ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ

ຮອງລັດຖະມົນຕີ ເຂົ້າຮ່ວມກອງປະຊຸມປຶກສາຫາລືສອງຝ່າຍ ລາວ-ສິງກະໂປ ຄັ້ງທີ IIທີ່ ສິງກະໂປ
ໃນວັນທີ 21ກໍລະກົດ ຜ່ານມານີ້ ທີ່ ກະຊວງການຕ່າງປະເທດສິງກະໂປ ໄດ້ມີການຈັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຊຶ່ງຕາງໜ້າຝ່າຍລາວ ນໍາພາຄະນະເຂົ້າຮ່ວມໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຈາກຝ່າຍສິງກະໂປ ເຂົ້າຮ່ວມໂດຍ ທ່ານນາງ ຟູ ຈີ ເຊຍ (Foo Chi Hsia) ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ພ້ອມດ້ວຍຄະນະ.
ຮອງລດຖະມນຕ ເຂາຮວມກອງປະຊມປກສາຫາລສອງຝາຍ ລາວ-ສງກະໂປ ຄງທ IIທ ສງກະໂປ - image 1
 

 

ກອງປະຊຸມດັ່ງກ່າວ, ໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍ ຕະຫຼອດໄລຍະກວ່າ 5 ທົດສະວັດ ຜ່ານມາ ໂດຍສືບຕໍ່ຈັດຕັ້ງປະຕິບັດຜົນຂອງກອງປະຊຸມປຶກສາຫາລືສອງຝ່າຍ ຄັ້ງທີ Iທີ່ ສປປ ລາວ ເປັນເຈົ້າພາບໃນປີ 2023 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ສິງກະໂປ ໃຫ້ມີບາດກ້າວຂະຫຍາຍຕົວໃໝ່ໃນອະນາຄົດ. ໃນການພົບປະຫາລືຄັ້ງນີ້, ສອງຝ່າຍ ເຫັນດີເປັນເອກະພາບໃນການສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ຊຸກຍູ້ການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ, ການໄປມາຫາສູ່ຊຶ່ງກັນ ແລະ ກັນ ລະຫວ່າງ ປະຊາຊົນຂອງທັງສອງຊາດ, ການພົວພັນຮ່ວມມືຂອງບັນດາຫົວໜ່ວຍທຸລະກິດ, ການຮ່ວມມືດ້ານການຄ້າ-ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ສະແດງຄວາມປິຕິຍິນດີຕໍ່ຜົນສໍາເລັດຂອງການສະເຫຼີມສະຫຼອງ ຄົບຮອບ 50 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ໃນປີ 2024 ທີ່ຜ່ານມາ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ ໂດຍສະເພາະຂົງເຂດການຄ້າ-ການລົງທຶນ, ຊຶ່ງໃນປັດຈຸບັນ ບັນດາໂຄງການລົງທຶນຂອງສິງກະໂປ ຢູ່ ສປປ ລາວ ກວມເອົາຂະແໜງການຕ່າງໆທີ່ສຳຄັນ ເຊັ່ນ:ພະລັງງານສະອາດ, ກະສິກຳ, ການກໍ່ສ້າງ, ໂຮງແຮມ ແລະ ການບໍລິການອື່ນໆ (ຈັດຢູ່ອັນດັບ 9 ການລົງທຶນໂດຍກົງຂອງຕ່າງປະເທດຢູ່ ສປປ ລາວ). ນອກຈາກນີ້, ໃນໄລຍະ 5 ປີ ຜ່ານມາ ການຄ້າສອງຝ່າຍ ສາມາດບັນລຸໄດ້ 870 ລ້ານໂດລາ. ພ້ອມດຽວກັນ, ຝ່າຍລາວ ກໍໄດ້ສະເໜີໃຫ້ຝ່າຍສິງກະໂປ ສືບຕໍ່ຊຸກຍູ້ບັນດານັກທຸລະກິດຂອງສິງກະໂປ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມໃນອະນາຄົດ ໂດຍສະເພາະ ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນການຜະລິດກະສິກຳ, ພະລັງງານສີຂຽວ (ພະລັງງານນໍ້າ, ແສງຕາເວັນ ແລະ ລົມ), ການຊື້ຂາຍສິນເຊື່ອກາກບອນ, ການທ່ອງທ່ຽວ, ການບໍລິການໂຮງແຮມ, ການຂົນສົ່ງໂລຈິດສະຕິກ ແລະ ອື່ນໆ. ສອງຝ່າຍ ໄດ້ສະແດງຄວາມຍິນດີຕໍ່ການລົງນາມບົດບັນທຶກຄວາມເຂົ້າໃຈ (MOU)ດ້ານການພັດທະນາແບບຍືນຍົງທາງດ້ານສິ່ງແວດລ້ອມ, MOU ການຮ່ວມມືຕ້ານອາດສະຍາກໍາຂ້າມຊາດ ທີ່ໄດ້ລົງນາມຮ່ວມກັນ ລະຫວ່າງ ກະຊວງກ່ຽວຂ້ອງໃນທ້າຍປີຜ່ານມາທີ່ ນະຄອນຫຼວງວຽງຈັນ, ຊຶ່ງທັງສອງຝ່າຍເຫັນດີ ອຳນວຍຄວາມສະດວກໃນການປະສານງານ, ການລົງທຶນ ແລະ ການແລກປ່ຽນວິຊາການ ເພື່ອຈັດຕັ້ງປະຕິບັດ MOU ສະບັບດັ່ງກ່າວໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ ຊຶ່ງຝ່າຍສິງກະໂປຍິນດີໃຫ້ຄໍາປຶກສາ ແລະ ຖ່າຍຖອດບົດຮຽນໃຫ້ໃນດ້ານຕ່າງໆທີ່ກ່ຽວຂ້ອງໃຫ້ແກ່ຝ່າຍລາວ ລວມທັງການຊຸກຍູ້ສົ່ງເສີມບັນດານັກທຸລະກິດໃຫ້ຫັນເຂົ້າມາລົງທຶນຢູ່ໃນ ສປປ ລາວ ຫຼາຍຍິ່ງຂຶ້ນໃນອະນາຄົດ.

ຮອງລດຖະມນຕ ເຂາຮວມກອງປະຊມປກສາຫາລສອງຝາຍ ລາວ-ສງກະໂປ ຄງທ IIທ ສງກະໂປ - image 2
 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນ ສິງກະໂປ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າໃນໄລຍະຜ່ານມາ ເປັນຕົ້ນ ການຊ່ວຍສ້າງຊັບພະຍາກອນມະນຸດ, ການຈັດຝຶກອົບຮົມພາສາອັງກິດ ແລະ ວິຊາການທີ່ກ່ຽວຂ້ອງ ໃຫ້ແກ່ບັນດາພະນັກງານລັດຖະກອນ, ນັກການທູດ ຈົນເຖິງການນໍາຂັ້ນສູງຂອງ ສປປ ລາວ, ການພັດທະນາສີມືແຮງງານ ລວມທັງ ການສົ່ງບັນດາອາສາສະໝັກ ຄູອາຈານ ແລະ ຜູ້ຊ່ຽວຊານ ເຂົ້າມາຊ່ວຍເຫຼືອ ສປປ ລາວ ໃນຂະແໜງການຕ່າງໆຢ່າງຫຼວງຫຼາຍ ແລະ ການຊ່ວຍເຫຼືອຢ່າງທັນການໃຫ້ແກ່ ສປປ ລາວ ໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ, ພິເສດ ກໍຄືການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ໃນຂະນະດຽວກັນ ທ່ານຮອງລັດຖະມົນຕີ ຟູ ຈີ ເຊຍ ໄດ້ສະແດງຄວາມຍິນດີໃນການຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສິງກະໂປ ປະສານສົມທົບກັນຢ່າງໃກ້ຊິດກັບຝ່າຍລາວ ເພື່ອເສີມຂະຫຍາຍການພົວພັນຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍລະຫວ່າງ ສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ. ພ້ອມດຽວກັນນີ້, ກໍສະແດງຄວາມຍິນດີທີ່ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນລະດັບເວທີພາກພື້ນ ແລະ ສາກົນ ເປັນຕົ້ນແມ່ນ ໃນຂອບການຮ່ວມມື ອົງການສະຫະປະຊາຊາດ, ອາຊຽນ ແລະ ອື່ນໆ.

ໃນວັນດຽວກັນ, ທ່ານຮອງລັດຖະມົນຕີ ແລະ ຄະນະ ກໍ່ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ຊິມ ອານ (Sim Ann),ລັດຖະມົນຕີອາວຸໂສ ປະຈໍາ ກະຊວງການຕ່າງປະເທດ ແລະ ກະຊວງພາຍໃນ ແຫ່ງ ສາທາລະນະລັດ ສິງກະໂປ ໂດຍໄດ້ແຈ້ງໃຫ້ຊາບ ກ່ຽວກັບຈຸດປະສົງຂອງການມາຢ້ຽມຢາມເຮັດວຽກຢູ່ ສິງກະໂປ ໃນຄັ້ງນີ້. ໃນໂອກາດດຽວກັນ ທ່ານ ນາງ ຊິມ ອານ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ ຄະນະຜູ້ແທນຝ່າຍລາວ ແລະ ສະແດງຄວາມຊົມເຊີຍຕໍ່ ຄວາມເອົາໃຈໃສ່ຂອງທັງສອງຝ່າຍ ທີ່ໄດ້ເຮັດວຽກຮ່ວມກັນຢ່າງໃກ້ຊິດ ແລະ ສາມາດຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລືສອງຝ່າຍ ລະຫ່ວາງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ II ຂຶ້ນຢ່າງເປັນທາງການ ເພື່ອສືບຕໍ່ຊຸກຍູ້ ສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ-ສິງກະໂປ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ. ພ້ອມດຽວກັນນີ້, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບຝ່າຍສິງກະໂປ ມີຄວາມພ້ອມໃນການຕ້ອນຮັບການເຄື່ອນໄຫວຢ້ຽມຢາມທາງລັດຖະກິດ ຢູ່ ສສິງກະໂປ ຂອງ ພະນະທ່ານປະທານປະເທດ ແຫ່ງ ສປປ ລາວ ພາຍຫຼັງທີ່ໄດ້ຮັບເລືອກຕັ້ງດໍາລົງຕໍາແໜ່ງເປັນ ປະທານປະເທດ ແຫ່ງ ສປປ ລາວ ສະໄໝທີ 2.(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ປະທານສະພາແຫ່ງຊາດລາວພົບປະກັບເລຂາພັກແຂວງຝູເຖາະ ສສ ຫວຽດນາມ

ໃນວັນທີ 4 ພະຈິກ ນີ້, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດລາວພ້ອມດ້ວຍຄະນະໄດ້ພົບປະເຮັດວຽກກັບສະຫາຍ ຟາມດາຍເຊື່ອງ ເລຂາພັກແຂວງຝູເຖາະໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານຮ່າງຄຳແນະນຳວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດ

ກອງປະຊຸມຜ່ານ “ຮ່າງຄຳແນະນຳ ວ່າດ້ວຍການກວດສອບຫົວທີ ຂອງອົງການກວດສອບແຫ່ງລັດໃນການກວດສອບການສ້າງແຜນ ແລະ ການດັດແກ້ແຜນງົບປະມານແຫ່ງລັດ” ໄດ້ຈັດຂຶ້ນຢູ່ເມືອງວັງວຽງແຂວງວຽງຈັນ ໃນລະຫວ່າງ ວັນທີ 2-3 ພະຈິກຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ແລະ ທ່ານ ໂຣເບີດ ເດີວາຮາ (Robert DE WAHA) ຫົວໜ້າໂຄງການລຸກຊໍາບວກ ປະຈໍາອາຊຽນ ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກໂຄງການເສີມສ້າງລັດແຫ່ງກົດໝາຍ, ການເຂົ້າເຖິງຄວາມຍຸຕິທໍາ ແລະ ການປົກຄອງທີ່ດີ (Lux Dev Lao/037).
ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

ປະທານສະພາແຫ່ງຊາດລາວ ເຂົ້າຢ້ຽມຂໍ່ານັບເລຂາທິການໃຫຍ່ປະທານປະເທດຫວຽດນາມ

​ ວັນທີ 4 ພະຈິກ ຜ່ານມາ ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ສະຫາຍ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບສະຫາຍ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ປະທານປະເທດແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ.
ເພີ່ມເຕີມ