![]() |
ໃນວັນທີ 18 ພະຈິກ ນີ້, ທີ່ ທໍານຽບປະທານປະເທດ, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ. ໃນໂອກາດນີ້, ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມປິຕິຍິນດີ ແລະ ຍິນດີຕ້ອນຮັບອັນອົບອຸ່ນ ມາຍັງ ສົມເດັດ ເຈົ້າຍິງ ໂອໂກະ ທີ່ໄດ້ສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນທ່າມກາງບັນຍາກາດທີ່ສອງປະເທດ ລາວ ແລະ ຍີ່ປຸ່ນ ພວມສະເຫຼີມສະຫຼອງ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດນໍາກັນ ແລະ ຄົບຮອບ 60 ປີທີ່ລັດຖະບານຍີ່ປຸ່ນໄດ້ສົ່ງອາສາສະໝັກມາປະຕິດບັດໜ້າທີ່ ຢູ່ ສປປ ລາວ(ເລີ່ມແຕ່ປີ 1965 ເປັນຕົ້ນມາ), ຊຶ່ງ ສປປ ລາວ ເປັນປະເທດທໍາອິດສໍາລັບການຢ້ຽມຢາມທາງການຢູ່ຕ່າງປະເທດຂອງ ສົມເດັດ ເຈົ້າຍິງ ໄອໂກະ ແລະ ຖືເປັນຂີດໝາຍອັນສໍາຄັນທາງປະຫວັດສາດຂອງການພົວພັນຮ່ວມມື ລະຫວ່າງ ສອງປະເທດ ລາວ-ຍີ່ປຸ່ນ.
ໃນການພົບປະ, ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕິພາບ ແລະ ການຮ່ວມມືອັນໃກ້ຊິດລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຂຶ້ນເປັນກ້າວໆ, ຊຶ່ງໃນປີ 2015 ສອງປະເທດໄດ້ຍົກລະດັບການພົວພັນຮ່ວມມື ມາເປັນ ຄູ່ຮ່ວມຍຸດທະສາດ ໃນໂອກາດຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ. ພິເສດໃນປີ 2025 ນີ້, ສອງປະເທດກໍໄດ້ຍົກລະດັບສາຍພົວພັນ ມາເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ພວມຮ່ວມກັນສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ສົ່ງອາສາສະໝັກຊຸດທໍາອິດມາປະຕິບັດໜ້າທີ່ ຢູ່ ສປປ ລາວ ຢ່າງຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍສຳຄັນທີ່ສຸດ. ພ້ອມນີ້, ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ເປັນແຕ່ລະໄລຍະ, ໂດຍສະເພາະແມ່ນ ການພັດທະນາຊັບພະຍາກອນມະນຸດ, ການສົ່ງອາສາສະໝັກຍີ່ປຸ່ນມາປະຕິບັດໜ້າທີ່ ຢູ່ ສປປ ລາວ ແລະ ອື່ນໆ, ອັນໄດ້ປະກອບສ່ວນສໍາຄັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ນັບດີຂຶ້ນເປັນກ້າວໆ ເປັນຕົ້ນແມ່ນການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ. ພິເສດແມ່ນອົງການກາແດງລາວ ແລະ ຍີ່ປຸ່ນ ກໍໄດ້ມີການພົວພັນຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານ ແລະ ບົດຮຽນ ເພື່ອຍົກສູງຄຸນນະພາບໃນການບໍລິການເລືອດທີ່ປອດໄພ, ຍົກສູງຂີດຄວາມສາມາດທາງດ້ານວິຊາການ ແລະ ການປະຖົມພະຍາບານຂັ້ນພື້ນຖານ ໃຫ້ແກ່ ເຈົ້າໜ້າທີ່ອົງການກາແດງລາວ ຢູ່ ຂັ້ນສູງກາງ ແລະ ທ້ອງຖິ່ນ ໃນຊຸມປີຜ່ານມາ.
ພະນະທ່ານ ນາງ ປານີ ຢາທໍ່ຕູ້ ຍັງໄດ້ສະແດງຄວາມຫວັງວ່າ ການຢ້ຽມຢາມທາງການ ຢູ່ ສປປ ລາວ ຄັງນີ້ ຂອງ ສົມເດັດ ເຈົ້າຍິງ ໄອໂກະ ຈະເປັນຂີດໝາຍອັນສໍາຄັນທາງປະຫວັດສາດການພົວພັນຮ່ວມມືຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ໂດຍສະເພາະ ການສົ່ງເສີມການທ່ອງທ່ຽວ ກໍຄືການໄປມາຫາສູ່ຂອງປະຊາຊົນສອງຊາດ ໃຫ້ມີການພົບປະແລກປ່ຽນວັດທະນະທຳ ໃຫ້ຫຼາຍຂຶ້ນ, ລວມທັງການສົ່ງເສີມຮ່ວມມືດ້ານເສດຖະກິດ, ພະລັງງານ, ກະສິກໍາ ແລະ ອື່ນໆ.
ໃນໂອກາດດຽວກັນນີ້, ສົມເດັດ ເຈົ້າຍິງ ໄອໂກະ ໄດ້ສະແດງຄວາມປະທັບໃຈ ແລະ ຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້. ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ນັບຖືມາຍັງ ພະນະທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ຮັບການປະດັບຫຼຽນກຽດຕິຄຸນອາທິດອຸໄທ ຊັ້ນ 1 ຈາກລັດຖະບານຍີ່ປຸ່ນ ໃນເດືອນມັງກອນ 2023 ທີ່ຜ່ານມາ, ຊຶ່ງແມ່ນຫຼຽນຂັ້ນສູງສຸດທີ່ລັດຖະບານຍີ່ປຸ່ນໄດ້ມອບໃຫ້ການນໍາຂັ້ນສູງຂອງຕ່າງປະເທດ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ທັງໃນສາຍລັດ ແລະ ສາຍສະພາ. ນອກຈາກນີ້, ສົມເດັດ ເຈົ້າຍິງ ໄອໂກະ ຍັງໄດ້ສະແດງຄວາມຫວັງວ່າ ການພົວພັນຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ຈະໄດ້ສືບຕໍ່ໄດ້ຮັບການສົ່ງເສີມ ກໍຄືການຈັດຕັ້ງຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ລາວ-ຍີ່ປຸ່ນ ໃຫ້ມີບາດກ້າວຂະຫຍາຍ ຕົວຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ.
ໃນຕອນທ້າຍ, ພະນະທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ອວຍພອນໄຊອັນປະເສີດ ມາຍັງ ສົມເດັດ ເຈົ້າຍິງ ໄອໂກະ ຂໍໃຫ້ສໍາເລັດຜົນທຸກປະການຕະຫຼອດການສະເດັດຢ້ຽມຢາມ ສປປ ລາວ ຄັ້ງນີ້, ອວຍພອນໄຊອັນປະເສີດໄປຍັງ ສົມເດັດເຈົ້າຈັກກະພັດ ແລະ ພະຣາຊິນີ ພ້ອມດ້ວຍພະບໍລົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ, ອວຍພອນໃຫ້ປະເທດຍີ່ປຸ່ນ ແລະ ປະຊາຊົນຍີ່ປຸ່ນ ຈົງສືບຕໍ່ໄດ້ຮັບຜົນສໍາເລັດໃຫຍ່ຫຼວງກວ່າເກົ່າ ໃນການພັດທະນາປະເທດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຍິ່ງໆຂຶ້ນໄປ.
ໃນຕອນຄໍ່າຂອງວັນດຽວກັນ, ຍັງໄດ້ມີພິທີບາສີສູ່ຂວັນ ແລະ ງານລ້ຽງຕ້ອນຮັບຢ່າງເປັນທາງການ ເປັນກຽດໃຫ້ແກ່ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ ໃນໂອກາດສະເດັດມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນຄັ້ງນີ້, ໂດຍການເປັນເຈົ້າພາບຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ອີກດ້ວຍ. (ຂ່າວ: ກຕທ)

ຄໍາເຫັນ