ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ

ລັດຖະມົນຕີກະຊວງສາທາລະນະ ສຸກ ເນັ້ນຂອດການບໍລິການ ຕ້ອງຄໍານຶງຈັນຍາບັນແພດ-ໝໍ
ໃນວັນທີ 11 ພະຈິກນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ລັດຖະມົນກະຊວງສາທາລະນະສຸກ ພ້ອມຄະນະ ໄດ້ເຮັດວຽກຮ່ວມກັບພະແນກສາທາລະນະສຸກແຂວງເຊກອງ ເພື່ອຕິດຕາມ ແລະ ເກັບກຳບັນຫາສະພາບການຕ່າງໆຂອງວຽກງານສາທາລະນະສຸກແຂວງ, ໂດຍທ່ານ ນາງ ລຳພັນ ໄຊຄຳມີ ຫົວໜ້າພະແນກສາທາລະນະສຸກແຂວງ ພ້ອມຄະນະ ໃຫ້ການຕ້ອນຮັບ.
ລດຖະມນຕກະຊວງສາທາລະນະ ສກ ເນນຂອດການບລການ ຕອງຄານງຈນຍາບນແພດ-ໝ - image 1
 

 

ທ່ານ ນາງ ລຳພັນ ໄຊຄຳມີ ລາຍງານວ່າ: ການຈັດຈັ້ງປະຕິບັດວຽກງານໃນ 9 ເດືອນ ປີ 2025 ມີຜົນສຳເລັດຫຼາຍດ້ານ. ໃນນັ້ນ, ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ ໃນ 11 ຕົວຊີ້ບອກ ມີຄວາມຄືບໜ້າຕໍ່ເນື່ອງ, ການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ໄດ້ຮັບການເຝົ້າລະວັງ ເຮັດໃຫ້ຈຳນວນກໍລະນີຂອງຜູ້ປ່ວຍໃໝ່ຫຼຸດລົງ, ພ້ອມວຽກງານການປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ວຽກງານປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ, ວຽກງານການຄຸ້ມຄອງ, ພັດທະນາພະນັກງານ ແລະ ຄົ້ນຄວ້າວິທະຍາສາດສາທາລະນະສຸກ, ວຽກງານແຜນການ ແລະ ການເງິນສາທາລະນະສຸກ, ການບໍລິຫານຄຸ້ມຄອງ ແລະ ກວດກາ ກໍໄດ້ຮັບການຈັດຕັ້ງປະຕິບັດມີຜົນສໍາເລັດດີຂຶ້ນຕໍ່ເນື່ອງ. ປັດຈຸບັນ, ທົ່ວແຂວງ ມີສະຖານທີ່ບໍລິການດ້ານສາທາລະນະສຸກ 7 ແຫ່ງ ຄື: ໂຮງໝໍແຂວງ 1 ແຫ່ງ, ໂຮງໝໍກອງບັນຊາການທະຫານແຂວງ 1 ແຫ່ງ, ໂຮງໝໍເມືອງ 3 ແຫ່ງ, ສຸກສາລາ 31 ແຫ່ງ, ຮ້ານຂາຍຢາເອກະຊົນ 79 ແຫ່ງ, ຫ້ອງກວດພະຍາດ 36 ແຫ່ງ, ມີບ້ານສາທາລະນະສຸກແບບຢ່າງ 203 ບ້ານ. ຈາກນັ້ນ, ບັນດາກົມ ແລະ ບັນດາຂະແໜງການ ໄດ້ມີການແລກປ່ຽນຄໍາຄິດເຫັນກ່ຽວກັບການປະຕິບັດວຽກງານ, ຂອດການປະສານງານໃນໄລຍະຜ່ານມາ ທີ່ຍັງບໍ່ທັນຄ່ອງຕົວ, ຍັງມີບາງຂໍ້ຄົງຄ້າງ ເພື່ອພ້ອມກັນແກ້ໄຂ ເພື່ອເຮັດໃຫ້ວຽກງານໃນຕໍ່ໜ້າດີຂຶ້ນກວ່າເກົ່າ.

ລດຖະມນຕກະຊວງສາທາລະນະ ສກ ເນນຂອດການບລການ ຕອງຄານງຈນຍາບນແພດ-ໝ - image 2
 

ໂອກາດນີ້, ທ່ານ ນາງ ໃບຄຳ ຂັດຕິຍະ ໄດ້ມີທິດຊີ້ນຳຫຼາຍບັນຫາ ຊຶ່ງສໍາຄັນຍິ່ງ ກໍແມ່ນຂອດການບໍລິການປິ່ນປົວສຸຂະພາບ ຕ້ອງປະຕິບັດໃຫ້ເຂັ້ມ ງວດຈັນຍາບັນຂອງພະນັກງານແພດ-ໝໍ ເພື່ອຫຼີກລຽງຫາງສຽງຈົ່ມວ່າຂອງສັງຄົມ, ພ້ອມນີ້ ຄະນະພັກ-ຄະນະນໍາພະແນກ, ຂະແໜງການ ກໍຕ້ອງເປັນເຈົ້າການຕິດຕາມ ກວດກາການເຄື່ອນໄຫວຂອງພະນັກງານ, ສະມາຊິກພັກ ໂດຍສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ເຊື່ອມຊຶມແນວທາງຂອງພັກ-ຂອງລັດ ແລະ ດ້ານວຽກງານວິຊາສະເພາະ ກໍໃຫ້ເອົາໃຈໃສ່ສ້າງແຜນການເຄື່ອນໄຫວ, ປັບປຸງປົວແປງ ແລະ ພັດທະນາລະບົບດ້ານການບໍລິການໃຫ້ຖືກຕ້ອງ, ສອດຄ່ອງຕາມຫຼັກການສາກົນ, ເອົາໃຈໃສ່ຕິດຕາມ, ຄຸ້ມຄອງບັນດາຄຣິນິກ, ຮ້ານເສີມຄວາມງາມ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບຫຼັກການ ຂອງກະຊວງສາທາລະນະສຸກວາງອອກ; ພ້ອມນັ້ນ ກໍເອົາໃຈໃສ່ເຝົ້າລະວັງ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດຕາມລະດູການ, ພະຍາດຕິດຕໍ່ຕ່າງໆ ຫາກເກີດມີກໍລະນີໃດໜຶ່ງຫາກເກີດຂຶ້ນ ກໍຕ້ອງມີການລາຍງານຮີບດ່ວນ, ປະສານງານຢ່າງກົມກຽວກັບທຸກພາກສ່ວນກ່ຽວຂ້ອງ ເພື່ອພ້ອມກັນແກ້ໄຂບັນຫາ ແລະ ປິ່ນປົວໃຫ້ທ່ວງທັນກັບສະພາບການ.

(ຂ່າວ: ອັດສະວິນ)

ຄໍາເຫັນ

ຂ່າວສາທະລະນະສຸກ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ຄະນະກຳມະການໂພຊະນາການຂັ້ນແຂວງ ສະຫຼຸບການຈັດຕັ້ງປະຕິບັດ ວຽກງານໄລຍະ 9 ເດືອນ

ກອງປະຊຸມຄະນະກຳມະການດ້ານໂພຊະນາການ ປະຈໍາ 9 ເດືອນ 2025 ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025ນີ້ ຢູ່ທີ່ພະແນກສາທາລະນະສຸກແຂວງຄໍາມ່ວນ ໂດຍການເປັນປະທານຂອງທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄໍາມ່ວນ ປະທານຄະນະກຳມະການດ້ານໂພຊະນາການຂັ້ນແຂວງ.
50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນການບໍລິການສຸຂະພາບ

50 ປີ ຜ່ານມາ ໂຮງໝໍມິດຕະພາບໄດ້ຕັ້ງໜ້າປະກອບສ່ວນຄວາມພ້ອມ ໃນການບໍລິການສຸຂະພາບ ໂດຍຈັດຕັ້ງທີມແພດ ພະຍາບານແຕ່ລະພະແນກການ ແລະ ຈັດຫາອຸປະກອນການແພດ ທີມລົດການແພດ ໃຫ້ມີຄວາມພ້ອມສູງ ເພື່ອຕອບໂຕ້ ແລະ ແກ້ໄຂບັນຫາເຫດການດ່ວນ, ສຸກເສີນກະທັນຫັນທີ່ອາດມີຂຶ້ນ, ພິເສດໂຮງໝໍມິດຕະພາບ ຍັງໄດ້ສ້າງຂະບວນການຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ໂດຍການຈັດກວດພະຍາດ, ຈັດງານຊຸມນຸມສົ່ງເສີມສຸຂະພາບໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ປ້ອງກັນ ພະຍາດເສັ້ນເລືອດສະໝອງຕີບ-ແຕກ ລວມທັງການອອກແຮງງານລວມ, ປັບປຸງສະຖານທີ່ຕຶກອາຄານ ໃຫ້ມີຄວາມສະອາດຈົບງາມ. ນອກນັ້ນ, ຍັງສົ່ງແພດໝໍສະມາຊິກພັກຈໍານວນໜຶ່ງເຂົ້າຮ່ວມປະກອບສ່ວນການຝຶກຊ້ອມສວນສະໜາມສະເຫຼີມສະຫຼອງວັນຊາດ 2 ທັນວາ ຄົບຮອບ 50 ປີ ທີ່ຈະມາເຖິງ.
ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ປະຊາຊົນແຂວງຫຼວງພະບາງໄດ້ຮັບການຜ່າຕັດແກ່ນຕາຂຸ້ນໂດຍບໍເສຍຄ່າ

ວັນທີ 26 ຕຸລາຜ່ານມານີ້ ທີ່ຂະແໜງປິ່ນປົວຕາ ໂຮງໝໍແຂວງຫຼວງພະບາງ ໄດ້ເປີດພິທີການຜ່າຕັດແກ່ນຕາຂຸ້ນ, ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ, ພ້ອມດ້ວຍຜູ້ອຳນວຍການສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົງ, ມີຫົວໜ້າພະແນກສາທາລະນະສຸກແຂວງ, ອຳນວຍການໂຮງໝໍແຂວງ, ແຂກຮັບເຊີນ ພ້ອມດ້ວຍປະຊາຊົນ ທີ່ເປັນພະຍາດແກ່ນຕາຂຸ້ນ ເຂົ້າຮ່ວມ.
ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ທີມແພດຈີນ ຊ່ວຍຜ່າຕັດຫົວໃຈໃຫ້ຄົນເຈັບຢູ່ແຂວງຫຼວງພະບາງ ສໍາເລັດຄັ້ງທໍາອິດ

ເມື່ອບໍ່ດົນຜ່ານມານີ້, ພາຍໃຕ້ການຊີ້ນຳຂອງຜູ້ຊ່ຽວຊານດ້ານຫົວໃຈ ຂອງທີມແພດຊ່ວຍເຫຼືອແຂວງຫຼວງພະບາງ ຈາກ ສປ ຈີນ, ທີມງານຫົວໃຈຂອງໂຮງໝໍແຂວງຫຼວງພະບາງ ໄດ້ປະຕິບັດຜ່າຕັດ PCI ດ້ານສຸກເສີນຄັ້ງທຳອິດ ຂອງແຂວງ ໂດຍຊ່ວຍຊີວິດຜູ້ປ່ວຍໂລກຫົວໃຈ ຮ້າຍແຮງໄວ້ໄດ້. ເປັນການສ້າງມາດຖານເຕັກນິກໃໝ່ ໃນການປິ່ນປົວໂລກຫົວໃຈຮ້າຍແຮງ ໃນແຂວງຫຼວງພະບາງ ແລະ ພາກເໜືອຂອງລາວ.
ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ຈັດກິດຈະກຳສະຫຼອງວັນສາຍຕາໂລກ

ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ກະຊວງສາທາລະນະສຸກ ໄດ້ຮ່ວມກັບ ບັນດາອົງການຈັດຕັ້ງສາກົນ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນສາຍຕາໂລກ ຂຶ້ນໃນວັນທີ 22 ຕຸລາ ນີ້ ທີ່ ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ເພື່ອເຮັດໃຫ້ທຸກຄົນໄດ້ຄໍານຶງເຖິງ ສາຍຕາແມ່ນມີຄວາມສໍາຄັນທີ່ສຸດ, ສາຍຕາເປັນສິ່ງທີ່ປະເສີດ ແລະ ຈົ່ງຮ່ວມກັນຮັກສາສຸຂະພາບຕາຂອງທ່ານ ແລະ ເດັກນ້ອຍ ຊຶ່ງປີນີ້ມີຄໍາຂວັນທີ່ວ່າ: ຮັກສາສຸຂະພາບຕາຂອງທ່ານ ໂດຍມີທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາແຂກຖືກເຊີນຈາກ ສູນກາງສະຫະພັນ ແມ່ຍິງລາວ, ຫ້ອງການສາທາລະນະສຸກ, ກົມ, ສູນ ອ້ອມຂ້າງກະຊວງອົງການຈັດຕັ້ງສາກົນ ແລະ ປະຊາຊົນເຂົ້າຮ່ວມ.
ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ຜູ້ອາຍຸສູງ ແລະ ຄົນພິການ ໃນແຂວງຫຼວງພະບາງໄດ້ຮັບອຸປະກອນຊ່ວຍຟື້ນຟູ

ວັນທີ 22 ຕຸລາຜ່ານມາ ທີ່ໂຮງໝໍຈີນ-ຫຼວງພະບາງ ນະຄອນ ຫຼວງພະບາງ ໄດ້ມີພິທີເປີດ ໂຄງການປະສານໃຈຢູນນານ ຊ່ວຍເຫຼືອຜູ້ສູງອາຍຸ ແລະ ຄົນພິການ ໃນທົ່ວແຂວງຫຼວງພະບາງ, ມີທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງຫຼວງພະບາງ, ທ່ານ ຈາງ ເສີພິງ ກົງສູນໃຫຍ່ ສປ ຈີນ ປະຈໍາພາກເໜືອ ແຂວງຫຼວງພະບາງ ພ້ອມດ້ວຍແຂກຮັບເຊີນ, ຜູ້ສູງອາຍຸ ແລະ ຜູ້ພິການ ເຂົ້າຮ່ວມ.
ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນອັນຕະລາຍຕໍ່ເດັກນ້ອຍ

ພະຍາດຄໍຕີບ ເປັນພະຍາດທີ່ອັນຕະລາຍຮ້າຍແຮງເກີດຈາກພະຍາດເຊື້ອຈຸລິນຊີຊະນິດໜຶ່ງ ໂດຍຕິດຕໍ່ຜ່ານການໄອ, ຈາມ ແລະ ສໍາພັດໂດຍກົງ ໂດຍສະເພາະຜູ້ທີ່ມີພູມຕ້ານທານຕໍ່າ, ເດັກນ້ອຍບໍ່ໄດ້ຮັບວັກຊິນ ຈະເປັນພະຍາດຄໍຕີບໄດ້ງ່າຍ ແລະ ເຖິງຂັ້ນອັນຕະລາຍຕໍ່ຊີວິດໄດ້. ສະນັ້ນ, ເດັກນ້ອຍຕ້ອງໄດ້ຮັບວັກຊິນປ້ອງກັນພະຍາດຄໍຕີບຕາມເກນອາຍຸ ຕາມຕາຕະລາງຂອງວັກຊິນແຫ່ງຊາດໄດ້ກໍານົດໄວ້.
ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ສະຫຼອງວັນເດັກຍິງສາກົນ ແລະ ວັນຄຸມກໍາເນີດໂລກ

ກະຊວງສາທາລະນະສຸກ ຈັດພິທີສະເຫຼີມສະຫຼອງວັນເດັກຍິງສາກົນ ພາຍໃຕ້ຫົວຂໍ້ ຂ້ອຍຄືເດັກຍິງ ການຫັນ ປ່ຽນສູ່ຄວາມເປັນຜູ້ນໍາ ເດັກຍິງຄືຜູ້ຢູ່ແຖວໜ້າໃນຍາມວິກິດ ແລະ ພິທີສະເຫຼີມສະຫຼອງວັນຄຸມກໍາເນີດໂລກປະຈຳປີ 2025 ພາຍໃຕ້ຫົວຂໍ້ ຮັບປະກັນສິດທິ ແລະ ທາງເລືອກສຳລັບທຸກຄົນ ຈັດຂຶ້ນໃນວັນທີ 11 ຕຸລາຜ່ານມາ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ, ມີທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ແອນເອເທີວຽນ ວາລາດສ ເອກອັກຄະລັດຖະທູດກູບາປະຈຳລາວ, ມີຜູ້ຕາງໜ້າອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ກາແດງເຊກອງໄດ້ຮັບລົດ ແລະ ອຸປະກອນເພື່ອເພີ່ມຂີດຄວາມສາມາດໃນການບໍລິຈາກເລືອດ

ວັນທີ 2 ກັນຍານີ້, ທີ່ແຂວງເຊກອງ, ອົງການກາແດງແຫ່ງຊາດລາວ ໄດ້ມອບລົດຕູ້ 1 ຄັນ ພ້ອມດ້ວຍຊຸດປ້ອງກັນພະຍາດໃຫ້ແກ່ອົງການກາແດງແຂວງເຊກອງ, ເພື່ອເປັນເຄື່ອງມືສຳຄັນໃນການເພີ່ມຄວາມສາມາດເຄື່ອນໄຫວວຽກງານພາກສະໜາມ. ພິທີມອບ-ຮັບ ໄດ້ຈັດຂຶ້ນທີ່ຫ້ອງວ່າການປົກຄອງແຂວງ ໂດຍມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ແລະ ທ່ານ ນາງ ສີສະຫງ່າ ແກ້ວດວງດີ ຄະນະປະຈຳພັກແຂວງເຊກອງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເປັນກຽດເຂົ້າຮ່ວມ.
ງານສະຫຼອງວັນຕັບອັກເສບໂລກ

ງານສະຫຼອງວັນຕັບອັກເສບໂລກ

ໂຮງໝໍເຊດທາທິຣາດ ໄດ້ຈັດກິດຈະກຳສະເຫຼີມສະຫຼອງວັນຕັບອັກເສບໂລກ ຂຶ້ນໃນວັນທີ 8 ສິງຫາ ນີ້, ໂດຍການໃຫ້ກຽດເປັນປະທານຂອງທ່ານ ຫວັງນະຄອນ ດິດຕະພົງ ຜູ້ອຳນວຍການໂຮງໝໍເຊດທາທິຣາດ, ທ່ານນາງ ອາພອນ ວິຊາເທບ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຊຶ່ງມີ ພະນັກງານແພດໝໍ ຊ່ຽວຊານພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ເພີ່ມເຕີມ