ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ

ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ

ຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ
ໂດຍ: ວັນເພັງ ລັດຖະບານ ກໍຄືຂະແໜງສາທາລະນະສຸກ ພາກສ່ວນກ່ຽວຂ້ອງໃນທົ່ວປະເທດຍາມໃດກໍເຫັນຄວາມສຳຄັນຕໍ່ສຸຂະພາບຂອງປະຊາຊົນ ກໍຄືທຸກໆຄົນໃນສັງຄົມ ໂດຍສະເພາະໃນໄລຍະລະດູຝົນລະຫວ່າງເດືອນມິຖຸນາ ຫາ ເດືອນກັນຍາ ຂອງແຕ່ລະປີພະຍາດທີ່ມັກເກີດຂຶ້ນແມ່ນພະຍາດໄຂ້ຍຸງລາຍ ຈຶ່ງເຮັດໃຫ້ຫຼາຍພາກສ່ວນກ່ຽວຂ້ອງ

 

 ໄດ້ຈັດຂະບວນການປຸກລະດົມຊຸມຊົນເປັນເຈົ້າການເຮັດອະນາໄມ ທໍາລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍຢູ່ໃນຊຸມຊົນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ແນໃສ່ເພື່ອປ້ອງກັນການແຜ່ລະບາດຂອງພະຍາດໄຂ້ຍຸງລາຍໃນໄລຍະດັ່ງກ່າວ ໃຫ້ລົດໜ້ອຍຖອຍລົງເທື່ອລະກ້າວ.

ປັດຈຸບັນເລີ່ມກ້າວເຂົ້າສູ່ລະດູຝົນ, ບາງມື້ອາກາດຮ້ອນອົບເອົ້າ, ບາງມື້ມີຝົນຕົກ ເຮັດໃຫ້ໜ້າດິນມີຄວາມຊຸມຊື່ນ ສິ່ງສຳຄັນຝົນຕົກຍັງພາໃຫ້ເກີດມີນໍ້າອັ່ງ-ຂັງຕາມພາຊະນະຕ່າງໆ ຊຶ່ງເປັນໂອກາດດີ ແກ່ການວາງໄຂ່ຂອງໂຕຍຸງ ພາໃຫ້ເກີດການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ. ສະນັ້ນ, ທົ່ວສັງຄົມຕ້ອງຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍ ໂດຍສະເພາະການກຳຈັດແຫຼ່ງເພາະພັນ ໜອນນໍ້າຍຸງລາຍ ຖ້າບໍ່ມີໜອນນໍ້າ ບໍ່ມີຍຸງລາຍ ບໍ່ມີໄຂ້ຍຸງລາຍ. ວິທີປ້ອງກັນທີ່ດີທີ່ສຸດສໍາລັບການກຳຈັດແຫຼ່ງເພາະພັນຍຸງລາຍ ແມ່ນກໍາຈັດບ່ອນວາງໄຂ່ຂອງຍຸງລາຍ ເປັນຕົ້ນແຫຼ່ງທີ່ຢູ່ອາໄສຂອງຍຸງລາຍທີ່ເຮົາຕ້ອງຈໍາກັດມີຄື: ຖ້າຢູ່ໃນເຮືອນ ຕ້ອງກໍາຈັດບ່ອນເພາະພັນຍຸງລາຍຕາມບໍລິເວນຖ້ວຍຮອງຕີນຕູ້, ໂຖດອກໄມ້ ແລະ ຈານຮອງ, ຖັງເກັບນໍ້າໃສ່, ນໍ້າກິນ ຫຼື ຖັງໃນຫ້ອງນໍ້າ, ພາຊະນະທີ່ເປັນຢາງພລາສຕິກ, ກະປ໋ອງ ແລະ ອື່ນໆ. ຖ້າຢູ່ນອກເຮືອນ ຕ້ອງເກັບມ້ຽນ ຫຼື ຖິ້ມກະປ໋ອງທີ່ບໍ່ໄດ້ໃຊ້, ຢາງຕີນລົດເກົ່າ, ພາຊະນະທີ່ບັນຈຸນໍ້າ, ຕົ້ນໄມ້ທີ່ເປັນຮູ ຫຼື ໂກນ, ຂຸມ, ສະຖານທີ່ກໍ່ສ້າງ, ຝຸ້ຍເກັບນໍ້າຝົນ, ເປືອກຫອຍ, ເປືອກໄມ້, ໃບໄມ້ທີ່ສາມາດເປັນບ່ອນເກັບນໍ້າ, ເຮືອ ແລະ ອຸປະກອນອື່ນໆ, ພາຊະນະທີ່ບັນຈຸນໍ້າຝົນ ຫຼື ໃຊ້ສໍາລັບເກັບນໍ້າຄວນຈະປົກປິດ ຫຼື ຖີ້ມໃຫ້ຖືກຕ້ອງ. ສ່ວນພາຊະນະອື່ນໆຄວນຈະບໍ່ໃຫ້ມີນໍ້າຂັງຕ້ອງອະນາໄມ ແລະ ຮຸກຖູ ເພື່ອກຳຈັດໄຂ່ຍຸງ ຢ່າງໜ້ອຍອາທິດລະຄັ້ງ. ໃນຄວາມເປັນຈິງການມີສ່ວນຮ່ວມຂອງຊຸມຊົນແມ່ນເປັນມາດຕະການປ້ອງກັນທີ່ສໍາຄັນ ທຸກໆຄອບຄົວມີເປົ້າໝາຍໃນການລົດຄວາມໜາແໜ້ນຂອງຍຸງລາຍ ກໍຈະສາມາດລົດອັດຕາການຕິດເຊື້ອ ຫຼື ຢຸດການສົ່ງເຊື້ອພະຍາດດັ່ງກ່າວໄດ້. ພ້ອມນັ້ນ, ເພື່ອປ້ອງກັນພະຍາດໄຂ້ຍຸງລາຍ ທີ່ສັງຄົມຍັງເຮັດໄດ້ຄືການປະຕິບັດຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຄື: ປິດ ຝາພາຊະນະທີ່ເກັບນໍ້າໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາວາງໄຂ່ໃສ່; ປ່ຽນນໍ້າ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້, ຖ້ານຮອງຈາກນໍ້າ ແລະ ອື່ນໆ; ປ່ອຍ ປາຫາງນົກຍຸງ ເພື່ອກິນໜອນນໍ້າ; ປັບປຸງ ບໍ່ໃຫ້ມີນໍ້າຄ້າງຂັງກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ຝາຕຸກນໍ້າ; ປະຕິບັດ ເປັນປະຈຳທຸກໆອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ໂຮງໝໍ ຫຼື ໂຮງໝໍໃກ້ບ້ານທ່ານ. ມາຮອດວັນທີ 25 ພຶດສະພາ 2025 ທົ່ວປະເທດມີຜູ້ຕິດເຊື້ອພະຍາດໄຂ້ຍຸງສະສົມ 1,175 ຄົນ ຕິດເຊື້ອໃໝ່ 2 ຄົນ, ບໍ່ມີຜູ້ເສຍຊີວິດ, ສ່ວນແຂວງທີ່ຕິດເຊື້ອພະຍາດໄຂ້ຍຸງຫຼາຍກວ່າໝູ່ແມ່ນນະຄອນຫຼວງວຽງຈັນ 388 ຄົນ, ຫຼວງນໍ້າທາ 143 ຄົນ, ແຂວງເຊກອງ 142 ຄົນ ແລະ ແຂວງອື່ນໆຕາມລໍາດັບ.

ສະຫຼຸບລວມແລ້ວ, ການຮ່ວມແຮງຮ່ວມໃຈກັນຕ້ານພະຍາດໄຂ້ຍຸງລາຍແມ່ນເປັນໜ້າທີ່ຂອງໝົດທຸກຄົນໃນສັງຄົມ, ຖ້າທຸກຄົນມີສະຕິປ້ອງກັນພະຍາດດັ່ງກ່າວ ກໍຈະບໍ່ເກີດຂຶ້ນກັບຕົວທ່ານ, ຄົນທີ່ທ່ານຮັກ, ຄອບຄົວ ແລະ ອື່ນໆ.

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ