![]() |
ທ່ານປະທານອົງການກາແດງແຫ່ງຊາດລາວມີຄຳເຫັນເນັ້ນໜັກວ່າ: ອົງການກາແດງແຫ່ງຊາດລາວມີພາລະບົດບາດສໍາຄັນໃນການຊ່ວຍລັດຖະບານໃຫ້ການຊ່ວຍເຫຼືອດ້ານມະນຸດສະທໍາແກ່ປະຊາຊົນຜູ້ທີ່ດ້ອຍໂອກາດແລະໄດ້ຮັບຜົນກະທົບຈາກໄພພິບັດ; ຊຶ່ງພາລະບົດບາດດັ່ງກ່າວ, ຈະບໍ່ສາມາດບັນລຸຜົນສຳເລັດຕາມຄາດໝາຍທີ່ວາງໄວ້ໄດ້ຖ້າປັດສະຈາກການເຜີຍແຜ່ໂຄສະນາຂໍ້ມູນ-ຂ່າວສານວຽກງານກາແດງທີ່ຖືກຕ້ອງຕາມລະບຽບຫຼັກການ, ເຂັ້ມແຂງ, ໜັກແໜ້ນແລະທົ່ວເຖິງສັງຄົມ. ວຽກງານໂຄສະນາ-ຂ່າວສານກາແດງປຽບເໝືອນກະບອກສຽງຂອງອົງການກາແດງແຫ່ງຊາດລາວທີ່ບໍ່ພຽງແຕ່ລາຍງານການເຄື່ອນໄຫວວຽກງານຕ່າງໆເທົ່ານັ້ນ, ຍັງເຜີຍແຜ່ບັນດາຫຼັກການດ້ານວຽກງານມະນຸດສະທຳອັນເປັນພື້ນຖານທີ່ສຳຄັນຂອງການເຄື່ອນໄຫວວຽກງານຂອງພວກເຮົາເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ອົງການກາແດງແຫ່ງຊາດລາວ, ສາມາດປຸກລະດົມຊຸກຍູ້ການປະກອບສ່ວນແລະການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ.
![]() |
ສຳລັບຈຸດປະສົງການຝຶກອົບຮົມຄັ້ງນີ້, ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານກາແດງໃນທົ່ວປະເທດມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານຂອງກາແດງ, ການຂຽນຂ່າວ, ເຕັກນິກການສຳພາດ, ການເປັນໂຄສົກແລະການສ້າງວິດີໂອດ້ວຍໂທລະສັບມືຖືແນໃສ່ໃຫ້ວຽກງານໂຄສະນາ-ຂ່າວສານຂອງກາແດງລາວມີຄວາມເຂັ້ມແຂງແລະໜັກແໜ້ນຂຶ້ນຕື່ມອີກ.
![]() |
(ຂ່າວ-ພາບ: ທິດດາວັນກຸລະວົງສາ)



ຄໍາເຫັນ