
ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ສະຫາຍ ວິໄລ ຫຼ້າຄໍາຟອງ ເຂົ້າຢ້ຽມຂ່ຳນັບ ສະຫາຍເລຂາທິການໃຫຍ່ ປະທານປະເທດ ສສ ຫວຽດນາມ

ໃນຕອນບ່າຍວັນທີ 15 ຕຸລານີ້ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 14-16 ຕຸລາ ນີ້.
ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ປປ ລາວ ນໍາພາຄະນະຜູ້ແທນຂອງ ພັກ-ລັດ ສປປ ລາວ ຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ພັກ, ລັດ ສປປ ລາວ ເດີນທາງໄປຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 14-16 ຕຸລາ 2026.
ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ເຄື່ອງຊ່ວຍເຫຼືອຊຸດທຳອິດພາຍໃຕ້ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ເດີນທາງມາຮອດນະຄອນຫຼວງວຽງຈັນ

ໂຄງການອາສາສະໝັກຊ່ວຍເຫຼືອຕ່າງປະເທດ ປະຈຳ ສປປ ລາວ ໄດ້ມີຄວາມຄືບໜ້າທີ່ໜ້າເພິ່ງພໍໃຈພາຍໃຕ້ການຊີ້ນຳຂອງ ສະຫະພັນອາສາສະໝັກນະຄອນຮູໂຈ່ວ (Huzhou) ແລະ ສະຫະພັນບໍລິການອາສາສະໝັກເມືອງເຕີຊິງ (Deqing), ໂດຍການຮ່ວມມືຈັດຕັ້ງປະຕິບັດລະຫວ່າງ ສູນພັດທະນາສະຫວັດດີການສັງຄົມ ຊິງເຫີ ເມືອງເຕີຊິງ (Qinghe Charity Development Center) ແລະ ສະມາຄົມຮ່ວມມືພັດທະນາຊາວໜຸ່ມລາວ-ຈີນ. ໂຄງການດັ່ງກ່າວຈັດຂຶ້ນພາຍໃຕ້ຫົວຂໍ້ “ສາຍນ້ຳລ້ານຊ້າງ-ແມ່ນ້ຳຂອງ ເຢັນຊຸ່ມຊື່ນ” ແລະ “ອາຍອຸ່ນແຫ່ງແມ່ນ້ຳຂອງ”, ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນທີ່ຍັງຂາດເຂີນເຄື່ອງນຸ່ງຫົ່ມ, ແກ້ໄຂບັນຫາການຂາດແຄນອຸປະກອນການສຶກສາໃນເຂດຊົນນະບົດ, ພ້ອມທັງເສີມສ້າງກຳລັງຕອບໂຕ້ເຫດສຸກເສີນທີ່ຍັງຈຳກັດຢູ່ນະຄອນຫຼວງວຽງຈັນ ຜ່ານການຊ່ວຍເຫຼືອທາງສັງຄົມຂ້າມຊາດ.
ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ IPU ຄັ້ງທີ 153

ເມື່ອບໍ່ດົນມານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍທ່ານ ໂພໄຊ ໄຂຄຳພິທູນ ປະທານກຳມາທິການການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 153 ທີ່ສາທາລະນະລັດ ຕັງຊານີ. ພາຍໃຕ້ຫົວຂໍ້: “ເສີມຂະຫຍາຍການຄຸ້ມຄອງບໍລິຫານທີ່ດີ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ ໂດຍການມີສ່ວນຮ່ວມຢ່າງທົ່ວເຖິງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໂອກາດສຳລັບທຸກຄົນ”.
ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ສະພາທິດສະດີສູນກາງພັກແລກປ່ຽນບົດຮຽນ ກັບ ຄະນະຊ່ຽວຊານຂອງພັກກອມມູນິດຈີນ

ໃນຕອນເຊົ້າວັນທີ 13 ຕຸລານີ້, ສະພາທິດສະດີສູນກາງພັກໄດ້ຈັດກອງປະຊຸມ ເພື່ອແລກປ່ຽນບົດຮຽນລະຫວ່າງສະພາທິດສະດີສູນກາງພັກກັບຄະນະຊ່ຽວຊານຂອງພັກກອມມູນິດຈີນທີ່ຕຶກສະພາທິດສະດີສູນກາງພັກ (ຫຼັກ 6). ຄະນະຝ່າຍລາວນໍາໂດຍ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານຜູ້ປະຈໍາການສະພາທິດສະດີສູນກາງພັກ; ຄະນະຝ່າຍ ສປ ຈີນ ນໍາໂດຍ ສະຫາຍ ຫຼົວ ເຫວີນຕົງ ເລຂາຄະນະພັກ ນັກຄົ້ນຄວ້າສະຖາບັນລັດທິມາກສະພາບັນດິດວິທະຍາສາດສັງຄົມຈີນ. ເຂົ້າຮ່ວມກອງປະຊຸມມີ ຄະນະຜູ້ແທນຝ່າຍຈີນ 12 ສະຫາຍ, ຄະນະຜູ້ແທນຝ່າຍລາວປະກອບມີຄະນະມີຄະນະປະຈໍາ ສທພ, ຜູ້ຕາງໜ້າຄະນະເລຂາວິທະຍາສາດ, ບັນດາຄະນະກໍາມະການດ້ານຕ່າງໆ ສທພ, ບັນດາກະຊວງ, ອົງການປົກຄອງນະຄອນຫຼວງ (ຜູ້ຮັບຜິດຊອບກະກຽມຫົວຂໍ້ກອງປະຊຸມສໍາມະນາສອງພັກ ລາວ-ຈີນ ຄັ້ງທີ XIV) ແລະ ພະນັກງານຫ້ອງການ ສທພ ເຂົ້າຮ່ວມຢ່າງພ້ອມພຽງ.
ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ປາຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ເພີ່ມເຕີມ