![]() |
ໃນໂອກາດນີ້, ຝ່າຍລາວໄດ້ສະແດງຄວາມຂອບໃຈ ໄປຍັງລັດຖະບານ ແລະ ປະຊາຊົນ ອົສຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນດ້ານຕ່າງໆໃນໄລຍະຜ່ານມາ ຊຶ່ງໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ເຂົ້າສູ່ລວງເລິກ ຕະຫຼອດໄລຍະກວ່າ 7 ທົດສະວັດ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລືຮ່ວມກັນ ກ່ຽວກັບ ການແກ້ໄຂຄະດີນັກທ່ອງທ່ຽວອົສຕາລີສອງຄົນທີ່ເສຍຊີວິດ ໃນເດືອນພະຈິກ 2024 ທີ່ຜ່ານມາ.
ສປປ ລາວ ແລະ ອົສຕາລີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1952. ໃນໄລຍະຜ່ານມາ, ສອງປະເທດ ໄດ້ມີການແລກປ່ຽນຢ້ຽມຢາມຊຶ່ງກັນ ແລະ ກັນຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆ ຢ່າງເປັນປົກກະຕິ, ລວມທັງໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ກໍຄືໃນຂອບການຮ່ວມມືອາຊຽນ-ອົສຕຣາລີ ແລະ ຂອບການຮ່ວມມືອື່ນໆ. ພິເສດ, ໃນປີ 2024 ສອງປະເທດ ໄດ້ຍົກລະດັບສາຍພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຮອບດ້ານ ແລະ ໃນປີ 2027 ນີ້ ຈະເປັນປີຄົບຮອບ 75 ປີແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ.
(ຂ່າວ: ກຕທ)

ຄໍາເຫັນ