![]() |
ໃນກອງປະຊຸມ,ທ່ານຈ່າງເສີຜິງກ່າວວ່າ,ກອງປະຊຸມຄົບຄະນະຄັ້ງທີ4ຂອງຄະນະກຳມະການສູນກາງພັກ
ກອມມູນິດຈີນສະໄໝທີXXໄດ້ຮັບຮອງເອົາແຜນການ5ປີຄັ້ງທີXVຢ່າງສຳເລັດຜົນ,ເຊິ່ງສະແດງໃຫ້ເຫັນເຖິງການນຳພາທີ່ສົມບູນແບບຂອງພັກ ແລະ ຂໍ້ໄດ້ປຽບຂອງລະບົບສັງຄົມນິຍົມທີ່ມີລັກສະນະສີສັນຂອງຈີນ. ການພັດທະນາຂອງຈີນບໍ່ພຽງແຕ່ກ່ຽວຂ້ອງກັບຕົນເອງແຕ່ຍັງເຊື່ອມໂຍງຢ່າງໃກ້ຊິດກັບໂລກ,ໂດຍສະເພາະການຮ່ວມມືກັບປະເທດເພື່ອນບ້ານເຊັ່ນ:ສປປລາວ.ທາງລົດໄຟຈີນລາວໄດ້ກາຍເປັນແຮງຂັບເຄື່ອນໃໝ່ສຳລັບການເຕີບໂຕທາງເສດຖະກິດຂອງລາວ,ແລະການຮ່ວມມືໃນຂົງເຂດຕ່າງໆກຳລັງຈະເລີນຮຸ່ງເຮືອງ.ຈີນຍິນດີທີ່ຈະຮ່ວມມືກັບລາວ ເພື່ອສ້າງຄູ່ຮ່ວມຊະຕາກຳຈີນ-ລາວທີ່ມີອະນາຄົດຮ່ວມກັນ,ເລັ່ງການພັດທະນາເສັ້ນທາງລົດໄຟ, ສ້າງເຂດເສດຖະກິດ ທີ່ມີຄຸນນະພາບສູງ, ແລະ ຍົກລະດັບການຮ່ວມມືຍຸດທະສາດຮອບດ້ານ.
![]() |
ທ່ານ ນາງ ວິລະວອນ ພັນທະວົງກ່າວວ່າ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີເທື່ອໃດ ລ້ວນແລ້ວແຕ່ໄດ້ສືບທອດເປົ້າໝາຍຍຸດທະສາດໄລຍະຍາວ, ທັງໄດ້ເພີ່ມເນື້ອໃນເຂົ້າ ໂດຍອີງຕາມຈຸດພິເສດຂອງແຕ່ລະໄລຍະ ເຊັ່ນ: ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XV ໄດ້ເນັ້ນເຖິງ ການພັດທະນາຢ່າງມີຄຸນນະພາບສູງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນດ້ານເຕັກນິກວິທະຍາສາດ. ນີ້ໄດ້ຕອບສະໜອງເຖິງຄວາມຮຽກຮ້ອງຕ້ອງການຂອງໂລກໃນປະຈຸບັນ ທີ່ສຸມໃສ່ການແຂ່ງຂັນດ້ານເຕັກນິກວິທະຍາສາດ ແລະ ການພັດທະນາແບບຍືນຍົງ. ການວາງແຜນໄລຍະຍາວ ແມ່ນໄດ້ອີງໃສ່ຈຸດພິເສດຂອງຍຸກສະໄໝນັ້ນ, ໄດ້ກາຍເປັນແບບຢ່າງທີ່ມີຄວາມກ້າວໜ້າ ແລະ ໝັ້ນຄົງໃຫ້ແກ່ບັນດາປະເທດ ທີ່ກຳລັງພັດທະນາ.
![]() |
ຕໍ່ກັບການເປັນຮ່ວມຊະຕາກຳລາວ-ຈີນ ໄດ້ເຕົ້າໂຮມຄວາມເປັນເອກະພາບກັນ ລະຫວ່າງ ລາວ-ຈີນ ໃນດ້ານການຊົມໃຊ້ສິດຜົນປະໂຫຍດຮ່ວມກັນທາງດ້ານການວາງແຜນ. ການວາງແຜນພັດທະນາເສດຖະກິດ-ສັງຄົມ5ປີຂອງສປ.ຈີນແມ່ນມີຄວາມໝາຍທາງດ້ານຍຸດທະສາດແລະມີເນື້ອໃນທີ່ຕິດແທດຕົວຈິງ ແລະ ເພື່ອໃຫ້ປະຊາຊົນສາມາດເຂົ້າເຖິງ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງເປັນເອກະພາບ, ຊຶ່ງໄດ້ເປັນບົດຮຽນອັນມີຄຸນຄ່າໃຫ້ກັບ ສປປ ລາວ ໃນການພັດທະນາຕົນເອງ ເພື່ອກ້າວໄປສູ່ຄວາມທັນສະໄໝ ທີ່ແທດເໝາະກັບສະພາບຕົວຈິງ ຂອງ ສປປ ລາວ.



ຄໍາເຫັນ