ນິຕິກໍາໃຕ້ກົດໝາຍ ທີ່ຈະນໍາເຂົ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ II ນີ້, ມີ 3 ສະບັບຄື: 1. ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງເກັບລາຍຮັບຈາກຊັບພະຍາກອນທໍາມະຊາດ ແລະ ເຄື່ອງປ່າຂອງດົງຢູ່ແຂວງສາລະວັນ (ສະບັບສ້າງໃໝ່), 2. ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຕະຫຼາດ ຂະໜາດນ້ອຍຢູ່ແຂວງສາລະວັນ (ສະບັບສ້າງໃໝ່), 3. ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງອູ່ສ້ອມແປງພາຫະນະຢູ່ແຂວງສາລະວັນ (ສະບັບສ້າງໃໝ່) ແລະ ນິຕິກໍາໃຕ້ກົດໝາຍ ທີ່ຖືກປະເມີນ ມີ 4 ສະບັບຄື: 1. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາ ແລະ ຟື້ນຟູປ່າໄມ້ຢູ່ແຂວງສາລະວັນ, 2. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດຢູ່ແຂວງສາລະວັນ (ສະບັບປັບປຸງ), 3. ຂໍ້ຕົກລົງ ວ່າດ້ວຍການສົ່ງເສີມ ແລະ ຄຸ້ມຄອງການລົງທຶນໃນກິດຈະກໍາສໍາປະທານຢູ່ແຂວງສາລະວັນ, 4. ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຄຸນນະພາບນໍ້າດື່ມ ແລະ ນໍ້າກ້ອນທີ່ຜະລິດຈາກໂຮງງານພາຍໃນແຂວງສາລະວັນ (ສະບັບປັບປຸງ).
ໃນກອງປະຊຸມບັນດາທ່ານແຂກທີ່ຖືກເຊີນເຂົ້າຮ່ວມ ໄດ້ລາຍງານຄວາມຄືບໜ້າຂອງການກະກຽມ ແລະ ປະກອບຄໍາເຫັນຄົ້ນຄວ້າປຶກສາຫາລື ແລະ ຊີ້ແຈງ ຕໍ່ເນື້ອໃນນິຕິກໍາໃຕ້ກົດໝາຍ ບາງໝວດບາງມາດຕາ ຢ່າງເປັນເຈົ້າການຕາມໜ້າທີ່ຮັບຜິດຊອບ ຕໍ່ກັບຈຸດທີ່ພາໃຫ້ນິຕິກຳໃຕ້ກົດໝາຍ ຍັງບໍ່ທັນໄດ້ຜັນຂະຫຍາຍເຊື່ອມຊຶມໄດ້ຢ່າງກວ້າງຂວາງ ແລະ ຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດຂອງພະແນກການຂັ້ນແຂວງ, ຂັ້ນເມືອງ ແລະ ບັນຫາຕ່າງໆທີ່ພົບລ້ວນແຕ່ເປັນຂໍ້ມູນໃຫ້ພະແນກການທີ່ຮັບຜິດຊອບສ້າງນິຕິກໍາໃຕ້ກົດໝາຍ ນຳໄປຄົ້ນຄວ້າ ແລະ ປັບປຸງເນື້ອໃນບາງມາດຕາຂອງນິຕິກໍາໃຕ້ກົດໝາຍ ທີ່ອາດຍັງບໍ່ທັນສອດຄ່ອງກັບສະພາບຕົວຈິງຂອງສັງຄົມໃນປັດຈຸບັນ.
(ພາບ-ຂ່າວ: ດີລໍາພົນ ພົມມະຈັນ)
ຄໍາເຫັນ