![]() |
ຈຸດປະສົງຝຶກອົບຮົມຄັ້ງນີ້, ເພື່ອແລກປ່ຽນບົດຮຽນ ແລະ ປະສົບການທີ່ດີຂອງສະຫະພາບເອີຣົບ ໂດຍຜ່ານການຝຶກອົບຮົມ, ຊຶ່ງມີຊ່ຽວຊານດ້ານວຽກງານກວດສອບຜົນການຈັດຕັ້ງປະຕິບັດຂອງ ສານກວດສອບບັນຊີປະເທດຝຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ໄດ້ໃຫ້ການເຜີຍແຜ່ຄວາມຮູ້ ແລະ ປະສົບການໃນການກວດສອບຜົນການຈັດຕັ້ງປະຕິບັດ, ການຝຶກອົບຮົມຈະໄດ້ລວມເອົາການອະທິບາຍບົດຮຽນ ແລະ ເຮັດບົດຝຶກຫັດໄປພ້ອມກັນ ຄື: ໜຶ່ງ: ວິທີການເຮັດວຽກຫຼັກທົ່ວໄປກ່ຽວກັບຂັ້ນຕອນ, ວິທີການ ແລະ ເຄື່ອງມືສຳລັບການກວດສອບຜົນການຈັດຕັ້ງປະຕິບັດ; ສອງ: ການນໍາສະເໜີມາດຕະຖານສາກົນຂອງສະຖາບັນກວດສອບສູງສຸດ ເລກທີ 300 (ISSAI 300); ສາມ: ການນໍາສະເໜີ ກ່ຽວກັບ ແບບແຜນການເຮັດວຽກຕົ້ນຕໍ ຂອງສໍານັກງານກວດສອບແຫ່ງລັດ ໂກຣອາຊີ ກ່ຽວກັບ ຂັ້ນຕອນ, ວິທີການ ແລະ ເຄື່ອງມື ນໍາໃຊ້ ສໍາລັບປະເພດການກວດສອບ ຕ່າງໆ ແລະ ສີ່: ການນໍາສະເໜີ ກ່ຽວກັບແບບແຜນການເຮັດວຽກຕົ້ນຕໍ ຂອງສານກວດສອບບັນຊີແຫ່ງ ປະເທດຝຣັ່ງ ນໍາສະເໜີກ່ຽວກັບ ຂັ້ນຕອນ, ວິທີການ ແລະ ເຄື່ອງມືນໍາໃຊ້ ສໍາລັບ ປະເພດການກວດສອບຕ່າງໆ ແນໃສ່ເພື່ອເຮັດໃຫ້ພະນັກງານນັກກວດສອບສາມາດນໍາໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໃນການຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ ແລະ ພັດທະນາຄວາມເປັນມືອາຊີບ ໃຫ້ສອດຄ່ອງກັບ ມາດຕະຖານຕາມຫຼັກການຂອງສາກົນ.
![]() |
ຂ່າວ: ຍຸພິນທອງ


ຄໍາເຫັນ