ກົມຂໍ້ມູນແຫ່ງຊາດຈີນແລະພາກສ່ວນອື່ນໆໄດ້ຮ່ວມກັນພິມນຳໃຊ້ “ຄູ່ມືແນະນຳກ່ຽວກັບການສ້າງລະບົບມາດຕະຖານດ້ານຂໍ້ມູນລະດັບຊາດ” ໂດຍໄດ້ສະເໜີວ່າ: ເມື່ອຮອດທ້າຍປີ 2026, ຈະສ້າງລະບົບມາດຕະຖານດ້ານຂໍ້ມູນລະດັບຊາດໃຫ້ສຳເລັດໂດຍພື້ນຖານ, ວາງອອກແລະດັດແກ້ມາດຕະຖານລະດັບຊາດທີ່ສາມາດນຳໃຊ້ທົ່ວໄປໂດຍພື້ນຖານໃນຂົງເຂດຂໍ້ມູນ 30 ກວ່າສະບັບທີ່ປິ່ນອ້ອມພື້ນຖານໂຄງລ່າງຂອງການຈໍລະຈອນແລະນຳໃຊ້ຂໍ້ມູນ,ການຄຸ້ມຄອງຂໍ້ມູນ,ການບໍລິການຂໍ້ມູນແລະດ້ານອື່ນໆ ຊຶ່ງເປັນການຊີ້ນຳທີ່ສຳຄັນໃຫ້ແກ່ການວາງອອກແລະດັດແກ້ມາດຕະຖານທີ່ກ່ຽວຂ້ອງໃນຂົງເຂດຂໍ້ມູນ.
ທ່ານ ສີຈິ້ນຜິງ ປະທານປະເທດຈີນ ກ່າວຄຳປາໄສອວຍພອນປີໃໝ່ 2026
ເນື່ອງໃນໂອກາດປີໃໝ່ສາກົນ 2026 ກຳລັງຈະກ້າວເຂົ້າມາເຖິງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສອວຍພອນປີໃໝ່ ແລະ ສົ່ງຄຳອວຍພອນອັນປະເສີດຈາກນະຄອນຫຼວງປັກກິ່ງເຖິງບັນດາທ່ານ ໂດຍຜ່ານວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະອິນເຕີເນັດ.
ຄໍາເຫັນ