ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ

ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ

ດີໃຈ ແລະ ພູມໃຈ ທີ່ເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ
ໃນງານລ້ຽງອາຫານຄໍ່າ ເພື່ອສະເຫຼີມສະຫຼອງວັນຊາດ ສສ ຫວຽດນາມ ຄົບຮອບ 80 ປີ (2/9/1945 – 2/9/2025) ທີ່ຈັດຂຶ້ນຢ່າງສົມກຽດ ເມື່ອຄໍ່າວັນທີ 22 ສິງຫາ ຜ່ານມາ ທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນວັນຊາດ ກໍຄື “ບຸນເອກະລາດ” ຂອງປວງຊົນຫວຽດນາມ; ໃນປີນີ້, ກໍເປັນປີແຫ່ງຂີດໝາຍປະຫວັດສາດຂອງຫວຽດນາມ ດ້ວຍມີຫຼາຍເຫດການທີ່ເປັນປີຄົບຮອບໃຫຍ່; ຂະນະດຽວກັນ, ປີ 2025 ນີ້ ກໍເປັນປີທີ່ສຳຄັນຂອງ ສປປ ລາວ ຊຶ່ງໂອກາດກ່າວໃນງານລ້ຽງດັ່ງກ່າວນັ້ນ, ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ກໍໄດ້ກ່າວສະແດງຄວາມຮູ້ສຶກດີໃຈ ແລະ ພູມໃນ ຕໍ່ຜົນງານທີ່ໜ້າພາກພູມໃຈຂອງ ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ, ທັງເຫັນສາຍພົວມິດຕະພາບອັນຍິ່ງໃຫຍ່ ນັບມື້ພັດທະນາ.

 

 

ປີ 2025, ກໍເປັນປີທີ່ ສປປ ລາວ ສະເຫຼີມສະຫຼອງຫຼາຍເຫດການທີ່ສໍາຄັນ ເຊັ່ນ: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາປະເທດ ຄົບຮອບ 50 ປີ ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ໂດຍມີຫຼາຍຜົນງານໜ້າພາກພູມໃຈ ເຊັ່ນ: ການເມືອງມີສະຖຽນລະພາບ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັກສາໄວ້ໄດ້ຢ່າງໝັ້ນຄົງ, ການພົວພັນຕ່າງປະເທດ ໄດ້ຮັບການເປີດກວ້າງ, ການເຕີບໂຕດ້ານເສດຖະກິດ ສືບຕໍ່ຮັກສາຈັງຫວະຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງນັບມື້ນັບດີຂຶ້ນ.

ສະຫາຍເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ຍັງໄດ້ສະແດງຄວາມປິຕິຊົມຊື່ນຕໍ່ກັບບັນດາຜົນງານທີ່ ພັກ, ລັດ ແລະ ປະຊາຊົນ ລາວ ຍາດມາໄດ້ໃນຕະຫຼອດໄລຍະ 50 ປີຜ່ານມາ; ພ້ອມນີ້, ກໍຮູ້ສຶກດີໃຈ ແລະ ພູມໃຈເປັນຢ່າງຍິ່ງທີ່ເຫັນວ່າສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ-ລາວນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນ, ນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ທັງສອງປະເທດ. ການພົວພັນດ້ານການເມືອງນັບມື້ນັບສະໜິດແໜ້ນ ແລະ ໄວ້ເນື້ອເຊື່ອໃຈສູງ ຊຶ່ງເປັນບົດບາດຫຼັກແຫຼ່ງໃນການກໍານົດທິດທາງທັງໝົດຂອງການພົວພັນລະຫວ່າງສອງປະເທດ. ການຮ່ວມມືດ້ານເສດຖະກິດໄດ້ມີບາດກ້າວບຸກທະລຸ, ຫວຽດນາມ ສືບຕໍ່ແມ່ນໜຶ່ງໃນບັນດາປະເທດທີ່ມີການລົງທຶນ ແລະ ການຄ້າລາຍໃຫຍ່ທີ່ສຸດຢູ່ລາວດ້ວຍຍອດມູນຄ່າການລົງທຶນຫຼາຍກວ່າ 5,8 ຕື້ໂດລາ. ການເຊື່ອມຈອດລະຫວ່າງສອງປະເທດ, ໂດຍສະເພາະການເຊື່ອມຈອດດ້ານການຄົມມະນາຄົມແມ່ນໄດ້ຮັບການຊຸກຍູ້ສົ່ງເສີມ; ພວກເຮົາມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າເມື່ອບໍ່ດົນມານີ້, ຫວຽດນາມ ແລະ ລາວ ໄດ້ສົມທົບກັນຈັດຕັ້ງພິທີເປີດນໍາໃຊ້ທຽບທ່າໝາຍເລກ 3 ຂອງທ່າເຮືອສາກົນຫວູງອ໋າງ ແຂວງຮ່າຕິ້ງ ຫວຽດນາມ ຊຶ່ງແມ່ນການປະຕິບັດໃຫ້ເປັນຮູບປະທໍາຍຸດທະສາດຂອງພັກ ແລະ ລັດຖະບານລາວໃນການນຳເອົາປະເທດທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມຈອດກັບບັນດາປະເທດໃນພາກພື້ນດ້ວຍທາງທະເລ. ການຮ່ວມມືດ້ານການສຶກສາ - ກໍ່ສ້າງ, ພັດທະນາຊັບພະຍາກອນມະນຸດສືບຕໍ່ເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ. ການຮ່ວມມືດ້ານການປ້ອງກັນຊາດ, ການປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ ແລະ ໄດ້ຖືວ່າເປັນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ, ປະກອບສ່ວນຮັກສາຄວາມສະຖຽນລະພາບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຂອງແຕ່ລະປະເທດ, ຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງຂອງທັງສອງປະເທດຫວຽດນາມ ແລະ ລາວໃນພາກພື້ນ ແລະ ສາກົນ. ວຽກງານໂຄສະນາ, ສຶກສາໃຫ້ແກ່ປະຊາຊົນ, ພິເສດແມ່ນຄົນຮຸ່ນໜຸ່ມຂອງສອງປະເທດກ່ຽວກັບມູນເຊື້ອ ແລະ ຄວາມສຳຄັນພິເສດຂອງສາຍພົວພັນຫວຽດນາມ - ລາວ ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະ ປະຕິບັດເປັນປະຈຳເພື່ອປົກປັກຮັກສາເຮັດໃຫ້ຊັບສົມບັດລວມອັນລ້ຳຄ່າທີ່ໄດ້ຮັບການກໍ່ຕັ້ງດ້ວຍເລືອດເນື້ອ, ເຫື່ອແຮງ ແລະ ຄຸນງາມຄວາມດີຂອງພະນັກງານ, ນັກຮົບ ແລະ ປະຊາຊົນຫວຽດນາມ - ລາວບໍ່ຮູ້ວ່າເທົ່າໃດຄົນ ມີຄວາມອຸດົມສົມບູນຂຶ້ນຕື່ມ.

ເພື່ອບັນລຸໄດ້ບັນດາຜົນງານຂ້າງເທິງ ແມ່ນໄດ້ເພິ່ງການນໍາພາ - ຊີ້ນໍາຂອງການນໍາຂັ້ນສູງຂອງສອງພັກ, ສອງປະເທດ, ການສະໜັບສະໜູນຂອງບັນດາກະຊວງ, ຂະແໜງການ, ວິສາຫະກິດ ແລະ ປະຊາຊົນສອງປະເທດ. ຫວນຄືນໄລຍະປະຫວັດສາດທີ່ສະຫງ່າລາສີຜ່ານມານັ້ນ, ພວກເຮົາມີຄວາມພາກພູມໃຈເປັນຢ່າງຍິ່ງຕໍ່ຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວຂອງສາຍພົວພັນພິເສດ, ຫາຍາກລະຫວ່າງສອງປະເທດ ຊຶ່ງເປັນສາຍພົວພັນທີ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງຈາກສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ສະໜິດສະໜົມມາເປັນສາຍພົວພັນພິເສດໂດຍປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກເປັນຜູ້ກໍ່ຕັ້ງໂດຍກົງ, ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາການນຳຮຸ່ນສືບທອດ ແລະ ປະຊາຊົນສອງປະເທດ, ໂດຍຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ສາຍພົວພັນດັ່ງກ່າວໄດ້ກາຍເປັນສາຍພົວພັນທີ່ເປັນຕາຍ, ເປັນແບບຢ່າງ, ສັດຊື່, ບໍລິສຸດ ແລະ ຫາຍາກໃນການພົວພັນສາກົນ, ເປັນສາຍພົວພັນທີ່ມີລັກສະນະກົດເກນ, ເປັນປັດໄຈຮັບປະກັນໃຫ້ໄຊຊະນະຂອງພາລະກິດການປະຕິວັດຂອງແຕ່ລະປະເທດ ແລະ ເປັນຊັບສົມບັດລວມອັນລ້ຳຄ່າຂອງທັງສອງຊາດ ແລະ ເປັນແຫຼ່ງກໍາລັງແຮງອັນໃຫຍ່ຫຼວງໃຫ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງແຕ່ລະປະເທດພວກເຮົາ.

ປັດຈຸບັນນີ້, ຫວຽດນາມ ແລະ ລາວ ພວມຢູ່ຕໍ່ໜ້າບັນດາກາລະໂອກາດໃໝ່; ຄຽງຄູ່ກັນນັ້ນ, ກໍປະສົບກັບສິ່ງທ້າທາຍບໍ່ໜ້ອຍຈາກທັງດ້ານອັດຕະວິໄສ ແລະ ພາວະວິໄສ. ແຕ່ເຊື່ອໝັ້ນວ່າ, ບໍ່ວ່າສອງປະເທດປະສົບຄວາມຫຍຸ້ງຍາກໃຫຍ່ຊໍ່າໃດ, ສອງປະເທດຫວຽດນາມ ແລະ ລາວຈະມີຄວາມສາມັກຄີ, ຄຽງບ່າຄຽງໄຫຼ່ກັນຍາດແຍ່ງເອົາກາລະໂອກາດເປັນຢ່າງດີ, ຜ່ານຜ່າບັນດາສິ່ງທ້າທາຍເພື່ອສືບຕໍ່ຍາດໄດ້ຫຼາຍຜົນງານໃໝ່,ໃຫຍ່ຫຼວງກວ່າເກົ່າໃນພາລະກິດປ່ຽນແປງໃໝ່, ຮ່ວມກັນເດີນກ້າວໄປສູ່ເສັ້ນທາງກໍ່ສ້າງສັງຄົມນິຍົມ. ສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນຫວຽດນາມ - ລາວ “ເລິກເຊິ່ງກວ່າຮົ່ງຮ່າ-ແມ່ຂອງ, ສູງກວ່າພູຜາ, ຍາວຍິ່ງກວ່າແມ່ນໍ້າ, ກວ້າງຍິ່ງກວ່າທະເລຫຼວງ, ງາມຍິ່ງກວ່າເດືອນເພັງ, ຫອມຫວນຍິ່ງກວ່າດອກໄມ້ທີ່ຫອມທີ່ສຸດ” ຄືດັ່ງທີ່ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ແສນເຄົາລົບຮັກໄດ້ປາດຖະໜາ.

ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງວ່າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງຕົນ, ເພື່ອໃຫ້ຫວຽດນາມມີພາລະກິດອັນໜັກແໜ້ນ, ມີກໍາລັງບົ່ມຊ້ອນ, ມີຖານະບົດບາດ ແລະ ອິດທິພົນຊື່ສຽງໃນວົງຄະນາຍາດສາກົນຄືທຸກວັນນີ້, ໄປຄຽງຄູ່ກັບຄວາມມານະພະຍາຍາມບຸກໜ້າບືນຕົວຂອງຕົນເອງແລ້ວ, ຍາມໃດກໍໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອອັນລ້ຳຄ່າຈາກເພື່ອນມິດສາກົນ, ໂດຍສະເພາະແມ່ນການຊ່ວຍເຫຼືອທີ່ໃຫຍ່ຫຼວງ, ໝົດຈິດໝົດໃຈ, ມີປະສິດທິຜົນຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ. ໃນໂອກາດອັນສະຫງ່າລາສີນີ້, ສະຫາຍ ຫງວຽນ ມິງ ເຕິມ ກໍໄດ້ຕາງໜ້າພັກ, ລັດ ແລະ ປະຊາຊົນຫວຽດນາມ, ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງທີ່ຍາມໃດກໍໄດ້ໃຫ້ຄວາມສາມັກຄີ, ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອແກ່ຫວຽດນາມຕະຫຼອດມາ; ຂອບອົກຂອບໃຈມາຍັງບັນດາປະເທດ, ເພື່ອນມິດສາກົນທີ່ເວລາໃດກໍບິແບ່ງ, ຊ່ວຍເຫຼືອຫວຽດນາມກໍຄືໃຫ້ການສະໜັບສະໜູນແກ່ການພັດທະນາຂອງສາຍພົວພັນຫວຽດນາມ - ລາວ.

ເພື່ອຊຸກຍູ້ໃຫ້ສາຍພົວພັນ ຫວຽດນາມ-ລາວ ໄດ້ມີຫຼາຍພາກສ່ວນປະກອບສ່ວນ, ສະຫາຍເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ຍັງໄດ້ກ່າວສະແດງຄວາມປາຖະໜາວ່າ: ວົງຄະນາຍາດສາກົນຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອຫຼາຍກວ່າເກົ່າເພື່ອໃຫ້ຫວຽດນາມ ກໍຄືສາຍພົວພັນ ຫວຽດນາມ - ລາວພັດທະນາຢ່າງໝັ້ນຄົງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງປະຊາຄົມອາຊຽນ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຄໍາເຫັນ

ຂ່າວການຮ່ວມມື

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ແຫ່ງ ຣາຊະອານາຈັກ ນອກແວ

ຫວ່າງບໍ່ດົນມານີ້ ທີ່ພະຣາຊະວັງເຈົ້າຊີວິດຢູ່ນະຄອນຫຼວງໂອສະໂລ ປະເທດນອກແວ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ສົມເດັດພະຣາຊາ ຮາຣາດ ທີ 5 (Harald V) ແຫ່ງ ຣາຊະອານາຈັກນອກແວ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ນອກແວ.
ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ສ​ປ​ປ ລາວ

​​ໂດຍຕອບສະໜອງຕາມຄຳເຊີນ ຂອງຫ້ອງວ່າ​ການ​ນະ​ຄອນຫຼວງວຽງ​ຈັນ, ຄະ​ນະ​ຜູ້​ແທນແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ນຳ​ໂດຍສະ​ຫາຍ ຊູ ຢົງຫົງ (Chu Yonghong) ກຳ​ມະ​ການ​ປະ​ຈຳ​ພັກ​ແຂວງ ເລ​ຂາ​ທິ​ການ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ແຂວງ​ຈ້ຽງ​ຊູ້ ສ​ປ ຈີນ ພ້ອມ​ດ້ວຍ​ຄະ​ນະຈຳ​ນວນ 8 ​​ສະ​ຫາຍ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 14-16 ຕຸ​ລາ 2025.
ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

ກອງທັບລາວ-ກໍາປູເຈຍ ເພີ່ມທະວີການຮ່ວມມືສອງຝ່າຍ

​ ໃນລະຫວ່າງວັນທີ 13-16 ຕຸລາ ນີ້, ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງຣາຊະອານາຈັກກໍາປູເຈຍ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຊຶ່ງພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 14 ຕຸລາ ນີ້ ຢູ່ກະຊວງປ້ອງກັນປະເທດ ໂດຍການຕ້ອນຮັບຂອງທ່ານ ພົນໂທ ຄໍາລຽງ ອຸທະໄກສອນ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ.
3 ກອງທັບຊ້ອມກອບກູ້ໄພພິບັດ

3 ກອງທັບຊ້ອມກອບກູ້ໄພພິບັດ

ກອງທັບກຳປູເຈຍ-ລາວ-ຫວຽດນາມຝຶກຊ້ອມກອບກູ້ໄພພິບັດຮ່ວມປະສານທຸກພາກສ່ວນເພື່ອໃຫ້ຂັ້ນເທິງສັງເກດການຄັ້ງທີ 2 ໃນວັນທີ 13 ຕຸລາ ຜ່ານມາ ທີ່ສະໜາມຝຶກຊ້ອມອ່າງນໍ້າຫຸມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ໂດຍມີທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງ ທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບປະຈໍາປີ 2025, ທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການທະຫານເຂດ 4, ຫົວໜ້າຄະນະຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາຝຶກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບຝ່າຍກໍາປູເຈຍ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ 3 ກອງທັບເຂົ້າຮ່ວມ.
ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ກອງປະຊຸມດ້ານການຂົນສົ່ງອາຊຽນ ຄັ້ງທີ 49 ແລະດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17

ໃນລະຫວ່າງວັນທີ 14-17 ຕຸລາ 2025ນີ້, ທີ່ໂຮງແຮມສຸພັດຕານະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ສປປ ລາວ ໄດ້ຈັດກອງປະຊຸມໜ່ວຍງານວິຊາການ ອໍານວຍຄວາມສະດວກ ດ້ານການຂົນສົ່ງອາຊຽນ ຄັ້ງທີ 49 (49th Transport Facilitation Working Group Meeting) ແລະກອງປະຊຸມ ຫົວໜ້າຄະນະປະສານງານ ດ້ານການຂົນສົ່ງຜ່ານແດນ ຄັ້ງທີ 17 (17th Transit Transport Coordinating Board Meeting) ໂດຍເປັນປະທານຂອງ ທ່ານ ນາງ ອໍາໄພວັນ ແກ້ວປະດິດ ຮອງຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຄະນະຜູ້ແທນຈາກ ປະເທດສະມາຊິກ ອາຊຽນ 10 ປະເທດ, ກອງເລຂາອາຊຽນ ຄູ່ຮ່ວມພັດທະນາ ຈາກປະເທດ ຍີ່ປຸ່ນ, ອາເມລິກາ, ຕິມໍເລດເຕ ໃນຖານະປະເທດ ສັງເກດການ ແລະຜູ້ຕາງໜ້າຈາກອົງການຈັດຕັ້ງລັດທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ເປີດກອງປະຊຸມຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ

ກອງປະຊຸມ ຜູ້ນຳລະດັບໂລກວ່າດ້ວຍບົດບາດ ແລະ ສິດທິຂອງແມ່ຍິງ ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 13 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດຂອງຈີນ ທີ່ປັກກິ່ງ, ໂດຍການເຂົ້າຮ່ວມຂອງທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມດ້ວຍ ພັນລະຍາ, ແລະ ຜູ້ຕາງໜ້າແມ່ຍິງຫຼາຍກວ່າ100ປະເທດ ຈາກ 5 ທະວີບ ທົ່ວໂລກ ແລະ ທ່ານ ນາງ ປານີ ຢາທໍ່ຕູ້ ເປັນຜູ້ຕາງໜ້າ ສປປ ລາວ ນຳພາຄະນະເຂົ້າຮ່ວມກອງປະຊຸມຄັ້ງນີ້.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34

ໃນລະຫວ່າງວັນທີ 6-9 ຕຸລາ ຜ່ານມາ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນທາງການລາວເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 34 ຢູ່ເຊລັງກໍ ປະເທດມາເລເຊຍ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ໂດຍການເປັນປະທານຂອງທ່ານ ດາໂຕະ ສຣິ ຕິຢອງ ຄິງ ຊິງ ລັດຖະມົນຕີກະຊວງທ່ອງທ່ຽວ, ສິລະປະ ແລະ ວັດທະນະທຳແຫ່ງມາເລເຊຍ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ຜູ້ຕາງໜ້າສະພາວັດທະນະທຳ-ສັງຄົມອາຊຽນ, ຕີມໍແລັດສະເຕ ແລະ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມ.
ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ລັດຖະບານ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ ເອກອັກຄະລັດຖະທູດ ສິງກະໂປ ປະຈໍາ ສປປ ລາວ

ໃນວັນທີ 9 ຕຸລານີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊູເດສ ມາເນຍ (Sudesh Maniar) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ສິງກະໂປ ປະຈໍາ ສປປ ລາວ, ໃນໂອກາດທີ່ທ່ານສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ, ພ້ອມທັງຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານເອກອັກຄະລັດຖະທູດ ສິງກະໂປ ເພື່ອເປັນການຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສິງກະໂປ ໄດ້ຢ່າງຈົບງາມ, ມີປະສິດທິພາບ ແລະ ປະສິດທິຜົນ.
ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ຣັດເຊຍ

ໃນຕອນຄໍ່າຂອງວັນທີ 9 ກັນຍາ ຜ່ານມານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນໄດ້ມີພິທີສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ຂຶ້ນຢ່າງເປັນທາງການ, ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວມີ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ວະລາດີເມຍ ກາລີນິນ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຕາງໜ້າລັດຖະບານ ແຫ່ງ ສ ຣັດເຊຍ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ທູຕານຸທູດປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ກອງປະຊຸມ ລມຕ ກະສິກໍາ ແລະ ປ່າໄມ້ ອາຊຽນ ຄັ້ງທີ 47 ແລະ ກອງປະຊຸມທີ່ກ່ຽວຂ້ອງ

ໃນລະຫວ່າງວັນທີ 1-2 ຕຸລາ ຜ່ານມາ ທີ່ ມະນີລາ, ປະເທດຟີລິບປິນ ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ພ້ອມທັງເປັນລັດຖະມົນຕີ ກະສິກໍາ ແລະ ປ່າໄມ້ ອາຊຽນ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມ ປະກອບມີ:
ເພີ່ມເຕີມ