ສິລະປະ-ວັນນະຄະດີ ໃນກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ປະເທດລາວ

ເອັມວີລາວມີສ່ວນຮ່ວມຈັດສະແດງສິລະປະ-ວັນນະຄະດີ ໃນກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ປະເທດລາວ

ເອັມວີລາວມີສ່ວນຮ່ວມຈັດສະແດງສິລະປະ-ວັນນະຄະດີ ໃນກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ປະເທດລາວ
ໂດຍ: ວັນເພັງ ໃນໂອກາດເຂົ້າຮ່ວມເປີດກິດຈະກຳວັດທະນະທຳບຸນກຸດຈີນກ້າວເຂົ້າສູ່ປະເທດລາວ ພາຍໃຕ້ຫົວຂໍ້: ດື່ມນໍ້າສາຍດຽວ ກົມກຽວດັ່ງຄອບຄົວດຽວກັນ ປີ 2025ແລະ ກອງປະຊຸມສົນທະນາເສັ້ນທາງແຫ່ງວັດທະນະທໍາລາວ-ຈີນ

 ແລະ ພິທີເປີດວາລະສານສະບັບພິເສດເມື່ອບໍ່ດົນມານີ້ ທີ່ ນະຄອນຫຼວງວຽງຈັນ,ທ່ານ ນາງ ອາດີນາ ມະຫາວົງ ປະທານໂທລະພາບຊ່ອງ5 ເອັມວີລາວ ທັງເປັນຮຸ້ນສ່ວນກັບໂທລະພາບແຫ່ງຊາດລາວຊ່ອງ 1 ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ໃນປີ 2025 ແມ່ນຄົບຮອບ 11 ປີ ຂອງການສ້າງຕັ້ງມິດຕະພາບລ້ານຊ້າງ-ແມ່ນໍ້າຂອງ ແລະ ຄົບຮອບ 3 ປີ ເປີດນໍາໃຊ້ເສັ້ນທາງລົດໄຟລາວ-ຈີນ.
ດັ່ງນັ້ນ, ວິທະຍຸ-ໂທລະພາບແຂວງຢຸນນານ ຮ່ວມກັບໂທລະພາບຊ່ອງ5 ເອັມວີລາວ ພາຍໃຕ້ການຊີ້ນໍາຂອງກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໂດຍປະສານງານກ່ຽວກັບການຈັດສະແດງສິລະປະ-ວັນນະຄະດີ ເພື່ອສ້າງບັນຍາກາດຄວາມເບີກບານມ່ວນຊື່ນ, ຄວາມຮັກແພງ, ຄວາມສາມັກຄີ, ການພົວພັນຮ່ວມມືລະຫວ່າງສອງຊາດລາວ-ຈີນໂດຍສະເພາະເພື່ອຈັດສະແດງໃນການຕ້ອນຮັບຄະນະຜູ້ແທນ ສປຈີນ ມາຮອດສະຖານີລົດໄຟນະຄອນຫຼວງວຽງຈັນໂອກາດເດີນທາງມາເຂົ້າຮ່ວມກິດຈະກຳໃນຄັ້ງນີ້, ໂດຍນັກສິລະປະລາວ-ຈີນ ໄດ້ຮ່ວມກັນຮ້ອງເພງດອກຈໍາປາ, ເພງມໍລີຮົວແລະ ອື່ນໆ ທີ່ສະແດງໃຫ້ເຫັນຄວາມຮັກ, ຄວາມສາມັກຄີກັນຕາມສຽງເພງ, ຕາມເສັ້ນທາງລົດໄຟລາວ-ຈີນ ແລະ ເສັ້ນທາງສາຍຮັກ ຊຶ່ງເປັນໜຶ່ງກິດຈະກໍາທີ່ໄດ້ເຫັນການສະແດງສິລະປະ-ວັນນະຄະດີລະຫວ່າງສອງຊາດລາວ-ຈີນ ໄດ້ປະສານສຽງກັນຢ່າງກົມກຽວຟັງແລ້ວມີຄວາມປິຕິດີໃຈທີ່ສຸດ. ໃນນັ້ນ, ການສະແດງໃນຄັ້ງນີ້, ຍັງເປັນການສົ່ງເສີມວຽກງານທ່ອງທ່ຽວ.ພ້ອມນັ້ນ, ເຮັດໃຫ້ເສດຖະກິດ-ສັງຄົມ ໄດ້ເພີ່ມທະວີຂຶ້ນຢ່າງໄວວານັບແຕ່ເປີດເສັ້ນທາງລົດໄຟລາວ-ຈີນ ເຖິງປັດຈຸບັນ ໄດ້ອອກສູ່ປະຕູອາຊຽນ ແລະ ຊາວໂລກ.
ທ່ານ ນາງ ອາດີນາ ມະຫາວົງຍັງກ່າວດ້ວຍຄວາມພາກພູມໃຈ ແລະ ດີໃຈ ທີ່ໄດ້ມີບົດບາດ, ມີສ່ວນຮ່ວມໃນກິດຈະກໍາຄັ້ງນີ້ ແລະ ເຫັນໄດ້ວ່າກອງປະຊຸມໃນຄັ້ງນີ້, ສອງຝ່າຍລາວ-ຈີນ ໂດຍສະເພາະສື່ລາວ-ຈີນມີການໃກ້ຊິດກັນຫຼາຍຂຶ້ນ. ພ້ອມນັ້ນ, ຍັງເຫັນຫຼາຍພາກສ່ວນທີ່ກ່ຽວຂ້ອງຈາກຝ່າຍລາວ ແລະ ຝ່າຍຈີນ ທີ່ເຂົ້າມາຮ່ວມກອງປະຊຸມ,ໄດ້ນໍາເອົາຫຼາຍຫົວຂໍ້ສໍາຄັນມາສົນທະນາ, ໂອ້ລົມ ແລະ ປຶກສາຫາລືກັນ ໂດຍໄດ້ກັ່ນກອງແນວໃດ ເພື່ອຈະອອກຂ່າວສານ ໃຫ້ຖືກຕ້ອງຕາມແລວທາງເສດຖະກິດ ແລະ ອື່ນໆ.

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ລາວ-ສ.ເກົາຫຼີ ຮ່ວມກັນຈັບແກ໋ງສໍ້ໂກງທາງອອນລາຍ 14 ຄົນ

ອີງຕາມ ໜັງສືພິມລາຍວັນ Chosunilbo ຂອງ ສ. ເກົາຫຼີ ທີ່ອອກໃນວັນທີ 26 ກຸມພາ 2026ຜ່ານມາ ວ່າ: ໃນເດືອນກັນຍາ ທີ່ຜ່ານມາ, ເຈົ້າໜ້າທີ່ ຂອງ ສ. ເກົາຫຼີ ໄດ້ຮ່ວມມືກັບກໍາລັງປ້ອງກັນຄວາມສະຫງົບ ຂອງ ສປປ ລາວ ພາໃຫ້ໃນເດືອນຕຸລາ 2025ຜ່ານມາ. ເຈົ້າໜ້າທີ່ໄດ້ບຸກເຂົ້າກວດຫ້ອງການສູນຄໍເຊັນເຕີ ຢູ່ທ້ອງຖິ່ນ (ຢູ່ລາວ) ແລະ ຈັບກຸມສະມາຊິກເຄືອຂ່າຍ ຂອງກຸ່ມຫຼອກລວງທາງອອນລາຍ ຫຼື ແກ໋ງສໍ້ໂກງທາງອອນລາຍ ທີ່ເປັນຄົນ ສ. ເກົາຫຼີ ໄດ້ 14 ຄົນ.
ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ  ສະຫຼອງບຸນກຸດຈີນ

ກິດຈະກໍາພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ ສະຫຼອງບຸນກຸດຈີນ

ເພື່ອເປັນການສະເຫຼີມສະຫຼອງບຸນກຸດຈີນ, ສູນວັດທະນະທໍາຈີນ ປະຈຳ ສປປ ລາວໄດ້ຈັດກິດຈະກໍາ “ພົບກັນຢູ່ຈ່ຽງໜານໃນລະດູໃບໄມ້ປົ່ງ-ເທສະການໂຄມໄຟສະເຫຼີມ
ຄະນະຜູ້ແທນກະຊວງ ສສກ ແລກປ່ຽນບົດຮຽນຢູ່ອິນໂດເນເຊຍ

ຄະນະຜູ້ແທນກະຊວງ ສສກ ແລກປ່ຽນບົດຮຽນຢູ່ອິນໂດເນເຊຍ

ຄະນະຜູ້ແທນຈາກກະຊວງສຶກສາທິການ ແລະ ກິລາ (ສສກ) ຂອງ ສປປ ລາວ 13 ທ່ານ ຊຶ່ງນຳໂດຍທ່ານ ນາງ ສີລິນທອນ ສັກລໍຄຳ ຜູ້ອຳນວຍການສູນການສຶກສາ ເພື່ອພັດທະນາຊຸມຊົນຂົງເຂດອາຊີຕາເວັນອອກ ສ່ຽງໃຕ້ ຫຼື ຊີເມວ ພ້ອມດ້ວຍກົມສາມັນສຶກສາ, ກົມການສຶກສາເດັກກ່ອນໄວຮຽນ, ກົມສ້າງຄູ, ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກົມຮ່ວມມືກັບຕ່າງປະເທດ ແລະ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ເຂົ້າຮ່ວມກອງປະຊຸມພາກພື້ນທີ່ນະຄອນຈາກາຕາ ປະເທດອິນໂດເນເຊຍ ໃນລະຫວ່າງວັນທີ 2-3 ມີນາຜ່ານມາ ເພື່ອແລກປ່ຽນບົດຮຽນ ແລະ ເສີມສ້າງເຄືອຂ່າຍຄວາມຮ່ວມມື ກັບບັນດາປະເທດຢູ່ພາກພື້ນ, ຄູ່ຮ່ວມພັດທະນາດ້ານການສຶກສາ ແລະ ຜູ້ໃຫ້ທຶນ ເພື່ອນຳມາໝູນໃຊ້ໃນການພັດທະນາ ການສຶກສາຂອງ ສປປ ລາວ ໃຫ້ມີປະສິດທິຜົນຫຼາຍຂຶ້ນ.
ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ

ເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ

ພິທີເປີດຂະບວນການໃຫ້ວັກຊິນ ປ້ອງກັນພະຍາດແຫ່ງຊາດ ໂປລີໂອ ໃນ ສປປ ລາວ ຈັດຂຶ້ນໃນວັນທີ 3 ມີນານີ້ ທີ່ໂຮງໝໍເສດຖາ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະ ມົນຕີກະຊວງສາທາລະນະສຸກ, ມີທ່ານ ບິລາລ ອູແຣງ ເຊັບ ດູຣານີ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈໍາລາວ, ທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານກໍາມະການປົກຄອງນະຄອນຫຼວງ, ມີບັນດາແພດໝໍ ແລະ ແຂກຖືກເຊີນເຂົ້າຮ່ວມ.
ການປະສານພະລັງຂອງຈີນເຂົ້າໃນຂະບວນການຫັນເປັນທັນສະໄໝໃນລະດັບທົ່ວໂລກ

ການປະສານພະລັງຂອງຈີນເຂົ້າໃນຂະບວນການຫັນເປັນທັນສະໄໝໃນລະດັບທົ່ວໂລກ

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ໄດ້ຊີ້ໃຫ້ເຫັນວ່າ: "ເພື່ອຮັບມືກັບບັນຫາທ້າທາຍຮ່ວມກັນ ແລະ ກ້າວໄປສູ່ອະນາຄົດທີ່ດີກວ່າເກົ່າ ພວກເຮົາຕ້ອງການບໍ່ພຽງແຕ່ຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ເຕັກໂນໂລຊີເທົ່ານັ້ນ, ແຕ່ຍັງຕ້ອງການຄວາມເຂັ້ມແຂງທາງດ້ານວັດທະນະທໍາ ແລະ ອາລິຍະທໍາອີກດ້ວຍ." ການຫັນເປັນທັນສະໄໝ ແລະ ອາລິຍະທໍາມີຄວາມກ່ຽວຂ້ອງກັນຢ່າງໃກ້ຊິດ, ໂດຍພື້ນຖານແລ້ວແມ່ນຕົວແທນແຫ່ງຂະບວນການປະຕິບັດຕົວຈິງຂອງວິວັດທະນາການຂອງອາລິຍະທໍາມະນຸດ.
ລມຕ ກະຊວງການຕ່າງປະເທດຕ້ອນຮັບທູດການາດາ ປະຈໍາ ສປປ ລາວ

ລມຕ ກະຊວງການຕ່າງປະເທດຕ້ອນຮັບທູດການາດາ ປະຈໍາ ສປປ ລາວ

ຫວ່າງບໍ່ດົນມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ສະເໜີຕົວ ຂອງ ທ່ານ ເຄັນທ໌ວາຊ່ອງ ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈຳ ສປປ ລາວ ແລະ ໄດ້ສະແດງຄວາມຍິນດີຕໍ່ການມາປະຕິບັດໜ້າທີ່ຂອງ ທ່ານເອກອັກຄະລັດຖະທູດ ນັບແຕ່ເດືອນຕຸລາ 2025 ເປັນຕົ້ນມາ.
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ກ່ຽວກັບສະຖານະການຄວາມຮຸນແຮງຢູ່ຕາເວັນອອກກາງ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ກ່ຽວກັບສະຖານະການຄວາມຮຸນແຮງຢູ່ຕາເວັນອອກກາງ

“ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ຕິດຕາມຢ່າງໃກ້ຊິດ ແລະ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ເຫດການຄວາມຮຸນແຮງທີ່ກໍາລັງເກີດຂຶ້ນຢູ່ຕາເວັນອອກກາງໃນປັດຈຸບັນ ຊຶ່ງມີຄວາມສ່ຽງຕໍ່ການຂະຫຍາຍເປັນວົງກວ້າງທີ່ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຢ່າງຫຼວງຫຼາຍ, ລວມທັງຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງພາຍໃນພາກພື້ນ ແລະ ໃນໂລກ.
ການສະເໜີວິທີແກ້ໄຂຂອງຈີນເພື່ອການແລກປ່ຽນ, ການຮຽນຮູ້ຊຶ່ງກັນ ແລະ ກັນຂອງອາລິຍະທໍາຕ່າງໆ

ການສະເໜີວິທີແກ້ໄຂຂອງຈີນເພື່ອການແລກປ່ຽນ, ການຮຽນຮູ້ຊຶ່ງກັນ ແລະ ກັນຂອງອາລິຍະທໍາຕ່າງໆ

"ພວກເຮົາຕ້ອງຮ່ວມກັນສະໜັບສະໜູນການເຄົາລົບຄວາມຫຼາກຫຼາຍຂອງອາລິຍະທໍາໂລກ, ສະໜັບສະໜູນຄວາມສະເໝີພາບ, ການຮຽນຮູ້ຊຶ່ງກັນ ແລະ ກັນ, ການສົນທະນາ ແລະ ການມີສ່ວນຮ່ວມ ລະຫວ່າງອາລິຍະທໍາຕ່າງໆ, ແລະ ກ້າວຂ້າມອຸປະສັກຂອງອາລິຍະທໍາຜ່ານການແລກປ່ຽນ, ແກ້ໄຂຄວາມຂັດແຍ້ງຜ່ານການຮຽນຮູ້ຊຶ່ງກັນ ແລະ ກັນ ແລະ ກ້າວຂ້າມຄວາມເໜືອກວ່າຂອງອາລິຍະທໍາຜ່ານ ການມີສ່ວນຮ່ວມ." ຢືນຢູ່ຈຸດປ່ຽນທາງປະຫວັດສາດໃໝ່ໃນໂລກ, ທ່ານ ສີຈິ້ນຜິງ ເລຂາທິການໃຫ່ຍ, ດ້ວຍ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບສະຖານະການ, ໄດ້ສະເໜີແນວຄິດການສ້າງປະຊາຄົມຮ່ວມຊາຕາກໍາ ຂອງມວນມະນຸດ ແລະ "ສີ່ຂໍ້ລິເລີ່ມທົ່ວໂລກ," ໂດຍເປັນແນວທາງສໍາຄັນສໍາລັບການແລກປ່ຽນ ແລະ ການຮຽນຮູ້ຊຶ່ງກັນ ແລະ ກັນລະຫວ່າງອາລິຍະທໍາຕ່າງໆ ເພື່ອຮັກສາສັນຕິພາບ ແລະ ການພັດທະນາຂອງໂລກ.
ເປີດນໍາໃຊ້ໂຮງແຮມຈີແຄມຂອງວຽງຈັນ ຢ່າງເປັນທາງການ

ເປີດນໍາໃຊ້ໂຮງແຮມຈີແຄມຂອງວຽງຈັນ ຢ່າງເປັນທາງການ

ພິທີເປີດນໍາໃຊ້ໂຮງແຮມຈີແຄມຂອງວຽງຈັນ ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 1 ມີນານີ້ທີ່ນະຄອນຫຼວງວຽງຈັນ ເປັນກຽດເຂົ້າຮ່ວມຕັດແຖມຜ້າໂດຍມີທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ, ທ່ານ ວົງນໍາ ວົງວິໄລ ປະທານສະມາຄົມປ້າຍລາວ ປະທານສະພາບໍລິຫານ ບໍລິສັດຈັດການລົງທຶນຢູ້ຖິງ, ທ່ານ ຈູ່ສຽວກັ່ງ ປະທານພາກພື້ນອາຊີ-ປາຊີຟິກ ທຸລະກິດສາກົນ ບໍລິສັດຫົວຈູ້ (Huazhu), ທ່ານ ຈ່າງກົວຈີ້ນ ປະທານສະພາບໍລິຫານ ບໍລິສັດລົງທຶນ ໂຮງແຮມຢູ້ຖິງ, ພ້ອມດ້ວຍແຂກຖືກເຊີນກ່ຽວຂ້ອງເຂົ້າຮ່ວມ.
ສານຊົມ​ເຊີຍວັນຊາດກູເວດ

ສານຊົມ​ເຊີຍວັນຊາດກູເວດ

ວັນ​ທີ 25 ກຸມພາ ນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງ ສົມເດັດ ເຊກຄ໌ ມິຊໍ ອາລ ອາມັດ ອາລ ຈາເບີ ອາລ ຊາບາສ ກະສັດ ແຫ່ງ ລັດກູເວດທີ່ກູເວດ ຊຶ່ງມີເນື້ອໃນວ່າ:
ເພີ່ມເຕີມ