![]() |
ໂຄງການຈະໃຫ້ການສະໜັບສະໜູນທຶນເພື່ອກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງອຸປະກອນການແພດ ແລະ ເຟີນີເຈີ ໃຫ້ແກ່ໂຮງໝໍນ້ອຍທ່າຄັນຊຸມຊົວ ໃນບ້ານທ່າຄັນຊຸມຊົວ ເມືອງລະຄອນເພັງແຂວງສາລະວັນ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບການບໍລິການສາທາລະນະສຸກໃນໂຮງໝໍດັ່ງກ່າວ.
ພິທີເຊັນສັນຍາ ລົງນາມ ລະຫວ່າງ ທ່ານ ໂຄອິຊຸມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ສາລີ ວົງກະເສີມສຸກ, ຫົວໜ້າຫ້ອງການສາທາລະນະສຸກ ເມືອງລະຄອນເພັງໂດຍມີ ທ່ານ ປະເດີມພອນ ສົນທະນີ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງສາລະວັນ ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ.
ທ່ານທູດ ໄດ້ກ່າວໃນພິທີເຊັນສັນຍາວ່າ“ໂຮງໝໍນ້ອຍທ່າຄັນຊຸມຊົວໃນປັດຈຸບັນ ແມ່ນໄດ້ມີການໝູນໃຊ້ເຮືອນປະຊາຊົນມາເປັນອາຄານປິ່ນປົວ ຊຶ່ງໄດ້ເກົ່າແກ່ຊຸດໂຊມລົງ, ຫຼັງຄາຮົ່ວເຮັດໃຫ້ນ້ຳຝົນຮົ່ວ ແລະ ມີຂີ້ຝຸ່ນພັດເຂົ້າມາ, ບໍ່ມີຫ້ອງລໍຖ້າ ເຮັດໃຫ້ຄົນເຈັບຕ້ອງລໍຖ້າຢູ່ນອກອາຄານ ແລະ ຍັງມີບັນຫາສະພາບແວດລ້ອມການປິ່ນປົວບໍ່ເອື້ອອຳນວຍອີກດ້ວຍ. ຂ້າພະເຈົ້າຫວັງວ່າ ການກໍ່ສ້າງອາຄານປິ່ນປົວຫຼັງໃໝ່ ຈະສຳເລັດໄດ້ໂດຍທັນທ່ວງທີ ເພື່ອໃຫ້ສະພາບແວດລ້ອມການປິ່ນປົວໃນໂຮງໝໍນ້ອຍທ່າຄັນຊຸມຊົວ ໄດ້ຮັບການແກ້ໄຂໄດ້ໄວເທົ່າທີ່ຈະໄວໄດ້.”
ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.
ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນໃຫ້ແກ່ແຂວງສາລະວັນ ລວມເປັນມູນຄ່າຫຼາຍກວ່າ 1,950,000 ໂດລາ ເປັນຕົ້ນແມ່ນໃນດ້ານສາທາລະນະສຸກ, ການສຶກສາ ແລະ ໂຄງລ່າງພື້ນຖານໃນໄລຍະຜ່ານມາ. ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫຼືອປະເທດລາວ ໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ“ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫຼັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ. (ຂ່າວ: ສະຖານທູດຍີ່ປຸ່ນ ປະຈຳລາວ)

ຄໍາເຫັນ