ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ

ຮອງປະທານສນຊຕ້ອນຮັບ ຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ  ຫວຽດນາມ
ສະຫາຍຈ້ຽວຕ່າຍວິງຮອງຫົວໜ້າຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍນາງອິນລາວັນແກ້ວບຸນພັນຮອງປະທານສູນກາງ ແນວລາວສ້າງຊາດຜູ້ປະຈໍາການ (ສນຊ) ໃນວັນທີ 19 ພະຈິກນີ້ທີ່ ສນຊ.
ຮອງປະທານສນຊຕອນຮບ ຄະນະໂຄສະນາສກສາແລະຂນຂວາຍປະຊາຊນສນກາງພກກອມມນດ ຫວຽດນາມ - image 1
 

ສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວໃນຄັ້ງນີ້,ພ້ອມແຈ້ງບາງສະພາບ ແລະວຽກງານທີ່ພັກ,ລັດແລະສນຊຫາກໍສໍາເລັດຜ່ານມາ.ຊຶ່ງຜົນງານລ້ວນແຕ່ຕິດພັນກັບຄວາມສາມັກພິເສດລາວ-ຫວຽດນາມ, ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນຕະຫຼອດໃນໄລຍະຕໍ່ສູ້ກູ້ຊາດແລະໄລຍະສ້າງສາ ພັດທະນາປະເທດຊາດ, ຊຶ່ງຍາມໃດສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັນບໍ່ສາມາດຕັດແຍກອອກຈາກກັນໄດ້,ສິ່ງສໍາຄັນແມ່ນມະຫາສາມັກຄີ,ກ້ອນກໍາລັງແຮງ

ຂອງມະຫາຊົນເຂົ້າຮ່ວມຂົງເຂດໂຄສະນາສຶກສາຂົນຂວາຍປະຊາຊົນແລະແນວໂຮມໄດ້ເຮັດວຽກຢ່າງຕັ້ງ

ໜ້າລົງເຖິງຮາກຖານການເມືອງຢ່າງແທ້ຈິງ.ສະຫາຍນາງອິນລາວັນແກ້ວບຸນພັນຍັງໄດ້ລາຍງານວຽກຈຸດສຸມໃນຕໍ່ໜ້າໃຫ້ຄະນະຜູ້ແທນໄດ້ຮັບຊາບ. ທັງສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ແລະ ຂອບໃຈຢ່າງຈິງໃຈ ຕໍ່ພັກ,ລັດຖະບານແລະປະຊາຊົນຫວຽດນາມອ້າຍນ້ອງກໍຄືຄະນະໂຄສະນາສຶກສາແລະຂົນຂວາຍປະຊາຊົນສູນກາງ ພັກກອມມູນິດຫວຽດນາມ ທີ່ໄດ້ສະໜັບສະໜູນຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນຕະຫຼອດໄລຍະທີ່ຜ່ານມາ.ສະເພາະ2021-2025ໄດ້ຊ່ວຍສ້າງບຸກຄະລາກອນໂດຍເຊື້ອເຊີນພະນັກງານແນວລາວສ້າງຊາດ ທັງຂັ້ນສູນກາງ ແລະ ທ້ອງຖິ່ນໄປຝຶກອົບຮົມແລະເຂົ້າຮ່ວມກອງປະຊຸມໃນຫົວຂໍ້ຕ່າງໆແລະລາຍງານແຜນໄປຖອດຖອນບົດຮຽນ

ແລະການຮ່ວມມືໃນຕໍ່ໜ້າ.ພ້ອມນັ້ນ,ສະເໜີໃຫ້ສືບຕໍ່ການຮ່ວມມື ໄລຍະປີ 2026-2030 ຕື່ມອີກ.

ສະຫາຍ ຈ້ຽວ ຕ່າຍ ວິງ ໄດ້ກ່າວສະແດງຄວາມຂອບໃຈນໍາສະຫາຍ ນາງ ອິນລາວັນ ແກ້ວບຸນພັນ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງເຫັນດີເປັນເອກະພາບຕໍ່ການລາຍງານນັ້ນ. ພ້ອມຈະສືບຕໍ່ໃຫ້ການພົວພັນຮ່ວມມື, ຊ່ວຍເຫຼືອໃນວຽກງານຕ່າງໆໃນຕໍ່ໜ້າ.

ສະຫາຍນາງອິນລາວັນແກ້ວບຸນພັນຍັງກ່າວອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ແຕກດອກອອກຜົນຈະເລີນງອກງາມຕະຫຼອດກາລະນານ.

(ຂ່າວ-ພາບ: ວັນເພັງ)

ຄໍາເຫັນ

ຂ່າວການຮ່ວມມື

ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ກອງປະຊຸມພົບປະສອງຝ່າຍ ສປປ ລາວ ແລະ ສປ ຈີນ

ໃນວັນທີ 13 ພະຈິກ ຜ່ານມານີ້ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະຜູ້ແທນ ຈາກ ສປປ ລາວ ຈາກບັນດາກົມວິຊາການທີ່ກ່ຽວຂ້ອງ ຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງສາທາລະນະສຸກ, ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມ ພົບປະ ກັບ ທ່ານ Zhao Zenglian ຮອງລັດຖະມົນຕີ ອົງການຄຸ້ມຄອງພາສີ ແຫ່ງ ສປຈີນ ພ້ອມດ້ວຍ ກົມກ່ຽວຂ້ອງເຂົ້າຮ່ວມ. ການພົບປະສອງຝ່າຍດັ່ງ ໄດ້ຈັດຂຶ້ນໃນລະຫວ່າງການເຂົ້າຮ່ວມກອງປະຊຸມລັດຖະມົນຕີ ອາຊຽນ-ຈີນ ກ່ຽວກັບ ວຽກງານ ສຸຂານາໄມ ແລະ ສຸຂານາໄມພືດ (SPS) ຄັ້ງທີ 9 (The 9th China-ASEAN Ministerial Meeting on Sanitary and Phytosanitary (SPS) Cooperation) ທີ່ ນະຄອນຊົງຊິງ, ສປ.ຈີນ.
ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ຫົວໜ້າ ຄອສພ ຕ້ອນຮັບຄະນະຜູ້ແທນຫວຽດນາມ

ສະຫາຍ ຄໍາພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໃນວັນທີ 19 ພະຈິກນີ້ທີ່ ຄອສພ. ໃນໂອກາດມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 16-19 ພະຈິກ 2025.
ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສຂຈ ຕ້ອນຮັບຮອງເຈົ້າຄອງນະຄອນຄຸນໝິງສປ ຈີນ

ສະຖາບັນຂົງຈື (ສຂຈ)ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດພິທີຕ້ອນຮັບຄະນະຜູ້ແທນຈາກນະຄອນຄຸນມິງ ແຂວງຢຸນນານ ສປ ຈີນ ນຳໂດຍທ່ານ Wang Yunlin ຮອງເຈົ້ານະຄອນຄຸນໝິງພ້ອມດ້ວຍຄະນະເດີນທາງມາເຄື່ອນໄຫວຢ້ຽມຢາມສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດໃນວັນທີ 18 ພະຈິກນີ້ ເປັນກຽດຕ້ອນຮັບໂດຍທ່ານ ສິນທະວອນ ດາລາວົງ ຮອງຜູ້ອຳນວຍການໃຫຍ່ ມຊ, ມີທ່ານ ຄຳຮຸ່ງ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈື ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ຮອງປະທານປະເທດ ພົບປະກັບ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,​ ສົມເດັດ ເຈົ້າຍິງ ໄອໂກະ ແຫ່ງ ປະເທດຍີ່ປຸ່ນ ໄດ້ສະເດັດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 21 ພະຈິກ 2025.
ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ສະຫຼອງ ຄົບຮອບ50 ປີ ແຫ່ງສາຍພົວພັນການທູດ ລາວ-ໂຮນລັງ

ໃນຕອນຄໍ່າຂອງວັນທີ 17ພະຈິກ 2025, ທີ່ ໂຮງແຮມ ເສດຖາ ປາລາສ, ນະຄອນຫຼວງວຽງຈັນ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 50 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ​ຣາ​ຊະ​ອາ​ນາ​ຈັກໂຮນລັງຂຶ້ນຢ່າງເປັນທາງການ,ໂດຍການເປັນເຈົ້າພາບຮ່ວມຂອງ ທ່ານ ໄມທອງ ທໍາມະວົງສາ,ຮັກສາການລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ແລມ​ໂກ ​ຟົງ ໄວຄາ​ເດິນ (Remco VAN WIJNGAARDEN),ເອກອັກຄະລັດຖະທູດ ແຫ່ງ ຣາ​ຊະ​ອາ​ນາ​ຈັກໂຮນລັງປະຈຳສປປລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ປະເທດໄທ,ຕາງໜ້າລັດຖະບານ ແຫ່ງ ຣາ​ຊະ​ອາ​ນາ​ຈັກ ໂຮນລັງ, ມີບັນດາທູຕານຸທູດຕ່າງປະເທດ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ.
ທ່ຽວຫຼວງພະບາງ ເມືອງມໍລະດົກໂລກ

ທ່ຽວຫຼວງພະບາງ ເມືອງມໍລະດົກໂລກ

ວັນທີ 17 ພະຈິກຜ່ານມານີ້,ສະຫາຍລາວປາວຊົ່ງນະວົງໄຊຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ນໍາພາສະຫາຍ ຈ້ຽວ ຕ່າຍ ວິງ ຮອງຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະຢ້ຽມຢາມ ແລະ ທ່ອງທ່ຽວແຂວງຫຼວງພະບາງ ເມືອງມໍລະດົກໂລກ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ຣັດເຊຍ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ຣັດເຊຍ

ໃນວັນທີ 15 ພະຈິກ 2025,ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫຼືອ ພັນດານຸວົງ,ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈໍາຂອງເວທີປຶກສາຫາລືຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດໃນສະໄໝໃໝ່ຂອງລັດທິລ່າເມືອງຂຶ້ນແບບໃໝ່“ເພື່ອເສລີພາບຂອງບັນດາຊາດ”ຄຽງຄູ່ກັບກອງປະຊຸມສຳມະນາສາກົນ ບຣິກ-ເອີຣົບ"BRICS-Europe"ຊຶ່ງຈັດຂຶ້ນ ທີ່ ເມືອງໂຊຈີ, ສ. ຣັດເຊຍ ໃນລະຫວ່າງວັນທີ14-15ພະຈິກ2025ໂດຍການເປັນເຈົ້າພາບຂອງພັກຣັດເຊຍເອກະພາບ,ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການ ທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມຣິກາລາຕິນຫຼາຍກວ່າ 50ປະເທດເຂົ້າຮ່ວມ.
ປະທານ ສປສສ ເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນຄັ້ງທີ 12 ທີ່ປະເທດສິງກະໂປ

ປະທານ ສປສສ ເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນຄັ້ງທີ 12 ທີ່ປະເທດສິງກະໂປ

ໃນລະຫວ່າງວັນທີ 14 ຫາ 16 ພະຈິກ 2025 ຄະນະຜູ້ແທນຂັ້ນສູງຂອງສານປະຊາຊົນສູງສຸດແຫ່ງ ສປປ ລາວ ນໍາໂດຍ ທ່ານ ນາງ ວຽງທອງ ສີພັນດອນປະທານສານປະຊາຊົນສູງສຸດ(ສປສສ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສະພາປະທານສານສູງສຸດອາຊຽນ ຄັ້ງທີ 12 ແລະ ກອງປະຊຸມອື່ນໆທີ່ປິ່ນອ້ອມ ທີີ່ປະເທດສິງກະໂປ. ເຂົ້າຮ່ວມກອງປະຊຸຸມໃນຄັ້ງນີ້ມີບັນດາທ່ານປະທານສານສູງສຸດ ແລະ ຄະນະຜູ້ແທນ ຈາກ ສປປ ລາວ, ບຣູໄນ, ກໍາປູເຈຍ, ອິນໂດເນເຊຍ, ມາເລເຊຍ, ມຽນມາ, ຟີລິປິນ, ສິງກະໂປ (ເຈົ້າພາບ), ໄທ, ສສ ຫວຽດນາມ ແລະ ຕີມໍເລດສ໌ເຕ (ໃນນາມປະທານສັງເກດການ) ພ້ອມດ້ວຍທ່ານຜູ້ຕາງໜ້າຈາກສໍານັກງານເລຂາທິການໃຫຍ່ອາຊຽນ ແລະ ກອງເລຂາສະພາປະທານສານສູງສຸດອາຊຽນ ເຂົ້າຮ່ວມ.
ກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນຄັ້ງທີ 46

ກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນຄັ້ງທີ 46

ໃນລະຫວ່າງວັນທີ 11-14 ພະຈິກ 2025, ຄະນະຜູ້ແທນສານປະຊາຊົນສູງສຸດແຫ່ງ ສປປ ລາວ (ສປສສ) ນໍາພາຄະນະໂດຍ ທ່ານ ຂຸນສຸວັນ ສຸທໍາມະວົງ, ຮອງປະທານສານປະຊາຊົນສູງສຸດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມກອງປະຊຸມສະພາສະມາຄົມນັກກົດໝາຍອາຊຽນ ຄັ້ງທີ 46 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ທີ່ປະເທດສິງກະໂປ.
ຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຢ້ຽມຢາມ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ

ຜູ້ແທນຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເຂົ້າພົບປະຢ້ຽມຢາມ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ

ສະຫາຍ ຈ້ຽວ ຕ່າຍ ວິງ ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະໄດ້ເຂົ້າພົບປະຢ້ຽມຢາມສະຫາຍ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ໃນວັນທີ 18 ພະຈິກນີ້ ທີ່ຫ້ອງວ່າການປົກຄອງແຂວງໂດຍມີ ສະຫາຍ ລາວປາວຊົ່ງ ນະວົງໄຊ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍພາກສ່ວນກ່ຽຂ້ອງເຂົ້າຮ່ວມ.
ເພີ່ມເຕີມ