ໄຕມາດຂອງປີນີ້, ລາຍຮັບຈາກການຈຳໜ່າຍໃນຫຼາຍຂົງເຂດຂອງຈີນໄດ້ເພີ່ມຂຶ້ນຢ່າງໝັ້ນທ່ຽງ, ກຳລັງແຮງບົ່ມຊ້ອນດ້ານການບໍລິໂພກໄດ້ຂຸດຄົ້ນປ່ອຍອອກມາຢ່າງຕໍ່ເນື່ອງ.ລາຍຮັບຈາກການຈຳໜ່າຍວິສາຫະກິດອຸດສາຫະກຳທົ່ວປະເທດຈີນໄດ້ເພີ່ມຂຶ້ນ 3.6%ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້. ໃນນັ້ນ, ອຸດສາຫະກຳການຜະລິດວັດຖຸອຸປະກອນເພີ່ມຂຶ້ນ 5.3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ,ໂດຍສະເພາະແມ່ນອຸດສາຫະກຳການຜະລິດທີ່ທັນສະໄໝ ເຊັ່ນ: ອຸປະກອນຄອມພິວເຕີ-ໂທລະຄົມ ແລະ ມີເຕີໄດ້ພັດທະນາຢ່າງໄວວາ.
ນອກຈາກນີ້, ຈີນຍັງໄດ້ເລັ່ງລັດພັດທະນາອຸດສາຫະກຳສີຂຽວ ແລະກາກບອນຕ່ຳ, ລາຍຮັບຈາກການຈຳໜ່າຍອຸດສາຫະກຳອະນຸລັກລະບົບນິເວດ ແລະ ປັບປຸງສິ່ງແວດລ້ອມໄດ້ເພີ່ມຂຶ້ນ 11,4% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ອຸດສາຫະກຳພະລັງງານສະອາດຕ່າງໆ ເຊັ່ນ: ພະລັງງານແສງຕາເວັນ,ພະລັງງານໄຟຟ້າ ແລະ ພະລັງງານລົມເປັນຕົ້ນໄດ້ພັດທະນາອ່າວໄວຂຶ້ນ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026
ເນື່ອງໃນໂອກາດປີໃໝ່ສາກົນ 2026 ກຳລັງຈະກ້າວເຂົ້າມາເຖິງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສອວຍພອນປີໃໝ່ ແລະ ສົ່ງຄຳອວຍພອນອັນປະເສີດຈາກນະຄອນຫຼວງປັກກິ່ງເຖິງບັນດາທ່ານ ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະອິນເຕີເນັດ.
ຄໍາເຫັນ