ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV

ດຳເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV
ກອງປະຊຸມສະໄໝສາມັນເທື່ອທີ 10 ທີ່ເປັນກອງປະຊຸມທ້າຍສະໄໝຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 16 ທັນວານີ້ ທີ່ຫໍວັດທະນະທຳໄກສອນພົມວິຫານ ໂດຍການເປັນປະທານຂອງທ່ານ ກົງແກ້ວ ມີວໍລະຈັກ ປະທານສະພາປະຊາຊົນແຂວງ, ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13, ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ພ້ອມດ້ວຍການນຳຂັ້ນສູງຂອງແຂວງ, ເມືອງ, ນະຄອນ ເຂົ້າຮ່ວມ.
ດຳເນນກອງປະຊມສະໄໝສາມນເທອທ 10 ຂອງສະພາປະຊາຊນແຂວງສະຫວນນະເຂດ ຊດທ IV - image 1
 

ທ່ານ ກົງແກ້ວ ມີວໍລະຈັກ ໄດ້ກ່າວເປີດກອງປະຊຸມ ຊຶ່ງມີບາງຕອນສຳຄັນວ່າ: ປະຕິບັດຕາມມາດຕາ 57 ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກອງປະຊຸມທ້າຍສະໄໝ ເປັນ ກອງປະຊຸມຄັ້ງສຸດທ້າຍຂອງສະພາປະຊາຊົນແຂວງ ຊຸດທີ IV. ຊຶ່ງໃນກອງປະຊຸມຄັ້ງນີ້, ຈະໄດ້ຮັບຟັງການລາຍງານ ແລະ ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນພື້ນຖານຂອງແຂວງ ດັ່ງນີ້: ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ 5 ປີ ຄັ້ງທີ IX (2021-2025), ບົດລາຍງານ ປີ 2025 ແລະ ທິດທາງແຜນການປີ 2026, ບົດລາຍງານການຈັດຕັ້ງປະຕິບັດວຽກງານ 3 ສ້າງ 5 ປີ (2021-2025), ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026; ບົດລາຍງານ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ; ພິຈາລະນາຮັບຮອງເອົາການສະເໜີສ້າງຕັ້ງກົງຈັກ ແລະ ການແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ; ບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປີ 2025 ແລະ ທິດທາງແຜນການປີ 2026, ບົດລາຍງານການແກ້ໄຂ້ຜົນການກວດກາ ຕາມຜົນການກວດສອບ ຕາມມະຕິກອງປະຊຸມສະພາປະຊາຊົນແຂວງ ຂອງອົງການກວດກາລັດແຂວງ; ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 3 ປີ(2023-2025), ບົດລາຍງານປະຈໍາປີ 2025 ແລະ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026; ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2024 ຂອງອົງການກວດສອບປະຈໍາພາກກາງ2; ບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ (2021-2025), ບົດລາຍງານ ປີ 2025 ແລະ ທິດທາງແຜນປີ 2026 ຂອງອົງການໄອຍະການປະຊາຊົນແຂວງ; ບົດລາຍງານການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ(2021-2025) ແລະ ບົດລາຍງານ ປີ 2025 ແລະ ທິດທາງແຜນການປີ 2026 ຂອງສານປະຊາຊົນແຂວງ; ບົດລາຍງານ ການຈັດຕັ້ງປະຕິບັດການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມ ຮອດກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ຊຸດທີ V. ນອກຈາກນັ້ນ, ກອງປະຊຸມຈະໄດ້ຮັບຟັງການຊີ້ແຈງຈາກພາກສ່ວນທີ່ກ່ຽວຂ້ອງຕໍ່ຄຳຊັກຖາມຂອງ ສສຊ/ສສຂ.

ໂອກາດນີ້, ທ່ານປະທານກອງປະຊຸມ ຍັງໄດ້ຮຽກຮ້ອງມາຍັງບັນດາທ່ານສສຊ/ສສຂ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕຕາມລັດຖະທໍາມະນູນ ແລະ ກົດໝາຍ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າເນື້ອໃນຢ່າງເລິກເຊິ່ງ, ປະກອບຄໍາເຫັນຕໍ່ບັນຫາຕ່າງໆຢ່າງຖີ່ຖ້ວນ, ສ້າງສັນ, ຮັດກຸມ, ພາວະວິໄສ, ມີເຫດມີຜົນ, ສອດຄ່ອງກັບແນວທາງປ່ຽນແປງໃໝ່ຂອງພັກ, ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງແຂວງພວກເຮົາໃນປັດຈຸບັນ ພ້ອມກັນຊອກຫາວິທີການ, ມາດຕະການ, ວິທີການແກ້ໄຂທີ່ແທດເໝາະກັບສະພາບຕົວຈິງ ເພື່ອຊອກວິທີແກ້ໄຂບັນຫາຮີບດ່ວນ ແລະ ເຄັ່ງຮ້ອນຂອງສັງຄົມ ຊຶ່ງປະຊາຊົນ ຍັງມີຄວາມເປັນຫ່ວງເປັນໄຍ ແລະ ຄອງຄອຍການແກ້ໄຂບັນຫາຕ່າງໆໃຫ້ເປັນຮູບປະທໍາດີຂຶ້ນກວ່າເກົ່າ, ພ້ອມກັນນັ້ນ, ກໍ່ເພື່ອສ້າງຄວາມເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ນໍາມາຄົ້ນຄວ້າ, ພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ສາມາດຮັບຮອງອອກເປັນມະຕິ ແລະ ນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.

ນອກນີ້, ໃນໄລຍະດຳເນີນກອງປະຊຸມ, ປະຊາຊົນບັນດາເຜົ່າ ແລະທຸກພາກສ່ວນໃນທົ່ວສັງຄົມ ຍັງສາມາດຝາກຄຳຄິດຄຳເຫັນ ແລະ ຂໍ້ສະເໝີຕ່າງໆໄປຍັງໄປຍັງສາຍດ່ວນ 041 156 ໃນໂມງລັດຖະການ, ເຊິ່ງກອງປະຊຸມ ຈະໄດ້ດຳເນີນໄປເປັນເວລາ 3 ວັນ (ວັນທີ 16-18 ທັນວາ 2025) ຈຶ່ງຈະສໍາເລັດ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊ ນວ ປະກອບຄຳເຫັນ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້,ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ໃນວາລະການພິຈາລະນາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ), ທ່ານປອອາດສະພັງທອງສີພັນດອນສະມາຊິກສະພາແຫ່ງຊາດ (ສສຊ)ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ(ນວ) ໄດ້ປະກອບຄຳເຫັນຢ່າງກົງໄປກົງມາແລະມີຈຸດສຸມຕາມຄຳຖາມເຈາະຈີ້ມຂອງປະທານກອງປະຊຸມເພື່ອແນໃສ່ເຮັດໃຫ້ກົດໝາຍດັ່ງກ່າວມີເນື້ອໃນຄົບຖ້ວນ, ຮັດກຸມແລະສອດຄ່ອງກັບສະພາບການຂະຫຍາຍຕົວຂອງປະເທດ, ໂດຍໄດ້ມີຄໍາເຫັນໃນ 4 ຈຸດສຳຄັນທີ່ຄວນປັບປຸງເຂົ້າໃນຮ່າງກົດໝາຍດັ່ງກ່າວຄື:ຈຸດທີ 1ການກຳນົດເຂດຫ້າມບິນ (ມາດຕາ 68) ສະເໜີໃຫ້ຄົ້ນຄວ້າປັບປຸງຊື່ຂອງມາດຕາໂດຍໃຫ້ມີການອະທິບາຍລາຍລະອຽດກ່ຽວກັບເຂດຫ້າມບິນເພີ່ມຕື່ມ. ພ້ອມກັນນັ້ນໃຫ້ຕິດພັນກັບຄຳນິຍາມໃນມາດຕາ 31 ຂໍ້ທີ 3 ຕື່ມອີກ.
ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໃນ 3 ຈຸດ

ທ່ານ ສອນໄຊ ສີສົມພັນ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 1ນະຄອນຫຼວງວຽງຈັນ (ນວ)ໄດ້ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ເກືອບ 1 ປີ ສພຊມີຜົນສຳເລັດການເຄື່ອນໄຫວວຽກງານໃນຫຼາຍດ້ານ

ທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ສພຊ)ຊຸດທີ X ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສຳເລັດການເຄື່ອນໄຫວວຽກງານປະຈຳປີ 2026 ແລະວາງທິດທາງແຜນການປີີ 2027 ເພື່ອເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຊາບຢ່າງທົ່ວເຖິງໃນວັນທີ 15 ຕຸລານີ້,ທີ່ສະພາແຫ່ງຊາດ.
ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານດາລີວັນພູສະຫວັນມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ວັນທີ 15 ຕຸລານີ້ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີX ພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ. ທ່ານດາລີວັນພູສະຫວັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 5 ແຂວງບໍ່ແກ້ວໄດ້ມີຄຳເຫັນແລກປ່ຽນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ).
ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ສສຊສືບຕໍ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍການບິນພົນລະເຮືອນ

ກອງປະຊຸມສະໄໝສາມັນເທື່ອທີ2 ຂອງສະພາແຫ່ງຊາດຊຸດທີX ໃນວັນທີ 15 ຕຸລານີ້ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.ທ່ານຄຳພັນຄຸນສົມບັດສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນເພື່ອໃຫ້ມີເນື້ອໃນຮັດກຸມຖືກຕ້ອງຕາມຫຼັກການ. ໂດຍສະເໜີໃຫ້ມີການປັບປຸງແກ້ໄຂໃນພາກທີVIວ່າດ້ວຍມາດຕາ 83, 84 ແລະ 85 ຊຶ່ງມີລາຍລະອຽດຄື: ການປັບປຸງມາດຕາ 83 (ຫ້ອງການສືບສວນ-ສອບສວນ)ສະເໜີໃຫ້ປ່ຽນຈາກຄຳວ່າ "ຫ້ອງການສືບສວນ-ສອບສວນ" ມາເປັນ "ອົງການສືບສວນ-ສອບສວນ" ເນື່ອງຈາກການກໍານົດວຽກງານດັ່ງກ່າວມີຄວາມສຳຄັນແລະຄວນກຳນົດໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.
ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ສສຊໄຊຍະບູລີປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານນາງໄກຍະສອນສີດາສະມາຊິກສະພາແຫ່ງຊາດ(ສຊຊ) ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ຍທຂ ສະເໜີ ປັບປຸງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ

ທ່ານເຫຼັກໄຫຼສີວິໄລລັດຖະມົນຕີກະຊວງໂຍທາທິການແລະຂົນສົ່ງ (ຍທຂ)ໄດ້ສະເໜີເຫດຜົນ, ຄວາມຈໍາເປັນຂອງຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 15 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານວິໄລວົງບຸດດາຄໍາຮອງປະທານສະພາແຫ່ງຊາດ.
ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊນວມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານນາງດາລານີພົມມະວົງສາສະມາຊິກສະພາແຫ່ງຊາດ(ສສຊ) ເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14ຕຸລານີ້ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ.
ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ສສຊສຸມໃສ່ປະກອບຄຳເຫັນຕໍ່ຮ່າງກົດໝາຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານມອນໄຊລາວມົວຊົ່ງຮອງປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນແລະນໍາໄປຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ.
ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ຄວາມຈໍາເປັນ ໃນການປັບປຸງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນ ແລະ ເນື້ອໃນຂອງຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 14 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ