ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ມົງໂກລີ

ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ມົງໂກລີ
   (ສພຊ) ຕອບສະໜອງການເຊື້ອເຊີນຂອງທ່ານ ເມິງຄບາທາຣ ລັກຄະວາ ຮອງປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ແລະ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ-ມົງໂກລີ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດ. ໃນວັນທີ 15 ມີນາ 2024 ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ມົງໂກລີ ຢ່າງເປັນທາງການ.
ໃນຕອນເຊົ້າວັນທີ 16 ມີນາ ຜ່ານມາ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ມີການພົບປະສອງຝ່າຍກັບ ທ່ານ ເມິງຄບາທາຣ ລັກຄະວາ ຮອງປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ.
ທ່ານຮອງປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ໄດ້ສະແດງຄວາມຕ້ອນຮັບອັນອັບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນໃຫ້ແກ່ການເພີ່ມພູນຄູນສ້າງສາຍພົວພັນຮ່ວມມືທີ່ມີມູນເຊື້ອມາເປັນເວລາ 60 ກວ່າປີ ໃຫ້ນັບມື້ນັບມີປະສິດທິຜົນຍິ່ງໆຂຶ້ນ ແລະ ໄດ້ລາຍງານໃຫ້ຄະນະຊາບກ່ຽວກັບບັນດາຜົນສໍາເລັດໃນການພັດທະນາດ້ານເສດຖະກິດຂອງມົງໂກລີ ໃນໄລຍະຜ່ານມາ.
ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຮູ້ສຶກເປັນກຽດຢ່າງສູງທີ່ໄດ້ມີໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ປະເທດມົງໂກລີເປັນຄັ້ງທຳອິດ ໃນນາມຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຊຸດທີ IX, ຕີລາຄາສູງຕໍ່ຜົນການຮ່ວມມືອັນເປັນມູນເຊື້ອທີ່ດີ ລະຫວ່າງ ລາວ-ມົງໂກລີ ເວົ້າລວມ, ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດ, ນອກຈາກນີ້ ຍັງໄດ້ແຈ້ງສະພາບທີ່ພົ້ນເດັ່ນ ໃນການພັດທະນາເສດຖະກິດຂອງ ສປປ ລາວ ໃຫ້ຝ່າຍມົງໂກລີ ໄດ້ຮັບຊາບ, ພ້ອມທັງໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງຈິງໃຈຕໍ່ຜົນສໍາເລັດອັນ ໃຫຍ່ຫຼວງທີ່ປະຊາຊົນມົງໂກລີ ຍາດມາໄດ້ຕະຫຼອດໄລຍະຜ່ານມາ ຊຶ່ງເຫັນໄດ້ເສດຖະກິດມີການຂະຫຍາຍຕົວ, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງມົງໂກລີ ຂະຫຍາຍຕົວໃນອັດຕາ 6,8% ໃນປີ 2023, ຖານະບົດບາດຂອງມົງໂກລີ ນັບມື້ນັບພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ໃນໂລກ. ຫຼັງຈາກນັ້ນ, ທ່ານ ນາງ ສູນທອນ ໄຊຍະຈັກ ແລະ ທ່ານ ເມິງຄບາທາຣ ລັກຄະວາ ໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມ ໃນບົດບັນທຶກມອບ-ຮັບເຄື່ອງເຟີນີເຈີ ຂອງຂວັນຈາກສະພາແຫ່ງຊາດ ແຫ່ງ ສປປ ລາວ ມອບໃຫ້ແກ່ສະພາຄູຣານໃຫຍ່ ແຫ່ງ ມົງໂກລີ, ໂດຍຜູ້ລົງນາມຝ່າຍລາວແມ່ນ ທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ແຫ່ງ ສປປ ລາວ, ຝ່າຍມົງໂກລີ ແມ່ນ ທ່ານ ຊ. ບັດບາທາຣ ຮອງຫົວໜ້າຫ້ອງວ່າການສະພາຄູຣານໃຫຍ່ ແຫ່ງ ມົງໂກລີ.
ໃນຕອນເຊົ້າຂອງວັນດຽວກັນ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ກອມບໍຈາວ ຊັງຕັງຊາທາຣ ປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ຊຶ່ງທ່ານປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ໄດ້ສະແດງຄວາມຕ້ອນຮັບອັນອັບອຸ່ນຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງທ່ານຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໃນຄັ້ງນີ້ ທັງໄດ້ຕີລາຄາສູງຕໍ່ມູນເຊື້ອການພົວພັນຮ່ວມມືລະຫວ່າງ 2 ປະເທດ ກໍຄືລະຫວ່າງອົງການນິຕິບັນຍັດຂອງ 2 ປະເທດ ຕະຫຼອດໄລ ຍະຜ່ານມາ.
ທ່ານຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ອົບອຸ່ນ, ສະໜິດສະໜົມ ຂອງປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ຊຶ່ງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນສະພາແຫ່ງຊາດ ແຫ່ງ ສປປ ລາວ ຄັ້ງນີ້ ເປັນການປະກອບສ່ວນເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອດີງາມລະຫວ່າງປະຊາຊົນ 2 ຊາດພວກເຮົາ; ທ່ານຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນປະເສີດຈາກ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄປຍັງທ່ານປະທານສະພາຄູຣານໃຫຍ່; ທ່ານໄດ້ສະແດງຄວາມຊົມເຊີຍທີ່ໄດ້ເຫັນຜົນສຳເລັດຮອບດ້ານໃນການພັດທະນາປະເທດມົງໂກລີ ອັນໄດ້ເຮັດໃຫ້ໃບໜ້າຂອງປະເທດຊາດມີການປ່ຽນແປງຢ່າງຫຼວງຫຼາຍ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການປັບປຸງດີຂຶ້ນ, ບົດບາດອິດທິພົນຂອງປະເທດມົງໂກລີໃນເວທີພາກພື້ນ ແລະ ສາກົນ ນັບມື້ນັບສູງຂຶ້ນ.
ທ່ານຮອງປະທານສະພາແຫ່ງຊາດລາວ ຍັງໄດ້ລາຍງານກ່ຽວ ກັບການພົບປະກັບທ່ານຮອງປະທານສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ຊຶ່ງທັງສອງຝ່າຍໄດ້ມີການປຶກສາຫາລື ແລະ ແລກປ່ຽນບົດຮຽນກັນຫຼາຍບັນຫາ ແນໃສ່ຊຸກຍູ້ ແລະ ສົ່ງເສີມການພົວພັນຮ່ວມມືຊຶ່ງກັນ ແລະ ກັນໃນຂົງເຂດນິຕິບັນຍັດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ; ທ່ານຮອງປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ສະໜັບສະໜູນຂອງປະຊາຊົນມົງໂກລີ ໃຫ້ແກ່ປະຊາຊົນລາວ ຕະຫຼອດໄລຍະຜ່ານມາ.
ຂ່າວ-ພາບ: ສະພາແຫ່ງຊາດ

ຄໍາເຫັນ

ຂ່າວການຮ່ວມມື

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 108,610 ໂດລາ ເພື່ອປະຕິບັດໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນພາຍໃຕ້​ໂຄງ​ການຊ່ວຍເຫຼືອຂັ້ນ​ຮາກ​ຖານ (GGP) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3 ບ້ານເປົ້າໝາຍ.
ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ປີນີ້ເປັນປີຄົບຮອບ 90 ປີແຫ່ງໄຊຊະນະຂອງການເດີນທັບທາງໄກຂອງກອງທັບແດງກໍາມະກອນຊາວນາຈີນ. ໃນຖານະທີ່ເປັນມະຫາກາບແຫ່ງການເອົາຊະນະຄວາມຫຍຸ້ງຍາກທີ່ສັ່ນສະເທືອນໂລກໃນປະຫວັດສາດມະນຸດສະໄໝໃໝ່,ການເດີນທັບທາງໄກໄດ້ກ້າວຂ້າມຂອບເຂດຂອງປະເທດດຽວ ແລະ ສ້າງແກ່ນສານຈິດໃຈແຫ່ງຄວາມເປັນເອກະລາດ,​ ເປັນເຈົ້າຕົນເອງ, ປະຕິບັດຕົວຈິງ, ການຝັງຮາກເລິກໃນປະຊາຊົນ ແລະ ການບຸກບືນຢ່າງໜຽວແໜ້ນ, ກາຍເປັນຊັບສົມບັດທາງຈິດໃຈຮ່ວມຂອງມວນມະນຸດ.
ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ເພື່ອ​ຫວນ​ຄືນ​ມູນເຊື້ອ​ອັນ​ພິລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ຂອງ​ກອງທັບ​ແດງ​ວິລະ​ຊົນ ພາຍ​ໃຕ້​ການ​ນຳພາ​ໂດຍ​ກົງ ແລະ ເດັດຂາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຄື່ອນ​ທັບ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ແລະ ໃນ​ທີ່​ສຸດ​ກໍ​ສາມາດ​ໄປ​ເຖິງ​ຈຸດ​ທີ່​ໝັ້ນ​ຂອງ​ຕົນ​ໄດ້​ຢ່າງ​ມີ​ໄຊ.
ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ໂຄງການໃຈປະສານໃຈຢຸນໜານ ມອບກ່ອງຮັບສັນຍານໂທລະພາບດີຈີຕອນໃຫ້ສອງບ້ານ

ພິທີມອບ-ຮັບກ່ອງຮັບສັນຍານໂທລະພາບດີຈີຕອນຈໍານວນ 630 ຊຸດໃນໂຄງການໂທລະພາບດີຈີຕອນລາວເຂົ້າເຖິງໝູ່ບ້ານໃຫ້ບ້ານທົ່ງມັ່ງ ແລະ ບ້ານນາແຄ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນວັນທີ 16 ຕຸລາຜ່ານມາ, ໃຫ້ກຽດມອບໂດຍທ່ານນາງ ຢາງເຊິ່ງ ຜູ້ກວດກາຂັ້ນສອງຂອງສະມາຄົມມິດຕະພາບປະຊາຊົນແຂວງຢຸນນານ ກັບຕ່າງປະເທດ ແລະ ຮັບໂດຍນາຍບ້ານທົ່ງມັ່ງ ແລະ ນາຍບ້ານນາແຄ ໂດຍມີທ່ານ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາຄະນະໂຄສະນາອົບຮົມສູນກາງພັກ, ມີບັນດາແຂກຖືກເຊີນພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ຊາວໜຸ່ມລາວ-ຫວຽດນາມ ຊຸກຍູ້ 4 ທິດທາງ ຮັດແໜ້ນການຮ່ວມມືໃຫ້ເປັນຮູບປະທຳ

ວັນທີ 20 ຕຸລານີ້, ຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ (ສຊປລ) ນຳພາໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ພົບປະເຮັດວຽກສອງຝ່າຍ ກັບຄະນະຜູ້ແທນຂັ້ນສູງ ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ ສສ ຫວຽດນາມ, ໂດຍມີສະຫາຍ ບຸ່ຍ ກວາງ ຮຸ່ຍ ກຳມະການສູນກາງພັກ ກອມມູນິດຫວຽດນາມ ຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເລຂາທີ 1 ຄະນະບໍລິຫານງານສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ພ້ອມຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.
ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ກອງປະຊຸມສົ່ງເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2

ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນສົມທົບກັບສະມາຄົມແລກປ່ຽນ ອຸດສາຫະກຳ ແລະ ວັດທະນະທຳເກົາຫຼີ - ລາວ (KLICEA), ສະພາການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ ແລະ ສະຖາບັນພັດທະນາວິສາຫະກິດເອເນີຈີວັລເລ (EVEDI) ໄດ້ຈັດກອງປະຊຸມສົ່ງ ເສີມການລົງທຶນ ແລະ ທຸລະກິດລາວ - ສ ເກົາຫຼີ ຄັ້ງທີ 2 ຂຶ້ນໃນວັນທີ 21 ຕຸລານີ້ ທີ່ໂຮງແຮມຮໍລິ ເດອິນແອນສະວີດ ນະຄອນຫຼວງວຽງຈັນ ໂດຍມີພາກສ່ວນລັດ ແລະ ພາກທຸລະກິດຂອງສອງປະເທດ ເຂົ້າຮ່ວມ.
ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ສປປ ລາວ ປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025

ລັດຖະບານແຫ່ງ ສປປ ລາວ ໄດ້ຈັດພິທີປະກາດຜົນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂຶ້ນຢ່າງເປັນທາງການ ໃນວັນທີ 20 ຕຸລານີ້, ທີ່ຫໍປະຊຸມແຫ່ງຊາດ ນະ ຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດ ຖະມົນຕີກະຊວງການເງິນ ທັງເປັນປະທານ ຄະນະຊີ້ນຳລະດັບຊາດ ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025, ໂດຍມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານຈາກບັນດາກະຊວງ, ອຳ ນາດການປົກຄອງທ້ອງຖິ່ນ, ອົງການສະຫະປະຊາຊາດ, ຄູ່ຮ່ວມພັດທະນາ, ສະຖານທູດ, ແຂກຖືກເຊີນເຂົ້າຮ່ວມ.
ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ຍົກລະດັບທັກສະການນຳພາ-ຄຸ້ມຄອງສື່ມວນຊົນໃຫ້ພະນັກງານລາວ ທີ່ ສສ ຫວຽດນາມ

ໂດຍປະຕິບັດຕາມ ຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເຫັນດີອະນຸມັດໃຫ້ພະ ນັກງານໄປຝຶກອົບຮົມວຽກງານຄຸ້ມຄອງສື່ມວນຊົນໄລຍະ 2 ເດືອນ ຢູ່ ສສ ຫວຽດນາມ ປະຈຳປີ 2026 ລະຫວ່າງວັນທີ 18/10-12/12/ 2026 ຈຳນວນ 20 ທ່ານ ຍິງ 6 ທ່ານ. ພິທີເປີດຊຸດຝຶກອົບຮົມຢ່າງເປັນທາງການຈັດຂຶ້ນໃນວັນທີ 19 ຕຸລາຜ່ານມາ, ທີ່ສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ ໃຫ້ກຽດເປັນປະທານກ່າວເປີດໂດຍທ່ານ ຟ້າມ ມີງເຊີນ ຫົວໜ້າສະຖາບັນສື່ມວນຊົນ-ໂຄສະນາ ສສ ຫວຽດນາມ, ມີທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ ໃນນາມຫົວໜ້າຄະນະ, ທ່ານ ວັນເພັງ ໄຟຍະມາດ ເລຂາເອກສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄູ-ອາ ຈານ ແລະ ສໍາມະນາກອນເຂົ້າຮ່ວມ.
CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

CMG ຈັດກິດຈະກໍາສາຍຮູບເງົາສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ຢູ່ນະຄອນຊຽງຮຸ່ງ ກິ່ງແຂວງສິບສອງພັ່ນນາ ແຂວງຢຸນນານຈີນ

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 17 ຕຸລາ ຜ່ານມານີ້, ສູນອາຊີ-ອາຟຣິກາ ແລະ ສະຖານີຢຸນນານຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ຮ່ວມກັນຈັດກິດຈະກໍາ “ສາຍຮູບເງົາກາງແຈ້ງ” ສໍາລັບການເຄື່ອນໄຫວລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ - ລາວ - ມຽນມາ - ໄທ ຢູ່ທ່າເຮືອວຽກງານຕໍາຫຼວດຈິງຮ່າ ນະຄອນຊຽງຮຸ່ງ ກິ່ງແຂວງປົກຄອງຕົນເອງເຜົ່າລື້ ແຂວງຢຸນນານ ຈີນ. ເຈົ້າໜ້າທີ່ປະຕິບັດກົດໝາຍ 200 ກວ່າທ່ານທີ່ເຂົ້າຮ່ວມການລາດຕະເວນປະຕິບັດກົດໝາຍຮ່ວມຕາມລໍາແມ່ນໍ້າຂອງຈີນ-ລາວ-ມຽນມາ-ໄທ ໄດ້ເຕົ້າໂຮມກັນຢູ່ແຄມແມ່ນໍ້າລ້ານຊ້າງ ແລະ ຊົມຮູບເງົາ 8K ເລື່ອງ “ຢູ່ນອກປ່ອງຢ້ຽມແມ່ນດາວເຄາະສີຟ້າ” ທີ່ຖ່າຍທໍາໂດຍ CMG. ແນວຄິດປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດທີ່ ຮູບເງົາເລື່ອງນີ້ນໍາ ສະເໜີໄດ້ສ້າງຄວາມຮູ້ສຶກຮ່ວມກັນຢ່າງເລິກເຊິ່ງໃນຜູ້ຊົມທີ່ເຂົ້າຮ່ວມກິດຈະກໍາດັ່ງກ່າວ.
ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ຍີ່ປຸ່ນ ຊ່ວຍເຫຼືອຍົກລະດັບໂຮງໝໍນ້ອຍໃນແຂວງໄຊຍະບູລີ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 109,000 ໂດລາ ເພື່ອປະຕິບັດ “ໂຄງ ການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້​ໂຄງ​ການຊ່ວຍເຫຼືອ​ຂັ້ນ​ຮາກ​ຖານ(GGP); ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ.
ເພີ່ມເຕີມ