EU ຮຽກຮ້ອງບໍລິສັດເຕັກໂນໂລຊີຂະໜາດໃຫຍ່ຕ້ອງມີການປ້ອງກັນ ເພື່ອຕໍ່ສູ້ກັບຂ່າວປອມ

ຂ່າວສານຫວຽດນາມລາຍງານວ່າ: ກ່ອນການເລືອກຕັ້ງລັດຖະສະພາເອີຣົບ ໃນເດືອນມິຖຸນາທີ່ຈະມາເຖິງນີ້, ສະຫະພາບເອີຣົບ (EU) ຮຽກຮ້ອງໃຫ້ ບໍລິສັດ ເຟສບຸກ, ບໍລິສັດ ຕິກ ຕອກ ແລະ ບັນດາບໍລິສັດເຕັກໂນໂລຊີຍັກໃຫຍ່ ປ້ອງກັນຮູບພາບ, ສຽງ ແລະ ວິດີໂອທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ດັດແປງຊຶ່ງເຮັັັັັັັດໃຫ້ມີຄວາມຄ້າຍຄືກັບບຸກຄົນ, ວັດຖຸ, ສະຖານທີ່, ໜ່ວຍງານ ຫຼື ເຫດການອື່ນໆ ທີ່ມີຢູ່ ແລະ ປອມແປງໃຫ້ບຸກຄົນໜຶ່ງເຫັນວ່າເປັນຂອງແທ້ ຫຼື ເປັນຄວາມຈິງ ຜູ້ໃຫ້ບໍລິການຕ້ອງຕິດປ້າຍຊື່ເນື້ອໃນລັກສະນະແຈ້ງວ່າ: ເນື້ອໃນນີ້ບໍ່ສາມາດເຊື່ອຖືໄດ້ ແລະ ຜູ້ທີ່ໃຊ້ບໍລິການສາມາດເຫັນໄດ້ຢ່າງຊັດເຈນ.
ຂ່າວລະບຸວ່າ: ຄໍາແນະນໍາຂ້າງເທິງນີ້ແມ່ນສ່ວນໜຶ່ງຂອງຄໍາແນະນໍາໃໝ່ທີ່ອອກໂດຍຄະນະກໍາມະການເອີຣົບ (EC) ພາຍໃຕ້ກົດໝາຍວ່າດ້ວຍການບໍລິການດີຈີຕອນ (DSA) ເພື່ອແກ້ໄຂຄວາມສ່ຽງກ່ອນການເລືອກຕັ້ງ, ລວມທັງຂໍ້ມູນທີ່ບໍ່ຖືກຕ້ອງ.
DSA ແມ່ນໜຶ່ງໃນມາດຕະການທີ່ຈະຄວບຄຸມບໍລິສັດເຕັກໂນໂລຊີຂະໜາດໃຫຍ່, ໂດຍສະເພາະທີ່ກ່ຽວຂ້ອງກັບການເຊັນເຊີເນື້ອໃນ. ດັ່ງນັ້ນ, ມາດຕະການນີ້ໄດ້ລວມເອົາ 22 ບໍລິສັດເຕັກໂນໂລຊີຂະໜາດໃຫຍ່ເຂົ້າບັນຊີລາຍຊື່ ທີ່ຈະຕ້ອງໄດ້ຮັບການຄວບຄຸມ: ເຊັ່ນ Instagram, Snapchat, YouTube ແລະ X.
ນັບຕັ້ງແຕ່ ChatGPT ຂອງ OpenAI ປະກົດຕົວໃນທ້າຍປີ 2022, ຄວາມກັງວົນຂອງ EU ກ່ຽວກັບຜົນກະທົບທີ່ເປັນອັນຕະລາຍຈາກເຕັກໂນໂລຊີ AI ກໍເພີ່ມຂຶ້ນ, ໂດຍສະເພາະແມ່ນຄວາມສ່ຽງຂອງຂໍ້ມູນທີ່ບໍ່ຖືກຕ້ອງກ່ຽວກັບການເລືອກຕັ້ງທີ່ເກີດຂຶ້ນໃນ 27 ປະເທດສະມາຊິກຂອງຕົນ ໃນເດືອນມິຖຸນານີ້.
ໃນຄໍາແນະນໍາໃໝ່, EC ຢືນຢັນວ່າ: ບັນດາບໍລິສັດເຕັກໂນໂລຊີໃຫຍ່ຄວນປະເມີນ ແລະ ຫຼຸດຜ່ອນຄວາມສ່ຽງສະເພາະທີ່ກ່ຽວຂ້ອງກັບ AI, ຕົວຢ່າງໂດຍການຕິດປ້າຍຊື່ຢ່າງຊັດເຈນກ່ຽວກັບເນື້ອຫາທີ່ສ້າງໂດຍ AI (ເຊັ່ນ: deepfakes).

ຄໍາເຫັນ

ຂ່າວຕ່າງປະເທດ

ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ຈຳນວນຜູ້ເສຍຊີວິດຍ້ອນພະຍາດອີໂບລາ ໃນກົງໂກ ເກີນ 500 ຄົນ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ອົງການອະນາໄມໂລກ (WHO) ລາຍງານວ່າການລະບາດຂອງພະຍາດອີໂບລາ ສາຍພັນ Bundibugyo ໃນພາກຕາເວັນອອກຂອງສາທາລະນະລັດ ປະຊາທິປະໄຕ ກົງໂກ ຫຼື DR Congo ຍັງສືບຕໍ່ແຜ່ລະບາດ, ໂດຍຍັງບໍ່ສາມາດຢືນຢັນຂອບເຂດທີ່ແນ່ນອນຂອງການລະບາດໄດ້ ແລະ ສະຖານະການຍັງຄົງບໍ່ແນ່ນອນ.
ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ອາກາດຮ້ອນຮຸນແຮງ ສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງໄວໜຸ່ມ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ການສຶກສາທີ່ສຳຄັນທີ່ນຳພາໂດຍມະຫາ ວິທະຍາໄລຊິດນີຂອງອົສຕຣາລີ ຊຶ່ງໄດ້ຕີພິມໃນວາລະສານສະຖາບັນຈິດຕະແພດເດັກ ແລະ ໄວໜຸ່ມ ຂອງ ສະຫະລັດ ອາເມຣິກາ ເປີດເຜີຍວ່າ: ສະພາບອາກາດຮ້ອນຮຸນແຮງເຮັດໃຫ້ໄວໜຸ່ມສ່ຽງຕໍ່ການເຂົ້າໂຮງໝໍຍ້ອນບັນຫາສຸຂະພາບຈິດ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ສະທ້ອນໃຫ້ເຫັນເຖິງຄວາມກັງວົນດ້ານສາທາລະນະສຸກທີ່ເພີ່ມຂຶ້ນຈາກການປ່ຽນແປງຂອງດິນຟ້າອາກາດ. ທ່ານ ໄຊເບລ ເດ ນັກຈິດຕະແພດເດັກ ແລະ ໄວໜຸ່ມຈາກໂຮງໝໍເດັກຊິດນີ ໄດ້ກ່າວວ່າ: ການປ່ຽນແປງຂອງດິນຟ້າອາກາດກຳລັງສົ່ງຜົນກະທົບຕໍ່ສຸຂະພາບຈິດຂອງເດັກນ້ອຍ ແລະ ໄວໜຸ່ມໃນຫຼາຍດ້ານ.
ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ການເຕີບໂຕຂອງອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນ ຈະບັນລຸຫຼາຍກວ່າ 30%

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 8 ກໍລະກົດ ຜ່ານມາວ່າ: ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນໄດ້ເປີດເຜີຍໃນວັນທີ 7 ກໍລະກົດ ຜ່ານມາວ່າ, ປີກາຍນີ້ ຍອດມູນຄ່າອຸດສາຫະກໍາທີ່ກ່ຽວຂ້ອງກັບປັນຍາປະດິດຂອງຈີນມີຫຼາຍກວ່າ 1,000 ຕື້ຢວນ, ອີງຕາມການຄາດຄະເນໃນເບື້ອງຕົ້ນ, ຈັງຫວະການເຕີບໂຕຂອງອຸດສາຫະກໍາດັ່ງກ່າວໃນປີນີ້ຈະບັນລຸຫຼາຍກວ່າ 30%.​ ພ້ອມດຽວກັນນີ້, ຈີນຈະຕິດຕາມຜົນສະທ້ອນຂອງປັນຍາປະດິດຕໍ່ການປະກອບອາຊີບ ເພື່ອຊຸກຍູ້ໃຫ້ປັນຍາປະດິດສ້າງອາຊີບໃໝ່ ແລະ ເພີ່ມຄວາມສາມາດໃຫ້ແກ່ອາຊີບດັ້ງເດີມ, ລວມເຖິງການສົ່ງເສີມການປະຍຸກໃຊ້ປັນຍາປະດິດໃນອາຊີບທີ່ “ອັນຕະລາຍ, ເປີະເປື້ອນ, ເໝື່ອຍ ແລະ ໜັກ” ເປັນບຸລິມະສິດ.
5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

5 ປີຜ່ານມາ ກຳປູເຈຍ ຜະລິດຄຳໄດ້ປະມານ 20 ໂຕນ

ສຳນັກຂ່າວສານຊິນຮວາລາຍງານ ໃນວັນທີ 8 ກໍລະກົດ ຜ່ານມາວ່າ: ກະຊວງບໍ່ແຮ່ ແລະ ພະລັງງານຂອງກຳປູເຈຍລາຍງານວ່າ, ກຳປູເຈຍສາມາດຜະລິດຄຳແທ່ງບໍລິສຸດ ໄດ້ປະມານ 20 ໂຕນພາຍໃນ 5 ປີ ຫຼັງຈາກເລີ່ມການຂຸດຄົ້ນຄຳໃນເດືອນມິຖຸນາ 2021 ແລະ ປັດຈຸບັນ, ມີບໍລິສັດ 7 ແຫ່ງໄດ້ຮັບໃບອະນຸຍາດໃຫ້ຂຸດຄົ້ນຄຳໃນຫຼາຍແຂວງ, ລວມທັງແຂວງມົນທົນຄີຣີ, ກຣະແຈະ, ພຣະວິຫານ ແລະ ກຳປົງທົມ.
ນະຄອນຫຼວງຮ່າ​ໂນ້ຍ ຕ້ອງ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ມີ​ຄຸນ​ນະ​ພາບ

ນະຄອນຫຼວງຮ່າ​ໂນ້ຍ ຕ້ອງ​ເຕີບ​ໂຕ​ຢ່າງວ່ອງ​ໄວ ແລະ ມີ​ຄຸນ​ນະ​ພາບ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັ​ນ​ທີ 8 ກໍ​ລະ​ກົດ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເປັນ​ປະ​ທານ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ນະ​ຄອນຫຼວງຮ່າ​ໂນ້ຍ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່ 6 ເດືອນ​ຕົ້ນ​ປີ; ບັນ​ດາ​ໜ້າ​ທີ່, ມາດ​ຕະ​ການ​ຮັບ​ປະ​ກັນ​ປະ​ຕິ​ບັດ​ໜ້າ​ທີ່ປີ 2026; ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ມະ​ຕິ​ຂອງ​ກົມ​ການ​ເມືອງ​ວ່າ​ດ້ວຍ​ການ​ກໍ່​ສ້າງ ແລະ ພັດ​ທະ​ນາ​ນະ​ຄອນຫຼວງຮ່າ​ໂນ້ຍ ໃນ​ສັງ​ກາດ​ໃໝ່.
ອິນໂດເນເຊຍ ເປີດໂຄງການຈັບຄູ່ທຸລະກິດອອນລາຍ

ອິນໂດເນເຊຍ ເປີດໂຄງການຈັບຄູ່ທຸລະກິດອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ກະຊວງການຄ້າອິນໂດເນເຊຍເປີດເຜີຍວ່າ ອິນໂດເນເຊຍມີມູນຄ່າການເຮັດທຸລະກຳ ປະມານ 107.34 ລ້ານໂດລາ ຜ່ານໂຄງການຈັບຄູ່ທຸລະກິດອອນລາຍສຳລັບວິສາຫະກິດຂະໜາດນ້ອຍ, ຂະໜາດນ້ອຍ ແລະ ຂະໜາດກາງ (MSMEs) ໃນລະຫວ່າງເດືອນມັງກອນ ຫາ ເດືອນເມສາ 2026.
ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ການອອກກຳລັງກາຍຊ່ວຍເພີ່ມອັດຕາການເຊົາສູບຢາ

ສຳນັກຂ່າວສານຊິນຮວາລາຍງານ ຫວ່າງມໍ່ໆມານີ້ວ່າ: ຜົນການສຶກສາຈາກມະຫາວິທະຍາໄລ Adelaide ໃນອົດສຕຣາລີ ພົບວ່າ, ການອອກກຳລັງກາຍສາມາດຊ່ວຍເພີ່ມໂອກາດໃນການເຊົາສູບຢາໄດ້ໃນລະດັບໜຶ່ງ. ນັບເປັນວິທີປະຢັດທີ່ຊ່ວຍໃຫ້ສາມາດເຊົາສູບຢາຄຽງຄູ່ກັບການປິ່ນປົວແບບດັ້ງເດີມ. ໂດຍການອອກກຳລັງກາຍຊ່ວຍໃຫ້ຜູ້ທີ່ຕ້ອງການເຊົາສູບຢາຫຼຸດຜ່ອນປະລິມານການຢາສູບ, ຫຼຸດຜ່ອນຄວາມຢາກສູບຢາ ແລະ ເພີ່ມໂອກາດໃນການເຊົາສູບຢາ.
ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ແອັດສະປາຍ ກຳລັງປະສົບກັບຄື້ນຄວາມຮ້ອນຄັ້ງທີສອງ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ລະບົບຕິດຕາມການເສຍຊີວິດປະຈຳວັນຂອງກະຊວງສາທາລະນະສຸກແອັດສະປາຍລາຍງານວ່າ, ມີຜູ້ເສຍຊີວິດຫຼາຍກວ່າ 150 ຄົນຈາກອຸນຫະພູມທີ່ສູງຂຶ້ນໃນຕົ້ນເດືອນກໍລະກົດ, ປັດຈຸບັນແອັດສະປາຍກຳລັງປະເຊີນກັບຄື້ນຄວາມຮ້ອນຄັ້ງທີສອງຂອງປີ. ໂດຍໃນເດືອນມິຖຸນາພຽງເດືອນດຽວ, ມີຜູ້ເສຍຊີວິດທີ່ກ່ຽວຂ້ອງກັບອາກາດຮ້ອນເຖິງ 1,029 ຄົນ ຊຶ່ງເປັນຈຳນວນຜູ້ເສຍຊີວິດປະຈຳເດືອນສູງສຸດນັບຕັ້ງແຕ່ລະບົບດັ່ງກ່າວເລີ່ມນໍາໃຊ້ໃນປີ 2015.
ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ຍີ່ປຸ່ນ ເຝົ້າລະວັງພາຍຸໄຕ້ຝຸ່ນບາວີ ກຳລັງເຄື່ອນທີ່ເຂົ້າໃກ້ເກາະໂອກິນາວາ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ອົງການອຸຕຸນິຍົມວິທະຍາຍີ່ປຸ່ນລາຍງານວ່າ,ພາຍຸໄຕ້ຝຸ່ນບາວີ ຊຶ່ງເປັນພາຍຸໄຊໂຄລນເຂດຮ້ອນຂະໜາດໃຫຍ່ ແລະ ຮຸ່ນແຮງຫຼາຍ ຊຶ່ງເປັນພາຍຸລູກທີ 9 ຂອງລະດູການນີ້ ອາດຈະພັດເຂົ້າໃກ້ເກາະໂອກິນາວາໃນພາກໃຕ້ຂອງຍີ່ປຸ່ນດ້ວຍຄວາມຮຸນແຮງສູງໃນທ້າຍອາທິດນີ້.
5 ເດືອນຕົ້ນປີ ວິ​ສາ​ຫະ​ກິດຜະ​ລິດ​ຫຸ່ນ​ຍົນ​​ຈີນ ມີ​ລາຍ​ໄດ້​ຫຼາຍກວ່າ 90 ຕື້ຢວນ

5 ເດືອນຕົ້ນປີ ວິ​ສາ​ຫະ​ກິດຜະ​ລິດ​ຫຸ່ນ​ຍົນ​​ຈີນ ມີ​ລາຍ​ໄດ້​ຫຼາຍກວ່າ 90 ຕື້ຢວນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 7 ກໍລະກົດ ຜ່ານມາວ່າ: ໃນ​ງານຖະແຫຼງຂ່າວກ່ຽວ​ກັບງານວາງ​ສະ​ແດງຫຸ່ນຍົນ​ໂລກ 2026 ທີ່ຈັດຂຶ້ນໃນວັນທີ 6 ກໍລະກົດ ຜ່ານມາໃຫ້​ຮູ້ວ່າ, ໃນ 5 ເດືອນຕົ້ນປີນີ້, ລາຍໄດ້​ຂອງວິສາຫະກິດຫຸ່ນຍົນທີ່​ມີ​ຂະ​ໜາດ​ເກີນ​ກຳ​ນົດຂອງຈີນ ບັນລຸ​ຫຼາຍກວ່າ 90 ຕື້ຢວນ, ເພີ່ມຂຶ້ນ 26.9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຈີນໄດ້ກາຍເປັນຕະຫຼາດຫຸ່ນຍົນອຸດສາຫະກຳໃຫຍ່ທີ່ສຸດໃນໂລກ ເປັນເວລາ 13 ປີລຽນຕິດ.
ເພີ່ມເຕີມ