ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ຮ່ວມກັນສ້າງຕົວແບບການຮ່ວມມື ລາວ-ຈີນ ໃນການເປັນດ່ານປ້ອງກັນສີຂຽວປະຊາຄົມຮ່ວມຊາຕາກຳແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ

ເອກະສານ​ສະບັບ​ນີ້ ເປັນ​ໝາກຜົນ​ໄລຍະ​ໜຶ່ງຂອງໂຄງການ​ທົ່ວ​ໄປ “ການ​ຄົ້ນຄວ້າ​ປະດິດ​ສ້າງ​ໃໝ່​ຂອງ​ກົນ​ໄກ​ການ​ປະສານ​ງານ ແລະ ພັດທະນາ​ຄວາມ​ປອດ​ໄພ​ຂອງ​ລະບົບ​ນິເວດ​ໃນ​ເຂດ​ແຄວ້ນ​ລະຫວ່າງ ແຂວງ​ຢູນ​ນານ ສປ ຈີນ ກັບ ‘ຫວຽດນາມ, ລາວ, ມຽນ​ມາ’ ” ຂອງ​ສະ​ຖາ​ບັນ​ວິທະຍາສາດ​ປັດ​ສະ​ຍາ​ສັງຄົມ​ແຂວງ​ຢູນ​ນານ.

ເມື່ອການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ ນັບມື້ເພີ່ມທະວີຂຶ້ນ ແລະ ຄວາມຫຼາກຫຼາຍຂອງຊີວະນາໆພັນນັບມື້ປະເຊີນໜ້າກັບສິ່ງທ້າທາຍອັນຂ້ຽວຂາດ, ການພັດທະນາສີຂຽວໄດ້ກາຍເປັນຫົວຂໍ້ສຳຄັນທີ່ ທົ່ວໂລກສົນໃຈຮ່ວມກັນ. ໃນສະ ພາບການສາກົນປັດຈຸບັນ, ການປົກປັກຮັກສາລະບົບນິເວດ ແລະ ການພັດທະນາສີຂຽວຂອງຈີນ ແລະ ລາວ ໄດ້ມີຜົນສຳເລັດອັນພົ້ນເດັ່ນ. ໃນຖານະທີ່ເປັນອົງປະກອບສຳຄັນຂອງ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ການຊຸກຍູ້ສ້າງ “ດ່ານປ້ອງກັນສີຂຽວຂອງການເປັນປະຊາຄົມຮ່ວມຊາ ຕາກຳ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຮ່ວມກັນ” ໄດ້ກາຍເປັນເປົ້າໝາຍຍຸດທະສາດການພັດທະນາແບບຍືນ ຍົງຂອງສອງປະເທດ ລາວ-ຈີນ. ການພັດທະນາສີຂຽວບໍ່ພຽງແຕ່ພົວພັນເຖິງການຮັກສາສິ່ງແວດລ້ອມເທົ່ານັ້ນ, ຫາກຍັງກ້ຽວພັນຢ່າງສະໜິດແໜ້ນກັບການຂະຫຍາຍຕົວຂອງ ເສດຖະກິດ, ຄວາມກ້າວໜ້າຂອງສັງຄົມ ແລະ ການສືບທອດວັດທະນະທຳ. ການຮ່ວມມື ລາວ-ຈີນ ນັ້ນ, ການພັດທະນາສີຂຽວ. ນອກຈາກ ເປັນທາງເລືອກຍຸດທະສາດໃນການຍົກລະດັບຄຸນນະພາບຂອງການພັດທະນາເສດຖະກິດ ແລະ ສັງຄົມພາຍໃນປະເທດແລ້ວ, ຍັງໄດ້ສະແດງໃຫ້ເຫັນທ່າແຮງບົ່ມຊ້ອນການຮ່ວມມືຂອງສອງປະເທດ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຊຸກຍູ້ສ້າງຄວາມສີວິໄລຂອງລະບົບນິເວດ ໂດຍສະເພາະແມ່ນໃນສາມຂົງເຂດສຳຄັນເຊັ່ນ: ການສ້າງແລວລະບົບນິເວດຂ້າມ ແດນ, ການຮ່ວມມືດ້ານຊັບພະຍາກອນນ້ຳ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ການຮ່ວມມືດ້ານເສດ ຖະກິດໝູນວຽນ ແລະ ການຮ່ວມມືຂະແໜງການຜະລິດຮັກສາສິ່ງແວດລ້ອມ, ກໍລະນີສຶກສາຂອງການຮ່ວມມື ລາວ-ຈີນ ໄດ້ມີປະສິດທິຜົນເປັນຕົວແບບໃຫ້ແກ່ການປົກປັກຮັກສາສິ່ງແວດລ້ອມ-ລະບົບນິເວດ ແລະ ການຂະຫຍາຍຕົວຂອງເສດຖະກິດ ສີຂຽວ.

1. ແລວລະບົບນິເວດ ຂ້າມຊາຍແດນ: ຮ່ວມກັນສ້າງດ່ານປ້ອງກັນສີ ຂຽວປົກປັກຮັກສາຄວາມຫຼາກຫຼາຍຂອງລະບົບນິເວດ

ສອງປະເທດ ລາວ-ຈີນ ມີສາຍພູສາຍນ້ຳຕິດຈອດກັນ, ມີລະບົບນິເວດເຊື່ອມຕໍ່ກັນໃນຂົງເຂດການປົກປັກ ຮັກສາຄວາມຫຼາກຫຼາຍຂອງສິ່ງ ແວດລ້ອມນັ້ນມີພື້ນຖານການຮ່ວມ ມືອັນເລິກເຊິ່ງ. ຫຼາຍປີມານີ້, ສອງຝ່າຍໄດ້ຢຶດໝັ້ນທັດສະນະຖືລະບົບນິເວດເປັນບຸລິມະສິດ, ປະສານງານຢ່າງກົມກຽວ, ເອື້ອອຳນວຍແລະ ຮັບໄຊຊະນະຮ່ວມກັນ, ສືບຕໍ່ຊຸກຍູ້ການຮ່ວມມືໃນການປົກປັກຮັກສາລະບົບນິເວດຂ້າມແດນ, ສ້າງເປັນຕາໜ່າງການຮ່ວມມືປົກປັກຮັກສາລະບົບນິເວດຂ້າມແດນໜຶ່ງ ທ່ີ່ມີລັດຖະບານນຳພາ, ມີຫຼາຍຝ່າຍເຂົ້າຮ່ວມ ແລະ ປະສານສົມທົບກັນຊຸກຍູ້ເທື່ອລະກ້າວ, ໄດ້ສະໜອງການຮັບປະກັນອັນໜັກແໜ້ນໃຫ້ແກ່ການປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນາໆພັນ ແລະ ການພັດ ທະນາແບບຍືນຍົງຢູ່ໃນພາກພື້ນ.

ໃນລະດັບລັດຖະບານ, ສອງປະເທດ ລາວ-ຈີນ ໄດ້ປິ່ນອ້ອມກົນໄກການຮ່ວມມືປົກປັກຮັກສາລະບົບນິເວດຂ້າມແດນທີ່ມີຄວາມໝັ້ນ ທ່ຽງ ແລະ ສຸກງອມ. ພາກສ່ວນຂະແໜງການກະສິກຳ, ການປົກປັກຮັກສາລະບົບນິເວດ ແລະ ອົງການສຳຄັນຕ່າງໆຂອງສອງປະເທດໄດ້ຮັກສາການປະສານງານ ແລະ ປະສານສົມທົບກັນຢ່າງໃກ້ຊິດ, ພ້ອມທັງຮ່ວມກັນຊຸກຍູ້ການອອກເອກະສານ ສຳຄັນຕ່າງໆເຊັ່ນ: “ກອບການຮ່ວມມືປົກປັກຮັກາສາຮ່ວມກັນດ້ານຄວາມຫຼາກຫຼາຍຂອງລະບົບນິເວດ ຂ້າມແດນ ລາວ-ຈີນ”, ໄດ້ເປັນການຊີ້ນໍາດ້ານຍຸດທະສາດ ແລະ ການຮັບປະກັນດ້ານລະບອບລະບຽບການທີ່ຈະແຈ້ງໃຫ້ແກ່ການປະຕິບັດງານຮ່ວມກັນຂອງສອງຝ່າຍ. ບົນພື້ນຖານດັ່ງກ່າວ, ສອງຝ່າຍໄດ້ບູລະນະການອອກແບບໂຄງບົນຂອງການປົກປັກຮັກສາລະບົບນິເວດຂ້າມແດນຂອງສອງຝ່າຍໃຫ້ສົມບູນເທື່ອລະກ້າວ, ເຮັດໃຫ້ການຊອກຄົ້ນແລວທາງການພັດທະ ນາໄດ້ກ້າວສູ່ການເປັນລະບຽບການ ແລະ ເປັນສະພາວະປົກກະຕິແຕ່ຫົວທີ.

ໃນພາກປະຕິບັດຕົວຈິງ, ສອງປະເທດ ລາວ-ຈີນ ໄດ້້ສ້າງກົນໄກລະບຽບການທີ່ເລິກເຊິ່ງຂຶ້ນເລື້ອຍໆ, ໄດ້ສ້າງລະບຽບການປຶກສາຫາລືການຄ້າ ແລະ ການລາດຕະເວນປົກປັກຮັກສາຂ້າມແດນເປັນປະຈໍາ. ໃນການປະຕິບັດລາຍລະອຽດຕົວຈິງຂອງອົງການປົກຄອງທ້ອງຖິ່ນ ແລະ ອົງການບໍລິຫານຈັດການເຂດສະຫງວນທຳມະຊາດ ໄດ້ມີບົດບາດຂໍກະແຈສໍາຄັນ, ອົງການຈັດຕັ້ງສາກົນ ແລະ ອົງການທີ່ບໍ່ແມ່ນຂອງລັດຖະບານ ໄດ້ສະໜອງການສະໜັບສະໜູນ ແລະ ການສ້າງຄວາມສາມາດດ້ານເຕັກນິກ. ອົງການບໍລິຫານຈັດການພື້ນທີ່ເຂດສະຫງວນທຳມະຊາດລະດັບຊາດຢູ່ສິບສອງພັນນາ ຈີນ ໄດ້ປະສານງານຢ່າງເປັນປົກກະຕິກັບພາກສ່ວນກະສິກໍາຂອງແຂວງພາກເໜືອລາວທີ່ກ່ຽວຂ້ອງ, ໂດຍໄດ້ປິ່ນອ້ອມຫົວຂໍ້ສໍາຄັນດຳເນີນການຮ່ວມມືຕົວຈິງ ເຊັ່ນ: ການຕິດຕາມວັດແທກລະບົບນິເວດ, ການປົກປັກຮັກສາແນວພັນສັດ-ພືດ, ການປະສານງານໃນການປະຕິບັດກົດໝາຍ ແລະອື່ນໆ, ຮ່ວມກັນເພີ່ມທະວີການບໍລິຫານລະບົບນິເວດຂ້າມແດນ, ຍົກລະດັບການປະສານງານ ແລະ ກຳລັງແຮງໃນການປາບປາມການລ້າສັດ, ການຕັດໄມ້ທໍາລາຍປ່າແບບຜິດກົດໝາຍ, ການຊື້ຄ້າຍສັດປ່າ-ພືດທໍາມະຊາດແບບຜິດກົດໝາຍ ແລະ ດ້ານອື່ນໆ. ກອງທຶນທຳມະຊາດໂລກ, ທະນາຄານພັດທະນາອາຊີ ແລະ ອົງການຕ່າງໆ ໄດ້ສືບຕໍ່ເຂົ້າຮ່ວມໂຄງການກ່ຽວຂ້ອງໃນການປົກປັກຮັກສາແລວລະບົບນິເວດຂ້າມແດນ ແລະ ການປົກປ້ອງສັດປ່າ ນັບແຕ່ໄລຍະກາງຊຸມປີ 2000 ເປັນຕົ້ນມາ, ເຊິ່ງໄດ້ເປັນເສົາຄໍ້າສໍາຄັນໃຫ້ການຮ່ວມມືນັບມື້ເລິກເຊິ່ງຕື່ມອີກ.

ປິ່ນອ້ອມການປົກປັກຮັກສາຊ້າງປ່າອາຊີ ແລະ ສັດອື່ນໆເຄື່ອນຍ້າຍບ່ອນຢູ່ອາໄສຂ້າມແດນນັ້ນ, ສອງປະເທດ ລາວ-ຈີນ ໄດ້ຊອກຄົ້ນ ແລະ ຊຸກຍູ້ການສ້າງແລວລະບົບນິເວດຂ້າມແດນເທື່ອລະກ້າວ. ກ່ອນໜ້ານີ້ໃນປີ 2009, ສອງຝ່າຍໄດ້ດຳເນີນການຮ່ວມມີຢູ່ພື້ນທີ່ໃກ້ຄຽງກັບສິບສອງພັນນາ ແຂວງຢູນນານ ສປ ຈີນ ກັບແຂວງຫຼວງນ້ຳທາ ສປປ ລາວ ໂດຍຖືເອົາການປົກປ້ອງຊ້າງປ່າອາຊີເປັນຈຸດເລີ່ມຕົ້ນ, ຊຸກຍູ້ການຟື້ນຟູການເຊື່ອມຕໍ່ພື້ນທີ່ພັກເຊົາຂອງສັດ. ເມື່ອການຮ່ວມມືນັບມື້ລົງເລິກ, ການຈັດສັນພື້ນທີ່ແລວລະບົບນິເວດຂ້າມແດນໄດ້ຄ່ອຍໆຂະຫຍາຍກວ້າງອອກ, ຈາກເບື້ອງຕົ້ນເຊື່ອມຕໍ່ຢູ່ແຕ່ພື້ນທີ່ສຳຄັນຂອງສິບສອງພັນນາກັບແຂວງຫຼວງນ້ຳທາ, ຄ່ອຍໆຂະຫຍາຍອອກສູ່ເຂດສະຫງວນທຳມະຊາດລະດັບຊາດນ້ຳຮາງຂອງ ລາວ, ພ້ອມທັງໄດ້ກາຍເປັນການພົວພັນລະບົບນິ ເວດຢູ່ພື້ນທີ່ເຂດສະຫງວນທຳມະຊາດເຊັ່ນ: ເມືອງຊ້າງຢົງ, ເມືອງຫຼ້າ ແລະ ບ່ອນອື່ນໆຂອງປະເທດຈີນ.

ຫຼັງຈາກນັ້ນ, ແຂວງຜົ້ງສາລີ, ແຂວງອຸດົມໄຊ ແລະ ພື້ນທີ່ອື່ນໆຈັດເຂົ້າໃນຕາໜ່າງການຮ່ວມມືຕາມລຳດັບ; ນະຄອນຜູເອີ ແຂວງຢູນນານ ສປ ຈີນ ຍັງຖືກຮັບຮູ້ເປັນຂອດເຊື່ອມຕໍ່ລະ ບົບນິເວດສຳຄັນ ຊຶ່ງໄດ້ຄ່ອຍໆເຮັດໃຫ້ແລວລະບົບນິເວດຂ້າມແດນທີ່ຄວບຄຸມເອົາຫຼາຍພາກພື້ນ ແລະ ຫຼາຍຫົວໜ່ວຍປົກປ້ອງໄດ້ກາຍ ເປັນຮູບເປັນຮ່າງຂຶ້ນ, ໄດ້ເປັນການຮັບປະກັນອັນສຳຄັນໃຫ້ແກ່ການເຄື່ອນຍ້າຍຂອງສັດປ່າ-ພືດ ແລະ ລະບົບນິເວດໃນພາກພື້ນມີຄວາມໜັກແໜ້ນຂຶ້ນ.

ພາຍໃຕ້ຂອບ ໜຶ່ງແລວ ໜຶ່ງເສັ້ນທາງ ສອງຝ່າຍ ລາວ-ຈີນ ໄດ້ຍົກລະດັບການແລກປ່ຽນ ແລະ ລະດັບຄວາມເລິກຂອງຖານວາງແຜນການຮ່ວມມືຂ້າມແດນຢ່າງບໍ່ຢຸດຢັ້ງ. ເດືອນສິງຫາ ປີ 2025, ກິດຈະກຳແລກປ່ຽນການປົກປັກຮັກສາຄວາມຫຼາກຫຼາຍຂອງຊີວະນາໆພັນຂ້າມ ແດນຮ່ວມກັນ ລາວ-ຈີນ ໄດ້ຈັດຂຶ້ນຢ່າງສຳເລັດຜົນຢູ່ເມືອງຫຼ້າ ປະເທດຈີນ, ໄດ້ດຳເນີນການປຶກສາຫາລືຢ່າງເລິກເຊິ່ງໃນການປະຕິ ບັດການປົກຮັກສາຮ່ວມ, ການແລກ ປ່ຽນບົດຮຽນປະສົບການ ແລະ ທິດທາງການຮ່ວມມືໃນອະນາຄົດ. ກ່ອນໜ້ານີ້, ປີ 2024, ສອງຝ່າຍ ລາວ-ຈີນ ຍັງໄດ້ຈັດກອງປະຊຸມສຳມະນາແລວລະບົບນິເວດຂ້າມແດນຮ່ວມກັນຢູ່ແຂວງຢູນນານ ສປ ຈີນ ຊຶ່ງໄດ້ສະຫຼຸບສັງລວມຢ່າງເປັນລະບົບຕໍ່ໝາກຜົນການຮ່ວມມືໃນເບື້ອງຕົ້ນ, ພ້ອມທັງໄດ້ບັນລຸຄວາມຮັບຮູ້ຮ່ວມກັນອັນສຳຄັນໃນການບັນລຸເປົ້າໝາຍການສ້າງເຂດສະຫງວນລະບົບນິເວດຂ້າມແດນ ແລະ ການສ້າງແລວລະບົບນິເວດຂ້າມແດນໄລຍະ 10 ປີຕໍ່ໜ້າ ຊຶ່ງໄດ້ເປັນຂີດ ໝາຍວ່າການຮ່ວມມືລະບົບນິເວດຂ້າມແດນ ລາວ-ຈີນ ໄດ້ມີຄວາມຄືບໜ້າດ້ວຍບາດກ້າວໃໝ່ຈາກການຊອກຄົ້ນການປະຕິບັດຕົວຈິງໄປສູ່ການນຳໜ້າດ້ວຍການວາງແຜນ ແລະ ຄືບໜ້າຢ່າງປະສານກົມກຽວ.

ໃນການຈັດຕັ້ງປະຕິບັດໂຄງການເສັ້ນທາງລົດໄຟ ລາວ-ຈີນ ແລະ ໂຄງການກໍ່ສ້າງພື້ນຖານໂຄງລ່າງສຳຄັນອື່ນໆ, ສອງຝ່າຍຍິ່ງຕ້ອງເພີ່ມທະວີເອົາໃຈໃສ່ການພັດທະນາ ແລະ ປົກປັກຮັກສາຢ່າງກວມລວມ. ໃນການວາງແຜນໂຄງການ ແລະ ຂັ້ນຕອນການສ້າງສານັ້ນ, ຜ່ານການສ້າງຂົວ, ອຸມົງ ແລະ ວິທີການອື່ນໆໄດ້ຫຼີກເວັ້ນພື້ນທີ່ເຄື່ອນຍ້າຍ ສຳຄັນຂອງສັດໄດ້ຢ່າງມີປະສິດທິ ຜົນ, ຫຼຸດການສົ່ງຜົນສະທ້ອນຕໍ່ລະບົບນິເວດ ແລະ ການເຄຶື່ອນຍ້າຍຂອງສັດປ່າ, ນຳເອົາທັດສະນະການປົກປັກຮັກສາລະບົບນິເວດ ເຊື່ອມໂຍງເຂົ້າກັບການພັດທະນາຕົວຈິງ, ສະແດງໃຫ້ເຫັນຄວາມຕັດສິນໃຈຮ່ວມກັນຂອງສອງປະເທດ ລາວ-ຈີນ ໃນການຢຶດໝັ້ນການພັດ ທະນາແບບສີຂຽວ, ທັງໄດ້ເປັນຕົວແບບທີ່ມີປະໂຫຍດຕໍ່ການພັດທະ ນາແບບຍືນຍົງຂອງພາກພື້ນ.

2. ການຮ່ວມມືຈັດສັນຊັບພະຍາກອນນ້ຳ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ: ຮ່ວມກັນປົກປັກຮັກສາຄວາມປອດໄພຂອງລະບົບນິເວດລ້ອງນ້ຳ

ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ເປັນລະບົບນ້ຳສຳຄັນທີ່ເຊື່ອມຕໍ່ລະຫວ່າງປະເທດຈີນ ກັບປະເທດລາວ ລວມທັງພາກພື້ນແຫຼມອິນດູຈີນ, ຕະຫຼອດໄລຍະເວລາດົນນານມາ ກໍໄດ້ເປັນ “ແຖບເສດຖະກິດສີຟ້າ” ແລະ “ເສັ້ນຊີວິດຂອງລະບົບນິເວດ” ໃນການພັດທະນາຂອງປະເທດທີ່ນ້ຳໄຫຼຜ່ານ, ເມື່ອການປ່ຽນແປງຂອງດິນຟ້າອາກາດ ນັບມື້ສົ່ງຜົນສະທ້ອນຮ້າຍແຮງຂຶ້ນ ແລະ ຄວາມຕ້ອງການນ້ຳສຳລັບເສດຖະກິດ-ສັງຄົມຂອງບັນດາປະເທດລຽບຕາມລຳນ້ຳນັບມື້ເພີ່ມຂຶ້ນ, ການບໍລິຫານຈັດການຊັບພະຍາກອນນ້ຳ, ການຮັບມືກັບໄພພິບັດນ້ຳຖ້ວມ ແລະ ແຫ້ງແລ້ງ, ການປົກປັກຮັກສາລະບົບນິເວດທາງນ້ຳ ແລະ ການຮ່ວມມືດ້ານຕ່າງໆນັບມື້ສຳຄັນຍິ່ງຂຶ້ນ ໂດຍສະເພາະແມ່ນດ້ານການແບ່ງປັນຂໍ້ມູນ ແລະ ການປະສານງານບໍລິຫານຈັດການ, ການຮ່ວມມືດ້ານຊັບພະຍາກອນນ້ຳໄດ້ກາຍເປັນຫົວຂໍ້ສຳຄັນຂອງຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ.

ນັບແຕ່ເລີ່ມຕົ້ນກົນໄກການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນປີ 2016 ເປັນຕົ້ນມາ, ການຮ່ວມມືດ້ານຊັບພະຍາກອນນ້ຳໄດ້ຖືກຍົກລະດັບຂຶ້ນສູ່ລະດັບສູງດ້ານຍຸດທະສາດ, ກາຍເປັນຂົງເຂດການຮ່ວມມືບຸລິມະສິດລະຫວ່າງສອງປະເທດ ລາວ-ຈີນ ກໍຄືບັນດາປະເທດແມ່ນ້ຳຂອງອື່ນໆ. ພິເສດແມ່ນນັບແຕ່ສ້າງຕັ້ງສູນຮ່ວມມືຊັບພະຍາກອນນ້ຳ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃນປີ 2017 ເປັນຕົ້ນມາ, ຂອບການຮ່ວມມືໄດ້ຮັບການບຸລະນະຂຶ້ນຕື່ມອີກບາດກ້າວໜຶ່ງ, ກາຍເປັນເວທີແກນກາງທີ່ສະໜັບສະໜູນໃຫ້ບັນດາປະເທດດຳເນີນການບໍລິຫານຈັດ ການ ແລະ ປະສານງານ, ການສົນທະນາດ້ານນະໂຍບາຍ ແລະ ໂຄງການດຳເນີນງານຕົວຈິງດ້ານຊັບພະຍາກອນນ້ຳ. ໂຄງການລະອຽດຕົວຈິງຂອງສອງຝ່າຍ ລາວ-ຈີນ ໄດ້ມີປະສິດທິຜົນຕົວຈິງອັນຈະແຈ້ງ. “ປະຕິບັດງານນ້ຳສະອາດແມ່ນ້ຳ ຂອງ-ແມ່ນ້ຳລ້ານຊ້າງ” ໄດ້ສະໜອງນ້ຳດື່ມທີ່ສະອາດ ແລະ ແຫຼ່ງນ້ຳຊົນລະປະທານໃຫ້ແກ່ຫຼາຍຊຸມຊົນທີ່ນ້ຳໄຫຼຜ່ານ, ໄດ້ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໄດ້ຢ່າງແທ້ຈິງ; “ໂຄງການຕົວແບບການບລິຫານຈັດການກວມລວມຕໍ່ລຳນ້ຳນ້ອຍຂອງບັນດາປະເທດ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ” ກໍໄດ້ສົ່ງເສີມການນຳໃຊ້ປະສົບການບົດຮຽນຂອງຈີນໃນການຮັກສາດິນ, ນ້ຳ ແລະ ການຟື້ນຟູລະບົບນິເວດ, ໄດ້ຊຸກຍູ້ການຟື້ນຟູ ແລະ ການຍົກລະດັບລະບົບນິເວດຂອງລຳນ້ຳ; ຜ່ານ “ໂຄງການກວດກາສຸຂະພາບເຂື່ອນກັນ ເຈື່ອນ” ແລະ ການສົ່ງຄະນະຊ່ຽວ

ຊານຊົນ ລະປະທານ, ສອງປະເທດ ລາວ-ຈີນໄດ້ເພີ່ມທະວີການຮ່ວມມືດ້ານເຕັກນິກ ແລະ ການສ້າງຄວາມສາມາດຊຶ່ງກັນ ແລະ ກັນ, ຊຸກຍູ້ໃຫ້ໂຄງການວິສາວະກຳຊົນລະປະທານຂະໜາດໃຫຍ່ຕາມລຳນ້ຳໄດ້ຂັບເຄື່ອນດ້ວຍຄວາມປອດໄພ.

ໂຄງການຮ່ວມມືທີ່ເປັນຮູບປະທຳເຫຼົ່ານີ້ ບໍ່ພຽງແຕ່ໄດ້ເປັນການເພີ່ມທະວີຄວາມສາມາດໃນການບໍລິຫານຈັດການຊັບພະຍາກອນນ້ຳຂອງລາວ ແລະ ບັນດາປະເທດແມ່ນ້ຳຂອງແລ້ວ, ຍັງຈະເປັນການສະໜັບສະໜູນອັນສຳຄັນໃຫ້ແກ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຮັບມືກັບໄພພິບັດຈາກນ້ຳຖ້ວມ ແລະ ໄພແຫ້ງແລ້ງ. ຜ່ານການສົ່ງເສີມການຝຶກອົບຮົມດ້ານເຕັກນິກ, ການແລກປ່ຽນບຸກຄະລາກອນ ແລະ ການຄົ້ນຄວ້າຮ່ວມ, ສອງປະເທດ ລາວ-ຈີນ ໄດ້ມີໝາກຜົນການຮ່ວມມືໃນການບໍ ລິຫານຈັດການຊັບພະຍາກອນນ້ຳ ແລະ ການປົກປັກຮັກສາລຳນ້ຳ, ໄດ້ເປັນພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາແບບຍືນຍົງຕາມລຳແມ່ນ້ຳຂອງ. ໃນອະນາຄົດ, ເມື່ອການປ່ຽນແປງຂອງດິນຟ້າອາກາດໄດ້ນຳເອົາຄວາມທ້າທາຍມາເພີ່ມຂຶ້ນ, ການຮ່ວມມືດ້ານຊັບພະຍາກອນນ້ຳ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງຈະຍິ່ງມີບົດບາດສຳຄັນຍິ່ງຂຶ້ນຕໍ່ການຮັບມືກັບເຫດການສະພາບອຸທົກກະໄພ, ໄພແຫ້ງແລ້ງ-ໄພນ້ຳຖ້ວມ ແລະ ການປົກປັກຮັກສາລະບົບນິເວດ. ສອງປະເທດ ລາວ-ຈີນ ຈະສືບຕໍ່ລົງເລິກການແບ່ງປັນຂໍ້ມູນທໍລະນີວິທະຍາ ແລະ ກນຮ່ວມມືບໍລິຫານຈັດການກວມລວມຂອງລຳນ້ຳ, ຈະຂະຫຍາຍເວທີແບ່ງປັນຂໍ້ມູນທີ່ກວມເອົາພື້ນທີ່ກວ້າງຂວາງຂຶ້ນ, ຊຸກຍູ້ການແບ່ງປັນຂໍ້ມູນດ້ານອຸຕຸນິຍົມ, ສິ່ງແວດ ລ້ອມ, ລະບົບນິເວດ, ໄພພິບັດ ແລະ ຂໍ້ມູນອື່ນໆດ້ວຍຫຼາຍມິຕິ, ຍົກລະດັບຄວາມສາມາດໃນການຕິດຕາມວັດແທກ ແລະ ເຕືອນໄພຕໍ່ໄພພິບັດ. ພ້ອມນັ້ນ, ສອງຝ່າຍຍັງຈະເພີ່ມທະວີການຄົ້ນຄວ້າຮ່ວມ ແລະ ການຮ່ວມມືດ້ານເຕັກນິກ, ດຳເນີນໂຄງການຮ່ວມມືດ້ານຊັບພະ ຍາກອນນ້ຳ, ການປ່ຽນແປງຂອງດິນຟ້າອາກາດ, ການຟື້ນຟູລະບົບນິ ເວດ ແລະ ຂົງເຂດອື່ນໆໃຫ້ຫຼາຍຂຶ້ນ, ຊຸກຍູ້ໃຫ້ລະບົບນິເວດຕາມລຳນ້ຳມີການພັດທະນາແບບຍືນຍົງ.

3. ການຮ່ວມມືດ້ານເສດຖະກິດໝູນວຽນ ແລະ ການຜະລິດທີ່ເປັນມິດກັບສິ່ງແວດລ້ອມ: ຊອກຄົ້ນເສັ້ນ

ທາງໃໝ່ແຫ່ງການຂະຫຍາຍົວ ສີຂຽວ

ເມື່ອຂະບວນການຫັນເປັນອຸດສາຫະກຳ ແລະ ຫັນເປັນຕົວເມືອງຂອງລາວເລັ່ງຄວາມໄວຂຶ້ນ, ຄຽງຄູ່ກັບການຮັກສາການຂະຫຍາຍຕົວຂອງເສດຖະກິດນັ້ນຈະສາມາດປົກປັກຮັກສາລະບົບນິເວດໄດ້ຢ່າງມີປະສິດທິຜົນຄືແນວໃດ ໄດ້ກາຍເປັນຫົວຂໍ້ສຳຄັນຂອງປະເທດກຳລັງພັດທະນາ. ຊຸມປີມໍ່ໆມານີ້, ລັດຖະບານລາວນັບມື້ນັບເອົາໃຈໃສ່ຕໍ່ການພັດທະ ນາສີຂຽວ ໂດຍສະເພາະແມ່ນການຫັນປ່ຽນ ແລະ ຍົກລະດັບເສດຖະກິດໝູນວຽນ ແລະ ການຜະລິດທີ່ເປັນມິດກັບສິ່ງແວດລ້ອມ. ໃນຂະບວນການດັ່ງກ່າວ, ປະເທດຈີນໄດ້ອາໄສທ່າແຮງນຳໜ້າດ້ານເຕັກນິກການປົກປັກຮັກສາສິ່ງແວດລ້ອມ ແລະ ຂົງເຂດການຜະລິດທີ່ເປັນມິດກັບສິ່ງແວດລ້ອມ, ດຳເນີນການຮ່ວມມືທີ່ກວ້າງຂວາງ ແລະ ເລິກເຊິ່ງກັບປະເທດລາວ, ໄດ້ຕື່ມເຕັມກຳລັງແຮງໃໝ່ເຂົ້າໃນການຊຸກຍູ້ຫັນເປັນສີ ຂຽວ ແລະ ການບັນລຸການພັດທະນາແບບຍືນຍົງຂອງລາວ.

ໃນຖານະທີ່ເປັນຂອດສຳຄັນໜຶ່ງຂອງການພັດທະນາພະລັງງານສີຂຽວຂອງອາຊີຕາເວັນອອກສ່ຽງໃຕ້, ປະເທດລາວພວມກຳລັງກາຍເປັນ “ໝໍ້ໄຟຂອງອາຊີຕາເວັນອອກສ່ຽງໃຕ້”. ການດຳເນີນໂຄງການຮ່ວມມືພະລັງງານໄຟຟ້າໂຊລາເຊວ ລາວ-ຈີນ ໃນປີ 2025 ໄດ້ກາຍເປັນພື້ນຖານອັນສຳຄັນໃນການບັນລຸເປົ້າໝາຍອັນຍາວນານນີ້. ວັນທີ 1 ມີນາ 2025, ໂຄງການພະລັງງານໄຟຟ້າໂຊລາເຊວ 50 ກິໂລວັດ ຢູ່ເຊບັ້ງໄຟ ແຂວງຄຳມ່ວນ (ກັກເກັບພະລັງງານຄົບຊຸດ) ໄດ້ເຂົ້າສູ່ການລົງທຶນຜະລິດ ແລະ ສ້າງເປັນຕາໜ່າງໄຟຟ້າຢ່າງເປັນທາງການ ຊຶ່ງໂຄງການນີ້ບໍ່ພຽງແຕ່ເປັນໂຄງການພະລັງງານໄຟຟ້າໂຊລາເຊວທີ່ຂັບເຄື່ອນແບບການຄ້າແຫ່ງທຳອິດຂອງລາວເທົ່ານັ້ນ, ທັງເປັນໂຄງການທີ່ເປັນລະ ບົບກັກເກັບພະລັງງານແບບຄົບຊຸດທຳອິດຂອງລາວ, ແຕ່ລະປີສາມາດຜະລິດໄຟຟ້າໄດ້ປະມານ 100 ລ້ານກິໂລວັດໂມງ ທີ່ປະກອບດ້ວຍລະບົບເກັບຮັກສາໄຟຟ້າ 10MWh. ການລົງທຶນສ້າງໂຄງການດັ່ງກ່າວໄດ້ແກ້ໄຂສະພາບການຂາດແຄນໄຟຟ້າໃນລະດູແລ້ງຂອງລາວໄດ້ ຢ່າງຫຼວງຫຼາຍ, ພ້ອມທັງສາມາດທົດແທນຄວາມຫຍຸ້ງຍາກໃນການສະໜອງພະລັງງານທີ່ອາໄສໄຟຟ້າຈາກແຮງນ້ຳເປັນເວລາຍາວນານຄືຜ່ານມາ ຊຶ່ງຈະເປັນບົດຮຽນອັນລ້ຳຄ່າໃຫ້ແກ່ການເຊື່ອມຕໍ່ກັບຕາໜ່າງໄຟຟ້າໂຊລາເຊວທີ່ເປັນຂະໜາດໃຫຍ່ໃນຕໍ່ໜ້າ, ນີ້ເປັນຂີດໝາຍວ່າໂຄງສ້າງດ້ານພະລັງງານຂອງລາວຈະຫັນປ່ຽນໄປສູ່ໂຄງສ້າງດ້ານພະລັງງານທີ່ຕາບຈູນຊຶ່ງກັນ ແລະ ກັນ ແລະ ພັດທະນາກັນຢ່າງກົມກຽວລະຫວ່າງ “ພະລັງງານນ້ຳ, ພະລັງງານຖ່ານຫິນ, ພະລັງງານລົມ, ພະ ລັງງານແສງຕາເວັນ, ລະບົບກັກເກັບພະລັງງານ”. ວັນທີ 13 ທັນວາ 2025, ໂຄງການສ້າງຖານພະລັງງານສະອາດເຊື່ອມໂຍງເຊື່ອມຈອດພາກເໜືອຂອງລາວ ໄລຍະ 1 ຂອງກຸ່ມບໍລິສັດຊີຈີເອັນ-ໂຄງການພະລັງ ງານໂຊລາເຊວ ກຳລັງຕິດຕັ້ງ 1,000 ເມກາວັດ ຢູ່ແຂວງອຸດົມໄຊ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ໄດ້ກາຍເປັນໜຶ່ງໃນໂຄງການພັດທະນາພະລັງງານໝູນວຽນທີ່ໃຫຍ່ທີ່ສຸດຂອງລາວໃນປັດຈຸບັນ. ໂຄງການດັ່ງກ່າວບໍ່ພຽງແຕ່ຊຸກຍູ້ໃຫ້ການຜະລິດພະ ລັງງານສະອາດຂອງລາວໄດ້ຮັບການພັດທະນາຢ່າງໄວວາເທົ່ານັ້ນ, ທັງຍັງຈະເປັນພື້ນຖານອັນໜັກແໜ້ນໃຫ້ແກ່ປະເທດລາວໃນການເປັນໜຶ່ງໃນປະເທດສົ່ງອອກພະລັງງານສະອາດອີກດ້ວຍ, ທັງຈະສ້າງອະນາຄົດອັນກວ້າງຂວາງໃຫ້ແກ່ການຮ່ວມມືດ້ານພະລັງງານໄຟຟ້າລະ ຫວ່າງປະເທດລາວກັບປະເທດໄທ, ຫວຽດນາມ ແລະ ປະເທດອ້ອມຂ້າງອື່ນໆ, ຈະສາມາດຊ່ວຍຍົກອິດທິພົນຂອງລາວໃນໂຄງສ້າງພະລັງ ງານໃນພາກພື້ນ. ໝາກຜົນການຮ່ວມມືດ້ານພະລັງງານສະອາດຂອງສອງປະເທດ ລາວ-ຈີນ, ບໍ່ແມ່ນແຕ່ເປັນການສະແດງອອກຕົວຈິງຂອງການພັດທະນາສີຂຽວ, ທັງຍັງໄດ້ເປັນບົດຮຽນທີ່ມີປະໂຫຍດໃຫ້ແກ່ປະເທດອື່ນໆໃນພາກພື້ນນີິ້.

ຜົນສຳເລັດຈາກການຮ່ວມມືໃນຂົງເຂດພະລັງງານສີຂຽວໄດ້ເປັນສິ່ງຄ້ຳປະກັນອັນແຂງແຮງໃຫ້ແກ່ການຮ່ວມມືການຜະລິດທີ່ເປັນມິດກັບສິ່ງແວດລ້ອມໃຫ້ແກ່ສອງປະ ເທດ, ແຕ່ຜົນສະທ້ອນຂອງການຮ່ວມມືໃນການຮັກສາສິ່ງແວດລ້ອມຈະບໍ່ຢຸດຢູ່ພຽງແຕ່ເທົ່ານີ້. ໃນຂົງເຂດການກຳຈັດຂີ້ເຫຍື້ອໃນຕົວເມືອງ, ການບຳບັດນ້ຳເສຍ ແລະ ຂົງເຂດການຮັກສາສິ່ງແວດ ລ້ອມຕ່າງໆນັ້ນ, ສອງຝ່າຍຍັງໄດ້ດຳເນີນການການຮ່ວມມືທີ່ມີປະສິດທິຜົນອັນອຸດົມສົມບູນ, ຜ່ານການນຳເຂົ້າເຕັກນິກລໍ້າໜ້າຂອງຈີນເຊັ່ນ: ການຈູດຂີ້ເຫຍື້ອ, ການເກັບຄືນຊັບພະຍາກອນ, ການບຳບັດນ້ຳເສຍ ແລະ ຂົງເຂດອື່ນໆນັ້ນ, ໄດ້ຊຸກຍູ້ໃຫ້ລະດັບການບໍລິຫານຈັດການໃນຕົວເມືອງຂອງລາວຮັບການຍົກສູງຂຶ້ນຢ່າງຈະແຈ້ງ. ປີ 2024, ວິສາຫະກິດຮັກສາ ສິ່ງແວດລ້ອມຂອງນະຄອນຫຼວງປັກກິ່ງກັບລັດຖະບານລາວໄດ້ຈັບມືກັນເປີດໂຄງການກຳຈັດ ແລະ ເກັບຄືນຂີ້ເຫຍື້ອ, ໄດ້ປະສົບຜົນສຳເລັດໃນການສ້າງພື້ນທີ່ຕົວແບບ “ປອດຂີິ້ເຫຍື້ອ” ແຫ່ງທຳອິດຂອງລາວ ຊຶ່ງໂຄງການດັ່ງກ່າວບໍ່ແມ່ນ ແຕ່ແກ້ໄຂບັນຫາການກຳຈັດຂີ້ເຫຍື້ອທີ່ນັບມື້ນັບເພີ່ມຂຶ້ນໃນນະຄອນຫຼວງວຽງຈັນເທົ່ານັ້ນ, ຍັງໄດ້ສະໜອງເປັນບົດຮຽນອັນລ້ຳຄ່າໃຫ້ແກ່ປະເທດລາວ ໃນການບໍລິຫານຈັດການສະພາບແວດລ້ອມໃນຕົວເມືອງ ແລະ ການຫັນສິ່ງເສດເຫຼືອໃຫ້ເປັນຊັບພະຍາ

ກອນຄືນໃໝ່, ໄດ້ບຸກເບີກສ້າງສະພາບການໃໝ່ໃຫ້ແກ່ການຮ່ວມມືຮັກສາສິ່ງແວດລ້ອມຂອງສອງປະເທດ, ທັງໄດ້ເປັນພື້ນຖານທີ່ສົມບູນໃຫ້ແກ່ການແຍກປະເພດຂີ້ເຫຍື້ອ ແລະ ລະບົບການໝູນວຽນຂອງຂີ້ເຫຍື້ອຢູ່ລາວອີກດ້ວຍ.

ໃນອະນາຄົດ, ການຮ່ວມມືໃນຂົງເຂດເສດຖະກິດໝູນວຽນ ແລະ ຂົງເຂດການຜະລິດທີ່ເປັນມິດກັບສິ່ງແວດລ້ອມຂອງສອງປະເທດ ລາວ-ຈີນ ຈະມີອະນາຄົດທີ່ກວ້າງຂວາງສະຫວ່າງສະໄຫວ ແລະ ມີກຳລັງແຮງບົ່ມຊ້ອນຫຼາຍ. ເມື່ອການປະກາດ “ແຜນປະຕິບັດງານຈັດການປາລາສະຕິກແຫ່ງຊາດ (2024-2030)” ຂອງລາວ, ເປົ້າໝາຍການຫັນເປັນສີຂຽວຂອງລາວກໍຈະມີ ຄວາມຈະແຈ້ງຕື່ມອີກກ້າວໜຶ່ງ, ການຜະລິດທີ່ເປັນມິດກັບສິ່ງແວດລ້ອມກໍຈະກາຍເປັນຈຸດຂະຫຍາຍຕົວ ໃໝ່ຂອງການຮ່ວມມືສອງປະເທດ. ໃນອະນາຄົດ, ສອງຝ່າຍສາມາດລົງເລິກການຮ່ວມມືໃນຫຼາຍຂົງເຂດໄດ້ຕື່ມອີກເຊັ່ນ: ຂົງເຂດກະສິກຳລະບົບນິເວດ, ການຫັນສິ່ງເສດເຫຼືອມາເປັນຊັບພະຍາກອນ, ການກຳຈັດຂີິ້ເຫຍື້ອໃນຕົວເມືອງ ແລະ ອື່ນໆ,

ຊຸກຍູ້ໃຫ້ “ໂຄງການທີ່ເບິ່ງເຫັນ, ຈັບຕ້ອງໄດ້” ໄດ້ປະກົດເປັນຈິງ.

ການພັດທະນາສີຂຽວ ແລະ ການຮ່ວມມືດ້ານລະບົບນິເວດ ລາວ-ຈີນບໍ່ແມ່ນແຕ່ໄດ້ຕອບສະໜອງຢ່າງຕັ້ງໜ້າຕໍ່ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ການຖົດຖອຍຂອງລະບົບນິເວດຂອງສອງປະເທດເທົ່ານັ້ນ, ທັງເປັນມາດຕະ

ການສຳຄັນໃນການຊຸກຍູ້ການພັດ ທະນາແບບຍືນຍົງໃນພາກພື້ນ. ຜ່ານການສ້າງແລວລະບົບນິເວດຂ້າມແດນ, ການຮ່ວມມືຊັບພະຍາກອນນ້ຳ ແມ່ນ້ຳຂອງ-ແມ່ນ້ຳລ້ານ ຊ້າງ ແລະ ການຮ່ວມມືດ້ານເສດຖະກິດໝູນວຽນ-ການຜະລິດທີ່ເປັນມິດ

ກັບສິ່ງແວດລ້ອມ, ໃນການຮັກສາລະບົບນິເວດ ແລະ ການຂະຫຍາຍຕົວດ້ານເສດຖະກິດ ສີຂຽວຂອງສອງປະເທດ ລາວ-ຈີນ ໄດ້ມີໝາກຜົນອັນອຸດົມສົມບູນ. ການຮ່ວມມືເຫຼົ່ານີ້, ບໍ່ພຽງແຕ່ເປັນການເພີ່ມກຳລັງຂັບເຄື່ອນອັນເຂັ້ມແຂງໃຫ້ແກ່ການພັດທະນາສີຂຽວ ແລະ ການສ້າງຄວາມທັນສະໄໝຂອງສອງປະເທດເທົ່ານັ້ນ, ແຕ່ຍັງໄດ້ເປັນບົດຮຽນອັນລ້ຳຄ່າໃຫ້ແກ່ປະເທດກຳ ລັງພັດທະນາອື່ນໆ. ການຮ່ວມກັນ ສ້າງສາກປ້ອງກັນສີຂຽວຂອງປະ ຊາຄົມຮ່ວມຊາຕາກຳ ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງນັ້ນ, ບໍ່ພຽງແຕ່ແມ່ນອະນາຄົດຮ່ວມກັນຂອງສອງຝ່າຍ ລາວ-ຈີນ ເທົ່ານັ້ນ, ແຕ່ຍິ່ງເປັນເປົ້າໝາຍຮ່ວມກັນຂອງພວກເຮົາທີ່ຈະພະຍາຍາມຢ່າງບໍ່ລົດລະໃນການບັນລຸຄວາມຍືນຍົງໃນອະນາຄົດ.

ຄໍາເຫັນ

ຂ່າວການຮ່ວມມື

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ຊາວໜຸ່ມສະຫວັນນະເຂດ-ກວາງຈິ ຈັດກິດຈະກຳພົບປະແລກປ່ຽນບົດຮຽນຮ່ວມກັນ

ໃນວັນທີ 22-23 ທັນວາຜ່ານມາ, ທີ່ຫໍພິພິຕະພັນບັ້ນຮົບລາມເຊິນ 719 ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຈັດງານພົບປະມິດຕະພາບແລກປ່ຽນກິດຈະກຳສິລະປະວັນນະຄະດີຮ່ວມກັນລະຫວ່າງຊາວໜຸ່ມເຍົາວະຊົນຂອງ ແຂວງສະຫວັນນະເຂດ ສປປ ລາວ ແລະ ກວາງຈິ ສສ ຫວຽດນາມ, ພາຍໃຕ້ຫົວຂໍ້
ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ

ໃນວັນທີ 25 ທັນວານີ້, ທີ່ຫ້ອງວ່າການສູນກາງພັກ,ໄດ້ຈັດຕັ້ງປາຖະກະຖາ“ ເນື້ອໃນຈິດໃຈ ກອງປະ ຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ” ໂດຍ ມີ ສະຫາຍ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຮັບຟັງ.
ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານອົງການຕຸລາການຂອງ 2 ປະເທດ

ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ນາງ ຖາວ ຂາຍຢວນ (Tao Kaiyuan) ຮອງປະທານສານປະຊາຊົນສູງສຸດແຫ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 23 ທັນວາ 2025, ທີ່ສານປະຊາຊົນສູງສຸດ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກເປັນທາງການ ຢູ່ ສປປ ລາວ.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ

ໃນວັນທີ 22ທັນວາ 2025 ທີ່ ກົວລາລໍາເປີ, ປະເທດ ມາເລເຊຍ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ສະໄໝພິເສດ ກ່ຽວກັບສະພາບການປັດຈຸບັນ ລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ມາເລເຊຍ ໃນນາມປະທານອາຊຽນ ປີ 2025 ແລະ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ, ຜູ້ຕາງໜ້າ ແລະ ເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.
ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໄຊສົມບູນ ແລະ ບັ໋ກນິງ ສະຫຼຸບວຽກງານຮ່ວມມື ໃນໄລຍະ 2021-2025 ແລະ ສຶບຕໍ່ຮ່ວມມື 2026-2030

ໃນວັນທີ 18 ທັນວາຜ່ານມານີ້, ການນຳແຂວງໄຊສົມບູນ ແລະ ແຂວງບັ໋ກນິງ ສ.ສ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບຂໍ້ຕົກລົງການຮ່ວມມືໄລຍະ 2021-2025 ແລະ ລົງນາມໃນສັນຍາຮ່ວມມື 2026-2030ຂຶ້ນ ທີ່ຫ້ອງວ່າການຄະນະກຳມະການປະຊາຊົນແຂວງບັ໋ກນິງ, ຝ່າຍແຂວງໄຊສົມບູນ ນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະ, ຝ່າຍແຂວງບັ໋ກນິງ ນຳໂດຍ ສະຫາຍ ຫງວຽນຮົ່ງໄທ ກໍາມະການສູນກາງພັກ ເລຂາຄະນະພັກແຂວງບັ໋ກນິງ ພ້ອມດ້ວຍຄະນະ.
ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ລັດຖະມົນຕີກະຊວງການຕ່າງປະເທດລາວ ເຂົ້າຢ້ຽມຂ່ຳນັບ ການນຳຂັ້ນສູງ ສສຫວຽດນາມ

ໃນວັນທີ 18 ທັນວາ 2025, ສະຫາຍ ທອງສະຫວັນ ພົມວິຫານ,ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າຢ້ຽມຂ່ຳນັບການນຳຂັ້ນສູງຂອງສສ ຫວຽດນາມ ສອງສະຫາຍ ຕາມລຳດັບ ຄື: ສະຫາຍ ຟ້າມ ມິງ ຈິງ,ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ, ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ,ໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີລະຫວ່າງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 12, ທີ່ ນະຄອນຫຼວງ ຮ່າໂນ້ຍ, ສສ ຫວຽດນາມ.
ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ກະຊວງການຕ່າງປະເທດ ລາວ-ຫວຽດນາມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ທີ່ ນະຄອນຫຼວງຮ່າໂນ້ຍ

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ເລ ຮວ່າຍ ຈຸງ, ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ. ຫວຽດນາມ, ສະຫາຍ ທອງສະຫວັນ ພົມວິຫານ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ກະຊວງການຕ່າງປະເທດ ເດີນທາງຢ້ຽມຢາມ ແລະ ເຮັດວຽກ ທີ່ ສສ. ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມປຶກສາຫາລື ດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 12 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນວັນທີ 17-20 ທັນວາ 2025, ຊຶ່ງເປັນກົນໄກການຮ່ວມມືປົກກະຕິ ຂອງສອງກະຊວງ ທີ່ຜັດປ່ຽນກັນເປັນເຈົ້າພາບໃນທຸກໆປີ, ເພື່ອປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາຕ່າງໆແນໃສ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງ ລາວ ແລະ ຫວຽດນາມ, ກໍຄືລະຫວ່າງສອງກະຊວງການຕ່າງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ອົງການ WFP ຊ່ວຍສົ່ງເສີມວຽກງານໂພຊະນາການ ໃນ ສປປ ລາວ

ທ່ານ ນາງ ອິລດີໂກ ຮາໂມສ ຜູ້ຊ່ຽວຊານດ້ານການສື່ສານ ແລະ ການພົວພັນຂອງອົງການອາຫານໂລກ (WFP) ປະຈໍາ ສປປ ລາວ ໄດ້ໃຫ້ສາພາດຕໍ່ສື່ມວນຊົນໃນວັນທີ 18 ທັນວານີ້ວ່າ: ອົງການWFP ມີຍຸດທະສາດການວາງແຜນນໍາພາສື່ມວນຊົນລາວໄປເຄື່ອນໄຫວຢ້ຽມຢາມການຈັດຕັ້ງປະຕິບັດຂອງໂຄງການທີ່ໃຫ້ການສະໜັບສະໜັບຢູ່ຕ່າງແຂວງຂອງ ສປປ ລາວ ທຸກໆປີ, ເພື່ອໃຫ້ສື່ມວນຊົນໄດ້ນໍາເອົາຂໍ້ມູນໄປຈັດຕັ້ງຜັນຂະຫຍາຍໂຄສະນາໃຫ້ສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດໃນຕະຫຼອດໄລຍະຜ່ານມາ ແລະ ໃນຕໍ່ໜ້າ. ດັ່ງນັ້ນ, ອົງການອາຫານໂລກຈຶ່ງເຫັນໄດ້ວ່າສື່ມວນຊົນມີຄວາມສໍາຄັນຫຼາຍຢູ່ໃນວຽກງານຂອງອົງການອາຫານໂລກໃນ ສປປ ລາວ ເພື່ອເປັນຂົວຕໍ່ເຜີຍແຜ່ໂຄສະນາໃຫ້ປະຊາຊົນໄດ້ຮັບຮູ້-ເຂົ້າເຖິງຂໍ້ມູນ-ຂ່າວສານ ແລະ ເຫັນຄວາມສໍາຄັນໃນວຽກງານໂພຊະນາການ ແລະ ຄວາມໝັ້ນຄົງດ້ານອາຫານ. ພ້ອມນັ້ນ, ທັງໃຫ້ທົ່ວໂລກຮັບຮູ້ວ່າການລົງທຶນສະໜັບສະໜູນຊ່ວຍເຫຼືອຂອງອົງການອາຫານໂລກຢູ່ ສປປ ລາວ ເພື່ອໃຫ້ເຂົາເຈົ້າມີຄວາມໝັ້ນໃຈເຂົ້າມາຊ່ວຍເຫຼືອ ແລະ ລົງທຶນອີກຕໍ່ໄປ.
ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ອົດສະຕຣາລີ ສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຢູ່ພາກໃຕ້ຂອງລາວ

ແຕ່ວັນທີ14-19 ທັນວານີ້, ທ່ານນາງ ເມແກັນ ຈອນສ, ເອກອັກຄະລັດຖະທູດອົດສະຕຣາລີໄດ້ໄປຢ້ຽມຢາມບັນດາແຂວງພາກໃຕ້ເພື່ອຢືນຢັນຄຳໝັ້ນສັນຍາຂອງອົດສະຕຣາລີໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງທີ 5, ແລະ ການຮ່ວມມືດ້ານການພັດທະນາເສດຖະກິດສັງຄົມກັບ ສປປ ລາວ.
ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ຜົ້ງສາລີ ເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ ຄັ້ງທີ IX ທີ່ ແຂວງດຽນບ່ຽນ

ວັນທີ 18 ທັນວາຜ່ານມານີ້, ຄະນະນຳແຂວງຜົ້ງສາລີ ພ້ອມດ້ວຍຄະນະສິລະປະ ວັນນະຄະດີ, ຄະນະນັກກິລາ ໄດ້ເດີນທາງເຂົ້າຮ່ວມງານມະຫາກຳກິລາໂຍນໝາກຄອນ 3 ແຈປະເທດຄື: ລາວ, ຈີນ ແລະ ຫວຽດນາມ ຄັ້ງທີ IX ທີ່ແຂວງດຽນບ່ຽນ ແຫ່ງ ສສ ຫວຽດນາມ ເປັນເຈົ້າພາບ. ແຂວງຜົ້ງສາລີນຳໂດຍທ່ານ ອູ່ຄຳ ຕຸລາພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ, ພ້ອມດ້ວຍຄະນະນຳ ແລະ ພາກສ່ວນທີ່ກ່ຽວຂ້ອງຮ່ວມຕິດຕາມ. ພິທີຕ້ອນຮັບໄດ້ຈັດຂຶ້ນທີ່ຣິສອດຮີມລານ ໂດຍຕາງໜ້າຄະນະນຳແຂວງ ດຽນບ່ຽນອອກຕ້ອນຮັບໂດຍທ່ານ ຫງວຽນ ຮວາງຮຽບ ຮອງຫົວໜ້າພະແນກວັດທະນະທຳ ແລະ ທ່ອງທ່ຽວ ແຂວງດຽນບ່ຽນ ພ້ອມດ້ວຍຄະນະ.
ເພີ່ມເຕີມ