ທ່ານນາຍົກລັດຖະມົນຕີຫວຽດນາມ ຖືວ່າວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ ແມ່ນທ່າອ່ຽງຕ້ອງເປັນໄປ, ແມ່ນຂໍ້ກຸນແຈເປີດປະຕູການພັດທະນາບຸກທະລຸ ແລະ ກຳລັງໜູນສຳຄັນໃນການພັດທະນາເສດຖະກິດໂດຍໄວ ແລະ ຍືນຍົງ ຂອງບັນດາປະເທດ.
ທ່ານໃຫ້ຮູ້ວ່າ: ສະຖາບັນບັນດິດວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ຄວນພັດທະນາຢ່າງບຸກທະລຸ, ຢັ້ງຢືນບົດບາດສູນວິທະຍາສາດເຕັກໂນໂລຊີແຖວໜ້າ ຫວຽດນາມ, ຄ່ອຍໆທຽບເທົ່າກັບບັນດາປະເທດກ້າວໜ້າໃນພາກພື້ນ ແລະ ໂລກເທື່ອລະກ້າວ. ດັ່ງນັ້ນ, ຂ້າພະເຈົ້າສະເໜີທິດນຳທີ່ວ່າ: ພູມປັນຍາຢອດຢ້ຽມ - ເປັນເຈົ້າເຕັກໂນໂລຊີ - ການຫັນປ່ຽນຢ່າງແຮງ - ຕິດແທດສະພາບການ - ສ້າງສັນອະນາຄົດ.
ຄໍາເຫັນ