![]() |
ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ຕໍ່ທ່ານ ວະລາເມຍ ກາລີນິນ ທີ່ໄດ້ມາປະຕິບັດໜ້າທີ່ການທູດຈົນສໍາເລັດ ຊຶ່ງເປັນການປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ນັບມື້ນັບດີຂຶ້ນ, ລັດຖະບານລາວ ກໍຄື ປະຊາຊົນລາວ ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງທ່ານທູດໄລຍະຜ່ານມາ, ທ່ານແມ່ນນັກການທູດຜູ້ທີ່ມີຄວາມຫ້າວຫັນ ໃນການສືບຕໍ່ເສີມສ້າງສາຍພົວພັນມິດຕະພາບໃນການຮ່ວມມືທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ລາວ-ຣັດເຊຍ, ຣັດເຊຍ-ລາວ ກໍຄື ປະຊາຊົນ ສອງຊາດ ລາວ-ຣັດເຊຍ ຍາມໃດກໍໃຫ້ການອຸ້ມຊູ-ຊ່ວຍເຫຼືອລັດຖະບານລາວ ກໍຄື ປະຊາຊົນລາວ ສະເໝີມາ. ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພັນ ຣັດເຊຍ (Russian Federation) ໄດ້ສ້າງຕັ້ງ ສາຍພົວພັນການທູດນຳກັນ ໃນວັນທີ 7 ຕຸລາ 1960 (ສືບຕໍ່ນັບຈາກ ອະດີດສະຫະພາບໂຊວຽດ). ສປປ ລາວ ແລະ ສ. ຣັດເຊຍ ໄດ້ສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ-ລາວ ນໍາກັນໃນປີ 1965. ສອງຝ່າຍໄດ້ລົງນາມສົນທິສັນຍາພື້ນຖານວ່າດ້ວຍການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ໃນວັນທີ 9 ມີນາ 1994 (ມີຜົນບັງຄັບໃຊ້ໃນວັນທີ 8 ກຸມພາ 1995). ມາເຖິງປັດຈຸບັນ ລາວ-ຣັດເຊຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມ ມືອັນດີງາມ, ຖືເອົາ ຣັດເຊຍ ເປັນປະເທດເພື່ອນມິດໃກ້ຊິດ ແລະ ໄດ້ໃຫ້ຄວາມສໍາຄັນຕໍ່ການເປັນຄູ່ຮ່ວມມືຍຸດ ທະສາດດ້ານຄວາມໝັ້ນຄົງໃນພາກພື້ນ ອາຊີ-ປາຊິຟິກ ທີ່ໄດ້ຮັບຮອງເອົາໃນວັນທີ 13 ຕຸລາ 2011. ຣັດເຊຍ ຖືວ່າ ສປປ ລາວ ເປັນປະເທດເພື່ອນມິດທີ່ໄວ້ເນື້ອເຊື່ອໃຈທີ່ສຸດໃນ ອາຊຽນ. ໃນປີ 2020 ຜ່ານມາ ສອງຝ່າຍໄດ້ ຮ່ວມກັນສະຫຼອງວັນຄົບຮອບ 60 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ຄົບຮອບ 55 ປີ ແຫ່ງການສ້າງຕັ້ງສະມາຄົມມິດຕະພາບ ລາວ-ຣັດເຊຍ-ລາວ ແລະ ໃນປີ 2024 ສອງຝ່າຍໄດ້ແລກປ່ຽນ ສານຊົມເຊີຍໃນລະດັບລັດຖະມົນຕີຕ່າງປະເທດ ເນື່ອງໃນໂອກາດວັນຄົບຮອບ 30 ປີ ແຫ່ງ ການລົງນາມສົນທິສັນຍາ ວ່າດ້ວຍ ພື້ນຖານການພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ. ລາວ-ຣັດເຊຍ ໄດ້ມີມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ບົນພື້ນຖານສົນທິສັນຍາວ່າ ດ້ວຍການການພົວພັນມິດຕະພາບ, ການເປັນຄູ່ຮ່ວມມືຍຸດທະສາດດ້ານຄວາມໝັ້ນຄົງຢູ່ໃນພາກພື້ນ ອາຊີ-ປາຊີຟິກ, ເຂົ້າອົກເຂົ້າໃຈ, ໄວ້ເນື້ອເຊື່ອໃຈ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ຣັດເຊຍ ຍັງ ຢືນຢັນ ຈະສືບຕໍ່ສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ, ໂດຍສະເພາະການຮ່ວມມືດ້ານ ອຸປະກອນ ແລະ ເຕັກນິກການທະຫານ, ສ້າງບຸກຄະລາກອນ, ເສີມຂະຫຍາຍການຮ່ວມມືທາງດ້ານ ເສດຖະກິດ-ການຄ້າ, ການລົງທຶນ, ການສຶກສາ, ສາທາລະນາສຸກ, ການທ່ອງທ່ຽວ, ແລະ ດ້ານອື່ນໆ.
![]() |
ຈາກນັ້ນ, ທ່ານ ວະລາເມຍ ກາລີນິນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ການຕ້ອນຮັບໃນຄັ້ງນີ້ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການໃຫ້ຄວາມຮ່ວມມື, ຊ່ວຍເຫຼືອໃນການມາປະຕິບັດໜ້າທີ່ການເປັນທູດຈົນໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໂອກາດດຽວກັນ, ທ່ານ ນາງປານີ ຢາທໍ່ຕູ້ ໄດ້ອວຍໄຊໃຫ້ພອນອັນປະເສີດ ແດ່ ທ່ານທູດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ, ຄອບຄົວ ແລະ ໜ້າທີ່ການງານໃໝ່ຂອງທ່ານ, ຂໍໃຫ້ທ່ານເດີນທາງກັບຄືນສູ່ປະເທດດ້ວຍຄວາມສະຫວັດດີພາບ. ຂ່າວ-ພາບ: ຍຸພິນທອງ


ຄໍາເຫັນ