ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ
ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ສມໃສຍແຮງຂະບວນການຫາຍດານ ຕດພນກບການແຂງຂນດານວຊາສະເພາະການແພດ - image 1
 

 

ໃນໂອກາດກະກຽມສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີນີ້, ໂຮງໝໍບໍລິເວນ 109 ກອງທັບໄດ້ມີການອອກແຮງແຂ່ງຂັນສ້າງຂະບວນວຽກງານຮອບດ້ານທີ່ປິ່ນອ້ອມໜ້າທີ່ການເມືອງຂອງຕົນ ໂດຍສະເພາະແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ແກ່ພະນັກງານ-ນັກຮົບໃນທົ່ວກົມກອງຢ່າງທົ່ວເຖິງ. ພ້ອມກັນຕ້ານປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນໃນໂຮງໝໍຈຶ່ງເຮັດໃຫ້ໂຮງໝໍມີຄວາມສະ ຫງົບເປັນພື້ນຖານ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ປະຕິບັດໜ້າທີ່ຄໍາສັ່ງຂອງຂຶ້ນເທິງວາງອອກຢ່າງເຂັ້ມງວດ, ຈັດຕັ້ງເຊື່ອມຊຶມມະຕິຕ່າງໆຂອງກອງປະຊຸມພັກແຕ່ລະຂັ້ນ, ບັນດາມູນເຊື້ອອັນດີງາມຂອງພັກ, ຂອງຊາດໃຫ້ທົ່ວເຖິງ ແລະ ເລິກເຊິ່ງ, ຈັດຕັ້ງກວດກາແຂ່ງຂັນດ້ານວິຊາສະເພາະການແພດເຊັ່ນ: ເຕັກນິກເຊີດຊູຄົນເຈັບໜັກ, ບັນດາເຕັກນິກຜ່າຕັດຕ່າງໆ, ການບົ່ງມະຕິພະຍາດ ແລະ ການວາງຢາໃນການປິ່ນປົວ, ການຕິດຕາມຄົນເຈັບ ແລະ ການເບິ່ງແຍງບົວລະບັດຄົນເຈັບ ແລະ ອື່ນໆ.

ສມໃສຍແຮງຂະບວນການຫາຍດານ ຕດພນກບການແຂງຂນດານວຊາສະເພາະການແພດ - image 2
 

ສະຫາຍ ພັນໂທ ຈັນທະວີສຸກ ພຸດຈັນທອນ ຫົວໜ້າພະແນກຫ້ອງກວດສຸກເສີນ ໂຮງໝໍບໍລິເວນ 109 ກອງທັບໃຫ້ຮູ້ວ່າ: ໃນເມື່ອມີຄົນເຈັບເຂົ້າມາໃຊ້ບໍລິການ ພວກເຮົາກໍໄດ້ມີການຊັກຖາມອາການ, ກວດກາບົ່ງ ມະຕິພະຍາດ ແລ້ວນ້ຳສົ່ງໄປພະແນກການທີ່ກ່ຽວຂ້ອງເພື່ອເຂົ້າຮັບການປິ່ນປົວ, ຖ້າພະນັກງານ-ນັກຮົບທີ່ມີບັດປະກັນສັງຄົມພວກເຮົາກໍໄດ້ນຳສົ່ງໄປປິ່ນປົວຕາມລະບຽບການປະກັນສັງຄົມກອງທັບວາງອອກ.

ສະຫາຍ ພັນໂທ ນາງ ໄຊສົງຄາມ ປ້ອງບັນດິດ ຮອງພະແນກປະສູດ ໂຮງໝໍບໍລິເວນ 109 ກອງທັບໃຫ້ຮູ້ຕື່ມວ່າ: ສຳລັບການບໍລິການປິ່ນປົວຢູ່ພະແນກພວກເຮົາໄດ້ເອົາໃຈໃສ່ປິ່ນປົວປະສູດພະຍາດຍິງ ຊ່ວຍເກີດລູກຮັກສາສຸຂະພາບແມ່ ແລະ ເດັກ, ໃນນັ້ນໄດ້ມີຜ່າຕັດອອກ ໃນເມື່ອເກີດລູກທ່າທີ່ຜິດປົກກະຕິ ຫຼືວ່າແມ່ທີ່ມີຄວາມສ່ຽງໄພເກີດທາງຊ່ອງຄອດບໍ່ໄດ້ ແລະ ປິ່ນປົວພະຍາດຍິງ, ໄລຍະຜ່ານມາ ການບໍລິການປິ່ນປົວຄົນເຈັບເຫັນວ່າ ຫາງສຽງສ່ວນຫຼາຍແມ່ນໄດ້ຮັບຄວາມເພິ່ງພໍໃຈ ຍ້ອງຍໍຊົມເຊີຍພະນັກງານແພດໝໍວ່າປິ່ນປົວດີ, ຮັບຕ້ອນດີ, ເວົ້າຈາສຸພາບ ປະຕິບັດຕາມຄໍາຂວັນ 5 ດີ 1 ພໍໃຈຂອງກະຊວງສາທາລະນະສຸກ ກໍຄືລະບອບການແພດຂອງກົມເສນາຮັກວາງອອກ.

ໄປຄຽງຄູ່ກັນນີ້, ຄະນະພັກ-ຄະນະບັນຊາ ຍັງໄດ້ຈັດຕັ້ງປະດັບປະດາ ຄ້າຍຄູ ຕຶກປິ່ນປົວຄົນເຈັບໃຫ້ມີຄວາມສະອາດສວຍງາມ, ຈັດຕັ້ງປະຕິບັດ 7 ລະບອບ 18 ວຽກ, ປຸກລະດົມເຂົ້າຮ່ວມຂະບວນການແຂ່ງຂັນກິລາ, ສິລະປະ-ວັນນະຄະດີຢູ່ພາຍໃນກົມກອງໃຫ້ມີບັນຍາກາດຟົດຟື້ນ, ຍູ້ແຮງຂະບວນການເພີ່ມພູນຜະລິດ ຜົນ ເປັນຕົ້ນປູກຜັກເຂົ້າເຮືອນຄົວລວມ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກແຕ່ລະຂັ້ນໃຫ້ຖືກຕ້ອງຕາມຫຼັກການລວມສູນປະຊາທິປະໄຕເປັນໝູ່ຄະນະ.

ສມໃສຍແຮງຂະບວນການຫາຍດານ ຕດພນກບການແຂງຂນດານວຊາສະເພາະການແພດ - image 3
 

ເນື່ອງໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຕາງໜ້າ ນາຍ ແລະ ພົນທະຫານທົ່ວໂຮງໝໍບໍລິເວນ 109 ກອງທັບ ສະແດງຄວາມຮູ້ບຸນຄຸນມາຍັງພັກປະຊາຊົນປະຕິວັດລາວທີ່ໄດ້ສຶກສາອົບຮົມ ແລະ ນໍາພາຊີ້ນໍາກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງ ພ້ອມທັງເຮັດສຳເລັດໜ້າທີ່ ທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ຂໍອວຍພອນໄຊອັນປະເສີດໃຫ້ບັນດາທ່ານການນໍາພັກ-ລັດ, ພະນັກ ງານປະຕິວັດອາວຸໂສບຳນານ ຕະຫຼອດເຖິງປະຊາຊົນລາວບັນດາເຜົ່າໃນທົ່ວປະເທດ, ນາຍ ແລະ ພົນທະຫານໃນທົ່ວກອງທັບປະຊາຊົນລາວ ຈົ່ງມີສຸຂະພາບແຂງແຮງ ມີພະລານາໄມສົມບູນ ພ້ອມກັນອອກແຮງແຂ່ງຂັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດຂອງຊາດ, ຂອງພັກໃນປີ 2025 ໃຫ້ເປັນຂະບວນຟົດຟື້ນກວ້າງຂວາງ.

ສມໃສຍແຮງຂະບວນການຫາຍດານ ຕດພນກບການແຂງຂນດານວຊາສະເພາະການແພດ - image 4
 

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ໃນວັນທີ 11 ພະຈິກນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງເຊກອງ ເພື່ອຕິດຕາມ ແລະ ເກັບກຳບັນຫາສະພາບການຕ່າງໆຂອງວຽກງານສາທາລະນະສຸກແຂວງ, ໂດຍທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ເພີ່ມເຕີມ