![]() |
ໃນໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ. ອາແຊັກໄບຊານ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ແລະ ການຢ້ຽມຢາມໄດ້ມີຂຶ້ນໃນທ່າມກາງທີ່ສອງປະເທດພວມຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 30 ປີ ໃນປີ 2025. ພ້ອມນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງຕີລາຄາສູງຕໍ່ຜົນຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງປະຖົມມະລຶກ ລະຫວ່າງ ສອງກະຊວງການຕ່າງປະເທດລາວ ແລະ ອາແຊັກໄບຊານ, ຊຶ່ງສອງຝ່າຍໄດ້ພ້ອມກັນທົບທວນຄືນການພົວພັນຮ່ວມມື ລະຫວ່າງສອງປະເທດທາງດ້ານການເມືອງ, ການພົວພັນລະຫວ່າງສອງພັກ, ສອງລັດຖະສະພາ ຂອງສອງປະເທດ, ການຮ່ວມມືທາງດ້ານເສດຖະກິດ-ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ, ການສຶກສາ, ລວມເຖິງວຽກງານການເກັບກູ້ລະເບີດບໍ່ທັນແຕກ ແລະ ສອງປະເທດຍັງມີທ່າແຮງໃນການເສີມຂະຫຍາຍສາຍພົວພັນນໍາກັນໃນຕໍ່ໜ້າ.
ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ທີ່ມີມາແຕ່ດົນນານ ໃນຊຸມປີ 70 ຂອງສະຕະວັດທີ່ແລ້ວ, ຊຶ່ງປະເທດອາແຊັກໄບຊານ ໄດ້ໃຫ້ການຊ່ວຍ ເຫຼືອດ້ານການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ເປັນຈໍານວນຫຼາຍ, ຊຶ່ງປັດຈຸບັນ ບັນດາອະດີດນັກສຶກສາເຫຼົ່ານັ້ນ ໄດ້ມີໜ້າທີ່ຕໍາແໜ່ງທີ່ສໍາຄັນໃນກົງຈັກພັກ-ລັດ ສປປ ລາວ.
ໃນໂອກາດດຽວກັນນີ້, ທ່ານ ເອລນູຣ ມາມາດົບ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຝ່າຍລາວຊາບເຖິງຈຸດປະສົງຂອງການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ລວມເຖິງຜົນຂອງການປຶກສາຫາລືກັບ ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ແລະ ຍັງໄດ້ຢືນຢັນຈະຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ລາວ ແລະ ອາແຊັກໄບຊານ ກໍຄື ລະຫວ່າງ ສອງອົງການນິຕິ ບັນຍັດ ຂອງສອງປະເທດ ໃຫ້ສືບຕໍ່ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ.
![]() |
ພ້ອມດຽວກັນນີ້, ສອງຝ່າຍ ໄດ້ແລກປ່ຽນຄໍາຄິດເຫັນຕໍ່ການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ໂດຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສປປ ລາວ ແລະ ສ. ອາແຊັກໄບຊານ, ການພົວພັນດ້ານພັກ, ກໍຄື ການພົວພັນຮ່ວມມືອັນດີງາມລະຫວ່າງ ສອງອົງການນິຕິບັນຍັດ. ສອງຝ່າຍ ໄດ້ຕີລາຄາບົດບາດສໍາຄັນຄະນະມິດຕະພາບລັດຖະສະພາ ຊຶ່ງເປັນກົນໄກໜຶ່ງໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບລະຫວ່າງສອງປະເທດ ຊຶ່ງຝ່າຍອາແຊັກໄບຊານ ກໍຈະມີການສ້າງຄະນະມິດຕະພາບລັດຖະສະພາກັບສະພາແຫ່ງຊາດລາວ; ສະພາແຫ່ງຊາດລາວ ໄດ້ສົ່ງຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມການເລືອກຕັ້ງປະທານາທິບໍດີ ຂອງອາແຊັກໄບຊານ ໃນເດືອນກຸມພາ 2024 ຜ່ານມາ. ລັດຖະສະພາອາແຊັກໄບຊານໄດ້ສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ (ໄອປາ) ຄັ້ງທີ 45 ທີ່ສະພາແຫ່ງຊາດລາວເປັນເຈົ້າພາບ ໃນປີ 2024, ສອງອົງການຍັງໄດ້ມີການພົບປະ ໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະສະພາກພາກພື້ນ ແລະ ສາກົນເປັນຕົ້ນ ກອງປະຊຸມ IPU, APA, AIPA ແລະອື່ນໆ.
ໃນໂອກາດນີ້, ສອງຝ່າຍ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອເສີມຂະຫຍາຍການພົົວພັນຮ່ວມມືລະຫວ່າງສອງປະເທດ ກໍຄື ລະຫວ່າງສອງອົງການນິຕິບັນຍັດໃຫ້ສືບຕໍ່ຂະຫຍາຍຕົວຍິ່ງໆຂຶ້ນ. ສອງຝ່າຍ ເຫັນດີຊຸກຍູ້ໃຫ້ສືບຕໍ່ມີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆນຳກັນ, ລວມເຖິງການສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. (ຂ່າວ: ກຕທ)


ຄໍາເຫັນ