![]() |
ກອງປະຊຸມສໍາມະນາດັ່ງກ່າວ ແມ່ນໜຶ່ງໃນກິດຈະກໍາສະເຫຼີມສະຫຼອງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຄົບຮອບ 30 ປີ (ວັນທີ 25 ຕຸລາ 1995 - ວັນທີ 25 ຕຸລາ 2025), ເຊິ່ງໄດ້ເຕົ້າໂຮມເອົາບັນດານັກສໍາມະນາກອນຈາກກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີ ແລະ ສປປ ລາວ, ຂະແໜງການກ່ຽວຂ້ອງຂອງລາວ ແລະ ສ.ເກົາຫຼີ ທີ່ຮັບຜິດຊອບວຽກງານການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ, ລວມທັງສະຖາບັນການສຶກສາ ແລະ ພາກເອກະຊົນຂອງສອງປະເທດ ເພື່ອທົບທວນຄືນບັນດາໝາກຜົນຂອງການພົວພັນຮ່ວມມື ລາວ-ສ.ເກົາຫຼີ ຕະລອດໄລຍະ 3 ທົດສະວັດ ທີ່ຜ່ານມາ, ເຊິ່ງໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຂຶ້ນໃນຫຼາຍຂົງເຂດ ເປັນຕົ້ນແມ່ນ ດ້ານການເມືອງ, ເສດຖະກິດ ກໍ່ຄືການຄ້າ ແລະ ການລົງທຶນ, ການແລກປ່ຽນດ້ານສຶກສາ, ວັດທະນະທໍາ ແລະ ອື່ນໆ, ພິເສດແມ່ນການໄປມາຫາສູ່ຂອງປະຊາຊົນສອງຊາດ ກໍ່ຄືການທ່ອງທ່ຽວ ແລະ ການຮ່ວມມືດ້ານການພັດທະນາສີມືແຮງງານ ແລະ ພ້ອມກັນປະກອບຄໍາຄິດເຫັນເພື່ອສະເໜີທິດທາງໃນການສືບຕໍ່ ແລະ ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ລາວ-ສ.ເກົາຫຼີ ທີ່ດີຢູ່ແລ້ວ ໃຫ້ກ້າວສູ້ລະດັບ
ໃໝ່ ໃນຊຸມປີຕໍ່ໜ້າ.
ທ່ານ ນ. ຈອງ ອຸຍ ເຮ (JUNG Eui-hae), ຮອງລັດຖະມົນຕີຜູ້ຮັບຜິດຊອບວຽກງານການເມືອງ, ກະຊວງການຕ່າງປະເທດ ແຫ່ງ ສ.ເກົາຫຼີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເຂົ້າຮ່ວມ ແລະ ການປະກອບສ່ວນຈາກບັນດາຂະແໜງການກ່ຽວຂ້ອງຂອງລາວ ແລະ ສ.ເກົາຫຼີ ອັນໄດ້ເຮັດໃຫ້ກອງປະຊຸມສໍາມະນາດັ່ງກ່າວ ມີຄວາມໝາຍ ແລະ ມີຄວາມສໍາຄັນຍິ່ງຂຶ້ນ ໃນຖານະທີ່ເປັນເວລທີເພື່ອແລກປ່ຽນຄໍາຄິດເຫັນຮ່ວມກັນຕໍ່ທິດທາງໃນການພັດທະນາການຮ່ວມມື ສ.ເກົາຫຼີ-ລາວ ໃຫ້ກວ້າງອອກ ແລະ ເລິກເຊິ່ງຍິ່ງໆຂຶ້ນ, ພ້ອມທັງສະແດງຄວາມຫວັງວ່າ ສປປ ລາວ ຈະສືບຕໍ່ປະກອບສ່ວນອັນສໍາຄັນເຂົ້າໃນການພັດທະນາຂອງຂົງເຂດພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ຂອບການຮ່ວມມື ສ.ເກົາຫຼີ-ອາຊຽນ, ສ.ເກົາຫຼີ-ແມ່ນໍ້າຂອງ ແລະ ຂອບການຮ່ວມມືອື່ນໆ. ພ້ອມດຽວກັນນັ້ນ, ທ່ານ ນ. ຟອງສະໝຸດ ອັນລາວັນ, ຮອງລັດຖະມົນຕີ ແຫ່ງ ສປປ ລາວ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຈັດກອງປະຊຸມສໍາມະນາດັ່ງກ່າວທີ່ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດທີ່ສອງປະເທດ ລາວ ແລະ ສ.ເກົາຫຼີ ພວມສະເຫຼີມສະຫຼອງສາຍພົວພັນທາງການທູດນໍາກັນ ຄົບຮອບ 30 ປີ ແລະ ຍັງໄດ້ສະແດງຄວາມຫວັງວ່າ ບັນດານັກສໍາມະນາກອນ ແລະ ຜູ້ເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້ ຈະໄດ້ພ້ອມກັນແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາ ແລະ ດ້ວຍຄວາມເອົາໃຈໃສ່ສູງ ເພື່ອສະເໜີທິດທາງ ແລະ ແຜນການຮ່ວມມື ລາວ-ສ.ເກົາຫຼີ ໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈມາຍັງລັດຖະບານ ແລະ ປະຊາຊົນ ສ.ເກົາຫຼີ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ໂຄງລ່າງພື້ນຖານ, ການເກັບກູ້ລະເບີດບໍ່ທັນແຕກຕົກຄ້າງ (UXO), ການຊ່ວຍເຫຼືອດ້ານມະນຸດສະທໍາ ແລະ ຟື້ນຟູໄພພິບັດ ແລະ ອື່ນໆ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ເປັນແຕ່ລະໄລຍະ ກໍ່ຄືການຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າໃຫ້ນັບມື້ນັບດີຂຶ້ນເທື່ອລະກ້າວ, ພ້ອມທັງໄດ້ຢືນຢັນຄວາມໝາຍໝັ້ນຂອງ ສປປ ລາວ ໃນການສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາຂອງຂົງເຂດ ແລະ ພາກພື້ນ ໂດຍສະເພາະ ການເຊື່ອມໂຍງ ແລະ ເຊື່ອມຈອດ.
ໃນຕອນແລງຂອງວັນດຽວກັນ, ທ່ານ ນ. ຟອງສະໝຸດ ອັ່ນລາວັນ ຍັງໄດ້ພົບປະກັບຄູ່ຮ່ວມຕໍາແໜ່ງ ທ່ານ ປາກ ຢຸນ ຈູ (Park Yoon-joo), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ. ເກົາຫຼີ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການກະກຽມໃຫ້ແກ່ການຢ້ຽມຢາມທາງການ ຢູ່ ສ.ເກົາຫຼີ ຂອງການນໍາຂັ້ນສູງຂອງລາວ ແລະ ແຜນການຍົກລະດັບການພົວພັນທາງການທູດໃຫ້ສູງຂຶ້ນໃໝ່ ໃນອະນາຄົດອັນໃກ້ນີ້. ໃນໄລຍະການເຄື່ອນໄຫວວຽກງານ ຢູ່ ສ.ເກົາຫຼີ ຄັ້ງນີ້, ທ່ານ ສົງການ ຫຼວງມຸນິນທອນ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສ.ເກົາຫຼີ ແລະ ຄະນະ ຍັງໄດ້ຮ່ວມຕິດຕາມ ແລະ ເຄື່ອນໄຫວວຽກງານກັບຄະນະຜູ້ແທນລາວອີກດ້ວຍ. ຂ່າວ:ກະຊວງການຕ່າງປະເທດ

ຄໍາເຫັນ