ຮອງເຈົ້າແຂວງສາລະວັນລົງຊຸກຍູ້ຕິດຕາມ ຄວາມພ້ອມເປີດແຫຼ່ງທ່ອງທ່ຽວ 2 ແຫ່ງ ຢູ່ຄົງເຊໂດນ

ຮອງເຈົ້າແຂວງສາລະວັນລົງຊຸກຍູ້ຕິດຕາມ ຄວາມພ້ອມເປີດແຫຼ່ງທ່ອງທ່ຽວ 2 ແຫ່ງ ຢູ່ຄົງເຊໂດນ
ແຫຼ່ງທ່ອງທ່ຽວແກ້ງຄັນຕ່າຍ ແລະ ບຶງຫຼົ່ມໂລກ ຢູ່ເມືອງຄົງເຊໂດນແຂວງສາລະວັນ ເປັນແຫຼ່ງທ່ອງທ່ຽວທາງທຳມະຊາດ ທີ່ສຳຄັນຂອງເມືອງ ແລະ ສາມາດດຶງດູດເອົານັກທ່ອງທ່ຽວ ມາທ່ຽວຊົມເປັນຈໍານວນຫຼວງຫຼາຍ ເຊັ່ນ: ຫຼິ້ນນ້ຳ, ພັກຜ່ອນ, ກິນເຂົ້າປ່າ ແລະ ອື່ນໆ ໃນທຸກໆປີ ເປັນຕົ້ນ: ເນື່ອງໃນງານເທດສະການບຸນປີໃໝ່ລາວ, ວັນສໍາຄັນຕ່າງໆຂອງພັກຂອງຊາດ ກາຍເປັນຈຸດໝາຍປາຍທາງທີ່ຫຼາຍຄົນ ມີຄວາມນິຍົມຊົມຊອບ ມັກໄປທ່ຽວໄປຊົມ ເຊັ່ນດຽວກັນກັບ ບຶງຫຼົ່ມໂລກ ເປັນທີ່ບຶງຂະໜາດໃຫຍ່ ກວມເອົາເນື້ອທີ່ຫຼາຍກວ່າ 40 ເຮັກຕາຊຶ່ງເປັນບຶງທຳມະຊາດ ມີຕົ້ນໄມ້, ປ່າໄມ້, ທົ່ງນາອ້ອມຮອບ ແລະ ມີຊີວະນາໆພັນ ໂດຍສະເພາະ ນົກເປັດນ້ຳ ມີຈຳນວນຫຼວງຫຼາຍ ອາໄສຢູ່, ແຫຼ່ງທ່ອງທ່ຽວ 2 ແຫ່ງນີ້ ຢູ່ໃກ້ກັນ ແລະ ນອນໃນເຂດບ້ານຕານປ່ຽວ, ບ້ານດອນໃຜ່ບ້ານ ແລະ ບ້ານຈານລານເຊ. 
    ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການທ່ອງທ່ຽວຢູ່ໃນເຂດດັ່ງກ່າວ ຫວ່າງບໍ່ດົນມານີ້ເພື່ອແນໃສ່ຮອງຮັບໃຫ້ແກ່ການທ່ອງທ່ຽວ ໂດຍສະເພາະປີທ່ອງທ່ຽວລາວ 2024, ວັນສໍາຄັນຕ່າງໆ ແລະ ບຸນປີໃໝ່ລາວ, ທັງໄດ້ເນັ້ນໃຫ້ອົງການປົກຄອງເມືອງ, ຂະແໜງການຕ່າງໆ ແລະ ອໍານາດຄອງບ້ານ ເອົາໃຈໃສ່ຊຸກຍູ້, ສົ່ງເສີມ ແລະ ຜັກດັນ ເພື່ອເຮັດໃຫ້ການທ່ອງທ່ຽວ ນັບມື້ເຕີບໃຫຍ່ຂະຫຍາຍ, ມີບັນຍາກາດຟົດຟື້ນ, ກາຍເປັນການລິເລີ່ມພັດທະນາແຫຼ່ງທ່ອງທ່ຽວ 2 ແຫ່ງ ໄປເທື່ອລະກ້າວ ແລະ ສາມາດເຊື່ອມໂຍງກັນ, ຊຸກຍູ້ປຸກລະດົມຜູ້ປະກອບການ ເອົາໃຈໃສ່ໃນດ້ານຂອດການບໍລິການຕໍ່ນັກທ່ອງທ່ຽວ ໃຫ້ດີ, ມີຄຸນນະພາບ, ຍຸຕິທຳ ແລະ ຮັກສາພາບພົດອັນດີງາມ ເພື່ອສົ່ງເສີມເຮັດໃຫ້ການທ່ອງທ່ຽວໃນເຂດດັ່ງກ່າວ ໄດ້ຮັບຄວາມນິຍົມຊົມຊອບ, ດຶງດູດນັກທ່ອງທ່ຽວພາຍໃນ, ຕ່າງເມືອງຕ່າງແຂວງ ກໍຄືຕ່າງປະເທດ ຄຽງຄູ່ກັບການປັບປຸງເຂດພື້ນທີ່ແຫຼ່ງທ່ອງທ່ຽວ ໃຫ້ມີຄວາມສະດວກສະບາຍ ເຊັ່ນ: ທາງເຂົ້າ, ຈຸດຝາກລົດ, ຈຸດຫຼິ້ນນ້ຳ, ຈຸດບໍລິການ-ອາຫານເຄື່ອງດື່ມ ແລະ ອື່ນໆ ໃຫ້ມີຄວາມເປັນລະບຽບ, ສະອາດ, ສວຍງາມ, ທັງສາມາດເບິ່ງວີວທຳມະຊາດທີ່ສວຍງາມ, ທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວ ຕິດພັນກັບການຊື້-ຂາຍ ຜະລິດຕະພັນສິນຄ້າຂອງປະຊາຊົນ ເຮັດໃຫ້ການສ່ວນຮ່ວມຕໍ່ກັບວຽກງານທ່ອງທ່ຽວຫຼາຍຂຶ້ນ.
    ການລົງເຄື່ອນໄຫວໃນຄັ້ງນີ້ ເພື່ອຕິດຕາມເບິ່ງຄວາມກຽມພ້ອມໃນແຕ່ລະດ້ານຢູ່ແຫຼ່ງທ່ອງທ່ຽວທັງສອງຈຸດ ຊຶ່ງກໍມີເງື່ອນໄຂຫຼາຍດ້ານ ໂດຍສະເພາະເສັ້ນທາງການເຂົ້າເຖິງ ແມ່ນຄວາມມີຄວາມສະດວກສະບາຍ ຊື່ງໄດ້ນຳໃຊ້ເສັ້ນທາງໂຄງການຊົນລະປະທານເຂດບ້ານຈານລານເຊ, ມີການແລກປ່ຽນຄຳຄິດເຫັນ, ແນະນຳໃນດ້ານການປັບປຸງບັນດາພື້ນຖານໂຄງລ່າງ ກໍຄືຜະລິດຕະພັນການທ່ອງທ່ຽວຕ່າງໆ ທີ່ຈະສາມາດດຶງດູດນັກທ່ອງທ່ຽວ, ໂດຍມີ: ທ່ານສະໄໝ ໂພທິສານ ເຈົ້າເມືອງໆຄົງເຊໂດນ, ຂະແໜງການຕ່າງໆຂອງເມືອງ, ອົງການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ-ພາບ: ວິໄລວອນ ສິດທິໄຊ 

ຄໍາເຫັນ

ຂ່າວທ່ອງທ່ຽວ

ຜູ້ເຂົ້າປະກວດນາງສາວອັດຕະປື ທັດສະນະສຶກສາແຫຼ່ງທ່ອງທ່ຽວ ເມືອງໄຊເສດຖາ

ຜູ້ເຂົ້າປະກວດນາງສາວອັດຕະປື ທັດສະນະສຶກສາແຫຼ່ງທ່ອງທ່ຽວ ເມືອງໄຊເສດຖາ

​ໃນວັນທີ 26 ມີນາຜ່ານມານີ້, ຄະນະຮັບຜິດຊອບການປະກວດນາງສາວອັດຕະປື ໄດ້ນຳພາຜູ້ເຂົ້າປະກວດນາງສາວອັດຕະປື ທັງໝົດ 20 ນ້ອງ ທັດສະນະສຶກສາ ແລະ ຢ້ຽມຊົມແຫຼ່ງທ່ອງທ່ຽວທີ່ສຳຄັນ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ເພື່ອເປັນການເກັບຕົວ, ເຮັດກິດຈະກຳຮ່ວມກັນ ແລະ ໂຄສະນາການທ່ອງທ່ຽວຂອງແຂວງ ກ່ອນຈະມີການປະກວດຮອບຕັດສິນໃນມໍ່ໆນີ້.
ເຜີຍແຜ່ລະບົບຈອງປີ້ເຂົ້າຊົມແຫ່ງທ່ອງທ່ຽວ ທີ່ສະດວກ ເຂົ້າຊົມໄດ້ຫຼາຍສະຖານທີ່

ເຜີຍແຜ່ລະບົບຈອງປີ້ເຂົ້າຊົມແຫ່ງທ່ອງທ່ຽວ ທີ່ສະດວກ ເຂົ້າຊົມໄດ້ຫຼາຍສະຖານທີ່

ເມື່ອບໍ່ດົນຜ່ານມານີ້, ທີ່ພະແນກການເງິນແຂວງຫຼວງພະບາງ ໄດ້ມີກອງປະຊຸມ ໂຄສະນາ ເຜີຍແຜ່ ລະບົບການຂາຍປີ້ ເຂົ້າຊົມແຫຼ່ງທ່ອງທ່ຽວ ຜ່ານແອັບ LDT Booking ດ້ວຍການຈອງປີ້ແບບອອນລາຍ, ໂດຍເປັນປະທານຮ່ວມ ທ່ານ ນາງ ສຸດາພອນ ຄົມທະວົງ ຫົວໜ້າພະແນກວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ຄຳເພັດ ສີລາທອງນິດ ຫົວໜ້າພະແນກການເງິນ, ມີຜູ້ຕາງໜ້າບໍລິສັດອອກແບບ, ຜູ້ປະກອບການທ່ອງທ່ຽວ ແລະ ຜູ້ຂາຍປີ້ເຂົ້າຊົມແຫຼ່ງທ່ອງທ່ຽວ ເຂົ້າຮ່ວມ.
ສວນນໍ້າທິດາເພັດ ຕົວແບບການພັດທະນາການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ

ສວນນໍ້າທິດາເພັດ ຕົວແບບການພັດທະນາການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ

ຄອບຄົວຂອງທ່ານ ທອງສະຫວັນ ແສນພິລາວົງສາ ອາຍຸ 53 ປີ, ປັດຈຸບັນຢູ່ບ້ານຈັດສັນ ນະຄອນປາກເຊ ແຂວງຈໍາປາສັກ ເປັນຄອບຄົວໜຶ່ງທີ່ໄດ້ຮັບການຊຸກຍູ້ສົ່ງເສີມ ຕາມແນວທາງນະໂຍບາຍຂອງພັກ-ລັດ ໂດຍສະເພາະແມ່ນທາງພະແນກກະສິກໍາ ແລະ ສິ່ງແວລ້ອມ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ ຂອງແຂວງຈໍາປາສັກ ລົງສົມທົບກັບພາກ​ສ່ວນ​ກ່ຽວ​ຂ້ອງ​ຂອງເມືອງປະທຸມພອນ ໄດ້ລົງຊຸກຍູ້ທາງດ້ານວິຊາການເຕັກນິກ ບວກກັບຄວາມດຸໝັ່ນຫ້າວຫັນ ເຮັດແທ້ທໍາຈິງ ຂອງຄອບຄົວ ໃນການສ້າງສວນນໍ້າທິດາເພັດ ຈົນກາຍເປັນຕົວແບບການພັດທະນາການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາແບບຍືນຍົງ.
ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 21 ລາງວັນ

ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 21 ລາງວັນ

ງານມະຫະກໍາການທ່ອງທ່ຽວອາຊຽນປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 25-31 ມັງກອນ 2026 ທີ່ເຊບູ ປະເທດຟີລິບປິນ ໃນບັນດາປະເທດສະມາຊິກອາຊຽນໄດ້ຮັບລາງວັນທັງໝົດ 211 ລາງວັນ ຊຶ່ງລວມມີ 4 ປະເພດລາງວັນມາດຕະຖານ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ, ລາງວັນມາດຕະ ຖານເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ແລະ ລາງວັນການ ທ່ອງທ່ຽວແບບຍືນຍົງອາຊຽນ.
ສໍາມະນາເປີດກວ້າງປັບປຸງຮ່າງດໍາລັດກອງທຶນການທ່ອງທ່ຽວ

ສໍາມະນາເປີດກວ້າງປັບປຸງຮ່າງດໍາລັດກອງທຶນການທ່ອງທ່ຽວ

ກົມຄຸ້ມຄອງການທ່ອງທ່ຽວ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ (ວທ) ຈັດສໍາມະນາເປີດກວ້າງການປັບປຸງຮ່າງດໍາລັດວ່າດ້ວຍກອງທຶນການທ່ອງທ່ຽວໃນຂອບເຂດທົ່ວປະເທດ (ແບບເຄິ່ງອອນລາຍ) ໃນວັນທີ 2 ກຸມພານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳເພົ້າ ວັນນະວົງ ກົວໜ້າກົມກວດກາ ກະຊວງ ວທ, ມີບັນດາຫົວໜ້າກົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປີ 2026 ຕາດເຍືອງມີຫຼາຍກິດຈະກໍາທີ່ໜ້າສົນໃຈ ດຶງດູດນັກທ່ອງທ່ຽວ

ປີ 2026 ຕາດເຍືອງມີຫຼາຍກິດຈະກໍາທີ່ໜ້າສົນໃຈ ດຶງດູດນັກທ່ອງທ່ຽວ

ບໍລິສັດພັດທະນາແຫຼ່ງທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫຼັກ 40 ເມືອງປາກຊ່ອງ ຈໍາກັດ ຈະພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງໃຫ້ມີຫຼາກຫຼາຍກິດຈະກໍາຕື່ມ ໃນປີ 2026 ນີ້ ໂດຍປະຊາຊົນມີສ່ວນຮ່ວມ ສາມາດດຶງດູດນັກທ່ອທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ມາເຫັນແລ້ວຢາກມາອີກ.
ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ອງທ່ຽວວັດທະນະທຳລາວ ມະຫາຊົນ ສຸມໃສ່ພັດທະນາຫຼາຍວຽກງານໃນຕໍ່ໜ້າ

ທ່ານ ນາງ ເຊຍ ຮຸຍຜິງ (XIA HUIPING) ຮອງປະທານກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນຜ່ານມາ ທີ່ເດີ່ນພະທາດຫຼວງວຽງຈັນວ່າ: ປີນີ້ດີໃຈຫຼາຍທີ່ພັກ-ລັດ ໄດ້ເຫັນຄວາມສໍາຄັນ ໃຫ້ກຸ່ມບໍລິສັດຂອງພວກເຮົາໄດ້ນໍາເອົາຜະລິດຕະພັນການ ທ່ອງທ່ຽວ ວັດທະນະທໍາລາວ ມາວາງສະແດງ ເພື່ອໂຄສະນາໃຫ້ມວນຊົນທັງພາຍໃນ ແລະ ຕ່າງປະ ເທດໄດ້ຮັບຮູ້, ສົນໃຈ ການບໍລິການຕ່າງໆຂອງກຸ່ມບໍລິສັດໃຫ້ກວ້າງຂວາງ ແລະ ຫຼາຍຂຶ້ນ ໂດຍສະເພາະກຸ່ມບໍລິສັດທ່ອງທ່ຽວ ວັດທະນະທໍາລາວ ມະຫາຊົນ ໄດ້ສຸມໃສ່ການພັດທະນາຫຼາຍວຽກງານໃນຕໍ່ໜ້າ.
ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ສຳຜັດກັບການທ່ອງທ່ຽວທີ່ສວນໝີແພນດ້າເມືອງເສິງຕູ່

ໃນໂລກທີ່ເຕັມໄປດ້ວຍຄວາມເຄັ່ງຄັດ ແລະ ຄວາມຮີບຮ້ອນ ບາງຄັ້ງມະນຸດກໍຕ້ອງການບ່ອນໃດຫນຶ່ງທີ່ເຮັດໃຫ້ເຮົາໄດ້ພັກຜ່ອນຢ່ອນ ໃຈ ແລະ ສຳຜັດກັບຄວາມສະຫງົບໃນທໍາມະຊາດ. ສວນແພນດ້າເມືອງເສິງຕູ່ ທີ່ມົນຊີ່ຊ່ວນ ສປຈີນ (Chengdu Research Base of Giant Panda Breeding)ເປັນບ່ອນທີ່ສາມາດມອບຄວາມຮູ້ສຶກນັ້ນໃຫ້ໄດ້ຢ່າງແທ້ຈິງ.
2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

2025 ຫຼວງນໍ້າທາ ຄາດຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ໄດ້ 1,280,000 ເທື່ອຄົນ

ການທ່ອງທ່ຽວແຂວງຫຼວງນໍ້າທາ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນມັງກອນ-ກັນຍາ 2025 ມີນັກທ່ອງທ່ຽວເດີນທາງມາຢ້ຽມຢາມ ແລະ ຜ່ານແຂວງຫຼວງນໍ້າທາ 985,322 ເທື່ອຄົນ ເພີ່ມຂຶ້ນ 9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ສາມາດສ້າງລາຍຮັບທາງກົງ-ທາງອ້ອມເຂົ້າງົບປະມານແຂວງໄດ້ປະມານ 30.70 ລ້ານໂດລາ ຊຶ່ງສະແດງໃຫ້ເຫັນເຖິງຄວາມສໍາເລັດຂອງຄະນະນໍາຂັ້ນແຂວງ ແລະ ພະແນກວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ເອົາໃຈໃສ່ການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ໂດຍສະເພາະແມ່ນການທ່ອງທ່ຽວແບບອະນຸລັກໃນປ່າສະຫງວນແຫ່ງຊາດນໍ້າຫ້າ ຊຶ່ງເນັ້ນຈຸດເດັ່ນທາງດ້ານທໍາມະຊາດອັນບໍລິສຸດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາຂອງຊົນເຜົ່າ.
ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ການທ່ອງທ່ຽວໃນປີ 2025 ຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ

ທ່າອ່ຽງການທ່ອງທ່ຽວໃນປີ 2025 ຂອງ ສປປ ລາວ ກໍາລັງຢູ່ໃນຈັງຫວະຟື້ນຕົວຢ່າງຕໍ່ເນື່ອງ ສະແດງອອກໃນໄລຍະແຕ່ເດືອນມັງກອນ ຫາ ເດືອນສິງຫາ 2025 ນີ້, ມີນັກທ່ອງທ່ຽວເຂົ້າມາທ່ຽວ ສປປ ລາວ ທັງໝົດ 3,061,928 ເທື່ອຄົນ. ໃນຂະນະທີ່ໝົດປີ 2024 ມີນັກທ່ອງທ່ຽວເຂົ້າມາລາວ 4,120,832 ເທື່ອຄົນ.
ເພີ່ມເຕີມ