![]() |
ທ່ານ ວຽງສະຫວັນ ກະເສີມສຸກ ກ່າວເປີດກອງປະຊຸມວ່າ: ການຈັດກອງປະຊຸມຄັ້ງນີ້, ເປັນການເຜີຍແຜ່ວຽກງານກາແດງໃຫ້ກວ້າງຂວາງ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານປະສົບຜົນສຳເລັດ ແລະ ມີຄວາມຍືນຍົງ, ແນໃສ່ເສີມຂະຫຍາຍ ວຽກງານມະນຸດສະທຳຂອງອົງການກາແດງ ໃຫ້ກວ້າງອອກຕື່ມ, ພ້ອມນີ້ ທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ພ້ອມກັນປະກອບຄຳເຫັນ ຄົ້ນຄວ້າວຽກງານຮ່ວມກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຮ່ວມກັນ ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ໃນກອງປະຊຸມ, ໄດ້ມີການນຳສະເໜີຄາດໝາຍ, ແຜນການ ຂອງວຽກງານກາແດງໂດຍຫຍໍ້ ແລະ ກົນໄກການປະສານງານກັບ ອົງການປະສານສົມທົບ ເພື່ອຮ່ວມມືການປະຕິບັດວຽກງານມະນຸດສະທຳຂອງອົງການກາແດງໃນຕໍ່ໜ້າ ພ້ອມນັ້ນ ກໍໄດ້ມີການເຜີຍແຜ່ວຽກງານກອງທືນໄພພິບັດສຸກເສີນ ແລະ ກອງທືນເລືອດ ຂອງອົງການກາແດງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳເຫັນໃສ່ ເພື່ອເປັນແນວທາງການປະຕິບັດວຽກງານຮ່ວມກັນ ໃນຕໍ່ໜ້າ ຕື່ມອີກ.
(ແຫຼ່ງຂ່າວ: ແຂວງຫຼວງພະບາງ)

ຄໍາເຫັນ