ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28

ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງ 28
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ອັນໂຕນ ໂກເບຍກົບ (Anton Kobyakov) ທີ່ປຶກສາຂອງປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ ຄັ້ງທີ 28 (28th St. Petersburg International Economic Forum ຫຼື SPIEF 2025) ພາຍໃຕ້ຄໍາຂວັນ “ຄຸນຄ່າທີ່ມີຮ່ວມກັນ: ພື້ນຖານຂອງການເຕີບໃຫຍ່ຂະຫຍາຍຕົວໃນຍຸກສະໄໝໂລກຫຼາຍຂົ້ວ (Shared Values: The Foundation of Growth in a Multipolar World) ຊຶ່ງຈັດຂຶ້ນໃນລະຫວ່າງວັນທີ 19-20 ມິຖຸນາຜ່ານມາ ທີ່ ນະຄອນເຊັນ-ປີເຕີສະເບີກ, ສະຫະພັນຣັດເຊຍ.

 

ຮອງນາຍກລດຖະມນຕ ເຂາຮວມກອງປະຊມເວທປກສາຫາລເສດຖະກດ ເຊນ-ປເຕສະເບກ ຄງ 28 - image 1
 

ກອງປະຊຸມເວທີປຶກສາຫາລືເສດຖະກິດ ເຊັນ-ປີເຕີສະເບີກ, ເປັນກອງປະຊຸມສາກົນໜຶ່ງທີ່ມີຄວາມໝາຍສຳຄັນ, ໄດ້ຖືກຈັດຂຶ້ນຄັ້ງທໍາອິດໃນປີ 1997 ແລະ ຕໍ່ມາກໍໄດ້ຖືກຈັດຂຶ້ນເປັນປະຈໍາທຸກໆປີ. ພ້ອມນີ້, ນັບແຕ່ ປີ 2006, ໃນພິທີເປີດກອງປະຊຸມດັ່ງກ່າວ ແມ່ນໄດ້ຮັບກຽດເຂົ້າຮ່ວມ ໂດຍ ປະທານາທິບໍດີຂອງ ສະຫະພັນ ຣັດເຊຍ ຕະຫຼອດມາ.

ກອງປະຊຸມ SPIEF 2025 ນີ້ ໄດ້ກໍານົດເອົາຫຼາຍຫົວຂໍ້ສໍາຄັນ ທີ່ປິ່ນອ້ອມຄໍາຂວັນທີ່ກ່າວມາ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ລົງເລິກປຶກສາຫາລື, ແລກປ່ຽນຄໍາຄິດເຫັນ, ແລກປ່ຽນບົດຮຽນ, ຂໍ້ມູນຂ່າວສານ, ປະສົບການ, ຂໍ້ຄົງຄ້າງ, ສິ່ງທ້າທາຍ, ອຸປະສັກ ແລະ ສິ່ງກີດຂວາງຕ່າງໆ ເພື່ອວາງທິດທາງການຮ່ວມມືໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດທິຜົນ, ມີຄວາມຍຸຕິທຳ, ມີຜົນປະໂຫຍດຮ່ວມກັນ ເພື່ອການພັດທະນາທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລໃນພາກພື້ນ ແລະ ໃນໂລກ ຊຶ່ງບັນຫາສຳຄັນຕ່າງໆ ປະກອບມີ: ສະພາບເສດຖະກິດໂລກ, ການພັດທະນາເສດຖະກິດຂອງຣັດເຊຍ, ການພັດທະນາ ແລະ ການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ນະວັດຕະກຳໃໝ່ໆ, ປັນຍາປະດິດ ແລະ ການຫັນເປັນດີຈີຕອນໃນຂົງເຂດວຽກງານຕ່າງໆ; ການສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງປະເທດ; ບັນຫາຄວາມໝັ້ນຄົງທາງສະບຽງອາຫານ ແລະ ບໍລິຫານຈັດການຄວາມສ່ຽງ; ບົດບາດຂອງບັນດາຂອບການຮ່ວມມືທີ່ມີຄວາມສຳຄັນ ເປັນຕົ້ນ ກຸ່ມປະເທດ BRICS, EAEU, ອາຊຽນ, ກຸ່ມປະເທດຂົງເຂດອາຊີ, ອາຟຣິກາ ແລະ ປະເທດໃນຕາເວັນອອກກາງ, ແລະ ບັນຫາອື່ນໆ. ໃນກອງປະຊຸມ SPIEF 2025 ນີ້, ຍັງມີການຈັດງານວາງສະແດງຂອງບັນດາຫົວໜ່ວຍທຸລະກິດ, ຜູ້ຜະລິດ, ຜູ້ປະກອບການ, ບັນດາບໍລິສັດ ແລະ ຜູ້ດຳເນີນທຸລະກິດໃນຂະແໜງການຕ່າງໆທີ່ນຳໜ້າ, ມີຊື່ສຽງ ແລະ ບົດບາດສໍາຄັນ ໃນການພັດທະນາເສດຖະກິດ ຢູ່ພາຍໃນປະເທດ ຣັດເຊຍ ແລະ ຕ່າງປະເທດຈຳນວນໜຶ່ງ ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ ຫຼາຍກວ່າ 20,000 ຄົນ ຈາກ 140 ປະເທດທົ່ວໂລກ.

ຮອງນາຍກລດຖະມນຕ ເຂາຮວມກອງປະຊມເວທປກສາຫາລເສດຖະກດ ເຊນ-ປເຕສະເບກ ຄງ 28 - image 2
 

ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້່ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນຜູ້ສົນທະນາ (Panelists) ເພື່ອແລກປ່ຽນຄໍາຄິດເຫັນ ຮ່ວມກັບ ບັນດາຜູ້ນຳ, ຜູ້ວາງຍຸດທະສາດ, ນະໂຍບາຍ, ຜູ້ບໍລິຫານລະດັບສູງ, ນັກຄົ້ນຄວ້າ, ນັກເສດຖະສາດ, ນັກຊ່ຽວຊານ, ນັກວິຊາການ ຈາກປະເທດອື່ນໆ ໃນ 2 ຫົວຂໍ້ທີ່ສໍາຄັນຄື: ກອງປະຊຸມ ກ່ຽວກັບ ຂອບການຮ່ວມມືທາງເສດຖະກິດລະດັບພາກພື້ນ ອາຊຽນ-ຢູລາເຊຍ (EAEU-ASEAN Business Dialogue) ຊຶ່ງທາງເບື້ອງອົງການຮ່ວມມື ຢູລາຊຽນ ປະກອບມີປະເທດສະມາຊິກ ຄື: ຣັດເຊຍ, ເບລາຣຸດຊີ, ກາຊັກສະຖານ, ອາກເມນີ ແລະ ກຽກກິດສະຖານ. ຕໍ່ກັບຫົວຂໍ້ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງບົດບາດຄວາມສຳຄັນ ແລະ ບັນດາທ່າແຮງຂອງທັງສອງອົງການ ສຳລັບການຮ່ວມມືເພື່ອການພັດທະນາ ແລະ ທິດທາງເພື່ອເສີມຂະຫຍາຍ ແລະ ຮັດແໜ້ນການຮ່ວມມືໃນຕໍ່ໜ້າ. ພ້ອມທັງ ໄດ້ຍົກໃຫ້ເຫັນຜົນສຳເລັດຂອງການເປັນປະທານໝູນວຽນອາຊຽນ ຂອງ ສປປ ລາວ ໃນປີ 2024 ແລະ ບັນດາຜົນສຳເລັດອື່ນໆ. ພ້ອມນີ້, ຍັງໄດ້ເຂົ້າຮ່ວມກອງປະຊຸມພາຍໃຕ້ຫົວຂໍ້ ອະນາຄົດຂອງລະບົບການເງິນສາກົນ (The Future of the International Financial System) ຊຶ່ງໄດ້ຕີລາຄາສະພາບການຂອງລະບົບການເງິນໃນປັດຈຸບັນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ປີ 1966 ແມ່ນບໍ່ມີຄວາມສະເໝີພາບເທົ່າທີ່ຄວນ ແລະ ບໍ່ສອດຄອງກັບຍຸກສະໄໝ ທີ່ມີຄວາມກ້າວໜ້າ ທາງດ້ານເຕັກໂນໂລຊີຫຼາຍຂຶ້ນ; ສະນັ້ນ, ຄວນມີການປະຕິຮູບລະບົບການເງິນຄືນໃໝ່ ທີ່ມີທາງເລືອກຫຼາຍຂຶ້ນ ຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງ, ຄວາມວ່ອງໄວ, ສາມາດຊຳລະດ້ວຍສະກຸນເງິນອື່ນໆ ຫຼື ເງິນທ້ອງຖິ່ນໃນການຄ້າຂາຍສອງຝ່າຍກັບປະເທດໃກ້ຄຽງ ໂດຍສະເພາະ ແມ່ນເພື່ອຫຼຸດຜ່ອນການເອື່ອຍອີງໃສ່ແຕ່ສະກຸນເງິນໂດລາ ແລະ ລະບົບ SWIFT.

ຮອງນາຍກລດຖະມນຕ ເຂາຮວມກອງປະຊມເວທປກສາຫາລເສດຖະກດ ເຊນ-ປເຕສະເບກ ຄງ 28 - image 3
 

ນອກຈາກນີ້, ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ເຂົ້າຮ່ວມກອງປະຊຸມ ພາກຄົບຄະນະ (Plenary Session) ທີ່ໄດ້ຮັບກຽດເຂົ້າຮ່ວມໂດຍ ທ່ານ ປູຕິນ ປະທານາທິບໍດີ ສະຫະພັນ ຣັດເຊຍ ພ້ອມດ້ວຍແຂກຖືກຮັບເຊີນພິເສດ ຄື: ທ່ານ Prabowo Subianto ປະທານາທິບໍດີ ອິນໂດເຊຍ, ທ່ານ Sheikh Nasser bin Hamad Al Khalifa ແຫ່ງ ຣາຊະອານາຈັກ ບາເລັນ, ທ່ານ Ding Xuexiang ຮອງນາຍົກລັດຖະມົນຕີ ສປ ຈີນ ແລະ ທ່ານ Paul Mashatile ຮອງປະທານາທິບໍດີອາຟຣິກາໃຕ້. ໃນກອງປະຊຸມພາກດັ່ງກ່າວນີ້, ປະທານາທິບໍດີ ປູຕິນ ໄດ້ຂຶ້ນກ່າວຄຳເຫັນ ທີ່ສຸມໃສ່ຫຼາຍບັນຫາສຳຄັນພົ້ນເດັ່ນ ເປັນຕົ້ນ ສະພາບການພັດທະນາເສດຖະກິດພາກພື້ນ ແລະ ໃນໂລກ ໂດຍສະເພາະ ແມ່ນສະພາບການພັດທະເສດຖະກິດ, ການດໍາເນີນທຸລະກິດ, ການຄ້າ, ການລົງທຶນ ແລະ ການຈັດຕັ້ງປະຕິບັດວຽກງານໃນຂະແໜງການຕ່າງໆ ຂອງ ຣັດເຊຍ ໃນປັດຈຸບັນ ທີ່ຍັງມີຄວາມເຂັ້ມແຂງ ແລະ ກ້າວໜ້າຂຶ້້ນໄປຢ່າງບໍ່ຢຸດຢັ້ງ ທ່າມກາງສະພາບຄວາມຫຍຸ້ງຍາກຕ່າງໆ ແລະ ສິ່ງທ້າທາຍ ທີ່ເກີດຂຶ້ນໃນໂລກ. ພ້ອມດຽວກັນ, ບັນດາແຂກກຽດຕິມະສັກທີ່ຖືກເຊີນເຂົ້າຮ່ວມ ຍັງໄດ້ຂຶ້ນມີຄໍາເຫັນຖັດຈາກ ທ່ານ ປະທານາທິບໍດີ ປູຕິນ.

ໃນໄລຍະການມາເຂົ້າຮ່ວມກອງປະຊຸມ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ພົບປະສອງຝ່າຍກັບຄູ່ຮ່ວມຕຳແໜ່ງ ທ່ານ ອາເລັກເຊ ໂອເວຣຊຸກ (Alexey Overchuk) ຮອງນາຍົກລັດຖະມົນຕີ ແຫ່ງ ສະຫະພັນຣັດເຊຍ ເພື່ອປຶກສາຫາລືສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ຣັດເຊຍ, ແລະ ຍັງໄດ້ພົບປະກັບພາກທຸລະກິດທີ່ມີທ່າແຮງ ຂອງ ຝ່າຍຣັດເຊຍອີກຈຳນວນໜຶ່ງ ເພື່ອປຶກສາຫາລື, ແລກປ່ຽນຂໍ້ມູນຂ່າວສານ ສຳລັບ ການຮ່ວມມືໃນຂົງເຂດທຸລະກີດ ເພື່ອສົ່ງເສີມ ແລະ ດຶງດູດການຄ້າ ແລະ ການລົງທຶນມາສູ່ ສປປ ລາວ ໃຫ້ຫຼາຍຂຶ້ນໃນອານາຄົດ.

(ຂ່າວ-ພາບ: ຫສນຍ)

ຄໍາເຫັນ

ຂ່າວການຮ່ວມມື

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ລມຕ ກະຊວງການຕ່າງປະເທດແຫ່ງສປປລາວຢ້ຽມຂໍ່ານັບນາຍົກລັດຖະມົນຕີ ສປປເກົາຫຼີ

ໃນວັນທີ 13ພະຈິກ 2025ທີ່ສະພາມັນຊູເເດ, ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ປາກ ແທ ຊອງ(Pak ThaeSong),ນາຍົກລັດຖະມົນຕີແຫ່ງສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໃນໂອກາດເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15ພະຈິກ2025.
Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ  ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

Vinachemຮ່ວມຮັບໃຊ້ ທ່ານ ໂຮ່ ດຶກ ເຟີກຮອງນາຍົກລັດຖະມົນຕີແຫ່ງ ສສ ຫວຽດາມ ມາເຮັດວຽກຢູ່ ສປປ ລາວ: ຊຸກຍູ້ການຜັນຂະຫຍາຍໂຄງການບໍ່ເກືອ ກາລີ - ສັນຍາລັກການຮ່ວມມືດ້ານເສດຖະກິດຫວຽດນາມ - ລາວ

ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ໂຮ່ ດຶກ ເຟິກ ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນວັນທີ 12 ພະຈິກ 2025 ນີ້, ກຸ່ມບໍລິສັດເຄມີຫວຽດນາມ (Vinachem) ເປັນກຽດທີ່ໄດ້ຮ່ວມເດີນທາງມາຮັບໃຊ້ຄະນະຂັ້ນສູງ, ເຂົ້າຮ່ວມບັນດາວຽກງານກັບທ່ານນາຍົກ ແລະ ການນໍາຂອງລັດຖະບານລາວ ແນ່ໃສປຶກສາແລກປ່ຽນ, ຊຸກຍູ້ການຮ່ວມມື ດ້ານການລົງທຶນໃນຂົງເຂດອຸດສາຫະກຳເຄມີ ແລະ ແຮ່ທາດ, ພິເສດແມ່ນ ໂຄງການຂຸດຄົ້ນ ແລະ ປຸງແຕ່ງບໍ່ເກືອ ກາລີ ຢູ່ແຂວງຄໍາມ່ວນ.
ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພົບປະຮ່ວມມືສອງຝ່າຍ

ໃນວັນທີ 12 ພະຈິກ 2025, ທີ່ ນະຄອນຫຼວງວຽງຈັນ, ສປປ ລາວ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍໂຮ່ ດຶກ ເຝິກ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນວັນທີ 12-13 ພະຈິກ 2025.
ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ສອງກະຊວງການຕ່າງປະເທດ ສປປ ລາວ ແລະ ສປປ ເກົາຫຼີ ສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ນາງ ແຈ ຊອນ ຮຸຍ (Choe Son Hui),ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ,ສະຫາຍ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ສປປ ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 11-15 ພະຈິກ 2025ເພື່ອສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປປ ເກົາຫຼີ ໃຫ້ແໜ້ນແຟ້ນຍິ່ງໆຂື້ນ, ທັງເປັນການສະເຫຼີມສະຫຼອງຄົບຮອບ 60 ປີ ແຫ່ງການພົບປະຄັ້ງທໍາອິດ ລະຫວ່າງ ສະຫາຍ ປະທານ ໄກສອນ ພົມວິຫານ, ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ແລະ ສະຫາຍ ປະທານ ກິມ ອິນ ຊຸງ, ຜູ້ນໍາທີ່ຍິ່ງໃຫ່ຍຂອງປະຊາຊົນ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ, ສປປ ເກົາຫຼີ ໃນວັນທີ 28 ຕຸລາ 1965ແລະ ຄົບຮອບ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ສປປ ລາວ - ສປປ ເກົາຫຼີ (24 ມິຖຸນາ 1974 – 24 ມິຖຸນາ 2024).
ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ລມຕ ກະຊວງ ວທ ຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອການທ່ອງທ່ຽວ ຄັ້ງທີ 26

ທ່ານ ນາງ ສວນສະຫວັນ ວິຍະເກດ, ລັດຖະມົນຕີກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ ເພື່ອ ການທ່ອງທ່ຽວ ຄັ້ງທີ 26 (26th UN Tourism General Assembly) ຊຶ່ງໄດ້ ຈັດຂື້ນ ໃນລະຫວ່າງ ວັນທີ 7-11 ພະຈິກ 2025ຜ່ານມາ ທີ່ນະຄອນຫຼວງຣີຢາດ, ປະເທດອາລັບບີ ຊາອຸດິ. ກອງປະຊຸມ ໄດ້ດໍາ ເນີນ ພາຍ ໃຕ້ການເປັນປະທານຂອງທ່ານ Ahmed AI-Khatib ລັດຖະມົນຕີ ກະຊວງ ທ່ອງ ທ່ຽວ ປະເທດ ອາລັບບີ ຊາອຸດິ ແລະ ເປັນປະທານ ຮ່ວມໂດຍ ມີຜູ້ຕາງໜ້າຈາກແຕ່ລະ ພາກພື້ນ ຈໍາ ນວນ 9 ປະເທດ. ກອງປະ ຊຸມຄັ້ງນີ້ ມີປະເທດສະມາຊິກສົມບູນເຂົ້າຮ່ວມທັງໝົດ 147 ປະເທດ, ຊຶ່ງສະ ມາຊິກສົມບູນທັງໝົດມີ 160 ປະເທດ, ມີບັນ ດາອົງການຈັດຕັ້ງ, ສະຖາບັນການສຶກສາ ແລະ ພາກທຸລະກິດກ່ຽວຂ້ອງຈາກສະພາເຄືອ ຂ່າຍການທ່ອງທ່ຽວໂລກເຂົ້າຮ່ວມ.
ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ຝຶກອົບຮົມ ຫົວຂໍ້ ການກວດສອບຜົນການຈັດຕັ້ງປະຕິບັດ

ພິທີເປີດ ການຝຶກອົບຮົມກ່ຽວກັບ ວຽກ​ງານ​ການກວດສອບຜົນການຈັດຕັ້ງປະຕິບັດ (Performance audit) ໃຫ້ແກ່ພະນັກງານຂອງອົງການກວດສອບແຫ່ງລັດ, ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ນາງ ວະນິດາ ສຸດທານີລະໄຊ ຮອງປະທານອົງການກວດສອບປະຈໍາພາກກາງ 1, ທ່ານ ນາງ ເວຍເລ ສະເມັດ (Ms. Veerle Smet) ຫົວໜ້າການຮ່ວມມື, ຄະນະຜູ້ແທນສະຫະພາບເອີຣົບ ປະຈໍາ ສປປ ລາວ; ໂດຍພາຍໃຕ້ການສະໜັບສະໜູນ ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ຄະ​ນະ​ຊ່ຽວຊານຈາກ​ສານກວດ​ສອບ​ບັນ​ຊີ ປະ​ເທດ​ຝ​ຣັ່ງ ແລະ ອົງການກວດສອບແຫ່ງລັດໂກຣອາຊີ ພ້ອມດ້ວຍນັກສໍາມະນາກອນເຂົ້າຮ່ວມ.
ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຢ້ຽມຢາມ ຫຼາຍສະຖານທີ່ໃນ ສປປ ລາວ

ໃນການມາຢ້ຽມຢາມສປປລາວແລະເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີສອງພັກລາວ - ຈີນຄັ້ງທີXIII ທີ່ຈັດຂຶ້ນໃນລະຫວ່າງວັນທີ 10-11 ພະຈິກ, ສະຫາຍຫຼີຊູເລີຍກໍາມະການກົມການເມືອງສູນກາງພັກຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນພ້ອມດ້ວຍຄະນະ ໄດ້ຢ້ຽມຢາມຫຼາຍສະຖານທີ່ໃນ ສປປ ລາວ.
ໂຄງການເຂດບໍ່ແຮ່ຫີນອ່ອນແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງຄຶກຄື້ນ- ການຮ່ວມມືລາວ-ຈີນສ້າງບົດຄວາມໃໝ່ອີກບົດໜຶ່ງ

ໂຄງການເຂດບໍ່ແຮ່ຫີນອ່ອນແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ເລີ່ມການກໍ່ສ້າງຢ່າງຄຶກຄື້ນ- ການຮ່ວມມືລາວ-ຈີນສ້າງບົດຄວາມໃໝ່ອີກບົດໜຶ່ງ

ວັນທີ 9 ເດືອນ ພະຈິກ ປີ 2025, ແຂວງຄຳມ່ວນ ສປປ ລາວ ມີແສງແດດສົດໃສ ແລະ ບັນຍາກາດຄຶກຄື້ນ, ພິທິວາງສີລາລຶກໂຄງການກໍ່ສ້າງບໍ່ແຮ່ຫີນອ່ອນຢູ່ແຂວງຄຳມ່ວນ ຂອງSunwah (Lao) Asset Management Co.,Ltdໄດ້ຈັດຂຶ້ນຢ່າງສະຫງ່າຜ່າເຜີຍຢູແຂວງຄຳມ່ວນສປປລາວ.
ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີສືບຕໍ່ມອບເຄື່ອງຊ່ວຍເຫຼືອລາວມູນຄ່າ 98.000 ໂດລາອົດສະຕຣາລີ

ອົດສະຕຣາລີໄດ້ສືບຕໍ່ສະແດງເຈດຈຳນົງ ແລະ ການຮ່ວມມືທີ່ເຂັ້ມແຂງກັບສປປລາວໂດຍການມອບເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດສຸກເສີນ ເພື່ອສະໜັບສະໜູນ ສປປ ລາວ ໃນການກຽມພ້ອມຮັບມືກັບໄພພິບັດແລະການຊ່ວຍເຫຼືອດ້ານມະນຸດສະທຳ.ພິທີມອບ-ຮັບເຄື່ອງຊ່ວຍເຫຼືອໄດ້ຈັດຂຶ້ນວັນທີ 11 ພະຈິກ 2025 ທີ່ສະໜາມບິນສາກົນວັດໄຕເພື່ອເປັນຂີດໝາຍການມາຮອດຂອງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳທີ່ນຳສົ່ງໂດຍເຮືອບິນC-130 ຂອງກອງທັບອາກາດອົດສະຕຣາລີ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົດສະຕຣາລີພ້ອມດ້ວຍທ່ານ ພົນຈັດຕະວາ ເຈນ ເຮລີສ ຜູ້ບັນຊາການໂຄງການອິນໂດ-ປາຊີຟິກຂອງກອງທັບອົດສະຕຣາລີ ແລະ ທ່ານ ພັນໂທ ນິກ ເບີມາ ທີ່ປຶກສາທູດປ້ອງກັນຊາດອົດສະຕຣາລີ ໄດ້ມອບເຄື່ອງຊ່ວຍເຫຼືອຢ່າງເປັນທາງການໃຫ້ແກ່ທ່ານ ໂພໄຊ ໄຊຍະສອນລັດຖະມົນຕີກະຊວງແຮງງານແລະສະຫວັດດີການສັງຄົມການມອບເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືພາກພື້ນດ້ານວຽກງານປ້ອງກັນຊາດ ຫຼື ໂຄງການອິນໂດ-ປາຊີຟິກເຊິ່ງຈັດຕັ້ງນຳພາໂດຍກອງທັບປ້ອງກັນຊາດຂອງອົດສະຕຣາລີ ເພື່ອເສີມສ້າງການຮ່ວມມືແລະຄວາມເຂັ້ມແຂງໃນທົ່ວພາກພື້ນອິນໂດ-ປາຊີຟິກ.
ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ກອງປະຊຸມລັດຖະມົນຕີເສດຖະກິດ 4 ປະເທດ: ກໍາປູເຈຍ, ສປປ ລາວ, ມຽນມາ ແລະ ຫວຽດນາມ ຄັ້ງທີ 17

ໃນວັນທີ 7 ພະຈິກ 2025, ທ່ານ ບຸນພຽງ ຈັນທະວົງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ສະຫະພາບ ມຽນມາ ໄດ້ຕາງໜ້າໃຫ້ແກ່ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ນໍາພາຄະນະຜູ້ແທນຈາກຂະແໜງການກ່ຽວຂ້ອງຂອງລາວ ເຂົ້າຮ່ວມ
ເພີ່ມເຕີມ