ຫັດຖະກໍາແຜ່ນແພຜ້າລາຍໝາກປັດ ຊົນເຜົ່າກະຕູ ກຽມສະເໜີຮັບຮອງເປັນມູນມໍລະດົກທ້ອງຖິ່ນ

ຫັດຖະກໍາແຜ່ນແພຜ້າລາຍໝາກປັດ ຊົນເຜົ່າກະຕູ ກຽມສະເໜີຮັບຮອງເປັນມູນມໍລະດົກທ້ອງຖິ່ນ
ໃນອາທິດຜ່ານມາ, ທ່ານ ພູເຮືອງ ສຸວັນນະລາດ ຮອງຫົວໜ້າກົມມໍລະດົກ ກະຊວງຖະແຫຼງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ (ຖວທ) ພ້ອມຄະນະໄດ້ເຄື່ອນໄຫວເກັບກໍາຂໍ້ມູນກຸ່ມຫັດຖະກໍາແຜ່ນແພຜ້າລາຍ ໝາກປັດຂອງຊົນເຜົ່າກະຕູ ບ້ານຫ້ວຍຫູນໃຕ້ ເມືອງເລົ່າງາມ ແຂວງສາລະວັນ ເພື່ອເກັບກໍາຂໍ້ມູນວິຖີການດໍາລົງຊີວິດ ແລະ ພູມປັນຍາການຕໍ່າແຜ່ນແພຂອງຊົນເຜົ່າກະຕູ ເພື່ອນໍາສະເໜີເປັນມູນມໍລະດົກທ້ອງຖິ່ນ. ໂດຍການຕ້ອນຮັບຂອງ ທ່ານ ຄໍາຫວັນ ສີສະໝຸດ ຮອງເຈົ້າເມືອງເລົ່າງາມ ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ມີທ່ານ ສຸລິຈັນ ບຸບຜາດີ ຫົວໜ້າຫ້ອງການ ຖວທ ເມືອງ, ມີອໍານາດການປົກຄອງບ້ານຫ້ວຍຫູນໃຕ້, ກຸ່ມຫັດ ຖະກໍາຕໍ່າແຜ່ນແພຊົນເຜົ່າກະຕູ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
       ທ່ານ ຄໍາພອນ ອ່ອນຈັນ ນາຍບ້ານໆຫ້ວຍຫູນໃຕ້ ໃຫ້ຮູ້ວ່າ: ຫັດຖະກໍາຕໍ່າແຜ່ນແພຜ້າລາຍໝາກປັດຂອງຊົນເຜົ່າກະຕູ ໄດ້ສືບທອດມູນເຊື້ອອັນດີງາມມາແຕ່ດົນນານ. ບ້ານຫ້ວຍຫູນໃຕ້ເປັນຊົນເຜົ່າກະຕູ ມີຕົ້ນກໍາເນີດມາຈາກບ້ານປະລຸ ຕາແສງອາເຕັງ ເມືອງກະລືມ ແຂວງເຊກອງ. ການດໍາລົງຊີວິດໃນເມື່ອກ່ອນພົບຄວາມຫຍຸ້ງຍາກຫຼາຍດ້ານ. ດັ່ງນັ້ນ, ໃນຕົ້ນປີ 1976 ຈຶ່ງໄດ້ຍົກຍ້າຍຈາກບ້ານເດີມມາບຸກເບີກຕັ້ງຖິ່ນຖານໃໝ່ຢູ່ແຄມສາຍນໍ້າຫ້ວຍຫູນຕອນໃຕ້ ຊຶ່ງເອີ້ນວ່າບ້ານຫ້ວຍຫູນໃຕ້ໃນປັດຈຸບັນ. ບ້ານຫ້ວຍຫູນໃຕ້ມີ 145 ຫຼັງຄາເຮືອນ, ມີ 155 ຄອບຄົວ, ມີພົນລະເມືອງ 852 ຄົນ ຍິງ 440 ຄົນ, ປະຊາຊົນມີມູນເຊື້ອດຸໝັ່ນ ມີຄວາມສາມັັກຄີເປັນຈິດໜຶ່ງໃຈດຽວກັນ. ນອກຈາກການປູກຝັງເປັນອາຊີບຫຼັກ ຍັງມີມູນເຊື້ອການຕໍ່າແຜ່ນແພເປັນອາຊີບສຳຮອງ ສືບທອດກັນມາແຕ່ປູ່ຍ່າຕາ-ຍາຍ. ສະແດງອອກຢູ່ບ່ອນວ່າເດັກເພດຍິງອາຍຸແຕ່ 8 ປີຂຶ້ນໄປມີຄວາມສາມາດຕໍ່າແຜ່ນແພໄດ້ທຸກຄົນ. ການຕໍ່າຫູກໃນເມື່ອກ່ອນຍັງເຮັດກະແຈກກະຈາຍ ພໍໃຜພໍລາວ ຂາດຄວາມຮູ້ເຕັກນິກໃນການເຮັດລວດລາຍ ຍັງບໍ່ທັນມີສີສັນທີ່ເປັນເອກະລັກ ແລະ ດຶງດູດລູກຄ້າເທົ່າທີ່ຄວນ ຈຶ່ງໄດ້ມີການປັບປຸງຈັດຕັ້ງເປັນກຸ່ມຜະລິດຂຶ້ນໃນປີ 2000 ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການຂອງຢີ່ປຸ່ນ. ໄດ້ມີການຝຶກອົບຮົມໃຫ້ຄວາມຮູ້ເຕັກນິກວິທີການຕໍ່າ ແລະ ລວຍລາຍຕ່າງໆ ເພື່ອເປັນເອກະລັກຂອງຊົນເຜົ່າ ແລະ ມີຄວາມສວຍງາມ, ໃນວັນທີ 10 ມັງກອນ 2014, ຜະລິດຕະພັນຫັດຖະກໍາຕໍ່າແຜ່ນແພຜ້າລາຍໝາກປັດຂອງຊົນເຜົ່າກະຕູໄດ້ຮັບໃບຢັ້ງຢືນຮັບຮອງ ແລະ ປະກາດເປັນສິນຄ້າໂອດັອບ ໜຶ່ງເມືອງໜຶ່ງຜະລິດຕະພັນຂອງບ້ານຫ້ວຍຫູນໃຕ້ ແລະ ໄດ້ສືບຕໍ່ຈັດຕັ້ງປະຕິບັດເປັນກຸ່ມການຜະລິດ ຫັດຖະກໍາຕໍ່າແຜ່ນແພຂະໜາດນ້ອຍແບບຄອບຄົວ ການສ້າງກຸ່ມຫັດຖະກໍາ ເປັນການລວມຕົວຂອງບັນດາຫົວໜ່ວຍຄອບຄົວ ເພື່ອຈັດຕັ້ງເປັນກຸ່ມຫັດຖະກໍາ ເພື່ອສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ການຄຸ້ມຄອງ ແລະ ການຮ່ວມທຶນ ເພື່ອຜະລິດເປັນສິນຄ້າຕາມລາຍການຜະລິດຕະພັນ. ການເຄື່ອນໄຫວຂອງກຸ່ມຫັດຖະກໍາຕໍ່າແຜ່ນແພມີການຈັດຕັ້ງ, ມີກົດລະບຽບສະເພາະຂອງກຸ່ມ, ມີການແບ່ງຄວາມຮັບຜິດຊອບພາຍໃນກຸ່ມຢ່າງລະອຽດ. ໃນເມື່ອກ່ອນມີພຽງແຕ່ 18 ຄອບຄົວເທົ່ານັ້ນ, ມາຮອດປັດຈຸບັນມີ 155 ຄອບຄົວ. ສ່ວນການຜະລິດໃນເມື່ອກ່ອນມີພຽງ 8 ລາຍການ, ປັດຈຸບັນໄດ້ປັບປຸງຂຶ້ນໃໝ່ເປັນ 14 ລາຍການທີ່ມີຄຸນະພາບສູງ. ການຕໍ່າແຜ່ນແພໄດ້ນໍາໃຊ້ວັດຖຸດິບຈາກທໍາມະຊາດປະມານ 80%, ເປັນຕົ້ນແມ່ນການຍ້ອມສີແບບທໍາມະຊາດ, ການສາວເສັ້ນໄຍປໍກ້ວຍມາຕໍ່າແບບປະສົມປະສານກັບວັດຖຸສໍາເລັດຮູບມາປະສົມ 20% ຄື: ເສັ້ນດ້າຍ, ເສັ້ນໄໝ, ເສັ້ນຝ້າຍ, ໝາກປັດ, ມາປຸງແຕ່ງຕໍ່າເປັນຜະລິດຕະພັນສໍາເລັດຮູບ ທີ່ເປັນເອກະລັກຂອງຊົນເຜົ່າກະຕູມີລວດລາຍອັນສວຍງາມ ປານີດເປັນທີ່ນິຍົມ ຍອມຮັບຂອງຕ່າງເມືອງ, ຕ່າງແຂວງ ແລະ ຊາວຕ່າງປະເທດທີ່ມາທ່ອງທ່ຽວຊົມຜະລິດຕະພັນແຜ່ນ ແພຂອງຊົນເຜົ່າກະຕູ ແລະ ຊື້ເປັນເຄື່ອງທີ່ລະນຶກເຄື່ອງຕ້ອນຝາກຂອງຝາກ.
     ປີ 2016-2020 ກຸ່ມຫັດຖະກໍາຕໍ່າແຜ່ນແພລາຍໝາກປັດ ສາມາດຕໍ່າແຜ່ນແພໄດ້ທັງໝົດຈໍານວນ 72.685 ຜືນ, ໃນນີ້ມີຜະລິດຕະພັນ 14 ລາຍການເປັນຕົ້ນ: ເສື້ອແຊະ, ຜ້າປູໂຕະ, ຜ້າບ່ຽງ, ຜ້າກະຕ່ຽວ, ສິ້ນໝາກປັດ, ຜ້າຫົ່ມ, ຜ້າບ່ຽງປະສົມເສັ້ນໄຍປໍກ້ວຍ, ແພພັນຄໍ, ສິ້ນທໍາມະດາ, ຜ້າຮອງຈານ, ຜ້າຮອງ 
ຈອກ, ສາຍມັດຜົມ, ສາຍແຂນ ແລະ ກະເປົາທີ່ໄດ້ຮັບຮອງເປັນສິນຄ້າໂອດັອບ ຊຶ່ງຈໍາໜ່າຍໄດ້ທັງໝົດ 72.000 ຜືນ, ສ້າງເງິນກອງທຶນຂອງກຸ່ມຫັດຖະກໍາຕໍ່າແຜ່ນແຜໄດ້ທັງໝົດ 120.000.000 ກີບ ຍັງໄດ້ມີນະໂຍບາຍປ່ອຍສິນເຊື່ອເພື່ອແກ້ໄຂຄວາມຈໍາເປັນຕ່າງໆໃຫ້ສະມາຊິກພາຍໃນກຸ່ມຢ່າງທົ່ວເຖິງ. ໃນໄລຍະຜ່ານມາກຸ່ມຫັດຖະກໍາຕໍ່າແຜ່ນແພ ບ້ານຫ້ວຍຫູນໃຕ້ ໄດ້ນໍາເອົາຜະລິດຕະພັນໄປຮ່ວມງານວາງສະແດງໃນໂອກາດວັນສໍາຄັນຕ່າງໆຂອງພັກ-ຂອງຊາດ ເຮັດໃຫ້ສັງຄົມຮັບຮູ້ຜະລິດຕະພັນຂອງບ້ານຫຼາຍຂຶ້ນ. ສ້າງລາຍຮັບໃຫ້ຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເລື້ອຍໆ. ເພື່ອເປັນການຊຸກຍູ້ສົ່ງເສີມ ໃຫ້ຄົນຮຸ່ນຫຼັງໄດ້ສືບທອດມູນເຊື້ອ ຮີດຄອງປະເພນີອັນດີງາມ ແລະ ເອກະລັກຂອງບ້ານໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ກົມມໍລະ ດົກກະຊວງ ຖວທ ໄດ້ລົງມາເຄື່ອນໄຫວເກັບກໍາຂໍ້ມູນການຕໍ່າແຜ່ນແພດັ່ງກ່າວ ເພື່ອສະເໜີພາກສ່ວນກ່ຽວ ຂ້ອງຮັບຮອງເປັນມູນມໍລະດົກລະດັບທ້ອງຖິ່ນໃນຕໍ່ໜ້າ. 
(ຂ່າວ-ພາບ: ພອນໄຊ ແກ້ວມະນີ )

ຄໍາເຫັນ

ຂ່າວທ່ອງທ່ຽວ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ວັງວຽງ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສະຖານທີ່ທ່ອງທ່ຽວຂົວສີຟ້າ, ຖ້ຳນາງຟ້າ-ຖ້ຳນອນ ເປັນອີກໜຶ່ງແຫຼ່ງທ່ອງທ່ຽວທາງທໍາມະຊາດທີ່ຕິດພັນກັບການປົກປັກຮັກສິ່ງແວດລ້ອມຂອງເມືອງວັງວຽງ ແຂວງ​ວຽຈັນ ທີ່ໄດ້ຮັບ​ລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ຊຶ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍພູຜ່າປ່າໄມ້ທີ່ຂຽວສົດງົດງາມອາກາດເຢັນ ແລະ ມີອ່າງນໍ້າໃສ​ທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເໝາະ​ແກ່​ການ​ມາ​ພັກ​ຜ່ອນແບບຄອບຄົວຄູ່ຮັກ ຫຼື ຈະມາກັບໝູ່ເ​ພື່ອນ.
ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ມວນຊົນຈຳນວນຫຼາຍຫຼັ່ງໄຫຼເຂົ້າມາທ່ຽວບຸນຊ່ວງເຮືອປະເພນີທີ່ທ່າວັດຈັນຢ່າງຄຶກຄື້ນ

ງານບຸນອອກພັນສາປະວໍລະນາແລະຊ່ວງເຮືອປະເພນີປະຈໍາປີ 2025 ທີ່ທ່າວັດຈັນນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນເປັນເວລາ 5 ວັນ ນັບແຕ່ວັນທີ 4-8 ຕຸລານີ້. ພາຍຫຼັງມື້ບຸນອອກພັນສາປະວໍລະນາ 1 ວັນ ຄືໃນວັນທີ 8 ຕຸລານີ້ (ມື້ແຮມ 1 ຄໍ່າເດືອນ 11 ລາວ) ໄດ້ມີພິທີເປີດການແຂ່ງຂັນຊ່ວງເຮືອ ປະເພນີ ຖືເປັນມື້ສຸດທ້າຍຂອງງານບຸນ ຊຶ່ງມີມວນຊົນທັງພາຍໃນແລະຕ່າງປະເທດຈຳນວນຫຼວງຫຼາຍ ຫຼັ່ງໄຫຼກັນເຂົ້າມາຊົມມາເຊຍການແຂ່ງຂັນຊ່ວງເຮືອຢ່າງຄຶກຄື້ນມ່ວນຊື່ນ.
ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ເຊີນ​ທ່ຽວ​ຊົມງານບຸນກາເຟ ແລະ ຊາບ້ານເຮົາຈະຈັດຂຶ້ນທີ່ນະຄອນ-ຫຼວງພະບາງ

ຮອດເວລາທີ່ສຳຄັນຂອງປີອີກຄັ້ງ, ນັກດື່ມກາເຟ ແລະ ຊາທັງຫຼາຍ! ໂຄງການ Green Cup, ໂດຍກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຂໍຮຽນເຊີນຊວນທຸກທ່ານເຂົ້າຮ່ວມງານບຸນກາເຟ ແລະ ຊາບ້ານເຮົາ ເພື່ອສະເຫຼີມ​ສະຫຼອງ ວັນກາເຟ ແລະ ຊາສາກົນ ປະຈຳປີ 2025 ໃນລະຫວ່າງວັນທີ 3-5 ຕຸລາ 2025 ທີ່ໂຮງຮຽນປະຖົມຫຼວງພະບາງ, ເພື່ອດື່ມດ່ຳກັບ ວັດທະນະທໍາ, ຊີມຣົດຊາດ ແລະ ເຕົ້າໂຮມກັນແບບຊຸມຊົນ ເປັນເວລາ 3 ວັນ.
ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງສຸມໃສ່ພັດທະນາການທ່ອງທ່ຽວ ຕິດພັນກັບການປົກປັກຮັກສາວັດທະນະທຳທີ່ເປັນເອກະລັກ

ຫຼວງພະບາງເປັນດິນແດນແຫ່ງອະລິຍະທຳທີ່ອຸດົມສົມບູນ ມີປະຫວັດສາດອັນຍາວນານທີ່ໜ້າຊື່ນຊົມ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ ໄດ້ຖືກຮັບຮອງຈາກອົງການອຸຍແນັດສະໂກໃຫ້ເປັນເມືອງມໍຣະດົກໂລກນັບແຕ່ປີ 1995 ເປັນຕົ້ນມາ ຊຶ່ງເປັນເງື່ອນໄຂໃຫ້ຊາວໂລກໄດ້ຮັບຮູ້ ແລະ ໃຫ້ຄວາມສົນໃຈເດີນທາງມາທ່ອງທ່ຽວຢ່າງຕໍ່ເນື່ອງ ອັນໄດ້ເປັນທ່າແຮງຕົ້ນຕໍໃນການສ້າງລາຍຮັບເຂົ້າສູ່ປະຊາຊົນພາຍໃນແຂວງ.
ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ສືບຕໍ່ການພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຢູ່ເມືອງອຸທຸມພອນ

ເມື່ອບໍ່ດົນມານີ້, ແຂວງສະຫວັນນະເຂດ ໄດ້ສຳຫຼວດເພື່ອສືບຕໍ່ຄວາມພະຍາຍາມໃນການປັບປຸງ ແລະ ພັດທະນາແຫຼ່ງທ່ອງທ່ຽວແບບວົງແຫວນ ຫຼື ແບບຄົບວົງຈອນ ທີ່ຕັ້ງຢູ່ໃນເຂດພື້ນທີ່ໃກ້ກັນ ຂອງເມືອງອຸທຸມພອນ ເພື່ອເສີມສ້າງທ່າແຮງດຶງດູດນັກທ່ອງທ່ຽວ ແລະ ສົ່ງເສີມເສດຖະກິດທ້ອງຖິ່ນ.
ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ພັດທະນາແຫຼ່ງທ່ອງທ່ຽວເນັ້ນສ້າງບຸກຄະລາກອນເຂັ້ມແຂງ

ວິໄສທັດຂອງບໍລິສັດພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດເຍືອງຫຼັກ40 ເມືອງປາກຊ່ອງ ແຂວງຈໍາປາສັກ ແລະ ແຫຼ່ງທ່ອງທ່ຽວນໍ້າຕົກຕາດເລາະ-ຕາດຮັງ ແຂວງສາລະວັນ “ພັດທະນາແຫຼ່ງທ່ອງທ່ຽວເພື່ອດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ພ້ອມທັງສ້າງລາຍຮັບໃຫ້ແກ່ປະຊາຊົນທ້ອງຖິ່ນ”
ເພີ່ມເຕີມ