ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ
ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ.
ຄະນະກຳມະການໂພຊະນາການຂນແຂວງ ສະຫບການຈດຕງປະຕບດ ວຽກງານໄລຍະ 9 ເດອນ - image 1
 

ທ່ານ ແກ້ວອຸດອນ ບຸດສິງຂອນ ໄດ້ກ່າວເປີດກກອງປະຊຸມວ່າ: ກອງປະຊຸມໃນຄັ້ງນີ້, ແມ່ນຈະໄດ້ສະຫຼຸບລາຍງານ ການຈັດຕັ້ງປະຕິບັດ ແຜນປະຕິບັດວຽກງານດ້ານໂພຊະນາການ ເປັນຕົ້ນ: ຜົນສໍາເລັດທີ່ພົ້ນເດັ່ນ, ສິ່ງທ້າທາຍ, ຄໍາໝັ້ນໝາຍ ແລະ ການຈັດຕັ້ງຜັນຂະຫຍາຍຄໍາໝັ້ນໝາຍ ທີ່ຄະນະກຳມະການໂພຊະນາການຂັ້ນແຂວງ ໄດ້ເຊັນຮັບຮອງເອົາໃນກອງປະຊຸມດ້ານໂພຊະນາການແຫ່ງຊາດ ໃນເດືອນມີນາ 2024, ພ້ອມທັງຜັນຂະຫຍາຍຖະແຫຼງການຂອງກອງປະຊຸມສຸດຍອດການພັດທະນາດ້ານຊັບສິນມະນຸດ. ນອກນັ້ນ, ຍັງຈະໄດ້ວາງແຜນການປີສຸດທ້າຍຂອງການປະຕິບັດແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການ 2021-2025 ແລະ ສັງລວມ ຂົນຂວາຍກຳລັງແຮງຈາກທຸກພາກສ່ວນ ເພື່ອສະໜັບສະໜູນ ສະໜອງທຶນຮອນ ໃນການຮີບຮ້ອນ ແກ້ໄຂບັນຫາໂພຊະນາການ. ໂອກາດນີ້, ທ່ານຍັງຮຽກຮ້ອງມາຍັງທຸກພາກສ່ວນ ທີ່ເຂົ້າຮ່ວມກອງປະຊຸມ ຈົ່ງໄດ້ເພີ່ມທະວີຄວາມເອົາໃຈໃສ່ໃນການຄົ້ນຄວ້າ, ວິເຄາະວິໄຈ ບັນຫາຕັ້ງຂຶ້ນຢ່າງເລິກເຊິ່ງ, ພ້ອມທັງປະກອບຄຳຄິດເຫັນ, ແລກປ່ຽນ, ປຶກສາຫາລື, ຖອດຖອນເອົາບົດຮຽນ ເພື່ອຊອກຫາທາງອອກ, ໃຫ້ຄຳຕອບແກ້ໄຂບັນຫາຢ່າງຮອບດ້ານ. ເພາະກອງປະຊຸມຄັ້ງນີ້, ຈະເຮັດໃຫ້ພວກເຮົາສາມາດວາງທິດທາງສູ້ຊົນ ໃນຕໍ່ໜ້າຢ່າງເປັນຮູບປະທຳ, ສອດຄ່ອງກັບເງື່ອນໄຂ ແລະ ທັນກັບສະພາບຕົວຈິງ ລວມທັງເພີ່ມທະວີການປະສານງານທີ່ກົມກຽວ, ການພົວພັນຮ່ວມມືທີ່ມີປະສິດທິຜົນ ໃນບັນດາຂະແໜງການຂັ້ນທ້ອງຖິ່ນ, ທັງພາກລັດ, ເອກະຊົນ, ສັງຄົມ ພ້ອມທັງຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນ ເພື່ອຮີບຮ້ອນຈັດຕັ້ງປະຕິບັດ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເພື່ອເຮັດໃຫ້ສະພາບການຂາດໂພຊະນາການ ໄດ້ຮັບການປັບປຸງ ແລະ ແກ້ໄຂໃຫ້ນັບມື້ນັບດີຂຶ້ນ, ຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ໄດ້ມີຄຸນນະພາບຊີວິດດີຂຶ້ນ.

(ຂ່າວ-ພາບ: ກອງຄໍາ)

ຄໍາເຫັນ

ຂ່າວສາທະລະນະສຸກ

ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ

ເຊກອງ ເປີດຂະບວນການ ວສຊ ໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ

ວັນທີ 2 ມີນານີ້ ທີ່ໂຮງຮຽນອະນຸບານໂນນມີໄຊ ເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີເປີດຂະບວນການວັນສັກຢາກັນພະຍາດແຫ່ງຊາດ (ວສຊ) ຢອດໃຫ້ວັກຊີນກັນພະຍາດເປ້ຍຫຼ່ອຍ (ໂປລີໂອ) ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຮ່ວມ ຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍາມະການປະຈໍາພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງເຊກອງ, ທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ມີຂະແໜງການກ່ຽວຂ້ອງຂັ້ນແຂວງ, ເມືອງ, ທິມງານແພດ-ໝໍ, ອຳນາດການປົກຄອງບ້ານ ແລະ ຫຼານນ້ອຍນັກຮຽນເຂົ້າຮ່ວມ.
ເມືອງໂຂງ ເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ເດັກອາຍຸຕ່ຳກວ່າ 5 ປີ

ເມືອງໂຂງ ເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ເດັກອາຍຸຕ່ຳກວ່າ 5 ປີ

ຫ້ອງການສາທາລະນະສຸກເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີເປີດຂະບວນການຢອດຢາວັກຊີນປ້ອງກັນພະຍາດໂປລິໂອ ໃຫ້ແກ່ເດັກທີ່ມີອາຍຸລະຫວ່າງ 0-59 ເດືອນ (ຕ່ຳກວ່າ 5 ປີ) ຢ່າງເປັນທາງການ. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 2 ມີນານີ້ ທີ່ຕາແສງກະດັນ, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໜູແສງ ຜຸຍບັນດິດຮອງປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ມອບວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ມາຂຶ້ນກັບ ຮສສ

ມອບວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ມາຂຶ້ນກັບ ຮສສ

ເພື່ອເປັນການຍົກລະດັບການຄຸ້ມຄອງສຸຂະພາບໃຫ້ເປັນເອກະພາບ, ການຫັນປ່ຽນຄັ້ງນີ້ ຖືເປັນບາດກ້າວບຸກທະລຸໃນການປະຕິຮູບລະບົບສະຫວັດດີການສັງຄົມຂອງ ສປປ ລາວ ຊຶ່ງຈະຊ່ວຍໃຫ້ການບໍລິຫານຈັດການງົບປະມານ ແລະ ການບໍລິການດ້ານການແພດມີຄວາມກົມກຽວກັນຫຼາຍຂຶ້ນ, ແນໃສ່ເຮັດໃຫ້ປະຊາຊົນ ແລະ ຜູ້ອອກແຮງງານ ໄດ້ຮັບການເບິ່ງແຍງສຸຂະພາບທີ່ມີຄຸນນະພາບ ແລະ ຍຸຕິທຳ. ດັ່ງນັ້ນໃນວັນທີ 2 ມີນາ ນີ້ ທີ່ກະຊວງກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈຶ່ງໄດ້ມີພິທີລົງນາມບົດບັນທຶກການມອບ-ຮັບ ວຽກງານປະກັນສຸຂະພາບໃນລະບົບປະກັນສັງຄົມ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ກະຊວງສາທາລະນະສຸກ (ສສ). ລະຫວ່າງ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ.
ສາລະວັນ ເປີດຂະບວນການຢອດຢາວັກຊິນກັນພະຍາດແຫ່ງຊາດ ໂຕ້ຕອບພະຍາດເປ້ຍລ່ອຍ ໃຫ້ເດັກອາຍຸລຸ່ມ 5 ປີ

ສາລະວັນ ເປີດຂະບວນການຢອດຢາວັກຊິນກັນພະຍາດແຫ່ງຊາດ ໂຕ້ຕອບພະຍາດເປ້ຍລ່ອຍ ໃຫ້ເດັກອາຍຸລຸ່ມ 5 ປີ

ພະແນກສາທາລະນະສຸກແຂວງສາລະວັນ ເປີດຂະບວນການຈັດຕັ້ງປະຕິບັດວັນໃຫ້ວັກຊິກັນພະຍາດແຫ່ງຊາດ ຫຼື ວສຊ ໃຫ້ເດັກກຸ່ມເປົ້າໝາຍອາຍຸ 0-59 ເດືອນ ຫຼື ເດັກມີອາຍຸລຸ່ມ 5 ປີຈັດຂຶ້ນໃນວັນທີ 2 ມີນານີ້ທີ່ໂຮງຮຽນປະຖົມນາເຫຼັກ ເມືອງສາລະວັນ ໂດຍການເຂົ້າຮ່ວມຂອງທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການປົກຄອງແຂວງປະທານຄະນະກຳມະການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ເດັກນ້ອຍຂັ້ນແຂວງ, ທ່ານ ນາງ ບຸນໂຮມ ໂງ່ນກະເສີມສຸກ ຫົວໜ້າພະແນກສາທາລະນະສຸກແຂວງ, ມີບັນດາການນໍາຂັ້ນແຂວງ-ເມືອງ, ພະນັກງານແພດ-ໝໍ, ຄູ-ອາຈານ, ຜູ້ປົກຄອງເດັກ ພ້ອມດ້ວຍຫຼານນ້ອຍ ເຂົ້າຮ່ວມ.
ເປີດຂະບວນການ ວັນສັກວັກຊີນປ້ອງກັນພະຍາດແຫ່ງຊາດທົ່ວແຂວງຫຼວງພະບາງ

ເປີດຂະບວນການ ວັນສັກວັກຊີນປ້ອງກັນພະຍາດແຫ່ງຊາດທົ່ວແຂວງຫຼວງພະບາງ

ວັນທີ 2 ມີນານີ້ ທີ່ໂຮງຮຽນ ປະຖົມສົມບູນຫຼວງພະບາງ ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໄດ້ຈັດພິທີເປີດຂະບວນການ ວັນສັກວັກຊີນກັນພະຍາດ ແຫ່ງຊາດ (ວສຊ) ເພື່ອໃຫ້ວັກຊີນກັນພະຍາດ ເປ້ຍຫຼ່ອຍ (ໂປລີໂອ) ໃນກຸ່ມເປົ້າໝາຍ 0 ມື້ ຫາ 59 ເດືອນ ຂຶ້ນຢ່າງເປັນທາງການ, ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳຂັ້ນແຂວງ-ນະຄອນ ຫຼວງພະບາງ, ພະນັກງານແພດ-ໝໍ, ພໍ່ແມ່-ຜູ້ປົກຄອງເຂົ້າຮ່ວມ.
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈໍາປີ 2025

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈໍາປີ 2025

ອົງການກາແດງແຫ່ງຊາດລາວ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານກາແດງ ປະຈໍາປີ 2025 ແລະ ທິດທາງແຜນການ ປີ 2026 ໃນວັນທີ 26 ກຸມພານີ້ ທີ່ສູນຝຶກອົບຮົມ ແລະ ການຮ່ວມມືສາກົນ ICTC.
ຫຼວງນ້ຳທາ ຈະຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ ປີ 2026

ຫຼວງນ້ຳທາ ຈະຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ ປີ 2026

ຕອນເຊົ້າ ວັນທີ 25 ກຸມພານີ້, ທີ່ຫ້ອງການສາທາລະນະສຸກເມືອງຫຼວງນໍ້າທາ ໄດ້ຈັດກອງປະຊຸມຊີ້ແຈງ ແຜນການຈັດຕັ້ງປະຕິບັດ ວັນໃຫ້ວັກຊີນກັນພະຍາດໂປລິໂອ (ວສຊ) ປະຈຳປີ 2026 ໂດຍການເຂົ້າຮ່ວມຂອງທ່ານ ສີຈັນ ລໍທອງໂຫຼຍ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ; ທ່ານ ຄໍາສອນ ຈັນທະດາລາກໍາມະການພັກເມືອງ, ຫົວໜ້າຫ້ອງການສາທາລະນະສຸກເມືອງ, ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງການ, ໂຮງໝໍ, ສຸກສາລາ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
5 ປີຕໍ່ໜ້າ ສາທາລະນະສຸກຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ

5 ປີຕໍ່ໜ້າ ສາທາລະນະສຸກຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ

ການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ IX (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງສາທາລະນະສຸກທົ່ວປະເທດປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ໃຫ້ຮູ້ວ່າ: ແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X ຂະແໜງສາທາລະນະສຸກ ຈະສືບຕໍ່ເອົາໃຈໃສ່ຫຼາຍວຽກຈຸດສຸມບຸລິມະສິດ.
ຄວາມຄືບໜ້າຂອງວຽກງານບໍລິການດ້ານສຸຂະພາບຈະເລີນພັນແມ່ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ

ຄວາມຄືບໜ້າຂອງວຽກງານບໍລິການດ້ານສຸຂະພາບຈະເລີນພັນແມ່ ເດັກເກີດໃໝ່ ເດັກນ້ອຍ ແລະ ໄວໜຸ່ມ ໃນ ສປປ ລາວ

ເມື່ອບໍ່ດົນມານີ້, ການນໍາຂັ້ນສູງຈາກກະຊວງສາທາລະນະສຸກ ແລະ ສະຖານທູດຣາຊະ ອານາຈັກລຸກຊຳບວກ, ພ້ອມດ້ວຍບັນດາຄູ່ຮ່ວມງານຈາກອົງການສະຫະປະຊາຊາດ (UNFPA, UNICEF ແລະ WHO) ໄດ້ລົງຢ້ຽມຢາມແຂວງສະຫວັນນະເຂດເມື່ອບໍ່ດົນມານີ້ ເພື່ອຕິດຕາມ ການຈັດຕັ້ງປະຕິບັດແຜນງານຮ່ວມຂອງອົງການສະຫະປະຊາຊາດ, ປະເມີນຄຸນນະພາບ ແລະ ຄວາມ ພ້ອມໃນການສະໜອງການບໍລິການສຸຂະພາບຈະເລີນພັນ, ແມ່, ເດັກເກີດໃໝ່, ເດັກນ້ອຍ ແລະ ໄວໜຸ່ມ (RMNCAH).
ຊີ້ແຈງຂະບວນການຢອດຢາວັກຊີນກັນພະຍາດເປັຍລ່ອຍ ໃຫ້ປຸ່ມເປົ້າໝາຍເດັກອາຍຸ 0-59 ເດືອນ ທົ່ວແຂວງໄຊສົມບູນ.

ຊີ້ແຈງຂະບວນການຢອດຢາວັກຊີນກັນພະຍາດເປັຍລ່ອຍ ໃຫ້ປຸ່ມເປົ້າໝາຍເດັກອາຍຸ 0-59 ເດືອນ ທົ່ວແຂວງໄຊສົມບູນ.

ພະແນກສາທາລະນະສຸກແຂວງໄຊສົມບູນ ຈັດກອງປະຊຸມຊີ້ແຈງ ຂະບວນການຢອດຢາວັກຊີນກັນພະຍາດເປັຍລ່ອຍ (ໂປລິໂອ) ໃຫ້ກຸ່ມເປົ້າໝາຍເດັກອາຍຸ 0-59 ເດືອນ ທົ່ວແຂວງໄຊສົມບູນ ຂຶ້ນໃນວັນທີ 16 ກຸມພາຜ່ານນີ້ ຢູ່ທີ່ຫ້ອງປະຊຸມໂຮງໝໍ ແຂວງ ໂດຍການເປັນປະທານ ຂອງທ່ານ ເນັ້ງຢ່າງ ໃຈຫວັງໝັ້ນ ກໍາມະການພັກແຂວງ ຫົວໜ້າພະແນກສາທາລະນະສຸກ ແຂວງ.
ເພີ່ມເຕີມ