ສອງຝ່າຍໄດ້ແລກປ່ຽນຄໍາຄິດເຫັນ ແລະ ຕີລາຄາສູງຕໍ່ຜົນສຳເລັດຂອງການຮ່ວມມື ລະຫວ່າງ ສອງຄະນະພົວພັນຕ່າງປະເທດສູນກາງພັກ ໃນການເຮັດບົດບາດເປັນເສນາທິການ ໃນການຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກໄລຍະສົກປີ 2021-2025 ແລະ ສະແດງຄວາມເປັນເອກະພາບກັນ ສືບຕໍ່ຮ່ວມມືກັນໃນການເປັນໃຈກາງຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ກໍຄື ການຈັດຕັ້ງປະຕິບັດຄໍາເຫັນຊີ້ນໍາ ແລະ ການຕົກລົງ ລະຫວ່າງ ການນໍາສູງສຸດ ສອງພັກ, ສອງລັດ ລາວ-ຈີນໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.
ໃນໂອກາດພົບປະຄັ້ງນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ໄດ້ຕາງໜ້າໃຫ້ ພັກປະຊາຊົນປະຕິວັດລາວ ແລະ ສະຫາຍ ຫຼິວ ຫາຍຊິງ ໄດ້ຕາງໜ້າໃຫ້ ພັກກອມມູນິດຈີນຮ່ວມລົງນາມແຜນການຮ່ວມມືລະຫວ່າງສອງພັກ ສະບັບໃໝ່ ໄຍລະປີ 2026-2030 ຊຶ່ງແຜນການຮ່ວມມືດັ່ງກ່າວ ໄດ້ເປັນບ່ອນອີງສໍາຄັນໃນການພົວພົວພັນຮ່ວມມື ລະຫວ່າງ 2 ສູນກາງພັກ, ບັນດາອົງການອ້ອມຂ້າງສູນກາງພັກ ແລະ ການຮ່ວມມືບໍາລຸງສ້າງພະນັກງານ ລະຫວ່າງ ສອງພັກ ລາວ-ຈີນ ໃນໄລຍະ 5 ປີຕໍ່ໜ້າ.
ຂ່າວ: ຄຕພ
ຄໍາເຫັນ