ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ

ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ

ໂຮງໝໍແຂວງວຽງຈັນ ຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນບັນຫາສໍາຄັນ
ໂດຍ: ວັນເພັງ ໃນໂອກາດສູນສະຖິຕິ ແລະ ຂ່າວສານສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ນໍາພາສື່ມວນຊົນ ເຄື່ອນໄຫວເກັບກໍາຂ່າວກ່ຽວກັບວຽກງານສຸຂະພາບຈະເລີນພັນ ຢູ່ແຂວງວຽງຈັນ. ທ່ານ ວົງເທວີ ຈັນຄໍາມະວົງ ຜູ້ອໍານວນການໂຮງໝໍແຂວງວຽງຈັນ ໄດ້ໃຫ້ສໍາພາດກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານຮັກສາສຸຂະພາບ ແລະ ສຸຂະພາບຈະເລີນພັນໄລຍະຜ່ານມາຕໍ່ສື່ມວນຊົນ ໃນວັນທີ 1 ກໍລະກົດ ຜ່ານມານີ້.

 

ໂຮງໝແຂວງວຽງຈນ ຖເອາວຽກງານບລການຮກສາສຂະພາບຈະເລນພນເປນບນຫາສາຄນ - image 1
 

 

ທ່ານ ວົງເທວີ ຈັນຄໍາມະວົງ ໃຫ້ຮູ້ວ່າ: ໂຮງໝໍແຂວງວຽງຈັນເປັນໂຮງໝໍ 100 ຕຽງ ແລະ ເປັນໂຮງໝໍໜຶ່ງທີ່ບໍລິການຮັກສາສຸຂະພາບລະດັບສູງສຸດຂັ້ນຂອງແຂວງວຽງຈັນ ບໍລິການຄົງທີ່ຮັບຜິດຊອບ ການບໍລິການຮັກສາສຸຂະພາບກວດກາ, ບົ່ງມະຕິ ແລະ ປິ່ນປົວພະຍາດໃນ 4 ຕົວເມືອງທົ່ງພຽງ ແລະ ສົ່ງມາຈາກ 11 ຕົວເມືອງຂອງແຂວງວຽງຈັນ. ໂຮງໝໍແຂວງວຽງຈັນ ໃຫ້ເປີດໃຊ້ບໍລິການຮັກສາສຸຂະພາບມາແຕ່ປີ 2000 ຈົນຮອດປັດຈຸບັນ ເປັນເວລາ 25 ປີ. ການບໍລິການຮັກສາສຸຂະພາບ ກໍໄດ້ປະຕິບັດຕາມແນວທາງຂອງພັກ ແລະ ລັດວາງອອກ ໂດຍສະເພາະກະຊວງສາທາລະນະສຸກ, ກົມປິ່ນປົວຟື້ນຟູໜ້າທີ່ການພະແນກສາທາລະນະສຸກແຂວງ. ສໍາລັບການບໍລິການດ້ານຮັກສາສຸຂະພາບຂອງໂຮງໝໍແຂວງວຽງຈັນແບ່ງອອກເປັນ 2 ສ່ວນບໍລິການຄື: ສ່ວນກວດເຂດນອກ (ບໍ່ໄດ້ນອນໂຮງໝໍ) ແລະ ບໍລິການເຂດໃນ(ນອນໂຮງໝໍ). ພ້ອມນີ້, ຍັງມີໜ່ວຍສະໜັບສູນໜູນບໍລິການດ້ານສຸຂະພາບ-ວິເຄາະ, ລັງສີ-ເອໂກ, ການຢາ, ສ້ອມແປງອຸປະກອນການແພດ ນອກຈາກການບໍລິການຮັກສາສຸຂະພາບ ພາຍໃນໂຮງໝໍແລ້ວ, ວິຊາການໂຮງໝໍແຂວງ ຍັງໄດ້ລົງຕິດຕາມຊຸກຍູ້-ສ້າງຄວາມເຂັ້ມແຂງດ້ານວິຊາການ 11 ຕົວເມືອງ, ສຸກສາລາ ທີ່ເປັນຈຸດສຸມດ້ານບໍລິການຈານວນໜຶ່ງ.

ຄຽງຄູ່ກັນນັ້ນ, ການຈັດຕັ້ງສຸຂະພາບຈະເລີນພັນໂຮງໝໍແຂວງວຽງຈັນ ໄດ້ຮັບການຊີ້ນໍາຈາກແຕ່ລະຂັ້ນໂຮງໝໍແຂວງໄດ້ຮັບການຊີ້ນໍາຈາກສາຍຕັ້ງ: ກະຊວງສາທາລະນະສຸກ ກົມປິ່ນປົວຈາກສູນສຸຂະພາບຈະເລີນພັນ, ແມ່ ແລະ ເດັກພະແແນກສາທາລະນະສຸກແຂວງ, ໂຮງໝໍແຂວງວຽງຈັນຈາກ ຂະແໜງແມ່ ແລະ ເດັກ ພະແນກສາທາລະນະສຸກແຂວງວຽງຈັນ. ໂຮງໝໍແຂວງ: ຄະນະອໍານວຍການໄດ້ແບ່ງຄວາມຮັບຜິດຊອບໃຫ້ຄະນະອໍານວຍການຮັບຜິດຊອບວິຊາການ-ປິ່ນປົວ, ຮັກສາສຸຂະພາບຂອງໂຮງໝໍຊີ້ນໍາໂດຍກົງໂດຍສະເພາະ (ຂະແໜງ-ພະແນກປະສູດ-ພະຍາດຍິງ) ເປັນຜູ້ຊີ້ນໍາວຽກງານຮັກສາສຸຂະພາບຈະເລີນພັນ. ສຸຂະພາບຈະເລີນພັນໂຮງໝໍແຂວງວຽງຈັນ ໄດ້ແບ່ງອອກເປັນວຽກຍ່ອຍເຊັ່ນ: ວຽກກວດທ້ອງ-ແມ່ຖືພາ (ຝາກທ້ອງ), ຄັດກອງແມ່ສ່ຽງໄພ, ສັກຢາກັນພະຍາດ, ວາງແຜນ (ລູກຫ່າງ), ສຸຂະສຶກສາໄວໜຸ່ມກ່ອນແຕ່ງງານ. ໃນນັ້ນ, ໂຮງໝໍແຂວງວຽງຈັນໄດ້ຮັບທຶນຊ່ວຍເຫຼືອດ້ານອຸປະກອນ ແລະ ທຶນຮອນຕ່າງໆຈາກລັດຖະບານ ສປປ ລາວ; ໄດ້ຮັບທຶນຮອນງົບປະມານຊ່ວຍເຫຼືອຈາກໂຄງການ ຈາກລັດຖະບານລຸກຊໍາບວກ; ໂຄງການເທື່ອລະກ້າວ (ສູນມີລີເອີ)ຈາກປະເທດຝຣັ່ງ.

ໂຮງໝແຂວງວຽງຈນ ຖເອາວຽກງານບລການຮກສາສຂະພາບຈະເລນພນເປນບນຫາສາຄນ - image 2
 

ທ່ານ ວົງເທວີ ຈັນຄໍາມະວົງ ກ່າວຕື່ມວ່າ: ເພື່ອຢາກເຮັດໃຫ້ວຽກງານບໍລິການຮັກສາສຸຂະພາບໄວຈະເລີນພັນດີຂຶ້ນກ່ອນເກົ່າຈະຕ້ອງຖືເອົາວຽກງານບໍລິການຮັກສາສຸຂະພາບຈະເລີນພັນເປັນຂອງທົ່ວປວງຊົນ, ເປັນບັນຫາສໍາຄັນ; ໃຫ້ທົ່ວປວງຊົນເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານບໍລິການສຸຂະພາບຈະເລີນພັນ; ຕ້ອງເອົາວຽກສຸຂະພາບພາບຈະເລີນພັນໄປຜັນຂະຫຍາຍໃຫ້ກວ້າງຂວາງ-ເລີກເຊິ່ງທົ່ວສັງຄົມກ່ອນເກົ່າ; ພະນັກງານເປັນຜູ້ຕັດສິນຜົນໄດ້, ຜົນເສຍ ແລະ ຜົນສໍາເລັດຂອງວຽກງານ, ພະນັກງານມີຄວາມຮູ້-ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ການປະຕິບັດວຽກງານຈຶ່ງຈະສໍາເລັດຜົນ (ຢາກໄດ້ພະນັກງານມີຄວາມຮູ້ເພີ່ມຂຶ້ນ ຕ້ອງຝຶກອົບຮົມຈັນຍາບັນ, ຈັນຍາທຳແພດ ແລະ ວິຊາສະເພາະແພດໃຫ້ມີຄວາມຮູ້ຄວາມສາມາດເພີ່ມຂຶ້ນ; ພັກ ແລະ ລັດຖະບານກໍຄືການຈັດຕັ້ງໂຮງໝໍຕ້ອງໄດ້ເອົາໃຈໃສ່ຕໍ່ວຽກສຸຂະພາບຈະເລີນພັນໃນການເພີ່ມງົບປະມານເຂົ້າໃສ່ວຽກງານນີ້ໃຫ້ຫຼາຍຂຶ້ນ; ປັດໄຈສໍາຄັນ ແລະ ຂາດບໍ່ໄດ້ບໍລິການສຸຂະພາບຈະເລີນພັນຕ້ອງໄດ້ຮັບການຊ່ວຍເຫຼືອດ້ານວິຊາການຊ່ຽວຊານຕ່າງປະເທດທີ່ມີປະສົບການພ້ອມທັງຊ່ວຍເຫຼືອດ້ານງົບປະມານຂຶ້ນຕື່ມ. ສິ່ງສໍາຄັນເມື່ອທ່ານ, ລູກ-ຫຼານຂອງທ່ານຈະແຕ່ງງານ (ຄວນແນະນໍາໄປປຶກສາ, ນໍາແພດໝໍຊ່ຽວຊານຢູ່ສູນບໍລິການສຸຂະພາບຈະເລີນພັນ) ກ່ອນການຖືພາວາງແຜນ, ເພື່ອວາງແຜນການກ່ອນແຕ່ງງານ; ເມື່ອຮູ້ວ່າລູກ-ຫຼານຍາດຕິພີ່ນ້ອງຂອງທ່ານແຕ່ງງານຖືພາຄວນແນະນໍາໄປຫາສຸກສາລາ, ໂຮງໝໍເມືອງ, ໂຮງໝໍແຂວງ (ບໍລິການດ້ານສຸຂະພາບຈະເລີນພັນ) ແລະ ເມື່ອຮູ້ວ່າລູກ-ຫຼານຂອງທ່ານເກີດລູກແລ້ວຄວນແນະນໍາໄປສັກຢາກັນພະຍາດໃຫ້ຄົບຕາມເກນອາຍຸການສັກຢາກັນພະຍາດ (ແຕ່ເກີດຈົນຮອດ 5 ປີ).

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ