ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ

ໂຮງໝໍມິດຕະພາບ ສໍາເລັດການຜ່າຕັດປູກຖ່າຍໄຂ່ຫຼັງ ຍົກລະດັບການບໍລິການສາທາລະນະສຸກ ຢູ່ ສປປ ລາວ
ໂຮງໝໍມິດຕະພາບ ໄດ້ປະສົບຜົນສໍາເລັດໃນການຜ່າຕັດປູກຖ່າຍໄຂ່ຫຼັງໃຫ້ກັບຄົນເຈັບ ຊຶ່ງຖືເປັນບາດກ້າວໂດດເດັ່ນໃນການພັດທະນາ ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດຢູ່ ສປປ ລາວ. ການສໍາເລັດການຜ່າຕັດດັ່ງກ່າວ ຊ່ວຍໃຫ້ຄົນເຈັບ ທີ່ມີຄວາມຈໍາເປັນ ແລະ ມີເງື່ອນໄຂ ສາມາດເຂົ້າເຖິງການປ່ຽນຖ່າຍໄຂ່ຫຼັງຢູ່ພາຍໃນປະເທດ ໂດຍບໍ່ຈໍາເປັນຕ້ອງເດີນທາງໄປປິ່ນປົວຢູ່ຕ່າງປະເທດອີກຕໍ່ໄປ.
ໂຮງໝມດຕະພາບ ສາເລດການຜາຕດປກຖາຍໄຂຫງ ຍກລະດບການບລການສາທາລະນະສກ ຢ ສປປ ລາວ - image 1
 

 

 

ທ່ານ ສອນໄຊ ລາດຊະວົງ ຜູ້ອໍານວຍການໂຮງໝໍມິດຕະພາບ ໄດ້ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດການປູູກຖ່າຍໄຂ່ຫຼັງ ຕໍ່ສື່ມວນຊົນໃນວັນທີ 25 ກໍລະກົດຜ່ານມາ ທີ່ໂຮງໝໍດັ່ງກ່າວວ່າ: ໂຮງໝໍມິດຕະພາບ ເປັນແຫ່ງທໍາອິດ ໃນ ສປປ ລາວ ທີ່ໄດ້ປະຕິບັດພາລະບົດບາດປິ່ນປົວຄົນເຈັບພະຍາດໄຂ່ຫຼັງຊຸດໂຊມແບບກະທັນຫັນ ແລະ ຊໍ້າເຮື້ອ ໂດຍເລີ່ມໃຫ້ບໍລິການຟອກເລືອດ (ຟອກໄຂ່ຫຼັງ) ມາຕັ້ງແຕ່ປີ 1994 ເປັນຕົ້ນມາ. ເພື່ອເປັນການຍົກລະດັບການປິ່ນປົວໃຫ້ສູງຂຶ້ນ, ກະຊວງສາທາລະນະສຸກ ໄດ້ຮັບຮອງ ແລະ ອະນຸຍາດໃຫ້ 2 ໂຮງໝໍລັດຄື: ໂຮງໝໍມິດຕະພາບ ແລະ ໂຮງໝໍສູນກາງ 103 ກອງທັບ ເປັນສະຖານທີ່ດໍາເນີນການຜ່າຕັດປູກຖ່າຍໄຂ່ຫຼັງ. ການດໍາເນີນງານປູກຖ່າຍໄຂ່ຫຼັງ ຢູ່ໂຮງໝໍມິດຕະພາບ ແມ່ນເຕັກນິກຂັ້ນສູງສຸດ ໃນການປິ່ນປົວພະຍາດໄຂ່ຫຼັງຊຸດໂຊມ ຊໍາເຮື້ອ ໂດຍຢູ່ພາຍໃຕ້ການຮ່ວມມືທາງດ້ານວິຊາການ ແບບບໍ່ຫວັງຜົນກໍາໄລ ຮ່ວມກັບໂຮງໝໍລາມາທິບໍດີ ປະເທດໄທ ຕາມບົດບັນທຶກຄວາມເຂົ້າໃຈ (MOU) ທີ່ໄດ້ເຊັນຮ່ວມກັນໃນປີ 2023. ໂຄງການນີ້ໄດ້ເນັ້ນໃສ່ການຝຶກອົບຮົມບຸກຄະລາກອນຢ່າງເປັນລະບົບ ທັງຢູ່ສູນປູກຖ່າຍອະໄວຍະວະ ໂຮງໝໍລາມາທິບໍດີ ແລະ ຢູ່ພະແນກໄຂ່ຫຼັງ ໂຮງໝໍມິດຕະພາບ. ພ້ອມດຽວກັນນີ້, ໂຮງໝໍມິດຕະພາບ ໄດ້ສ້າງຕັ້ງ "ທີມງານປູກຖ່າຍໄຂ່ຫຼັງ" ໂດຍມີຂໍ້ຕົກລົງຂອງຜູ້ອໍານວຍການ ແລະ ພາຍໃຕ້ການຊີ້ນໍາໂດຍກົງຈາກຄະນະອໍານວຍໂຮງໝໍ ແລະ ທີມວິຊາການປະກອບດ້ວຍ: ທີມໝໍໄຂ່ຫຼັງ, ໝໍຜ່າຕັດ, ໝໍວາງຢາສະຫຼົບ, ໝໍຫົວໃຈ, ໝໍເບົາຫວານ, ໝໍຊຶມເຊື້ອ, ການຢາ, ໝໍສຸຂະພາບຈິດ, ທີມພະຍາບານໄຂ່ຫຼັງ, ພະຍາບານສົ່ງເຄື່ອງມື ແລະ ນັກໂພຊະນາການ. ໃນດ້ານຂະບວນການ ແລະ ກົດໝາຍ, ການກະກຽມຄົນເຈັບແມ່ນໄດ້ປະຕິບັດຕາມກົດໝາຍການປິ່ນປົວຂອງກະຊວງສາທາລະນະສຸກຢ່າງເຂັ້ມງວດ, ມີການສະເໜີຂໍອະນຸມັດຜ່ານກົມປິ່ນປົວ ແລະ ຫ້ອງການກະຊວງສາທາລະນະສຸກ. ນອກຈາກນີ້, ຍັງໄດ້ປະຕິບັດຕາມກົດໝາຍບ້ານເມືອງ (ມີໃບຢັ້ງຢືນຈາກອໍານາດການປົກຄອງບ້ານ ແລະ ເມືອງ) ເພື່ອປ້ອງກັນ ແລະ ຫຼີກລ່ຽງການຊື້-ຂາຍອະໄວຍະວະ. ຜູ້ບໍລິຈາກໄຂ່ຫຼັງຕ້ອງເປັນສາຍຍາດໂດຍຕົງ ທີ່ສະໝັກໃຈ ແລະ ສາມາດພິສູດໄດ້ທາງກົດໝາຍ ລວມທັງການພິສູດທາງວິທະຍາສາດ (DNA). ທັງນີ້, ກ່ອນການຜ່າຕັດ ທີມງານທັງສອງຝ່າຍ (ໂຮງໝໍມິດຕະພາບ ແລະ ໂຮງໝໍລາມາທິບໍດີ) ໄດ້ປະຊຸມກະກຽມຮ່ວມກັນຢ່າງໜ້ອຍ 4 ຄັ້ງ.

ໂຮງໝມດຕະພາບ ສາເລດການຜາຕດປກຖາຍໄຂຫງ ຍກລະດບການບລການສາທາລະນະສກ ຢ ສປປ ລາວ - image 2
 
ທ່ານ ສອນໄຊ ລາດຊະວົງ ກ່າວຕື່ມວ່າ: ຜ່ານການຈັດຕັ້ງປະຕິບັດ, ໂຮງໝໍມິດຕະພາບ ສາມາດຜ່າຕັດປູກຖ່າຍໄຂ່ຫຼັງ ປະສົບຜົນສໍາເລັດແລ້ວ 2 ກໍລະນີຄື: ກໍລະນີທີ 1: ຜ່າຕັດສໍາເລັດໃນວັນທີ 18 ພະຈິກ 2024 (ຕິດຕາມຜົນແລ້ວ 18 ເດືອນ); ກໍລະນີທີ 2: ຜ່າຕັດສໍາເລັດໃນວັນທີ 6 ຕຸລາ 2025 (ຕິດຕາມຜົນແລ້ວ 10 ເດືອນ) ປັດຈຸບັນ, ທັງສອງກໍລະນີ ແມ່ນມີສຸຂະພາບແຂງແຮງດີ, ມີຊີວິດໃໝ່ ແລະ ສາມາດກັບຄືນມາໃຊ້ຊີວິດໄດ້ຕາມປົກກະຕິ ໂດຍໄດ້ຮັບການຕິດຕາມສຸຂະພາບຕາມນັດຢູ່ໂຮງໝໍມິດຕະພາບຢ່າງເປັນລະບົບ. ຜົນສໍາເລັດນີ້ ບໍ່ພຽງແຕ່ຊ່ວຍຫຼຸດຜ່ອນພາລະ ແລະ ຄວາມຫຍຸ້ງຍາກຂອງຄົນເຈັບໃນການເດີນທາງໄປຕ່າງປະເທດເທົ່ານັ້ນ, ແຕ່ຍັງເປັນສິ່ງຢັ້ງຢືນເຖິງສັກກະຍາພາບ, ຄວາມພ້ອມທາງດ້ານວິຊາການ ແລະ ພື້ນຖານໂຄ່ງລ່າງ ຂອງໂຮງໝໍມິດຕະພາບ ໃນການກ້າວສູ່ມາດຕະຖານໃໝ່ຂອງການບໍລິການສາທາລະນະສຸກຢູ່ ສປປ ລາວ.

ຄໍາເຫັນ

ຂ່າວສາທະລະນະສຸກ

ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ປະທານອົງການກາແດງ ລົງມອບເຄື່ອງໃຫ້ປະຊາຊົນທຸກຍາກຢູ່ເມືອງປາກລາຍ

ໃນວັນທີ 7 ກໍລະກົດ ຜ່ານມານີ້ ທີ່ຫ້ອງປະຊຸມບ້ານມ່ວງໃຕ້ ເມືອງປາກລາຍ ແຂວງໄຊຍະບູລີ, ອົງການກາແດງແຫ່ງຊາດລາວ ຮ່ວມກັບ ອົງການກາແດງແຂວງ ແລະ ເມືອງ ໄດ້ຈັດພິທີມອບເຄື່ອງຊ່ວຍເຫຼືອບັນເທົາທຸກ ໃຫ້ແກ່ຄອບຄົວທຸກຍາກຂາດເຂີນ ຈຳນວນ 54 ຄອບຄົວ ທີ່ມາຈາກ 7 ບ້ານເປົ້າໝາຍ ຄື: ບ້ານກາງ, ບ້ານທ່ານາ, ບ້ານທ່າປໍ, ບ້ານມ່ວງເໜືອ, ບ້ານມ່ວງໃຕ້, ບ້ານດອນ ແລະ ບ້ານແຄ ລວມມູນຄ່າທັງໝົດ 43 ລ້ານກວ່າກີບ. ເປັນກຽດໃນພິທີມອບ ຂອງ ​ທ່ານ ຄໍາລາວັນ ຈັນທະລາວັນ ກໍາມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ ມີ ອຳນາດການປົກຄອງແຂວງ, ຈາກອົງການກາແດງແຫ່ງຊາດລາວ, ອົງ ການກາແດງແຂວງ, ເມືອງ, ອຳນາດການປົກຄອງຕາແສງ, ບ້ານ ແລະ ພໍ່ແມ່ປະຊາຊົນທັງ 7 ບ້ານ ເຂົ້າຮ່ວມເປັນສັກຂີພິຍານ.
ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ຍົກລະດັບ ການມີສ່ວນຮ່ວມໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ

ວັນທີ່ 7 ກໍລະກົດ 2026 ທີ່ຫ້ອງປະຊຸມອົງການຊ່ວຍເຫຼືອເດັກແຂວງຫຼວງພະບາງ, ໄດ້ມີພິທີປີດຊຸດອົບຮົມ ໃຫ້ຄູ່ຮ່ວມມືຂັ້ນແຂວງ ກ່ຽວກັບການ ປ່ຽນແປງດິນຟ້າອາກາດ, ການເຮັດວຽກຮ່ວມກັບຊຸມຊົນ, ຄວາມສະເໝີພາບ ບົດບາດຍິງ-ຊາຍ ແລະຄວາມເປັນພິການ ໃນການມີສ່ວນຮ່ວມໃນສັງຄົມ ຂອງໂຄງການຫຼຸດຜ່ອນການສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍການນໍາໃຊ້ຍຸງໂວບັກເຄຍ ຢູ່ ສປປ ລາວ.
ສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນ ຂະແໜງສາທາ

ສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນ ຂະແໜງສາທາ

ກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ ແລະ ອົງການຄລິນຕັນ ເພື່ອເຂົ້າເຖິງວຽກງານການຮັກສາສຸຂະພາບ (CHAI) ປະຈໍາສປປ ລາວ (Clinton Health Access Initiative, CHAI) ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສ້າງຄວາມເຂັ້ມແຂງໃຫ້ວຽກງານແຜນການ ແລະ ການເງິນຂອງຂະແໜງສາທາລະນະສຸກຢູ່ ສປປ ລາວ ຂຶ້ນໃນວັນທີ 3 ກໍລະກົດຜ່ານມາ ທີ່ກະຊວງສາທາລະນະສຸກ.
ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ອົງການກາແດງແຫ່ງຊາດລາວ ຈັດຝຶກອົບຮົມການປະເມີນ EVCA ແລະ ລະບົບ CEWS ໃຫ້ແກ່ 2 ແຂວງ ພ້ອມມອບເຄື່ອງບັນເທົາທຸກ

ໃນວັນທີ 29 ມິຖຸນາຜ່ານມານີ້, ອົງການກາແດງແຫ່ງຊາດລາວ ໄດ້ຈັດພິທີເປີດຊຸດຝຶກອົບຮົມ "ການປະເມີນຂີດຄວາມສາມາດຂອງຊຸມຊົນໃນການຮັບມືກັບໄພພິບັດ (EVCA) ແລະ ລະບົບການແຈ້ງເຕືອນໄພໃນຊຸມຊົນ (CEWS)" ຂຶ້ນທີ່ເມືອງບຸນໃຕ້ ແຂວງຜົ້ງສາລີ. ໂດຍການເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ຄຳລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ; ມີບັນດາຄະນະນຳ, ພະນັກງານກາແດງຂັ້ນສູນກາງ, ແຂວງ, ເມືອງ ແລະ ພາກສ່ວນກ່ຽວຂ້ອງຈາກແຂວງຜົ້ງສາລີ ແລະ ແຂວງບໍ່ແກ້ວ ເຂົ້າຮ່ວມ.
ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ຫົວໜ້າພະແນກສາທາເຊກອງ ລົງຕິດຕາມຊຸກຍູ້ວຽກງານຢູ່ໂຮງໝໍແຂວງ

ໃນວັນທີ 29 ມິຖຸນາຜ່ານມາ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ ໄດ້ລົງຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ຢູ່ໂຮງໝໍແຂວງເຊກອງ ເພື່ອແນໃສ່ປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນເທື່ອລະກ້າວ.
ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

ສາທາເມືອງໂຂງ ສະຫຼອງວັນແພດລາວ ຄົບຮອບ 61 ປີ

​ ໃນວັນທີ 30 ມິຖຸນານີ້, ທີ່ສະໂມສອນເມືອງໂຂງ ແຂວງຈຳປາສັກ ໄດ້ຈັດພິທີສະເຫຼີມສະຫຼອງວັນແພດລາວ ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026) ໂດຍມີທ່ານ ສາທິດ ປັດສາພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ.
ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ເຊກອງ ສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ

ພະແນກສາທາລະນະສຸກແຂວງເຊກອງ ຈັດພິທີສະເຫຼີມສະຫຼອງວັນສາທາລະນະສຸກລາວ ຄົບຮອບ 61 ປີ (18/6/1965-18/6/2026) ໃນວັນທີ 19 ມິຖຸນາຜ່ານມາ, ທີ່ເມືອງລະມາມ ໂດຍມີທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ສາທາລະນະສຸກ ແຂວງຄໍາມ່ວນ ວາງມາດຕະການເຂັ້ມງວດ ເຝົ້າລະວັງ ແລະ ຮັບມືພະຍາດລະບາດໃນລະດູຝົນ

ທ່ານ ແສງທອງ ເສີມລໍາວັນ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຄໍາມ່ວນ ໄດ້ເປີດເຜີຍເຖິງຄວາມພ້ອມ ແລະ ແຜນຍຸດທະສາດໃນການເຝົ້າລະວັງ, ຄວບຄຸມ ແລະ ໂຕ້ຕອບການລະບາດຂອງພະຍາດໃນລະດູຝົນເປັນຕົ້ນແມ່ນ ໄຂ້ຍຸງລາຍ (ໄຂ້ເລືອດອອກ), ພະຍາດຖອກທ້ອງ ແລະ ພະຍາດທີ່ມັກເກີດຂຶ້ນໃນລະດູຝົນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ໃນວັນທີ 16 ມິຖຸນາ 2026 ວ່າ:ໂດຍສະເພາະດ້ານກົນໄກການເຝົ້າລະວັງ ແລະ ລະບົບລາຍງານດິຈິຕອນ ແຂວງຄໍາມ່ວນ ມີຕາໜ່າງບໍລິການສາທາລະນະສຸກທັງພາກລັດ ແລະ ເອກະຊົນ ລວມ 214 ແຫ່ງ ທີ່ປະສານງານກັນຢ່າງເປັນລະບົບ ໂດຍອີງຕາມລະບົບເຝົ້າລະວັງແຫ່ງຊາດ ຕາມ 19 ອາການ/ພະຍາດ.
ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ສະຫຼອງ ວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ປີ 2026

ພິທີສະເຫຼີມສະຫຼອງວັນຜູ້ບໍລິຈາກເລືອດໂລກ 14 ມິຖຸນາ ພາຍໃຕ້ຄຳຂວັນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ, ໃຫ້ເລືອດໃຫ້ຊີວິດ” ຂຶ້ນໃນວັນທີ 11 ມິຖຸນານີ້ ທີ່ສູນການຄ້າລາວໄອເຕັກມໍ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາລາວັນ ຈັນທະລາວັນ ກຳມະການສູນກາງພັກ ປະທານອົງການກາແດງແຫ່ງຊາດລາວ, ທັງເປັນຮອງປະທານ ຄະນະກໍາມະການ ສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ (ຄສລ) ຜູ້ປະຈໍາການ, ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຮອງປະທານ ຄສລ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພະນັກງານ, ທະຫານ, ຕໍາຫຼວດ, ນັກຮຽນນັກສຶກສາ ແລະ ມວນຊົນ ເຂົ້າຮ່ວມ.
ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ຫຼວງພະບາງ ຈະ​ປຸກລະດົມບໍລິຈາກເລືອດ ພາຍໃຕ້ຄຳຂັວນ “ໜຶ່ງຢອດເລືອດເພື່ອມະນຸດສະທຳ ໃຫ້ເລືອດ ໃຫ້ຊີວິດ”

ໃນໂອກາດວັນຜູ້ບໍລິຈາກເລືອດໂລກ ວັນທີ່ 14 ມິຖຸນາ ປະຈຳປີ 2026 ນີ້ ອົງການກາແດງແຂວງຫຼວງພະບາງ ຈະໄດ້ຈັດກິດຈະກຳປຸກລະດົມ ການບໍລິຈາກເລືອດແບບສະໝັກໃຈ ບໍ່ຫວັງສີ່ງຕອບແທນ, ໂດຍຈະຈັດຂຶ້ນທີ່ໂຮງແຮມອາວານີ ນະຄອນ ຫຼວງພະບາງ ໃນວັນທີ່ 12 ມິຖຸນາ ທີ່ຈະມາເຖີງນີ້.
ເພີ່ມເຕີມ